ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສີ່​ຄົນ​ເສຍ​ຊີວິດ ໃນເຫດ​ວາງ​ ລະ​ເບີດສະລະ​ຊີບ​ ໃນອີຣັກ (ສະໄລດ໌)


ເຈົ້າໜ້າທີ່ພົນລະເຮືອນ ແລະກໍາລັງຮັກສາຄວາມປອດໄພ ກໍາລັງກວດກາເບິ່ງ ບ່ອນຖືກໂຈມຕີດ້ວຍລະເບີດລົດ ທີ່ເມືອງ Kirkuk ໃນອີຣັກ.
ເຈົ້າໜ້າທີ່ພົນລະເຮືອນ ແລະກໍາລັງຮັກສາຄວາມປອດໄພ ກໍາລັງກວດກາເບິ່ງ ບ່ອນຖືກໂຈມຕີດ້ວຍລະເບີດລົດ ທີ່ເມືອງ Kirkuk ໃນອີຣັກ.
ມີສີ່​ຄົນ​ເສຍ​ຊີວິດ ຫລັງ​ຈາກຄົນ​ວາງ​ລະ​ເບີດສະລະ​ຊີບ​ຄົນ​ນຶ່ງ​
ໄດ້​ທໍາ​ການ​ໂຈມ​ຕີ ກໍາລັງ​ທີ່ໜູນ​ຫລັງ​ໂດຍ​ລັດຖະບານ ​ໃນ​ວັນ
​ຈັນ​ມື້​ນີ້.

ການໂຈມ​ຕີ​ເກີດ​ຂື້ນ​ທີ່​ເມືອງ Taji ທີ່​ຕັ້ງ​ຢູ່ທາງ​ທິດ​ເໜືອ​ຂອງ
ນະຄອນ ຫລວງ Baghdad ​ໃນ​ຂະນະ​ທີ່​ກອງ​ກໍາລັງ​ດັ່ງກ່າວ
​ພາກັນ​ໄປ​ຮັບ​ເອົາເງິນ​ເດືອນຂອງ​ເຂົາ​ເຈົ້າ ຢູ່​ຫ້ອງການແຫ່ງ
​ນຶ່ງ. ຢ່າງ​ໜ້ອຍ 20 ຄົນ​ໄດ້​ຮັບ​ບາດ​ເຈັບ​ ​ໃນ​ເຫດ​ລະ​ເບີດ.

ການ​ໂຈມ​ຕີ​ເກີດ​ຂື້ນ​ມື້​ນຶ່ງ ​ຫລັງ​ຈາກຢ່າ​ງໜ້ອຍ 15 ຄົນ​ໄດ້​ຖືກ
ສັງຫານ ​ແລະ 150 ຄົນ​ໄດ້​ຮັບ​ບາດ​ເຈັບ ໃນ​ການ​ໂຈມ​ຕີຕໍ່ກອງ​
ບັນຊາ​ການ​ຕໍາຫລວດ ​ໃນ​ເມືອງ Kirkuk ທາງພາກ​ເໜືອ​ຂອງ
ອິຣັກ ທີ່​ເຈົ້າ​ໜ້າ​ທີ່​ຕໍາຫລວດເວົ້າ​ວ່າ ​ເປັນ​ຝີ​ມື​ຂອງຜູ້​ໂຈມ​ຕີ​ສະລະ
ຊິ​ບ​ຄົນ​ນຶ່ງທີ່​ໃຊ້​ລະ​ເບີດ​ລົດ ​ໂດຍ​ມີພວກ​ມື​ປືນ​ຈໍານວນ​ນຶ່ງ ທີ່​ປອມ​ໂຕ​ເປັນຕໍາຫລວດປະກອບ
ສ່ວນ​ນໍາ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລະ​ເບີດ​ລົດ​ໄດ້​ທໍາລາຍ​ຕຶກອາຄານ​ແລະ​ຮ້ານ​ຄ້າ​ ທີ່ຢູ່​ໃກ້ຫລາຍ​ຫລັງ. ລາຍ​ງານ​ຂ່າວ​ບາງ​ກະ​ແສ​ເວົ້າວ່າ ມີ​ການ​ເສຍ​ຊີວິດ​ ​ຫລາຍ​ກວ່າ 30 ຄົນ ໃນ​ການ​ໂຈມ​ຕີ​ເມື່ອວັນ​ອາທິດນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG