ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີລາຍງານ 5 ກໍລະນີໃໝ່ ທີ່ສົງໄສວ່າ ຕິດເຊື້ອໄວຣັສ ອີໂບລາ ໃນ ສປ ຄອງໂກ


DRC Ebola
please wait
Embed

No media source currently available

0:00 0:01:28 0:00

ອົງການຂ່າວຝຣັ່ງ ຫຼື AFP ລາຍງານວ່າ ມີ 5 ກໍລະນີໃໝ່ ທີ່ສົງໄສວ່າ ກ່ຽວຂ້ອງກັບເຊື້ອ
ໄວຣັສ ຮ້າຍແຮງ ອີໂບລາ ຢູ່ໃນສາທາລະນະລັດ ປະຊາທິປະໄຕ ຄອງໂກ.

AFP ໄດ້ລາຍງານໃນວັນເສົາວານນີ້ ວ່າ ທາງການສາທາລະນະສຸກ ຂອງ ສປ ຄອງໂກ
ໄດ້ບັນທຶກ ສອງກໍລະນີໃໝ່ ຂອງການເຈັບປ່ວຍ ໃນພື້ນທີ່ຂອງເມືອງ ວອນກາຕາ ແລະ
ສາມກໍລະນີໃໝ່ ຢູ່ໃນເມືອງ ບີໂກໂຣ. ທັງສອງພື້ນທີ່ດັ່ງກ່າວ ແມ່ນຢູ່ໃນແຂວງ ອີກົວເຕີ
ທາງພາກຕາເວັນຕົກສຽງເໜືອ ຂອງປະເທດ.

ການແຜ່ລະບາດຄັ້ງໃໝ່ຂອງ ໄວຣັສອີໂບລາ ໄດ້ຖືກປະກາດຄັ້ງທຳອິດ ໃນເມືອງ
ບີໂກໂຣ ຂອງ ສປ ຄອງໂກ ເມື່ອວັນທີ 8 ພຶດສະພາ ຜ່ານມານີ້. ຕັ້ງແຕ່ນັ້ນມາ ມີ 50
ກໍລະນີ ຂອງການຕິດເຊື້ອດັ່ງກ່າວ ໄດ້ຖືກລາຍງານ ໂດຍ ໃນ 25 ກໍລະນີຂອງຈຳນວນ
ດັ່ງກ່າວ ໄດ້ນຳໄປສູ່ການເສຍຊີວິດ.

ອັນນີ້ ເປັນການລະບາດຂອງເຊື້ອໄວຣັສ ທີ່ຮ້າຍແຮງທີ່ສຸດ ຕັ້ງແຕ່ມີການລະບາດຄັ້ງ
ໃຫຍ່ ຢູ່ໃນເຂດອາຟຣິກາ ຕາເວັນຕົກ ທີ່ໄດ້ສິ້ນສຸດລົງ ໃນປີ 2016 ຫຼັງຈາກທີ່ ມີຫຼາຍ
ກວ່າ 28,600 ຄົນໄດ້ຕິດເຊື້ອໄວຣັສນັ້ນ.

ໃນວັນທີ 30 ພຶດສະພາ ຜ່ານມານີ້ ອົງການອະນາໄມໂລກ ຫຼື WHO ໄດ້ກ່າວວ່າ ມີ
ການຢັ້ງຢືນ 37 ກໍລະນີ ຂອງການຕິດເຊື້ອໄວຣັສ ແລະ 13 ກໍລະນີ ອາດຢູ່ໃນປະເທດ
ສປ ຄອງໂກ ນັບຕັ້ງແຕ່ການລະບາດໄດ້ເລີ້ມຕົ້ນຂຶ້ນ. ເຊື້ອໄວຣັສ ທີ່ອອກລິດຢ່າງວ່ອງ
ໄວນີ້ ໄດ້ສັງຫານ ພວກຄົນປ່ວຍຍ້ອນມັນ ປະມານເຄິ່ງນຶ່ງ ໃນການລະບາດທີ່ເກີດຂຶ້ນ
ຢູ່ນີ້.

ໃນຄະນະດຽວກັນ ອົງການ WHO ກໍໄດ້ມີສ່ວນພົວພັນ ໃນການພະຍາຍາມ ທີ່ຈະສ້າງ
ຢາວັກຊີນປ້ອງກັນໄວຣັສ ອີໂບລາ ເຊິ່ງໄດ້ລະບາດຂຶ້ນເປັນຄັ້ງທີ 9 ຢູ່ໃນ ສປ ຄອງໂກ
ນັບຕັ້ງແຕ່ມັນໄດ້ຖືກຄົ້ນພົບ ໃນຊ່ວງປີ 1970 ເປັນຕົ້ນມາ. ເມື່ອວັນສຸກຜ່ານມານີ້ ທ່ານ
ປີເຕີ ຊາລາມາ ຫົວໜ້າ​ຮັບມື ກັບເຫດການ​ສຸກ​ເສີນ​ຂອງ​ອົງການ​ອະນາ​ໄມ​ໂລກ ໄດ້
ບອກ ວີໂອເອ ວ່າ ທີມສັກຢາປ້ອງກັນເຊື້ອໄວຣັສ ໄດ້ທຳການສັກຢາວັກຊີນ ໃຫ້ແກ່
ພວກຄົນ ປະມານ 500 ຄົນ ຜູ້ທີ່ໄດ້ສຳພັດກັບ ກໍລະນີຂອງອີໂບລາ ທີ່ໄດ້ຖືກພົບເຫັນ
ເມື່ອບໍ່ດົນມານີ້ ຢູ່ໃນເມືອງຫຼວງ ເອັມບານດາກາ ຂອງແຂວງ ອີກົວເຕີ.

ມາເຖິງເວລານີ້ ທ່ານໄດ້ກ່າວວ່າ ປາກົດວ່າ ເຊື້ອໄວຣັສທີ່ຕິດແປດໄດ້ງ່າຍທີສຸດນີ້ ບໍ່ໄດ້
ແຜ່ກະຈາຍໄປໃນຕົວເມືອງເທື່ອ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG