ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມ ປຸກລະດົມ ຕໍ່ຕ້ານ ການໃຊ້ ກາວກະດູກເສືອ ເພື່ອອະນຸລັກເສືອປ່າ (ວີດີໂອ)


ເສືອນ້ອຍສອງໂຕ ຫຼິ້ນກັບແມ່ເສືອ ຢູ່ສວນສັດ ຮາໂນ່ຍ (ຮູບເມື່ອປີ 2007).
ເສືອນ້ອຍສອງໂຕ ຫຼິ້ນກັບແມ່ເສືອ ຢູ່ສວນສັດ ຮາໂນ່ຍ (ຮູບເມື່ອປີ 2007).
ບັນດາ​ນັກ​ອະນຸລັກ​ໃນ​ຫວຽດນາມ ​ໄດ້​ເປີດ​ຕົວ ​ໂຄງ​ການ​
ປະກາດ​ບໍລິການ​ສາທະ​ລະນະໃໝ່​ອັນ​ນຶ່ງ ທີ່​ແນ​ເປົ້າໝາຍ
​ໃສ່ ສະກັດ​ກັ້ນ​ການ​ໃຊ້ຜະລິດ​ຕະພັນກາວກະດູກ​ເສືອ​ ເປັນ​
ຂອງຂວັນ​ພິ​ເສດ​ເພື່ອ​ສ້າງ​ຄວາມ​ປະ​ທັບ​ໃຈ. ເຖິງ​ແມ່ນ​ໄດ້
ມີຄົນ​ສະ​ແດງ​ຄວາມ​ຍິນ​ດີ ນໍາ ການ​ເຄື່ອນ​ໄຫວ​ດັ່ງກ່າວ​ນີ້
ຢ່າງ​ກວ້າງ ຂວາງ​ກໍ​ຕາມ ​ແຕ່​ບາງຄົນ​ກໍ​ເວົ້າ​ວ່າ ມັນ​ສາຍ​
ເກີນ​ໄປ​ແລ້ວ ສໍາ ລັບ​ເສືອ​ປ່າ​ຈໍາ ນວນ​ສຸດ​ທ້າຍ​ທີ່​ຍັງຫຼົງ​
ເຫຼືອຢູ່​ຂອງ​ປະ​ເທດ. Marianne Brown ຜູ້​ສື່​ຂ່າວ​ວີ​ໂອເອ
ລາຍ​ງານ​ຈາກຮາ​ໂນ່ຍ ຊຶ່ງ​ດາຣາ ມີ​ລາຍ​ລະອຽດມາສະ​ເໜີ
​ທ່ານ.



“​ການ​ຊົ​ມ​ໃຊ້​ກາວກະ​ດູກເສື​ອນັ້ນ ບໍ່​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້ຜູ້​ໃດເລີຍ. ພວກ​ທ່ານ
​ບໍ່​ຕ້ອງສ້າງ​ຄວາມ​ອັບອາຍ​ໃຫ້​ໂຕ​ເອງ​ດອກ.”
ນັ້ນ​ຄື​ຂໍ້ຄວາມ​ຂອງ​ຄໍາ​ ປະກາດ ບໍລິການ​
ສາທາລະນະໃໝ່​ອັນ​ໃໝ່ ​ທີ່​ນໍາ ອອກ​ເຜີຍ​ແຜ່​ໂດຍ​ກຸ່ມອະນຸລັກ​ຫວຽດນາມ ທີ່​ຊື່ວ່າ ການ
ສຶກສາເພື່ອ​ທໍາ​າ ມະຊາດຫວຽດນາມ ຫຼື Education for Nature Vietnam ​ເອີ້ນ​ຫຍໍ້​ວ່າ
ENV ​ເມື່ອວັນ​ທີ 20 ​ເດືອນ​ກຸມພານີ້.

ຄໍາ​ ປະກາດ​ດັ່ງກ່າວ ຊຶ່ງຖືກນໍາ ອອກ​ເຜີ​ຍ​ແຜ່​ທາງໂທລະພາບແຫ່ງ​ຊາດ ສະ​ແດງ​ໃຫ້ເຫັນ
​ພາບ​ ກໍາ ມະການ​ບໍລິຫານ​ບໍລິສັດ​ໃໝ່​ຄົນ​ນຶ່ງ ມອບ​ຂອງຂວັນ ທີ່​ເປັນ​ກັບ​ກາວກະ​ດູກເສືອ
ໃຫ້​ແກ່ເພື່ອນ​ຮ່ວມ​ງານ​ ຫຼັງຈາກຈົບ​ກອງ​ປະຊຸມ​ບັ້ນ​ນຶ່ງ ຊຶ່ງເຂົາ​ເຈົ້າບໍ່ເອົາ​ໄປ​ຈັກ​ຄົນ ແລະ
ປະ​ໄວ້​ເທິງ​ໂຕະປະຊຸມ ດ້ວຍຄວາມ​ລັງ​ກຽດ.


ທ່ານນາງ Le Mai Hanh ໂຄສົກ​ກຸ່ມ​ອະນຸລັກ ENV ​ໃຫ້​ຄໍາ ອະທິບາຍ ​ກັບ​ວີ​ໂອ​ເອວ່າ​:

“ຢູ່​ໃນ​ຫວຽດນາມ ​ເຮົາ​ໃຊ້​ກາວກະ​ດູກ​ເສືອ ເປັນຂອງຂວັນ​ມອບ​ໃຫ້​ຄົນ​ທີ່ເຮົາ
​ຢາກ​ຈະ​ສ້າງ​ຄວາມ​ປະທັບ​ໃຈ​ ​ເພາະວ່າ​ມັນ ​ເປັນສັນຍາ​ລັກຂອງສະຖານະ​
ພາບ. ການ​ເຂົ້າຫາ​ສະຖານີ​ໂທລະພາບ​ນັ້ນ ​ແມ່ນເປັນ​ວິທີ​ທາງ​ທີ່​ດີ​ຢ່າງ​ນຶ່ງ ​
ເພື່ອ​ກະຈາຍ​ຂໍ້ ຄວາມ​ໄປ​ຍັງ​ກຸ່ມ​ຄົນ​ ຈໍາ ນວນຫຼາຍທີ່​ສຸດ.”


​ກາວກະ​ດູກ​ເສືອ ​ແມ່ນເປັນຢາ​ແຜນ​ໂບຮານຢ່າງ​ນຶ່ງ ທີ່​ເຮັດດ້ວຍ​ການເອົາ​ກະ​ດູດ​ເສືອ​
ໄປ​ຕົ້ມໃຫ້ເປື່ອຍ ຈົນ​ມີ​ລັກສະນະ​ໜຽວ​ຄື​ກາວ ​ເພື່ອ​ໃຊ້ທາ​ປິ່ນປົວ ບັນຫາ​ປ​ວດຂໍ້​ຕໍ່ ​ແລະ​
ໃຊ້​ເປັນ​ຢາ​ບໍາ ລຸງ ກໍາ ລັງທາງ​ເພດ​ສໍາ ພັນ ຊຶ່ງ​ກາວກະດູກເສືອ​ນີ້ ສາມາດ​ຂາຍໄດ້ໃນ​
ລາຄາ 1500 ​ໂດ​ລ່າ ຕໍ່​ນຶ່ງ​ຮ້ອຍກຣາມ ຫຼື​ນຶ່ງ​ຂີດ. ສ່ວນຊິ້ນສ່ວນ​ອື່ນໆ​ຂອງ​ເສືອ​ ຍັງ​ເອົາ​
ໄປ​ໃຊ້​ເຮັດ​ເຫຼົ້າ​ວາຍເສືອ ​ແລະໃຊ້​ເປັນ​ເຄື່ອງປະດັບ ຫຼື​ເອ້​ເຮືອນ.

ກຸ່ມ​ອະນຸລັກ ENV ​ໄດ້​ທໍາ​ ການ​ປຸກລະດົມ​ ຕ້ານການ​ບໍລິ​ໂພ​ກຜະລິດ​ຕະພັນ​ສັດປ່າ​ມາ
ກ່ອນແລ້ວ ​ແຕ່​ເທື່ອ​ນີ້​ເປັນ​ເທື່ອ​ທໍາ​ ອິດ ທີ່​ເຂົາ​ເຈົ້າ​ເຈາະ​ຈົງ​ໃສ່ສະເພາະແຕ່ຜະລິດຕະພັນ
ເສືອຢ່າງ​ດຽວ. ການ​ບໍລິ​ໂພ​ກພວກ​ສັດປ່າ​ທີ່​ຫາ​ຍາກ ​ກໍາລັງລະບາດ​ໄປ​ທົ່ວຫວຽດນາມ​ ຊຶ່ງ
ຮູ້​ກັນວ່າເປັນ​ປະ​ເທດ​ປາຍທາງ​ສໍາ ​ນໍ​ແຮດ ​ທີ່ໃຊ້​ເປັນ​ຢາແກ້​ເມົາ​ຄ້າງ. ​ແຮ​ດ​ຕົວສຸດທ້າຍ​
ຂອງປະ​ເທດ​ໄດ້​ຖືກປະກາດ​ວ່າ​ ສູນພັນ​ໄປ​ແລ້ວ​ເມື່ອ​ປີ 2011.

ດຣ. ຫງວຽນ ຊວນ ​ເຮືອງ ອະດີດ​ປະທານ​ສ​ະມາ​ຄົມ​ຢາ​ແຜນ​ໂບຮານຫວຽດນາມ ຍິນ​ດີ​
ນໍາ​ຍຸດທະສາດ​ດັ່ງກ່າວ​ຂອງ​ກຸ່ມ​ອະນຸລັກ ENV. ທ່ານ​ເວົ້າ​ວ່າ ບໍ່​ມີ​ຫຼັກ​ຖານ​ທີ່​ພິສູດໄດ້ວ່າ
ກາວ​ກະດູກ​ເສືອ​ເປັນ​ຢາ​ດີ ​ມີ​ສັບພະ​ຄຸນ​ແທ້ ​ແຕ່​ຜູ້ຄົນ​ກໍ​ຍັງ​ພາກັນ​ຊື້​ ​ເພາະ​ມັນເປັນສັນຍາ​
ລັກ​ຢ່າງ​ນຶ່ງຂອງ​ສະຖານະ​ພາບ​ທາງສັງຄົມ.

ດຣ. ​ເຮືອງ ​ເວົ້າ​ວ່າ ການ​ບໍລິໂພ​ກຢາ​ກະດູກ​ເສືອ​ ໄດ້ເພີ່ມ​ທະວີຂຶ້ນ ​ໃນໄລຍະ​ສອງ​ສາມ​
ປີຜ່ານ​ມາ ​ແຕ່​ທ່ານ​ເຊື່ອ​ວ່າ ສ່ວນ​ຫຼາຍ​ແລ້ວ​ແມ່ນ​ຢາ​ປອມ​ທັງ​ນັ້ນ.

ກຸ່ມ​ອະນຸລັກ ENV ​ເວົ້າ​ວ່າ ຈໍານວນ​ເສືອ​ທີ່ຍັງຫຼົງ​ເຫຼືອ​ຢູ່​ໃນ​ປ່າ ອາດ​ມີ​ພຽງປະມານ 30
ຕົວ​ເທົ່າ​ນັ້ນ ​ແຕ່​ ດຣ. Naomi Doak ຜູ້​ປະສານ​ງານ​ໂຄງການ​ເຂດ​ແມ່​ນໍ້າຂອງທັງ​ໝົດ
ປະ​ຈໍາ​ ເຄືອ​ຂ່າຍ TRAFFIC ທີ່​ຕິດຕາມເບິ່ງການ​ຄ້າ​ສັດປ່າ ​ເວົ້າ​ວ່າ ສະຖານະ​ການ
ອາດຮ້າຍ​ແຮງ​ໄປ​ກວ່າ​ນີ້.

ດຣ. ​Doak ​ເວົ້າ​ວ່າ: “​ໂດຍ​ສ່ວນ​ໃຫຍ່​ແລ້ວ ​ເຖິງ​ແມ່ນ​ຈະ​ມີ​ຫຼາຍ​ສໍ່າ​ ນັ້ນ ​ແຕ່​ມັນ​ກໍ
ກະຈັດກະຈາຍຢູ່ໃນ​ຫຼາຍ​ພື້ນ​ທີ່ ​ແລະ​ຈໍາ ນວນ​ຫຼາຍແມ່ນອາ​ໄສ​ຢູ່​ໃນ​ເຂດ​ຊາຍ​
ແດນຕິດກັນ​ ລະຫວ່າງ​ຫວຽດນາມກັບລາວ​ ຫຼື​ຫວຽດນາມກັບກໍາ ປູເຈຍ ຍົກ​ໂຕ​
ຢ່າງ​ສະ. ຂ້າພະ​ເຈົ້າຄິດ​ວ່າ ພວກ​ເຮົາພາກັນຍອມຮັບ​ກັນ​ຢ່າງ​ກວ້າງຂວາງວ່າ
ໃນ​ແງ່​ນິ​ເວດ​ວິທະຍາ​ແລ້ວ ເສືອແມ່ນ​ສູນພັນ​ໄປ​ແລ້ວ
ຢູ່​ໃນຫວຽດນາມ. ຄືໝາຍ​
ຄວາມ​ວ່າ​ ປະຊາກອນເສືອບໍ່​ຢູ່​ໃນສະພາບ​ທີ່​ຈະດໍາ ລົງ​ຢູ່​ຕໍ່​ໄປ​ໄດ້​ ຢ່າງຍືນ​ຍົງ
​ອີກ​ແລ້ວ.”


ການ​ລ້ຽງ​ເສືອເພື່ອ​ການ​ຄ້າ ເປັນ​ສິ່ງ​ຜິດ​ກົດໝາຍ​ໃນ​ຫວຽດນາມ ​ແຕ່ກໍ​ມີຟາ​ມ​ລ້ຽງເສືອ
ຈໍາ ນວນ​ນຶ່ງ ທີ່​ໄດ້​ຮັບ​ອະນຸຍາດໃຫ້ດໍາ​ເນີນ​ການ​ໄດ້ ​ໃນ​ຖານະ​ເປັນ​ບ່ອນອະນຸລັກ​ເສືອ. ​
ແຕ່​ ດຣ. Doak ເວົ້າ​ວ່າ ບໍ່​ມີ​ເສືອຈັກ​ໂຕ ທີ່​ຜະສົມ​ພັນ​ແລະ​ລ້ຽງ​ໃຫຍ່ແລ້ວ ຖືກ​ປ່ອຍ​ຄືນ
ເຂົ້າປ່າ​ໄປ.​ ດັ່ງ​ນັ້ນ ​ເຫດຜົນທີ່​ລ້ຽງເສືອໄວ້​ໃນ​ຟາ​ມເຫຼົ່ານັ້ນ ຈຶ່ງ​ເປັນ​ເລື້ອງທີ່​ສົງ​ໄສ​ກັນຢູ່.

​ດຣ. Doak ​ເວົ້າອີກ​ວ່າ ການ​ຄ້າຂາຍ​ເສືອ​ຈາກ​ຟາ​ມລ້ຽງນັ້ນ ຈະ​ເຮັດ​ໃຫ້​ຄວາມຮຽກຮ້ອງ
​ຕ້ອງການ​ຜະລິດ​ຕະພັນ​ເສືອ​ ມີ​ຢູ່​ຕໍ່​ໄປເລື້ອຍໆ​. ​ເຫດຜົນ​ນຶ່ງ​ທີ່​ເຮັດ​ພວກ​ເສືອ​ປ່າຕົກ​ເປັນ​
ເປົ້າ ກໍຍ້ອນ​ວ່າ ການ​ລ້ຽງເສືອ​ໃນ​ຟາ​ມນັ້ນ ສິ້ນ​ເປືອງ​ຄ່າ​ໃຊ້​ຈ່າຍຫຼາຍ.

ດຣ. Doak ​ເວົ້າ​ສະຫຼູບ​ວ່າ ການ​ສົ່ງ​ຂໍ້ຄວາມ​ໂດຍ​ກົງໄປ​ຍັງ​ພວກ​ອຸບປະ​ໂພ​ກບໍລິ​ໂພກ
ແມ່ນເປັນ​ຍຸ​ທະສາດທີ່​ດີ ​ແລະ​ໃນ​ຂະນະ​ດຽວ​ກັນ ຖ້າ​ຫາກ​ວ່າຫວຽດນາມ​ຢາກສະຫງວນ
​ຮັກສາ​ສັດ​ປ່າ ​ທີ່​ໂດດ​ເດັ່ນ​ທີ່​ສຸດຂອງ​ຕົນ​ໄວ້ແລ້ວ ລັດຖະບານ​ກໍຕ້ອງ​ປະ​ຕິ​ບັດ​ງານ​ຢ່າງ​
ຕັ້ງໜ້າ​ຫຼາຍ​ຂຶ້ນ ​ເພື່ອ​ຕິດຕາມແລະຄວບ​ຄຸມ ພວກ​ເສືອທີ່​ລ້ຽງ​ຢູ​ໃນ​ຟາ​ມເຫຼົ່າ​ນັ້ນ.

ວີດີໂອ: ເຈົ້າໜ້າທີ່ປ່າໄມ້ໄທ ພະຍາຍາມປາບ ພວກລັກລອບເຂົ້າມາລ່າເສືອ
ຈາກກໍາ ປູເຈຍ:


Elite Thai Rangers Conduct First Operation to Nab Poachers
please wait

No media source currently available

0:00 0:02:53 0:00
ລິງໂດຍກົງ
XS
SM
MD
LG