ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດແຜ່ນດີນໄຫວ ຮ້າຍແຮງໃໝ່ອີກ ທີ່ພາກເໜືອ ອີຕາລີ (ສະໄລດ໌)


ໂບດແຫ່ງນຶ່ງທີ່ຖືກຫັກພັງ ຍ້ອນແຜ່ນດີນໄຫວຮ້າຍແຮງ ໃນເຂດພາກເໜືອຂອງປະເທດອີຕາລີ ໃນຕອນເຊົ້າມືດຂອງວັນ ອັງຄານມື້ນີ້.
ໂບດແຫ່ງນຶ່ງທີ່ຖືກຫັກພັງ ຍ້ອນແຜ່ນດີນໄຫວຮ້າຍແຮງ ໃນເຂດພາກເໜືອຂອງປະເທດອີຕາລີ ໃນຕອນເຊົ້າມືດຂອງວັນ ອັງຄານມື້ນີ້.

ໄດ້​ເກີດ​ແຜ່ນ​ດິນ​ໄຫວ​ຮ້າຍ​ແຮງ​ອີກ​ຄັ້ງ​ນຶ່ງ ​ໃນ​ເຂດ​ພາກ​ເໜືອ​ຂອງ​ປະ​ເທດ​ອີ​ຕາ​ລີ
ບ່ອນ​ດຽວ​ກັນ​ກັບທີ່​ຖືກ​ທໍາລາຍ​ເສຍ​ຫາຍ​ໜັກ ຍ້ອນ​ແຜ່ນດິນ​ໄຫວ​ເມື່ອ​ພຽງ​ອາທິດ
​ກ່ວາໆ​ຜ່ານ​ມາ.

ກົມ​ສໍາ​ຫລວດ​ທໍລະນີວິທະຍາ​ຂອງ​ສະຫະລັດ​ກ່າວ​ວ່າ ​ແຜ່ນດິນ​ໄຫວ​ແຮງ​ຂະໜາດ
5.8 ຣິກ​ເຕີ ​ໄດ້​ປະ​ທະ​ເຂດ​ດັ່ງກ່າວ​ຂອງ​ອິຕາ​ລີ​ໃນ​ຕອນ​ເຊົ້າ​ມື​ວັນ​ອັງຄານ​ມື້​ນີ້ ຊຶ່ງ​ມີ​
ຈຸດ​ສູນ​ກາງ​ ຢູ່​ຫ່າງ​ຈາກ​ເມືອງ​ໂບ​ໂລ​ຍາ ປະມານ 40 ຫລັກ ​ໄປ​ທາງ​ທິດຕາ​ເວັນ​ຕົກ
​ສຽງ​ເໜືອ​ໃນ​ເຂດ ​Emilia-Romagna. ລາຍ​ງານ​ຂ່າວ​ທ້ອງ​ຖິ່ນເວົ້າ​ວ່າ ມີ​ຢ່າງ​ນ້ອຍ
9 ຄົນ​ເສຍ​ຊີວິດ ​ແລະ​ເຊື່ອ​ກັນ​ວ່າມີ​ອີກ​ຈໍານວນຫລາຍ ຖືກ​ທັບ​ຖົມ​ຢູ່​ກ້ອງ​ຊາກ​ຕຶກ
​ອາຄານ​ແລະ​ບ້ານ​ເຮືອນທີ່​ພັງ​ລົງ​ມາ. ກ່າວ​ກັນ​ວ່າ ​ແຮງ​ແຜ່ນດິນ​ໄຫວ​ໃນ​ມື້​ນີ້ ຮູ້ສຶກ
​ກັນ​ໄປ​ທົ່ວ​ສ່ວນ​ໃຫຍ່​ຂອງ ​ຂດ​ພາກ​ກາງ​ແລະ​ພາກ​ເໜືອ​ຂອງ​ອີ​ຕາ​ລີ.

​ແຜ່ນດິນ​ໄຫວ ​ແຮງ​ຂະໜາດ 6 ຈຸດຣິກ​ເຕີ ​ໄດ້​ປະ​ທະ​ເຂດ​ດຽວ​ກັນ​ນີ້ ​ເມື່ອ​ວັນ​ທີ
20 ພຶດສະພາ ​ເຮັດ​ໃຫ້ 7 ຄົນ​ເສຍ​ຊີວິດ ທໍາລາຍ​ໂຮງ​ຈັກ​ໂຮງງານ​ແລະໂບດ​ເກົ່າແກ່ ​
ແລະ​ສົ່ງ​ຜົນ​ໃຫ້​ປະຊາຊົນ​ຫລາຍ​ສິບ​ຄົນ​ບໍ່​ມີ​ເຮືອນ​ຢູ່​ອາ​ໄສ. ນອກ​ນີ້​ແລ້ວ ຍັງ​ໄດ້​ສ້າງ
​ຄວາມ​ເສຍ​ຫາຍ ຫລາຍ​ລ້ານ ​ໂດ​ລາ ​ໃຫ້​ແກ່​ພາກສ່ວນ​ກະ​ເສດ​ຂອງ​ຂົງ​ເຂດ​ນັ້ນ
​ຂອງ​ອີ​ຕາ​ລີ ທີ່​ມີ​ຊື່​ສຽງ​ຍ້ອນ ​ເ​ນີຍ​ແຂງ Pamigiano Reggiano.

XS
SM
MD
LG