ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຄະນະ ເຈົ້າໜ້າທີ່ ປ້ອງກັນປະເທດ ຊຸດໃໝ່ ຈະແກ້ໄຂບັນຫາທ້າທາຍໃຫຍ່ໆ ໃນປີ 2017


ສະມະຊິກຂອງກອງກຳລັງທີ່ຈົງຮັກພັກດີຕໍ່ປະທານາທິບໍດີຂອງ ຊີເຣຍ ທ່ານ Basha al-Assad ຢືນກັບພົນລະເຮືອນຄົນໜຶ່ງ ຢູ່ກອງຊາກຫັກພັງຂອງໂຮງແຮມ Carlton ໃນເມືອງ Aleppo ເຂດທີ່ລັດຖະບານຄວບຄຸມ. ຊີເຣຍ. 17 ທັນວາ, 2016.
ສະມະຊິກຂອງກອງກຳລັງທີ່ຈົງຮັກພັກດີຕໍ່ປະທານາທິບໍດີຂອງ ຊີເຣຍ ທ່ານ Basha al-Assad ຢືນກັບພົນລະເຮືອນຄົນໜຶ່ງ ຢູ່ກອງຊາກຫັກພັງຂອງໂຮງແຮມ Carlton ໃນເມືອງ Aleppo ເຂດທີ່ລັດຖະບານຄວບຄຸມ. ຊີເຣຍ. 17 ທັນວາ, 2016.

ຈາກປະເທດ ອັຟການິສຖານ ຫາ ຊີເຣຍ, ລັດຖະບານຂອງປະທານາທິບໍດີທີ່ຖືກເລືອກ ໃໝ່ທ່ານ Donald Trump ທີ່ຈະເຂົ້າຮັບຊ່ວງໃນການບໍລິຫານປະເທດໄວໆນີ້ ແມ່ນຈະ ປະເຊີນໜ້າກັບສິ່ງທ້າທາຍທາງທະຫານຫຼາຍຢ່າງໃນປີ 2017, ແຕ່ບັນຫາຂອງພວກເຂົາ ເຈົ້າແມ່ນຈະບໍ່ມາຈາກຕ່າງປະເທດທັງໝົດ. ນັກຂ່າວວີໂອເອປະຈຳທຳນຽບຂາວ Carla Babb ມີລາຍງານເພີ່ມເຕີມ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ໃນໄລຍະເລີ່ມຕົ້ນຂອງປີ 2017 ທີ່ຈະມາເຖິງນີ້, ສະຫະລັດ ແມ່ນຍັງຈະເຂົ້າຮ່ວມໃນການ ຕໍ່ສູ້ສົງຄາມຕໍ່ຕ້ານພວກຫົວຮຸນແຮງອິສລາມ ໃນປະເທດ ອັຟການິສຖານ ແລະ ພວກຫົວ ຮຸນແຮງລັດອິສລາມໃນ ອີຣັກ ແລະ ຊີເຣຍ ຢູ່.

ຍຸດທະວິທີໃນການຕໍ່ສູ້ກັບພວກຫົວຮຸນແຮງລັດອິສລາມ ແມ່ນກຳລັງກ້າວໜ້າໄປຢ່າງ ຊ້າໆ, ແຕ່ມັນກໍຍັງບໍ່ເປັນທີ່ຊັດແຈ້ງເທື່ອວ່າລັດຖະບານຂອງທ່ານ ທຣຳ ທີ່ຈະເຂົ້າປະຈຳ ການໃນໄວໆນີ້ ຈະມີສ່ວນຮ່ວມໃນການແກ້ໄຂວິກິດການໃນປະເທດ ຊີເຣຍ ແນວໃດ.

ທ່ານ Michael O’hanlon ກ່າວວ່າ “ໃນປະເທດ ຊີເຣຍ ນັ້ນ ພວກເຮົາບໍ່ມີແຜນຍຸດທະ ສາດສຳລັບການເຮັດໃຫ້ສົງຄາມກາງເມືອງສິ້ນສຸດລົງໄດ້ແທ້ໆ. ທ່ານ ທຣຳ ອາດຈະ ປ່ອຍໃຫ້ປະທານາທິບໍດີ Assad ຊະນະສົງຄາມກໍເປັນໄດ້, ແຕ່ຂ້າພະເຈົ້າບໍ່ແນ່ໃຈວ່າ ນັ້ນແມ່ນວິທີທີ່ເໝາະສົມຫຼືບໍ່, ຍ້ອນວ່າ ທ່ານ Assad ມີິເລືອດຢ່າງຫຼວງຫຼາຍຕິດຢູ່ມື ຂອງລາວ.”

ປະເທດ ອັຟການິສຖານ ໄດ້ຕໍ່ສູ້ໃນສົງຄາມເປັນປີທີ 15 ແລ້ວ. ກອງ ທັບນານາຊາດໄດ້ ຫຼຸດຈຳນວນລົງຈາກປະມານ 140,000 ຄົນໃນປີ 2011 ເຫຼືອພຽງປະມານ 15,000 ຄົນ ໃນທຸກມື້ນີ້,​ ແລະ ຜູ້ຊ່ຽວຊານດ້ານການປ້ອງກັນປະເທດທ່ານ Michael O’Hanlon ກ່າວ ວ່າ ທີມງານປ້ອງກັນປະເທດ ສະຫະລັດ ຊຸດໃໝ່ ອາດຈະຢາກພິຈາລະນາຈຳນວນຕົວ ເລກຂອງກອງທັບນານາຊາດໃໝ່ໃນໄວໆນີ້.

ທ່ານ Michael O’Hanlon ກ່າວວ່າ “ມັນບໍ່ມີເຫດຜົນໃດໆທີ່ພວກເຮົາຕ້ອງຫຼີກລ່ຽງ ການເຮັດວຽກຫຼາຍຂຶ້ນອີກໜ້ອຍໜຶ່ງ ຖ້າມັນຈະຊ່ວຍຍົກຄວາມກົດດັນອອກຈາກກອງ ທັບ ແລະ ຕຳຫຼວດ ອັຟການິສຖານ. ມັນຈະເຮັດໃຫ້ພວກເຂົາເຈົ້າມີເວລາສ້າງສາຕົນ ເອງຫຼາຍຂຶ້ນ ເພື່ອຟື້ນຟູຈາກການສູນເສຍຄັ້ງໃຫຍ່ທີ່ພວກເຂົາເຈົ້າໄດ້ມີມາ.”

ແຕ່ໃນຂະນະທີ່ ສະຫະລັດ ໄດ້ຕໍ່ສູ້ກັບລັດທິຫົວຮຸນແຮງໃນທົ່ວໂລກຢູ່ນີ້ ປະເທດມະຫາ ອຳນາດໃຫຍ່ເຊັ່ນ ຣັດເຊຍ ແລະ ຈີນ ກໍໄດ້ປັບປຸງກອງກຳລັງທະຫານຂອງພວກເຂົາເຈົ້າ ໃຫ້ທັນສະໄໝຂຶ້ນ.

ທ່ານ David Ochmanek ຈາກບໍລິສັດ Rand ກ່າວວ່າ “ຍ້ອນວ່າພວກເຮົາໄດ້ເພັ່ງເລັງ ໃສ່ການປະຕິບັດການຕໍ່ສູ້ກັບພວກ ISIS ຢ່າງຫຼວງຫຼາຍ, ເຮັດໃຫ້ປະເທດ ອັຟການິສ ຖານ ແລະ ອີຣັກ ມີຄວາມໝັ້ນຄົງ, ແລະ ຍ້ອນວ່າພວກເຮົາໄດ້ອາໄສຢູ່ພາຍໃຕ້ການ ບີບບັງຄັບຂອງກົດໝາຍການຄວບຄຸມງົບປະມານນັບຕັ້ງແຕ່ປີ 2012 ເປັນຕົ້ນມານັ້ນ, ພວກເຮົາຈຶ່ງບໍ່ສາມາດຊື້ອຸບປະກອນທີ່ທັນສະໄໝ ທີ່ມັນສາມາດກະທຳການຕອບໂຕ້ ກັບສະມັດຕະພາບໃໝ່ ທີ່ປະເທດຕ່າງໆຄື ຣັດເຊຍ ແລະ ຈີນ ກຳລັງເຮັດຢູ່.”

ທ່ານ ທຣຳ ໄດ້ໃຫ້ຄຳສັນຍາວ່າ ຈະຂະຫຍາຍຈຳນວນກອງທັບຢູ່ໃນການກ່າວຄຳປາໄສ ຂອງທ່ານ.

ທ່ານ ທຣຳ ກ່າວວ່າ “ພວກເຮົາມີທະຫານທີ່ເກັ່ງທີ່ສຸດໃນກອງທັບຂອງພວກເຮົາ. ພວກ ເຮົາຈະສ້າງຄືນໃໝ່ ກອງທັບທີ່ສູນເສຍໄປຂອງພວກເຮົາ, ແລະ ໃນທີ່ສຸດພວກເຮົາກໍ ຈະເບິ່ງແຍງບັນດາທະຫານຜ່ານເສິກທີ່ເກັ່ງ ແລະ ເກັ່ງທີ່ສຸດຂອງພວກເຮົາ.”

ທ່ານ Ochmanek ກ່າວວ່າ ສະຫະລັດ ຕ້ອງໃຊ້ເງິນຂອງພວກເຂົາເຈົ້າໃນສິ່ງຕ່າງໆເຊັ່ນ ລູກສອນໄຟຂີປະນາວຸດນຳວິຖີ ແລະ ລູກສອນໄຟຂີປະນາວຸດ ທີ່ຍິງຈາກເທິງອາກາດ, ທ່ານກ່າວວ່າ ຍ້ອນວ່າ ສິ່ງດັ່ງກ່າວນັ້ນ ສາມາດເຮັດໃຫ້ກອງທັບມີອຳນາດທີ່ຈະຍັບຢັ້ງໄພ ຂົ່ມຂູ່ໄດ້.

[[INTRO]]
[[From Afghanistan to Syria, the incoming administration of President-elect Donald Trump will face many military challenges in 2017, but not all its problems will be coming from abroad. VOA Pentagon correspondent Carla Babb explains.]]

((TEXT))
On the cusp of 2017, the U.S. is still involved in wars against Islamic extremists in Afghanistan and Islamic State militants in Iraq and Syria.

The tactical fight against IS militants is slowly progressing, but it is unclear yet how involved the incoming Trump administration will be in resolving the Syrian crisis.

((MICHAEL O'HANLON ACT 1))

"In Syria we have really no strategy for ending the civil war. Mr. Trump implicitly may be willing to let President Assad win the war, but I'm not sure that is really a viable way forward because Assad has so much blood on his hands."

((END ACT))

The war for Afghanistan is in its 15th year.International troops have drawn down from about 140,000 in 2011 to fewer than 15,000 troops today, and defense expert Michael O'Hanlon says the new U.S. defense team might want to consider increasing international troops numbers in the short term.

((MICHAEL O'HANLON, ACT 2))

"There's no reason we have to avoid doing a little more if that helps take some of the pressure off the Afghan military and police. (It) gives them a little more time to build themselves up to recover from the huge losses they've been taking."

((END ACT))

But while the U.S. has been fighting extremism across the globe, major powers Russia and China have been modernizing their military forces. David Ochmanek is with the RAND Corporation.

((about 1:50-2:11 into interview found at 12-14-16 UPLOADED to XDCAM))
((DAVID OCHMANEK ACT 1))

"Because we've been so focused on prosecuting operations against ISIS, stabilizing Afghanistan and Iraq, and because we've been living under the constraints of the Budget Control Act since 2012, we haven't been able to buy the modern equipment that it takes to counter these new capabilities that countries like Russia and China are fielding."

((END ACT))

Trump in his stump speeches has been promising a military build-up.

((TRUMP ACT 1))

"We have the greatest people in the world in our military. We are going to rebuild our depleted military, and we're going to finally take care of our great, great veterans."

((END ACT))

Ochmanek says the U.S. needs to spend its money on ((NAT 0:34 seconds of missile launching-big boom)) things like cruise missiles and air-to-air missiles, because he says those are the things that can give the military more leverage to deter threats.

XS
SM
MD
LG