ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ມາລີ ຄົນໃໝ່ ສາບານໂຕ ເຂົ້າຮັບຕໍາແໜ່ງ (ວີດິໂອ)


ທ່ານ Ibrahim Boubacar Keita ​ໄດ້​ສາ​ບານ​ໂຕ​ ເຂົ້າ​ຮັບ​ຕໍາ​ແໜ່ງ​ເປັນ ປະທານາທິບໍດີ ຄົນ​ໃໝ່​ຂອງ ມາລີ
ທ່ານ Ibrahim Boubacar Keita ​ໄດ້​ສາ​ບານ​ໂຕ​ ເຂົ້າ​ຮັບ​ຕໍາ​ແໜ່ງ​ເປັນ ປະທານາທິບໍດີ ຄົນ​ໃໝ່​ຂອງ ມາລີ
ທ່ານ Ibrahim Boubacar Keita ​ໄດ້​ສາ​ບານ​ໂຕ​ເຂົ້າ​ຮັບ​ຕໍາ​
ແໜ່ງ​ເປັນ ປະທານາທິບໍດີ ຄົນ​ໃໝ່​ຂອງ ມາລີ ຫລັງ​ຈາກ​ໄດ້​ຮັບ
ໄຊຊະນະ​ໃນການ​ເລືອກ​ຕັ້ງ​ຄັ້ງ​ທໍາ​ອິດຂອງ​ປະ​ເທດ ນັບ​ແຕ່​ມີ​
ການ​ລັດຖະປະຫານ​ໃນ​ປີ​ແລ້ວ​ນີ້.

ທ່ານ Keita ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ທີ່​ຈະ​ປ້ອງ​ກັນ​ແລະຮັກສາ
ຄວາມ​ກ້າວໜ້າ​ດ້ານ​ປະຊາທິປະ​ໄຕ ທີ່ມາລີ​ໄດ້​ຮັບ​ມານັ້ນ ​
ແລະ​ ສ້າ​ງສາ​ຄວາມ​ເປັນ​ເອກ​ຊາດ​ກັນ​ຂອງ​ຊາດ ຄືນ​ມາ​ໃໝ່
ຢູ່​ໃນ​ພິທີ ນ້ອຍໆ​ໃນ​ວັນ​ພຸດ​ວານ​ນີ້ ​ໃນ​ເມືອງ​ຫລວງ Bamako.

ປະທານາທິບໍດີຄົນ​ໃໝ່ ຍັງ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ທີ່​ຈະ​ຕໍ່ສູ້​ກັບ​ການ​ສໍ້​ລາດ​ບັງ​ຫລວງໂດຍ
​ກ່າວ​ວ່າ ຈະບໍ່​ມີ​ຜູ້​ໃດ ​ຮັ່ງມີ​ຈາກເງິນ​ຂອງ​ຫລວງອີກ.

ບັນດາ​ແຂກ​ທີ່​ເຂົ້າ​ຮ່ວມໃນ​ພິທີ ມີຮວມທັງຄູ່ແຂ່ງຂອງທ່ານKeita ຄື​ທ່ານ Soumaila
Cisse ​ແລະ​ຜູ້​ນໍາ​ຊົ່ວຄາວ​ທີ່​ພົ້ນຈາກ​ຕໍາ​ແໜ່​ງ ທ່ານ Dioncounda Traore ຜູ້​ທີ່ທ່ານ
Keitaໄດ້ຄໍານັບຊົມ​ເຊີຍ ​ທີ່​ໄດ້​ຮັກສາ​ໃຫ້​ປະ​ເທດດໍາລົງ​ຄົງ​ຢູ່​ຕໍ່​ມາ​ໄດ້ ຕໍ່ໜ້າການທ້າ
ທາຍນາໆ​ປະການ.

ພິທີ​ສະຫລອງ​ການເຂົ້າ​ຮັບ​ຕໍາ​ແໜ່​ງຢ່າງ​ເປັນ​ກຽດ ທີ່​ຈ​ະ​ມີບັນດາ​ຜູ້​ນໍາໂລກ​ທັງຫລາຍ
ເຂົ້າຮ່ວມ​ນໍາ​ນັ້ນ​ ຄາດ​ວ່າ​ຈະ​ມີ​ຂື້ນ​ໃນທ້າຍ​ເດືອນ​ນີ້.

ທ່ານ Keita ຊຶ່ງ​ຄັ້ງ​ນຶ່ງ​ໄດ້​ເປັນ​ນາຍົກລັດຖະມົນຕີ ​ແລະ​ອະດີດປະທານສະພາ​ແຫ່ງຊາດ ​
ໄດ້​ຮັບໄຊຊະນະໃນການເລືອກ​ຕັ້ງຮອບ​ສຸດ​ທ້າຍ ​ໃນ​ວັນ​ທີ 11 ​ເດືອນ​ສິງຫາ ​ໂດຍ​ໄດ້ຮັບ​
77 ​ເປີ​ເຊັ​ນ ຂອງບັດຄະ​ແນນ​ສຽງທັງ​ໝົດ. ​ໄຊຊະນະ​ຂອງທ່ານ​ແມ່ນ​ຍາດ​ມາ​ໄດ້ ດ້ວຍການ
​ສະ​ໜັບສະ​ໜູນ​ຈາກບັນດາ​ຜູ້​ນໍາ​ດ້ານ​ສາສະໜາ ທະຫານ ​ແລະ​ບັນດາຄູ່​ແຂ່ງໃນຮອບທໍາ​ອິດ.

ທ່ານປະ​ເຊີ​ນໜ້າ​ກັບວຽກອັນ​ຫຍຸ້ງຍາກ​ໃນ​ການ​ທ້ອນ​ໂຮມ ມາລີ ຫລັງ​ຈາກ 20 ​ເດືອນ
ຂອງ​ຄວາມບໍ່​ສະຫງົບ ທີ່​ຮວມທັງການ​ກະບົດ ຂອງເຜົ່າ Tuareg ການ​ໂຄນ​ລົ້ມປະທາ
ນາທິບໍດີ AmadouToure ​ແລະ​ການ​ເຂົ້າ​ຄວບ​ຄຸມ​ເອົາ​ພາກ​ເໜືອ ​ໂດຍກຸ່ມ​ຫົວ​ຕໍ່ສູ້
ອິສລາມ ​ທີ່​ຕໍ່​ມາ​ໄດ້​ຖືກ​ຂັບ​ໄລ່​ໜີ ​ໃນ​ການ​ປະຕິບັດ​ງານ​ໂຈມ​ຕີ​ທີ່​ນໍາພາໂດຍ ທະຫານ​ຝຣັ່ງ.

mali
please wait
Embed

No media source currently available

0:00 0:00:46 0:00
XS
SM
MD
LG