ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຫົວ​ໜ້າ​ກອງ​ທັບ ​ສ​ຫ​ລ ຄົນ​ໃໝ່ ເຂົ້າ​ຮັບ​ຕຳ​ແໜ່ງ​ ທ້າມ​ກາງ​ຄວາມ​ເຄັ່ງ​ຕຶງ ກັບ​ອີ​ຣ່ານແລະ​ ການກໍ່​ຄວາມ​ຮຸນ​ແຮງ​ຢູ່​ອັ​ຟ​ກາ​ນິ​ສ​ຖານ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳຈັບ​ມື​ຖາມ​ສະ​ບາຍ​ດີ ​ນາຍ​ພົນ​ເອກກອງ​ທັບ​ບົກ ມາກ ມີ​ລ​ລີ (Mark Milley) ໃນ​ພິ​ທີ ຕ້ອ​ນ​ຮັບ​ການ​ເຂົາ​ຮັບ​ຕຳ​ແໜ່ງ​ຂອງປະ​ທານ​ເສ​ນາ​ທິ​ການ​ຮ່ວມ​ຄົນ​ໃໝ່ ທີ່​ຈັດ​ຂຶ້ນຫ້ອງ​ປະ​ຊຸມ​ຂອງຄ້າຍ Myer-Henderson, ໃນ​ລັດ​ເວີ​ຈີ​ເນຍ, ວັນ​ທີ 30 ກັນ​ຍາ, 2019
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳຈັບ​ມື​ຖາມ​ສະ​ບາຍ​ດີ ​ນາຍ​ພົນ​ເອກກອງ​ທັບ​ບົກ ມາກ ມີ​ລ​ລີ (Mark Milley) ໃນ​ພິ​ທີ ຕ້ອ​ນ​ຮັບ​ການ​ເຂົາ​ຮັບ​ຕຳ​ແໜ່ງ​ຂອງປະ​ທານ​ເສ​ນາ​ທິ​ການ​ຮ່ວມ​ຄົນ​ໃໝ່ ທີ່​ຈັດ​ຂຶ້ນຫ້ອງ​ປະ​ຊຸມ​ຂອງຄ້າຍ Myer-Henderson, ໃນ​ລັດ​ເວີ​ຈີ​ເນຍ, ວັນ​ທີ 30 ກັນ​ຍາ, 2019

ເຈົ້າ​ໜ້າ​ທີ່​ທີ່​ເປັນ​ຫົວ​ໜ້າ​ກອງ​ທັບ​ສະ​ຫະ​ລັດທີ່​ກຳ​ລັງ​ເຂົ້າ​ຮັບ​ຕຳ​ແໜ່ງ​ໃໝ່​ນີ້​ໄດ້​ເຕືອນປະ​ເທດ​ທີ່​ເປັນ​ປໍ​ລະ​ປັກ​ກັບ​ສະ​ຫະ​ລັດ​ວ່າ "ຈົ່ງ​ຢ່າ​ໄດ້ຖື​ເບົາຄວາມຊຳນິ​ຊຳ​ນານ, ຄວາມ​ສາ​ມາດ ແລະ​ພະ​ລັງ​ໃນ​ການ​ຕໍ່​ສູ​ຂອງ​ພວກ​ເຮົາ."

​ນາຍ​ພົນ​ເອກກອງ​ທັບ​ບົກ ມາກ ມີ​ລ​ລີ (Mark Milley) ເວົ້າ​ວ່າ ສະ​ຫະ​ລັດ​ຈະ​ຍັງ​ເປັນ "ກຳ​ລັງ​ທີ່​ມີ​ພະ​ລັງ​ສູ້​ລົບ​ສູງ​ສຸດ," ຂອງ​ໂລກ​ຢູ່ ພາຍ​ຫລັງທີ່​ທ່ານໄດ້​ສາ​ບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ​ຢ່າງ​ເປັນ​ທາງ​ການ ໃນ​ນາມ​ເປັນ​ປະ​ທານ​ເສ​ນາ​ທິ​ການ​ຮ່ວມ​ຄົນ​ໃໝ່ ຢູ່ໃນ​ພິ​ທີ​ທີ່​ຈັດ​ຂຶ້ນ​ພາຍ​ໃຕ້​ການຊີ້​ນຳ​ຂອງປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ​ໃນ​ວັນ​ຈັນ​ວານນີ້.

ທ່ານ ທ​ຣຳ ກ່າວ​ວ່າ "ທ່ານ​ເໝາະ​ສົມ​ທີ່​ຈະ​ໄດ້​ຮັບ​ຕຳ​ແໜ່ງນີ້. ຂ້າ​ພະ​ເຈົ້າ​ບໍ່​ເຄີຍມີ​ຄຳ​ຖາມຈັກ​ໜ້ອຍເລີຍ​ວ່າ​ທ່ານຈະ​ບໍ່ເໝາະ​ສົມ.”

ທ່ານ ມີ​ລ​ລີ, ຊຶ່ງ​ຮຽນ​ຈົບ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ Princeton ແລະ ມະ​ຫາ​ວິ​ທະ​ຍາ​ໄລ Columbia, ເຄີຍ​ຖືກ​ສົ່ງ​ໄປ​ປະ​ຈຳ​ການ​ຢູ່​ໃນອີ​ຣັກ, ແລະ​ອັ​ຟ​ກາ​ນິ​ສຸນ, ຈະ​ກາຍ​ເປັນ​ປະ​ທານເສ​ນາ​ທິ​ການ​ຮ່ວມຢ່າງ​ເປັນ​ທາງ​ການ ໃນ​ວັນ​ອັງ​ຄານມື້ນີ້.
​ປະ​ທານເສ​ນາ​ທິ​ການ​ຮ່ວມ​ຄົນ​ປັດ​ຈຸ​ບັນ, ນາຍ​ພົນ​ເອກ​ທະ​ຫານ​ມາ​ຣິນ ໂຈ​ເຊັ​ຟ ດັນ​ຝອດ (Joseph Dunford), ໄດ້​ດຳ​ລົງ​ຕຳ​ແໜ່ງເປັນ​ຫົວ​ໜ້າກອງທັບ ​ມາ​ໄດ້ 4 ປີແລ້ວ ແລະ​ເລີ້ມອອກ​ກິນ​ເບ້ຍ​ບຳ​ນານ ພາຍ​ຫລັງ​ທີ່​ໄດ້​ຮັບ​ໃຊ້​ຢູ່​ໃນ​ກອງ​ທັບ​ມາ​ເປັນ​ເວ​ລາ​ຫລາຍກວ່າ 4 ທົດ​ສະ​ວັດ.

ຢູ່​ໃນ​ຄຳ​ປາ​ໄສ​ທີ່ກ່າວ​ຢູ່​ໃນ​ພິ​ທີ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ຈັນ​ວານນີ້, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ທ່ານມາກ ແອ​ສ​ເພີ (Mark Esper) ເວົ້າ​ວ່າ ທ່ານດັນ​ຝອດ (Dunford) ຈະ "ປະ​ມູນ​ເຊື້ອ​ຂອງ​ການ​ນຳ​ພາ​ແບບ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ການ​ສັ່ງ​ຊາ​ຕີ​ລາ​ຄາ​ທີ່​ໜັກ​ແໜ້ນ, ແລະ​ຄວາມ​ມີ​ມະ​ນຸດສະ​ທຳ​ທີ່​ຈິງ​ໃຈ ​ຈະ​ຍັງ​ຝົງ ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ພວກ​ເຮົາ ແລະ​ດົນ​ບັນ​ດານ​ໃຈ​ຂອງ​ພວກ​ເຮົາ​ໄປ​ເປັນ​ເວ​ລາ​ດົນ​ນານ ​ພາຍ​ຫລັງ​ທີ່​ທ່ານ​ໄດ້​ອອກ​ຈາກ​ຕຳ​ແໜ່ງ​ໄປ​ແລ້ວ.”

ນາຍ​ພົນ​ເອກ​ທະ​ຫານ​ມາ​ຣິນ ໂຈ​ເຊັ​ຟ ດັນ​ຝອດ, ປະ​ທານ​ເສ​ນາ​ທິ​ການ​ຮ່ວມ​ຂອງ​ສະ​ຫະ​ລັດ ທີ່​ກຳ​ລັງ​ຈະ​ອອກ​ກິນ​ເບ້ຍ​ບຳ​ນານ
ນາຍ​ພົນ​ເອກ​ທະ​ຫານ​ມາ​ຣິນ ໂຈ​ເຊັ​ຟ ດັນ​ຝອດ, ປະ​ທານ​ເສ​ນາ​ທິ​ການ​ຮ່ວມ​ຂອງ​ສະ​ຫະ​ລັດ ທີ່​ກຳ​ລັງ​ຈະ​ອອກ​ກິນ​ເບ້ຍ​ບຳ​ນານ

ໃນ​ນາມ​ທີ່​ເປັນ​ຫົວ​ໜ້າທີ່​ປຶກ​ສາທາງ​ທະ​ຫານ​ແກ່​ປະ​ທາ​ນາ​ທິ​ບໍ​ດີ, ທ່ານ ດັນ​ຝອດ ຈະ​ໄດ້​ຖືກ​ຈາ​ລຶກ​ເຖິງ​ການ​ຈັດການ​ຂອງ​ທ່ານ​ໃນເລື້ອງ​ຕໍ່​ສູ້​ຕ້ານ​ກັບ​ກຸ່ມກໍ່​ການ​ຮ້າຍ​ລັດອິ​ສ​ລາມ ຫລື IS, ເຖິງ​ການ​ປະ​ຕິ​ບັດ​ງານ​ຂອງ​ທ່ານ​ໃນ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ​ທີ່​ກຳ​ລັງ​ດຳ​ເນີນ​ໄປ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ແລະ​ການ​ເພີ້ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ກອງ​ທັບ ໃນການ​ພະ​ຍາ​ຍາມ​ທີ່​ຈະ​ຮັກ​ສາ​ຄວາມ​ນຳ​ໜ້າຂອງ​ປະ​ເທດ​ຕໍ່ຣັດ​ເຊຍ ແລະ​ຈີນ ຊຶ່ງ​ເປັນ​ຄູ່​ແຂ່ງ​ທີ່​ເກືອບ​ນຳ​ທັນນັ້ນ​ໄວ້​ໄດ້.

ພວກ​ນັກ​ຊ່ຽວ​ຊານ​ຍັງ​ໄດ້​ຍົກ​ຍ້ອງ​ເຖິງ​ຄວາມ​ສຸກ​ຂຸມ​ຂອງ​ທ່ານ ດັນ​ຝອດ, ການ​ນຳ​ພາ​ແບບ​ສະ​ເໝີ​ຕົ້ນ​ສະ​ເໝີ​ຝາຍ ໃນ​ເລື້ອງ​ເອົາ​ສ​ະ​ຫະ​ລັດ​ອອກ​ຈາກ​ຄວາມ​ຂັດ​ແຍ້ງ​ກັບ​ເກົາ​ຫລີ​ເໜືອ.

“ພວກ​ເຮົາ​ໄດ້​ຜ່ານ​ຜ່າ​ປີ 2017— ຊຶ່ງ​ເປັນ​ປີ​ທີ່ມີ​ການ​ຂັດ​ແຍ້ງ ແລະ​ການ​ກຽມ​ພ້ອມ. ຄວາມ​ໂກດ​ເຄືອງລຸກ​ຂຶ້ນ ແລະ​ຄວາມແຄ້ວນ​ເຄືອງກັນ, ປຸ່ມ​ກົດ​ຂອງ​ຂ້ອຍໃຫຍ່ກວ່າ​ປຸ່ມ​ກົດ​ຂອງ​ເຈົ້າ — ສະ​ຖາ​ນະ​ການ​ທີ່​ສ່ຽງ​ຕໍ່​ການ​ເກີດ​ສົງ​ຄາມ​ທັງ​ຫລາຍ ທັງ​ປວງ​ເຫລົ່າ​ນັ້ນ ຕ້ອງເອົາ​ຕົວ​ຢູ່​ລອດໃຫ້​ໄດ້ ແລະ​ຕ້ອງ​ປ້ອງ​ກັນ​ບໍ່​ໃຫ້​ມັນ​ດຶງ​ເອົາ​ພວກ​ເຮົາ​ເຂົ້າ​ໄປ​ສູ່​ສົງ​ຄາມ, ແລະ​ຂ້າ​ພະ​ເຈົ້າ​ຄິດ​ວ່າ ທ່ານ ດັນ​ຝອດ​ມີ​ບົດ​ບາດ​ຢູ່​ໃນ​ນັ້ນເຊັ່ນ​ກັນ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ Michael O'Hanlon ຈາກ​ສະ​ຖາ​ບັນ Brookings ທີ່​ຕັ້ງ​ຢູ່​ນະ​ຄອນ​ວໍ​ຊິງ​ຕັນ​.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG