ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລາວຄົນໃໝ່ວ່າລາຍຮັບ ຂອງລັດຖະບານທີ່ເພີ້ມຂຶ້ນ ບໍ່ໄດ້ຊ່ວຍປະຊາຊົນປານໃດ


ການຂຸດຄົ້ນແຮ່ທອງແດງແຫ່ງນຶ່ງຢູ່ເມືອງເຊໂປນ ທີ່ເປັນແຫລ່ງຊັບ
ພະຍາກອນແຫລ່ງນຶ່ງທີ່ສ້າງລາຍຮັບສ່ວນໃຫຍ່ໃຫ້ລັດຖະບານລາວ
ການຂຸດຄົ້ນແຮ່ທອງແດງແຫ່ງນຶ່ງຢູ່ເມືອງເຊໂປນ ທີ່ເປັນແຫລ່ງຊັບ ພະຍາກອນແຫລ່ງນຶ່ງທີ່ສ້າງລາຍຮັບສ່ວນໃຫຍ່ໃຫ້ລັດຖະບານລາວ

ນາຍົກລັດຖະມົນຕີຄົນໃໝ່ຂອງລາວເນັ້ນຢໍ້າວ່າ ລາຍຮັບຂອງລັດຖະບານລາວມີທ່າອ່ຽງເພີ້ມ ຂຶ້ນຢ່າງຕໍ່ເນື່ອງ ແຕ່ລາຍໄດ້ສະເລ່ຍທີ່ແທ້ຈິງຂອງປະຊາຊົນລາວສ່ວນໃຫຍ່ນັ້ນຍັງຕໍ່າຫລາຍ.

ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີຄົນໃຫມ່ຂອງລາວ ໄດ້ຖະແຫຼງເນັ້ນຢໍ້າວ່າ
ການຂຸດຄົ້ນແຫລ່ງລາຍຮັບຂອງລັດຖະບານລາວໃນປັດຈຸບັນເຖິງແມ້ວ່າ ຈະມີທ່າອ່ຽງເພີ່ມ
ຫຼາຍຂຶ້ນຢ່າງຕໍ່ເນື່ອງກໍຕາມ ຫາກແຕ່ກໍເປັນລາຍຮັບທີ່ເພີ່ມຂຶ້ນຈາກການຂຸດຄົ້ນແຫລ່ງຊັບ
ພະຍາກອນທຳມະຊາດເປັນສ່ວນໃຫຍ່ ເຊັ່ນ ການຂຸດຄົ້ນບໍ່ແຮ່ ການຂຸດຄົ້ນໄມ້ ແລະການ
ກໍ່ສ້າງເຂື່ອນຜະລິດກະແສໄຟຟ້າເພື່ອສົ່ງອອກ ເປັນຕົ້ນ.

ແມ່ແລະລູກນ້ອຍທີ່ເປັນ ສອງຄົນຢູ່ໃນກຸ່ມປະຊາ ຊົນສ່ວນໃຫຍ່ທີ່ທຸກຈົນ ໃນລາວ
ແມ່ແລະລູກນ້ອຍທີ່ເປັນ ສອງຄົນຢູ່ໃນກຸ່ມປະຊາ ຊົນສ່ວນໃຫຍ່ທີ່ທຸກຈົນ ໃນລາວ

ຊຶ່ງແນ່ນອນວ່າລາຍຮັບທີ່ເພີ່ມຂຶ້ນດັ່ງກ່າວນີ້ຍ່ອມຈະເຮັດໃຫ້
ສາມາດສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວໄດ້ເພີ່ມຂຶ້ນ
ເຊັ່ນດຽວກັນ. ຫາກແຕ່ວ່າໃນຄວາມເປັນຈິງແລ້ວ ລາຍໄດ້ທີ່
ເພີ່ມຂຶ້ນດັ່ງກ່າວນີ້ກໍ່ເປັນພຽງການສະເລ່ຍຢ່າງສະເໝີພາບກັນ
ໂດຍບໍ່ມີການແບ່ງແຍກລະຫວ່າງຄົນຮັ່ງກັບຄົນທຸກຍາກແຕ່
ຢ່າງໃດ ຈຶ່ງຖືເປັນກໍລະນີທີ່ຍັງບໍ່ມີຄວາມສອດຄ່ອງກັບສະ
ພາບການທີ່ເປັນຈິງຢູ່ໃນລາວ. ດັ່ງທີ່ ທ່ານທອງສິງ ໄດ້ໃຫ້
ການຢືນຢັນ ແລະອະທິບາຍເຖິງສະພາບການທີ່ເກີດຂຶ້ນນັ້ນ
ໃນຕອນນຶ່ງວ່າ:

"ພວກເຮົາມີລາຍຮັບຍອດຜະລິດຕະພັນພາຍໃນເພີ່ມ
ຂຶ້ນແມ່ນຍ້ອນການຂຸດຄົ້ນແຫລ່ງຊັບພະຍາກອນ ແລະ ການນຳໃຊ້ໂຄງການ
ໃຫຍ່ ຕົວຢ່າງຄືເຂື່ອນໄຟຟ້ານໍ້າຕົກ ແລະການຂຸດຄົ້ນບໍ່ແຮ່
. ອັນນີ້ເປັນລາຍ
ຮັບ ທີ່ເພີ່ມຂຶ້ນຫຼາຍແທ້ ແຕ່ລາຍຮັບຕົວຈິງຂອງປະຊາຊົນ ແຕ່ລະຄອບຄົວ
ທີ່ຢູ່ຕົວເມືອງ ແລະຊົນນະບົດ ຕົວນີ້ຍັງເພີ່ມຂຶ້ນບໍ່ທັນໄດ້ຫຼາຍ ບໍ່ທັນເທົ່າໃດ
ອັນນີ້ຍັງເປັນອັນ​ອ່ອນອັນນຶ່ງທີ່ຕີລາຄາເປັນບັນຫາສຳຄັນ”

ທ່ານ ທອງສິງ ໄດ້ຖືກເລືອກໃຫ້ເປັນນາຍົກລັດຖະມົນຕີຄົນໃໝ່ຂອງລາວ ໃນລະຫວ່າງກອງ
ປະຊຸມສະໄໜສາມັນຄັ້ງ ທີ່10 ຂອງສະພາແຫ່ງຊາດລາວຊຸດທີ່ 6 ໃນຕອນແລງຂອງວັນທີ່
23 ທັນວາ ໂດຍເປັນມື້ດຽວກັນກັບການຂໍລາອອກຈາກຕຳແໜ່ງນາຍົກລັດຖະມົນຕີຂອງ
ທ່ານ ບົວສອນ ບຸບຜາວັນ ແລະການມີມະຕິຕົກລົງດັ່ງກ່າວຂອງສະພາແຫ່ງຊາດ ກໍ່ເປັນໄປ
ຕາມການນຳສະເໜີຂອງທ່ານ ຈູມມະລີ ໄຊຍະສອນ, ປະທານປະເທດລາວ ແລະພ້ອມ
ກັນນັ້ນ ກອງປະຊຸມກໍ່ຍັງໄດ້ມີມະຕິແຕ່ງຕັ້ງໃຫ້ ທ່ານນາງ ປານີ ຢາທໍຕູ້ ເປັນປະທານສະພາ
ແຫ່ງຊາດລາວຄົນໃຫມ່ແທນທ່ານ ທອງສິງ ອີກດ້ວຍ.

ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີຄົນ ໃໝ່ຂອງລາວ
ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີຄົນ ໃໝ່ຂອງລາວ

ທ່ານ ທອງສິງ ໃນຖານະນາຍົກລັດຖະມົນຕີຄົນໃໝ່ຂອງ
ລາວໄດ້ໃຫ້ການຢືນຢັນວ່າ ທ່ານຈະປະຕິບັດໜ້າທີ່ຢ່າງດີ
ທີ່ສຸດ ດ້ວຍການປະຕິບັດຕາມກົດໝາຍຢ່າງເຄັ່ງຄັດ ມີ
ຄວາມໂປ່ງໃສ ມີເອກກະພາບ ແລະເສີມສ້າງເງື່ອນໄຂ
ສະດວກໃຫ້ແກ່ພາກທຸລະກິດ ການຄ້າ ການລົງທຶນ
ຮວມ​ເຖິງການພັດທະນາ ເພື່ອຍົກ​ລະດັບຄວາມເປັນຢູ່
ທີ່ດີຂຶ້ນຂອງປະຊາຊົນລາວບັນດາເຜົ່າທີ່ມີຄວາມສະເໝີ
ພາບກັນພາຍໃຕ້ກົດໝາຍ.

ໃນປັດຈຸບັນ ທ່ານ ທອງສິງ ມີອາຍຸໄດ້ 66 ປີ. ທ່ານເກີດຢູ່
ໃນເຂດເມືອງວຽງທອງ ແຂວງຫົວພັນໃນປີ 1944, ເປັນຄົນ
ລາວລຸ່ມ, ຈົບການສຶກສາລະດັບມັດທະຍົມ ແລະຈົບຫຼັກສູດ
ທິດສະດີການເມືອງຊັ້ນສູງ ໂດຍເຂົ້າຮ່ວມໃນຂະບວນການ
ປະຕິວັດເມື່ອປີ 1959 ຫຼືເມື່ອມີອາຍຸໄດ້ພຽງແຕ່ 15 ປີເທົ່າ
ນັ້ນ ແລະຕໍ່ມາໃນປີ 1967 ກໍ່ໄດ້ເປັນສະມາຊິກພັກປະຊາຊົນປະຕິວັດລາວ.

ທ່ານ ທອງສິງ ເຄີຍເປັນແພດທະຫານ ປະຈຳການຢູ່ບັ້ນສູ້ລົບທີ່ຊາຍແດນລາວກັບຫວຽດ
ນາມໃນຊ່ວງປີ 1959-1960 ຫຼັງຈາກນັ້ນ ກໍ່ໄດ້ເຂົ້າຮັບການຝຶກອົບຮົມດ້ານວັດທະນາທໍາ ແລະເຕີບໂຕໃນສາຍງານໃນດ້ານການສຶກສາ ຈົນໄດ້ເປັນລັດຖະມົນຕີວ່າການກະຊວງວັດ
ທະນາທຳໃນຊ່ວງປີ 1983-1988 ແລະກໍ່ໄດ້ເປັນຜູ້ຮັກສາການປະທານສະພາປະຊາຊົນ
ສູງສຸດໃນປີ 1991-1992.

ທ່ານ ທອງສິງ ໄດ້ເປັນກຳມະການກົມການເມືອງສູນ​ກາງພັກ ນັບຕັ້ງແຕ່ປີ 1991 ເປັນ
ຕົ້ນມາ ແລະໄດ້ຮັບຕຳແໜ່ງເປັນເຈົ້າຄອງກຳແພງນະຄອນວຽງຈັນໃນຊ່ວງປີ 2002-
2006 ຕິດຕາມດ້ວຍການໄດ້ຮັບຕໍາແຫນ່ງປະທານສະພາແຫ່ງຊາດລາວ ຊຸດທີ່ 6 ໃນປີ
2006 ຈົນເຖິງວັນທີ່ 23 ທັນວາ 2010 ທີ່ຜ່ານມານີ້.

ທ່ານ ທອງສິງ ທໍາມະວົງ ນາຍລັດຖະມົນຕີຄົນໃຫມ່ຂອງລາວ ໄດ້ຖະແຫຼງເນັ້ນຍໍ້າວ່າການຂຸດຄົ້ນແຫ່ງລາຍຮັບຂອງ ລັດຖະບານລາວໃນປັດຈຸບັນເຖິງແມ້ວ່າຈະມີທ່າອ່ຽງເພີ່ມຫຼາຍຂື້ນຢ່າງຕໍ່ເນື່ອງກໍຕາມ ຫາກແຕ່ກໍເປັນລາຍຮັບທີ່ເພີ່ມ ຂື້ນຈາກການຂຸດຄົ້ນແຫ່ງສັບພະຍາກອນທຳມະຊາດເປັນສ່ວນໃຫຍ່ ເຊັ່ນ ການຂຸດຄົ້ນບໍ່ແຮ່ ການຂຸດຄົ້ນໄມ້ ແລະ ການກໍ່ສ້າງເຂື່ອນຜະລິດກະແສໄຟຟ້າເພື່ອສົ່ງອອກ ເປັນຕົ້ນ.

ຊຶ່ງແນ່ນອນວ່າລາຍຮັບທີ່ເພີ່ມຂື້ນດັງກ່າວນີ້ ຍ່ອມຈະເຮັດໃຫ້ສາມາດສະເລຍເປັນລາຍໄດ້ຂອງປະຊາຊົນລາວໄດ້ ເພີ່ມຂື້ນເຊັ່ນດຽວກັນ. ຫາກແຕ່ວ່າໃນຄວາມເປັນຈິງແລ້ວລາຍໄດ້ທີ່ເພີ່ມຂື້ນດັງກ່າວນີ້ກໍ່ເປັນພຽງການສະເລຍຢ່າງ ສະເໝີພາດກັນ ໂດຍບໍ່ມີການແບ່ງແຍກລະຫວ່າງຄົນຮັ່ງກັບຄົນທຸກຍາກແຕ່ຢ່າງໃດ ຈິງຖືເປັນກໍລະນີທີ່ຍັງບໍ່ມີຄວາມ ສອດລ້ອງກັບສະພາບການທີ່ເປັນຈິງຢູ່ໃນລາວ

ດັງທີ່ ທ່ານທອງສິງ ໄດ້ໃຫ້ການຢືນຢັນ ແລະອະທິບາຍເຖິງສະພາບການທີ່ເກີດຂື້ນນັ້ນໃນຕອນນຶ່ງວ່າ:

ພວກເຮົາມີລາຍຮັບຍອດຜະລິດໄຟພາຍໃນເພີ່ມຂື້ນແມ່ຍ້ອນການຂຸດຄົ້ນແຫ່ງສັບພະຍາກອນ ແລະການນຳໃຊ້ໂຄງ ການໃຫມ່ ຕົວຢ່າງຄືເຄື່ອນໄຟຟ້ານໍ້າຕົກ ແລະການຂຸດຄົ້ນບໍ່ແຮ່. ອັນນີ້ເປັນລາຍຮັບທີ່ເພີ່ມຂື້ນຫຼາຍແທ້ ແຕ່ລາຍຮັບ ຕົວຈິງຂອງປະຊາຊົນ ແຕ່ລະຄອບຄົວ ທີ່ຢູ່ຕົວເມືອງ ແລະຊົນນະບົດ ຕົວນີ້ຍັງເພີ່ມຂື້ນບໍ່ທັນໄດ້ຫຼາຍ ບໍ່ທັນເທົ່າໃດ ອັນນີ້ຍັງເປັນ ອັນນຶ່ງທີ່ຕີລາຄາເປັນປັນຫາສຳຄັນ”

ທ່ານ ທອງສິງ ໄດ້ຖຶກເລືອກໃຫ້ເປັນນາຍລັດຖະມົນຕີຄົນໃຫມ່ຂອງລາວ ໃນລະຫວ່າງກອງປະຊຸມສະໄໜສາມັນຄັ້ງ ທີ່ 10 ຂອງສະຖານແຫ່ງຊາດລາວຊຸດທີ່ 6 ໃນຕອນແລງຂອງວັນທີ່ 23 ທັນວາ ໂດຍເປັນມື້ດ່ຽວກັນກັບການຂໍລາ ອອກຈາກຕຳແໜ່ງນາຍລັດຖະມົນຕີຂອງ ທ່ານບົວສອນ ບຸບຜາວັນ ແລະການມະຕິຕົກລົງດັງກ່າວຂອງສະພາແຫ່ງ ຊາດ ກໍ່ເປັນໄປຕາມການນຳສະເໜວຂອງ ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດລາວ ແລະພ້ອມກັນນັ້ນ ກອງປະຊຸມກໍ່ຍັງໄດ້ມີມະຕິແຕ່ງຕັ້ງໃຫ້ ທ່ານນາງ ປານີ ຍາທໍຕູ້ ເປັນປະທານສະພາແຫ່ງຊາດລາວຄຄົນໃຫມ່ແທນ ທ່ານ ທອງສິງ ອີກດ້ວຍ.

ທ່ານ ທອງສິງ ໃນຖານະນາຍລັດຖະມົນຕີຄົນໃຫມ່ຂອງລາວ ໄດ້ໃຫ້ການຢືນຢັນວ່າ ທ່ານຈະປະຕິບາດໜ້າທີ່ຢ່າງດີ ທີ່ສຸດ ດ້ວຍການປັດຕິບັດຕາມກົດໝາຍຢ່າງເຄັ່ງຄັດ ມີຄວາມໂປ່ງໃສ ມີເອກກະພາບ ແລະເສີມສ້າງເງື່ອນໄຂ ສະດວກ ໃຫ້ກັບພາກທຸລະກິດ ການຄ້າ ການລົງທຸນ ຮວມມືການພັດຖະນາ ເພື່ອກະດັບຄວາມເປັນຢູ່ທີ່ດີຂື້ນ ຂອງປະຊາຊົນລາວບັນດາເຜົ່າທີ່ມີຄວາມສະເໜີພາບກັນພາຍໃຕ້ກົກໝາຍ.

ໃນປັດຈຸບັນ ທ່ານ ທອງສິງ ມີອາຍຸໄດ້ 66 ປີ ໂດຍທ່ານເກີດຢູ່ໃນເຂດເມືອງວຽງທອງ ແຂວງຫົວພັນໃນປີ 1944 ເປັນຄົນລາວລຸ່ນ ຈົບການສຶກສາລະດັບມັດຖະຍົມ ແລະຈົບຫຼັກສູບທິດສະດີການເມືອງຂັ້ນສູງ ໂດຍເຂົ້າຮ່ວມໃນ ຂະບວນການປະຕິວັດເມື່ອປີ 1959 ຫຼືເມື່ອມີອາຍຸໄດ້ພຽງແຕ່ 15 ປີເທົ່ານັ້ນ ແລະຕໍ່ມາໃນປີ 1967 ກໍ່ໄດ້ເປັນສະ ມາຊິກພັກປະຊາຊົນປະວິວັດລາວ.

ທ່ານ ທອງສິງ ເຄີເປັນທະຫານແພດປະຈຳການຢູ່ນັ້ນສູ້ຮັບທີ່ຊາຍແດນລາວກັບຫວຽດນາຍໃນຊ່ວງປີ 1959-1960 ຫຼັງຈາກກໍ່ໄດ້ເຂົ້າຮັບການຝຶກອົບຮົມດ້ານວັດທະນາທຳ ແລະເຕີບໂຕໃນສາຍງານໃນດ້ານການສຶກສາ ຈົນໄດ້ເປັນ ລັດຖະມົນຕີວ່າການກະຊວງວັດທະນາທຳ ໃນຊ່ວງປີ 1983-1991 ແລະກໍ່ໄດ້ເປັນຜູ້ຮັກສາການ ປະທານສະພາປະຊາຊົນສູງສຸດໃນປີ 1991-1992.

ທ່ານ ທອງສິງ ໄດ້ເປັນກຳມະການກົມການເມືອງພັກ ນັບຕັ້ງແຕ່ປີ 1991 ເປັນຕົ້ນມາ ແລະໄດ້ຮັບຕຳແໜ່ງ ເຈົ້າ ກອງ ກຳແພງນະຄອນວຽງຈັນໃນຊ່ວງປີ 2002-2006 ຕິດຕາມດ້ວຍການໄດ້ຮັບຕໍາແຫນ່ງ ປະທານສະພາແຫ່ງ ຊາດລາວ ຊຸດທີ່ 6 ໃນປີ 2006 ຈົນເຖິງວັນທີ່ 23 ທັນວາ 2010 ທີ່ຜ່ານມາ.

XS
SM
MD
LG