ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານພອມພຽວ ລັດຖະມົນຕີຕ່າງປະເທດ ສຫລ ຄົນໃໝ່ເລີ້ມເຮັດວຽກ ໂດຍທັນທີ່


Pompeo Bussels
please wait
Embed

No media source currently available

0:00 0:00:22 0:00

ລັດຖະມົນ​ຕີ​ຕ່າງປະ​ເທດສະຫະລັດຄົນ​ໃໝ່ ​ທ່ານໄມ​ຄ໌ ພອມພຽວ ທີ່​ຫາ​ກໍ​ສາບານ​ໂຕ
ເຂົ້າ​ຮັບ​ຕຳ​ແໜ່​ງ ​ໄດ້ເດີນ​ທາງເປັນ​ເທື່ອ​ທຳ​ອິດ ​ໃນ​ນາມ​ຫົວໜ້ານັກ​ການ​ທູດສະຫະລັດ
​ ມຸ້ງໜ້າ​ສູ່​ກອງ​ປະຊຸມບັນດາ​ລັດຖະມົນຕີຕ່າງປະເທດ ຂອງ ອົງການ NATO ​ໃນ​ນະ
ຄອນບຣັສ​ເຊີ​ລສ໌ ​ແລະ​ຫຼັງ​ຈາກ​ນັ້ນ ​ກໍໄດ້ເດີນທາງ​ໄປ ສູ່ພາກ​ຕາ​ເວັນ​ອອກ​ກາງ. ທ່ານ​
ໄດ້​ຂຶ້ນ​ເຮືອບິນ 2 ຊົ່ວໂມງຫຼັງ​ຈາກໄດ້​ຮັບການ
ຢືນຢັນ ກ່ຽວກັບການແຕ່ງຕັ້ງທ່ານ​ດ້ວຍການ​ລົງ​ຄະ​ແນນ​ສຽງ​ຢູ່ທີ່​ສະພາ​ສູງ. ຊິນ​ດີ ​ເຊ​ນ
ນັກ​ຂ່າວ ວີ​ໂອ​ເອ ມີ​ລາຍ​ງານ​ເພີ້​ມ​ເຕີມ​ຈາກ ວໍ​ຊິງ​ຕັນ ຊຶ່ງກິ່ງ​ສະຫວັນ ຈະ​ນຳ​ມາສະ
​ເໜີ​ທ່ານ.

ລັດຖະມົນຕີ​ຕ່າ​ງປະ​ເທດ​ສະຫະລັດ ທີ່ຖືກແຕ່ງຕັ້ງໃໝ່ ທ່ານ​ໄມຄ໌ ພອມ ພຽວ ບໍ່​ໄດ້​ຊັກ
​ຊ້າ​ເສຍ​ເວລາ​ໃ​ນການ​ເລີ້ມ​ເຮັດ​ວຽກ ​ໃນ​ຂະນະ​ທີ່ໂຄສົກກະຊວງ​ຕ່າງປະ​ເທດ ທ່ານ​ນາງ
ແຮ​ເຕີ ນາວ​ເອີ​ດສ໌ ​ໄດ້​ອະທິບ​າຍກ່ອນເຮືອບິນຂຶ້ນ​ວ່າ:

“ລັດຖະມົນຕີ​ຕ່າງປະ​ເທດ ທ່ານ​ໄມຄ໌ ພອມ​ພຽວ ຫາ​ກໍ​ໄດ້​ສາບານ​ໂຕ​ເຂົ້າ​ຮັບ​ຕຳ​
ແໜ່​ງ ​ບໍ່ເທົ່າ​ໃດ​ຊົ່ວ​ໂມງ​ທີ່​ຜ່າ​ນມາ​ ​ໂດຍ​ຜູ້​ພິພາກສາ​ ອາລີ​ໂຕ ຢູ່​ສານ​ສູງ​ສຸດ ບໍ່​ດົນ
​ຫຼັງ​
ຈາ​ກທ່ານ​ໄດ້​ຮັບການ​ຢືນຢັນ​ຈາກ​ສະພາ​ສູງ. ບໍ່​ມີ​ລັດຖະມົນຕີ​ຕ່າງປະ​ເທດ​ຄົນ
ໃດ ​ໃນ​ປະຫວັດສາດຫວ່າງ​ມໍ່ໆ​ມາ​ນີ້ ​ທີ່ໄດ້​ອອກ​ເດີນທາງ​ ຢ່າງ​ວ່ອງ​ໄວ​ຄື​ກັນ
ກັບ​ທ່ານ.”

ອະດີດ​ຫົວໜ້າ​ອົງການ​ສືບ​ລັບຊີໄອເອ ທ່ານ​ໄມຄ໌ ພອ​ມ​ພຽວ ​ໄດ້​ສາ​ບາ​ນ​ໂຕ​ເຂົ້າ ຮັບ​
ຕໍາ​ແໜ່​ງ ຫຼັງຈາກການລົງຄະແນນສຽງທີ່ມີ​ການ​ແບ່ງ​ແຍກ​ລົງ​ຢູ່ໃນ​ສະພາ​ສູງ ​ເພື່ອ​ຮັບ
ຮອງ​ເອົາ​ຜູ້ທີ່ຖືກ​ສະ​ເໜີ ​ຂອງປະທານາທິບໍດີ​ດໍ​ໂນ​ລ ທຣໍາ​ ​ໂດຍ​ສະມາ ຊິກ​ພັກຣີພັບ
​ບລິ​ກັນ​ທັງ​ໝົດ ທີ່ສະໜັບສະ​ໜູນທ່ານ ແລະ​ ສະມາຊິກ​ພັກ​ເດ​ໂມ​ແຄຣັດທັງໝົດ ຍົກເວັ້ນແຕ່ສະມາຊິກພັກເດໂມແຄຣັດ 6 ຄົນ​ ແລະສະມາຊິກ ທີ່ບໍ່ສັງກັດພັກຄົນນຶ່ງ
​ໄດ້​ຄັດ​ຄ້ານ.

ສະມາຊິກ​ສະພາ​ສູງພັກຣີພັບ​ບລິ​ກັນ​ ທ່ານ​ເບັນ ​ແຊ​ສຊີ ກ່າວ​ວ່າ “​ມີ​ບັນດາ​ສະມາຊິກ
​ສະພາ​ສູງ​ຄົນ​ໃດ ​ບໍ່ຢູ່​ໃນ​ຫ້ອງ​ນີ້​ປາດ​ຖະໜາ​ທີ່​ຈະ​ລົງ​ຄະ​ແນນ​ສຽງ ຫຼືປາດ​ຖະໜາ​ທີ່​
ຈະ​ປ່ຽນ​ການ​ລົງ​ຄະ​ແນ​ນສຽງ​ເຂົາ​ເຈົ້າ? ຖ້າ​ບໍ່​ດັ່ງ​ນັ້ນມີ​ຜູ້​ເຫັນ​ພ້ອມຢູ່ 57 ສຽງ ​ແລະ
​ມີຜູ້ບໍ່​ເຫັນ​ພ້ອມຢູ່ 42 ສຽງ​. ການສະ​ເໜີ​ໄດ້​ຮັບ​ການ​ຢືນຢັນ.”

ຜູ້ນຳສະພາ​ສູງສຽງ​ສ່ວນ​ຫຼາຍ ທ່ານ​ມິ​ສຈ໌ ​ແມັກຄອນແນ​ລ ​ໄດ້ຍ້ອງຍໍ​ທ່ານ​ພອມ​ພຽວ
ຜູ້​ທີ່​ໄດ້​ພົບ​ປະ​ກັບ​ຜູ້ນຳ​ເກົາຫຼີ​ເໜືອ ທ່ານ​ກິມ ຈົງ​ອຶນ ຢູ່​ໃນ​ການ​ເດີນທາງທີ່​ປິດ​ລັບ.

ທ່ານແມັກ​ຄອນ​ແນ​ລ ກ່າວ​ວ່າ “ທ່ານ​ໄດ້ເປັນທີ່ເຊື່ອ​ຖື ​ແລະໄວ້​ເນື້ອ​ເຊື່ອ​ໃຈຂອງ​ປະ
ທານາທິບໍດີ ​ໂດຍໄດ້ໃຫ້ການ​ແນະນຳ ​ກ່ຽວກັບ​ບັນ​ຫາ​ທີ່​ສຳຄັນຕ່າງໆ ​ແລະ​ຊ່ວຍ​ນຳ
ພາການດຳເນີນ​ຄວາມ​ພະຍາ​ຍາມ ​ເພື່ອ​ວາງ​ພື້ນຖານໃຫ້​ແກ່​ການ​ເຈລະ ຈາ ທີ່​ແນ
​ໃສ່​ເພື່ອເຮັດໃຫ້ແຫຼມ​ເກົາຫຼີເປັນເຂດປອດນິວເຄລຍ."

​ແຕ່​ວ່າ​ບັນດາ​ສະມາຊິກ​ສະພາ​ສູງພັກ​ເດໂມ​ແຄຣັດ ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ວ່າ ທ່ານ
​ພອມ​ພຽວ ອາດ​ຈະ​ໃກ້​ຊິດເກີນໄປ​ກັບ​ທ່ານ​ທຣໍາ ​ແລະອາດຕັດສິນໃຈໄວເກີນໄປກ່ຽວກັບ
ການນຳໃຊ້ ​ການ​ແກ້​ໄຂ​ທາງດ້ານ​ທະຫານ ​ກ່ອນ​ດ້ານ​ການ​ທູດ.

ສະມາຊິກ​ສະພາ​ສູງ​ພັກ​ເດ​ໂມ​ແຄຣັດ ທ່ານ​ເບັນ ຄາ​ດິນ ກ່າວ​ວ່າ “ທ່ານ​ຕ້ອງ​ເປັນ​ປາກ
​ສຽງ​ ທີ່ເປັນອິດສະຫຼະ​ຢູ່​ໃນ​ທຳນຽບຂາວ. ຂ້າພະເຈົ້າ​ມີ​ຄຳ​ຖາມ​ຢູ່​ວ່າ ທ່ານຈະ​ເປັນ​
ປາກ​ສຽງທີ່ເປັນອິດສະຫຼະໄດ້ຫຼືບໍ່. ທ່ານ​ຕ້ອງໄດ້ພົວ​ພັນ​ກັບ​ພັນທະ​ມິດ​ຂອງ​ພວກ​
ເຮົານັ້ນ​ແມ່ນ​ວິ​ທີການເຮັດ​ວຽກ​ທາງ​ການ​ທູດ. ທ່ານ​ຕ້ອງ​ເປັນ​ຄົນ​ທີ່​ມີ​ປາກ​ສຽງ​ດັງ​ທີ່​
ສຸດ​ໃນດ້ານການ​ທູດ ​ແລະ​ຄວາ​ມໝັ້ນຄົງ​ຂອງ​ປະ​ເທດ​ເຮົາ​ໃນ​ການນຳ​ໃຊ້​ເຄື່ອງມື ທີ່​
ວ່າ​ກຳລັງທະຫານ ແມ່ນເປັນສິ່ງສຸດ​ທ້າຍ ທີ່ຈະມີການນຳໃຊ້.”

ຫຼັງ​ຈາກ​ອງປະຊຸ​ມອົງການ NATO ທ່ານ​ພອມ​ພຽວຈະ​ເດີນທາງ​ໄປພາກ​ຕາ​ເວັນ​ອອກ​”
ກາງ ບ່ອນ​ທີ່​ຂໍ້​ຕົກລົງ​ນິວ​ເຄລຍກັບອີຣ່ານຈະ​ເປັນ​ເລື່ອງ​ສຳຄັນ​ສຸດ​ໃນ​ລາຍ​ການ​ປະຊຸມ
ຂອງ​ທ່ານ ກັບ​ບັນ​ດາ​ຜູ້ນຳຊາ​ອຸ​ດີ ອິສຣາ​ແອ​ລ ​ແລະ​ຈໍ​ແດັນ.

XS
SM
MD
LG