ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໂຄງການລິເລີ້ມໃໝ່ ສໍາລັບຮັກສາເດັກນ້ອຍ ທີ່ເຈັບປ່ວຍດ້ວຍມະເຮັງ ແບບບໍ່ເສຍຄ່າ ໃນບັນດາປະເທດທີ່ກໍາລັງພັດທະນາ


ເດັກນ້ອຍທີ່ເຈັບປ່ວຍດ້ວຍໂຣກມະເຮັງເມັດເລືອດຂາວ (Leukemia) ໄດ້ຮັບການຮັກສາທີ່ພະແນກເນື້ອງອກວິທະຍາຂອງໂຮງໝໍໃນນະຄອນຫຼວງຊານາອາ, ຂອງເຢເມນ ເນື່ອງໃນວັນມະເຮັງໂລກ, ວັນທີ 4 ກຸມພາ 2021.
ເດັກນ້ອຍທີ່ເຈັບປ່ວຍດ້ວຍໂຣກມະເຮັງເມັດເລືອດຂາວ (Leukemia) ໄດ້ຮັບການຮັກສາທີ່ພະແນກເນື້ອງອກວິທະຍາຂອງໂຮງໝໍໃນນະຄອນຫຼວງຊານາອາ, ຂອງເຢເມນ ເນື່ອງໃນວັນມະເຮັງໂລກ, ວັນທີ 4 ກຸມພາ 2021.

ອົງການອະນາໄມໂລກ ຫຼື WHO ແລະໂຮງໝໍການຄົ້ນຄວ້າວິໄຈເດັກນ້ອຍ ເຊັນ໌ທ ຈູດ (St. Jude), ເຊິ່ງເປັນສູນມະເຮັງຊັ້ນນໍາໃນສະຫະລັດອາເມຣິກາ ມີແຜນທີ່ຈະສະໜອງການບຳບັດຮັກສາໂຣກມະເຮັງສໍາລັບເດັກນ້ອຍໃນບັນດາປະເທດທີ່ກໍາລັງພັດທະນາ ທີ່ເຈັບປ່ວຍດ້ວຍໂຣກນີ້ໂດຍບໍ່ເສຍຄ່າໃຊ້ຈ່າຍ. ລິຊາ ສະໄລນ໌ ມີລາຍງານໃຫ້ VOA ຈາກນະຄອນ ເຈນີວາ, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໂຣກມະເຮັງ ເປັນສາເຫດສໍາຄັນຂອງການເສຍຊີວິດຢູ່ໃນທົ່ວໂລກ, ໂດຍສັງຫານຊີວິດຜູ້ຄົນເປັນຈໍານວນປະມານ 10 ລ້ານຄົນຕໍ່ປີ. ຈາກການປະເມີນຂອງອົງການອະນາໄມໂລກ, ເດັກນ້ອຍປະມານ 400,000 ຄົນໃນທົ່ວໂລກ ເປັນມະເຮັງໃນທຸກໆປີ, ໂດຍເກືອບ 100,000 ຄົນກໍາລັງຈະເສຍຊີວິດ.

ໂຣກມະເລັງສ່ວນໃຫຍ່ທີ່ຖືກພົບໃນເດັກນ້ອຍຫຼາຍທີ່ສຸດລວມມີ ມະເຮັງເມັດເລືອດຂາວ, ມະເຮັງສະໝອງ ແລະເນື້ອງອກ. ອົງການ WHO ລາຍງາຍວ່າ ເດັກນ້ອຍເກືອບ ນຶ່ງໃນສິບທີ່ເປັນມະເຮັງ ແມ່ນອາໄສຢູ່ໃນບັນດາປະເທດທີ່ມີລາຍໄດ້ໜ້ອຍ ແລະ ປານກາງ.

ທ່ານ ອານເດຣ ອິລບາວີ (Andre Ilbawi), ຫົວໜ້າພະແນກໂຣກມະເຮັງຂອງກົມໂຣກທີ່ບໍ່ຕິດຕໍ່ກັນໄດ້ຂອງອົງການ WHO ກ່າວວ່າ: ປະມານ 80 ເປີເຊັນຂອງເດັກນ້ອຍຜູ້ທີ່ເປັນມະເຮັງຢູ່ໃນບັນດາປະເທດທີ່ມີລາຍໄດ້ສູງ ແມ່ນສາມາດລອດຊີວິດ. ເຊິ່ງທ່ານໄດ້ຮ້ອງສິ່ງນີ້ວ່າ ຄວາມສໍາເລັດຄັ້ງສໍາຄັນ ແລະ ເປັນການພັດທະນາຂຶ້ນໃນຊ່ວງຫຼາຍທົດສະວັດທີ່ຜ່ານມາ.

ໂດຍທ່ານ ອິລບາວີ ກ່າວວ່າ:

“ແຕ່ຄວາມກ້າວໜ້ານັ້ນ ຍັງບໍ່ເກີດຂຶ້ນກັບເດັກນ້ອຍຜູ້ທີ່ອາໄສຢູ່ໃນປະເທດທີ່ມີລາຍໄດ້ຕໍ່າ ແລະປານກາງ, ເຊິ່ງ 30 ເປີເຊັນ ຫຼືໜ້ອຍກວ່ານັ້ນ ຈະລອດຊີວິດຈາກການປິ່ນປົວ. ສາເຫດສໍາຄັນອີກອັນນຶ່ງກໍເພາະວ່າ ຂາດການເບິ່ງແຍງເອົາໃຈໃສ່ຂັ້ນພື້ນຖານ ຫຼື ບໍ່ສາມາດເຂົ້າເຖິງການຮັກສາໄດ້, ແລະ ຢາກໍ່ເປັນແກນສໍາຄັນຂອງການຮັກສາມະເຮັງໃນເດັກນ້ອຍເຫຼົ່ານັ້ນ.”

ອົງການ WHO ແລະ ໂຮງໝໍ ເຊັນ໌ທ ຈູດ ໄດ້ຮ່ວມມືກັນເພື່ອປ່ຽນແປງສະຖານະການ. ພວກເຂົາໄດ້ສ້າງຕັ້ງຖານນະໂຍບາຍ ທີ່ຈະເພີ້ມການເຂົ້າເຖິງຢາຮັກສາໂຣກມະເຮັງສໍາລັບເດັກນ້ອຍໃນທົ່ວໂລກໄດ້ຢ່າງຫຼວງຫຼາຍ.

ເພື່ອເລີ້ມຕົ້ນໂຄງການນີ້, ໂຮງໝໍ ເຊັນ໌ທ ຈູດ ໄດ້ທໍາການລົງທຶນເປັນເວລາ 6 ປີ ໂດຍໄດ້ຕັ້ງກອງທຶນຈໍານວນ 200 ລ້ານໂດລາ. ທ່ານ ອິລບາວີ ກ່າວວ່າ ເງິນໃນຂັ້ນຕົ້ນຈະຈັດຫາຢາຕ່າງໆໃຫ້ກັບ 12 ປະເທດໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ, ເຊິ່ງຈະເປັນສ່ວນນຶ່ງໃນໂຄງການທົດລອງເປັນເວລາສອງປີ. ທ່ານກ່າວວ່າ ລັດຖະບານຈະມີສ່ວນຮ່ວມໃນການເບິ່ງແຍງເດັກນ້ອຍ ແລະໃນການຈັດເລືອກຢາຕ່າງໆທີ່ຈໍາເປັນ.

ເຊິ່ງ ທ່ານ ອິລບາວີ ກ່າວວ່າ:

“ຈາກຈຸດນັ້ນ, ພວກເຮົາຈະດໍາເນີນງານກັບບັນດາປະເທດຄູ່ພາຄີ ເພື່ອໃຫ້ໝັ້ນໃຈວ່າ ຢາຕ່າງໆເຫຼົ່ານັ້ນ ຈະສົ່ງເຖິງຢ່າງປອດໄພ ແລະມີປະສິດທິພາບກັບເດັກນ້ອຍທີ່ມີຄວາມຕ້ອງການ. ເມື່ອເວລາຜ່ານໄປ, ໂຄງການດັ່ງກ່າວນີ້ຈະເພີ້ມຂຶ້ນເປັນ 50 ປະເທດ ຫຼືຫຼາຍກວ່ານັ້ນພາຍໃນ 6 ປີ. ນີ້ໝາຍຄວາມວ່າ ເກືອບໝົດທຸດຄົນຂອງຈໍານວນເດັກນ້ອຍໃນທົ່ວໂລກ, ໂດຍສະເພາະຢ່າງຍິ່ງ ກັບບັນດາປະເທດທີ່ມີລາຍໄດ້ຕໍ່າ ແລະ ປານກາງເຫຼົ່ານັ້ນ ຈະໄດ້ຮັບຜົນປະໂຫຍດຈາກແຜນນະໂຍບາຍດັ່ງກ່າວນີ້.”

ແຜນນະໂຍບາຍໃໝ່ນີ້ ມີຈຸດມຸ້ງໝາຍເພື່ອຈັດຫາຢາຮັກສາໂຣກມະເຮັງທີ່ປອດໄພ ແລະມີປະສິດທິພາບໃຫ້ແກ່ເດັກນ້ອຍປະມານ 120,000 ຄົນໃນລະຫວ່າງປີ 2022 ຫາ 2027. ບັນດາພັນທະມິດທາງດ້ານສຸຂະພາບກ່າວວ່າ ໂຄງການນີ້ຈະເພີ້ມຂະໜາດຂຶ້ນ ເພື່ອລວມຜູ້ຮັບຜົນປະໂຫຍດຫຼາຍຂຶ້ນໃນອະນາຄົດຂ້າງໜ້າ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG