ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານໃໝ່ຂອງໄຕ້ຫວັນ ປະເຊີນກັບຄວາມທ້າທາຍ ດ້ານນະໂຍບາຍ ແລະ ແຮງກົດດັນຈາກຈີນ


ໜັງສືພິມທ້ອງຖິ່ນລາຍງານ ກ່ຽວກັບ ໄຊຊະນະຂອງ ພັກປະຊາທິປະໄຕກ້າວໜ້າ ຫຼື DPP ທີ່ເປັນພັກລັດຖະບານ ໃນການເລືອກຕັ້ງປະທານາທິບໍດີ ເຊິ່ງຖືກຈັດຂຶ້ນຢູ່ໃນບໍລິເວນບ່ອນຮັບຕ້ອນຂອງຫ້ອງການຂອງສຳນັກງານແຫ່ງນຶ່ງ ໃນໄທເປ,​ວັນທີ 14 ມັງກອນ 2024.
ໜັງສືພິມທ້ອງຖິ່ນລາຍງານ ກ່ຽວກັບ ໄຊຊະນະຂອງ ພັກປະຊາທິປະໄຕກ້າວໜ້າ ຫຼື DPP ທີ່ເປັນພັກລັດຖະບານ ໃນການເລືອກຕັ້ງປະທານາທິບໍດີ ເຊິ່ງຖືກຈັດຂຶ້ນຢູ່ໃນບໍລິເວນບ່ອນຮັບຕ້ອນຂອງຫ້ອງການຂອງສຳນັກງານແຫ່ງນຶ່ງ ໃນໄທເປ,​ວັນທີ 14 ມັງກອນ 2024.

ບັນດາຜູ້ລົງຄະແນນສຽງໄຕ້ຫວັນ ໄດ້ມອບໄຊຊະນະຄັ້ງປະຫວັດສາດ ໃນການເລືອກຕັ້ງປະທານາທິບໍດີຂອງເກາະແຫ່ງນີ້ ໃນທ້າຍອາທິດທີ່ຜ່ານມາ ໃຫ້ພັກປະຊາທິປະໄຕ ກ້າວໜ້າ ຫຼື DPP, ເຖິງແມ່ນວ່າຈະມີແຮງກົດດັນຈາກຈີນກໍຕາມ.

ໃນຂະນະທີ່ ປະເທດປະຊາທິປະໄຕຫຼາຍປະເທດ ໃນທົ່ວໂລກ ໄດ້ສະແດງຄວາມຍິນດີກັບ ທ່ານຫລາຍ ຈິງ-ເຕ (Lai Ching-te) ທີ່ໄດ້ຮັບເລືອກເປັນປະທານາທິບໍດີ ຂອງພັກ DPP ສໍາລັບໄຊຊະນະຂອງທ່ານ ໃນວັນເສົາທີ່ຜ່ານມາ, ປັກກິ່ງອ້າງວ່າຜົນການເລືອກຕັ້ງ ບໍ່ໄດ້ສະທ້ອນເຖິງຄວາມຄິດເຫັນຂອງປະຊາຊົນສ່ວນໃຫຍ່ໃນໄຕ້ຫວັນ ແລະເນັ້ນຫນັກວ່າ ໄຕ້ຫວັນຍັງຄົງເປັນບັນຫາພາຍໃນຂອງຈີນ.

ສະຫະລັດ, ສະຫະພາບຢູໂຣບ, ສະຫະຣາຊະອານາຈັກ ແລະການາດາ ຕ່າງກໍສະ ແດງຄວາມຍິນດີກັບພັກ DPP ສໍາລັບໄຊຊະນະ, ໂດຍໂຄສົກກະຊວງການຕ່າງ ປະເທດສະຫະລັດ ໄດ້ຍ້ອງຍໍປະຊາຊົນໄຕ້ຫວັນ ທີ່ "ສະແດງໃຫ້ເຫັນຄວາມແຂງແກ່ນ" ຂອງລະບົບປະຊາທິປະໄຕ ທີ່ເຂັ້ມແຂງຂອງເກາະແຫ່ງນີ້.

ໃນ​ການ​ຕອບ​ໂຕ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ ໄດ້ສະແດງໃຫ້ເຫັນວ່າ​ຂໍ້​ຄວາມ​ຂອງ​ວໍ​ຊິງ​ຕັນ​ວ່າ ​ເປັນ​ການ​ລະ​ເມີດ​ຫຼັກ​ການ​ຈີນ​ດຽວ​ ແລະ​ກ່າວ​ວ່າ​ຄວາມ​ຈິງ​ພື້ນ​ຖານ​ທີ່​ວ່າໄຕ້​ຫວັນ​ເປັນ​ສ່ວນນຶ່ງ​ຂອງ​ຈີນ​ ຈະ​ບໍ່​ມີ​ການ​ປ່ຽນ​ແປງ.

ຈີນ​ຖື​ວ່າ​ໄຕ້​ຫວັນ ​ເປັນ​ແຂວງ​ທີ່​ດື້ດຶງເອົາແຕ່ໃຈ ​ແລະ​ບໍ່​ເຄີຍ​ປະຕິເສດ ການໃຊ້​ກຳລັງ​ເພື່ອ​ເຂົ້າ​ຄວບ​ຄຸມ​ຢ່າງ​ເຕັມ​ສ່ວນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG