ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກສຶກສາທີ່ຮຽນຈົບໃໝ່ ມີໂອກາດໜ້ອຍ ທີ່ຈະໄດ້ວຽກງານ ທ້າມກາງໂຄວິດ-19


ປ້າຍສະຖາບັນການສຶກສາ ຄະນະເສດຖະສາດ ແລະບໍລິຫານ ທຸລະກິດ.
ປ້າຍສະຖາບັນການສຶກສາ ຄະນະເສດຖະສາດ ແລະບໍລິຫານ ທຸລະກິດ.

ລະດູການສອບເສັງຈົບຊັ້ນຂອງນັກຮຽນນັກສຶກສາຢູ່ໃນລາວ ແລະບັນຍາກາດ ການຮັບ
ໃບປະກາດສະນີຍະບັດທີ່ເຕັມໄປດ້ວຍຄວາມຊົມຊື່ນດີໃຈນໍາກັນຂອງບັນດາຄອບຄົວ
ແລະໝູ່ເພື່ອນຂອງນັກສຶກສາຈົບໃໝ່ ຫາກໍ່ຜ່ານໄປ ເມື່ອບໍ່ນານມານີ້ ແຕ່ວ່າທ້າມກາງ
ໂຄວິດ-19 ທີ່ຍັງແຜ່ລະບາດຢ່າງໜັກ ໄດ້ສົ່ງຜົນກະທົບໃສ່ເສດຖະກິດໄປທົ່ວໂລກ
ລວມທັງ ສປປ ລາວຢູ່ນີ້ ນັກສຶກສາຈົບໃໝ່ ທີ່ບໍ່ມີຜູ້ເອື້ອອໍານວຍຄວາມສະດວກໃຫ້
ຖືກບັນຈຸເປັນພະນັກງານລັດ ທີ່ຕາມປົກກະຕິກໍຈະພົບຄວາມຫຍຸ້ງຍາກໃນການຊອກ
ຫາວຽກເຮັດງານທໍາຢູ່ແລ້ວ ນັ້ນ ກໍຍິ່ງມີຄວາມຫວັງໜ້ອຍລົງໄປອີກ. ກິ່ງສະຫວັນ ມີ
ລາຍລະອຽດ ກ່ຽວກັບ ເລື້ອງນີ້ຈາກ ນັກຂ່າວຂອງພວກເຮົາມາສະເໜີທ່ານໃນອັນ
ດັບຕໍ່ໄປ.

ເຊີນຊົມວີດີໂອ
please wait

No media source currently available

0:00 0:01:07 0:00
ລິງໂດຍກົງ

ໃນຊ່ວງເດືອນມິຖຸນາ ຫາເດືອນກໍລະກົດ ເປັນລະດູການແຫ່ງການປິດສົກສຶກສາພາຍ
ຫລັງທີ່ມີການສອບເສັງຈົບຊັ້ນຂອງນັກຮຽນ ນັກສຶກສາໃນທຸກລະດັບຢູ່ທົ່ວ ສປປ ລາວ.
ບັນຍາກາດການເສັງຈົບຊັ້ນ ແລະພິທີຮັບໃບປະກາດສະນີຍະບັດຕ່າງໆ ທີ່ເຕັມປ່ຽມໄປ
ດ້ວຍຄວາມຊົມຊື່ນດີໃຈຂອງນັກສຶກສາຈົບໃໝ່ ກໍຄື ຂອງຄອບຄົວ ແລະໝູ່ເພື່ອນກໍຄ່ອຍໆ
ຈາງຫາຍໄປພ້ອມກັບວັນເວລາ ແລະປະສົບ ການຕົວຈິງໃນການຊອກຫາວຽກເຮັດງານ
ທໍາ. ປົກກະຕິແລ້ວນັກສຶກສາທີ່ ຮຽນຈົບໃໝ່ບໍ່ວ່າຢູ່ໃນສັງຄົມໃດ ກໍມັກຈະປະສົບຄວາມ
ຫຍຸ້ງຍາກໃນການຊອກວຽກ ເຮັດຢູ່ແລ້ວ ເວັ້ນເສຍແຕ່ມີກໍລະນີພິເສດ. ແລະກໍລະນີພິເສດ
ນີ້ ຢູ່ໃນແຕ່ລະປະເທດກໍອາດຈະແຕກຕ່າງກັນໄປ. ສ່ວນຢູ່ລາວ ຊຶ່ງເປັນປະເທດທີ່ມີເສດ
ຖະກິດຂະໜາດນ້ອຍ, ພາກເອກະຊົນຍັງບໍ່ເຂັ້ມແຂງ ແລະບໍ່ມີການຜະລິດອຸດສາຫະກໍາ
ຂະໜາດໃຫຍ່ນັ້ນ, ກໍລະນີພິເສດກໍຄືການມີຄອບຄົວ, ຍາດຕິພີ່ນ້ອງ ຫລື ເພື່ອນຝູງທີ່ມີ
ເງື່ອນໄຂອໍານວຍຄວາມສະດວກໃນການເຂົ້າບັນຈຸເປັນລັດຖະກອນໄດ້ ເຖິງແມ່ນວ່າ ໃນ
ແຕ່ລະກະຊວງ ຫລືອົງການລັດຕ່າງໆ ຈະມີໂກຕາ ແລະຮຽກຮ້ອງໃຫ້ມີການສອບເສັງເອົາ
ຄົນເກັ່ງເຂົ້າໄປເປັນພະນັກງານ ກໍຕາມ ດັ່ງການໃຫ້ສໍາພາດຂອງເຈົ້າໜ້າທີ່ຂັ້ນສູງທ່ານ
ນຶ່ງໃນກະຊວງສຶກສາ ແລະກິລາ ທີ່ກ່າວ ເຖິງການຊັບຊ້ອນນັກສຶກສາຮຽນຈົບໃໝ່ໃນໄລ
ຍະນີ້ວ່າ:

“ດຽວນີ້ບໍ່ມີນະບໍ່ມີຄືແຕ່ກີ້ໄດ໋. ແລ້ວທໍ່ນັ້ນລະ ມີແຕ່ໄປເສັງເຂົ້າແຕ່ລະກະຊວງຫັ້ນຫລະ!
ຄັນເຂົາປະກາດຄື ທະນະຄານການຄ້າ ມັນປະກາດຈັ່ງຊີ້ ກໍມີແຕ່ໄປເສັງເຂົ້າ, ບໍ່ມີໂກ
ຕາຢາຍເຂົ້າຄືໄທເຮົາໄດ້ ບໍ່ມີ, ບໍ່ມີລະດຽວນີ້ໜະ. ມີແຕ່ເສັງລູກດຽວ. ຄືຢູ່ສຶກສານີ້ ເຂົາ
ຊິເອົາລັດຖະກອນໃໝ່ຈັ່ງຊີ້ ມັນກະແມ່ນກະຊວງພາຍໃນ ແບ່ງໂກຕາໃຫ້, ກະຊວງເຈົ້າ
ມີຄົນຢູ່ໃນຫັ້ນ ສີ່ຮ້ອຍປາຍຄົນຈັ່ງຊີ້. ດຽວນີ້ອອກກິນເບ້ຍບໍານານໄປແລ້ວ 50 ຄົນ, ຊິ
ມາທົດແທນໜີ້ ມີຈັກໂກຕາ? ເອີມີ 20 ຄົນ ຈັ່ງຊີ້ນໜີ້ ເຂົາກະປະກາດລົງໜັງສືພິມ. ກະ
ມາເອົາຟອມໄປ ລະກະໄປເສັງຫັ້ນໜ໋າ. ກະຊວງໃດກະຄືກັນ ກະຊວງການເງິນກະຄື
ກັນ ຄັນກະຊວງພາຍໃນບໍ່ແບ່ງໂກຕາ ໃຫ້ ລະແມ່ນບໍ່ໄດ້. ບໍ່ຄືແຕ່ກີ້ໄດ໋ ຈົບກະໄດ້ແຕ່|
ຈົບ ເວລາເສັງພຸ້ນລະມັນລອບບີ້ກັນ ຄົນເພີ່ນຄົນໂຕ ແມ່ນຕອນນັ້ນຫັ້ນແຫລະ.”

ເຊັ່ນດຽວກັນ ພະນັກງານຂັ້ນສູງໃນກະຊວງສຶກສາ ແລະກິລາອີກທ່ານນຶ່ງ ທີ່ໄດ້ຕິດຕາມ
ເບິ່ງກັນຊັບຊ້ອນນັກສຶກສາເຂົ້າເປັນພະນັກງານໃນອົງການລັດຕ່າງໆ ກໍໃຫ້ຄໍາເຫັນວ່າ:

ບ່ອນໃດເຂົາແຈ້ງການ ຢາກຮັບກະມີແຕ່ໄປເສັງນໍາເຂົາ. ບາດນັ້ນ ເຂົາຈຶ່ງວິ້ງເຕັ້ນຫາ
ຜູ້ຮູ້
, ຜູ້ຈັກຊັ້ນໄດ໋ ບາດນີ້ໜະ. ເວົ້າຢູ່ດອກວ່າ ບໍ່ໃຫ້ວິ້ງເຕັ້ນ ແຕ່ກະລັກເຮັດຢູ່ຊັ້ນລະໂດຍ
ສະເພາະລູກຫລານຜູ້ໃຫຍ່ແຮ່ງເອົາກັນດີ ກະຊວງເຮົາໜີ້ກະມີ
. ເວົ້າຢູ່ວ່າເອົາຜູ້ເກັ່ງ ຜູ້ອັນ
ນັ້ນ
ອັນນີ້ ເອົາຜູ້ໄດ້ໃບປະກາດແດງ. ບາດເອົາມາແທ້ໆ ກະແມ່ນລູກຫລານເພິ່ນຄືເກົ່າ
ບໍ່ເກັ່ງບໍ່ອີ່ຫຍັງດອກ 2-3 ຄົນ
ເອົາເຂົ້າມາກະຊວງຫັ້ນ ລູກຫລານຜູ້ນັ້ນ ລູກຫລານຜູ້ນີ້
ບໍ່ໄດ້ມີໃບປະກາດແດງອີ່ຫຍັງດອກ ເວົ້າຢູ່ວ່າ
ເອົາແຕ່ຜູ້ເກັ່ງ ຜູ້ນັ້ນຫັ້ນ ບາດເຮັດມັນບໍ່
ເຮັດຫັ້ນຕິ
.”

ດັ່ງທີ່ວີໂອເອໄດ້ສະເໜີໄປເມື່ອມໍ່ໆມານີ້ວ່າ ໃນປີນີ້ ເນື່ອງ​ຈາກ​ລັດ​ຖະ​ບານ​ມີ​ງົ​ບ ປະ​ມານ
ຈຳກັດ ສະນັ້ນ ໃນທົ່ວປະເທດ, ທາງພາກລັດມີໂກຕາໃຫ້ຮັບເອົາພະນັກງານໃໝ່ໄດ້
2,000 ຄົນ ຊຶ່ງໃນນັ້ນ 1,070 ຄົນ ແມ່ນໃຫ້ສໍາລັບກະຊວງສຶກສາທິການ ແລະກິລາ,
ອີກ 300 ຄົນແມ່ນເອົາໃຫ້ແກ່ກະຊວງສາທາລະນະສຸກ. ນອກນັ້ນແລ້ວ ກໍອະນຸຍາດໃຫ້
ບັນຈຸລັດຖະກອນໃໝ່ໃນຂັ້ນສູນກາງໃນຈໍານວນແຕ່ 3 ຫາ 24 ຄົນ. ສ່ວນຢູ່ໃນອົງການ
ລັດຂັ້ນທ້ອງຖິ່ນ ຊຶ່ງລວມມີນະຄອນຫລວງວຽງຈັນກັບ 17 ແຂວງນັ້ນ ກໍມີໂກຕາ ລວມ
ກັນທັງໝົດໄດ້ 213 ຄົນ.

ຕໍ່ສະພາບການດັ່ງກ່າວ ມາບວກໃສ່ຜົນກະທົບ ຂອງການລະບາດຢ່າງໜັກ ຂອງໂຄວິດ-
19 ໃສ່ເສດຖະກິດຂອງໂລກ ແລະຂອງລາວຢູ່ນີ້ ມັນເຮັດໃຫ້ນັກ ສຶກສາຈົບໃໝ່ຫລາຍ
ຄົນທີ່ຄອບຄົວ ແລະຍາດພີ່ນ້ອງບໍ່ ມີເງື່ອນໄຂຊ່ວຍເຫລືອໄດ້ນັ້ນ ກໍຮູ້ສຶກວ່າຄວາມຫວັງ
ຂອງເຂົາເຈົ້າທີ່ຈະໄດ້ເຂົ້າເຮັດວຽກ ຢູ່ໃນອົງການລັດຖະບານ ຊຶ່ງເປັນອົງການທີ່ໃຫຍ່ທີ່
ສຸດທີ່ຈະຮັບເອົາສຶກສາຈົບໃໝ່ ທີ່ມີລະດັບການສຶກສາຢ່າງໜ້ອຍຊັ້ນສູງຂຶ້ນໄປນັ້ນນັ້ນ
ມີຄວາມຫວັງໜ້ອຍທີ່ສຸດ, ດັ່ງການເປີດເຜີຍເຖິງຄວາມຮູ້ສຶກຂອງນັກສຶກສາຄົນນຶ່ງທີ່ຫາ
ກໍ່ຮຽນຈົບຈາກຄະນະເສດຖະສາດມະຫາ ວິທະຍາໄລແຫ່ງຊາດ ຢູ່ດົງໂດກເມື່ອມໍ່ໆ
ມານີ້ວ່າ:
“ເຮັດວຽກສະໝັກໄປກ່ອນ ຍັງບໍ່ທັນສະໝັກ ຖ້າເບິ່ງວ່າ ໂຕໃດປະກາດຮັບສະໝັກ ຢ້ານ
ບໍ່ຊົງຊິໄດ້ໄປ ບໍ່ຮູ້ນໍາເຂົາເຈົ້າ ເຮົາກະຍັງບໍ່ໄດ້ສຶກສາເບິ່ງ ຫາກເຂົາເຈົ້າມີແຕ່ເສັງເຂົ້າລັດ
ກະມີແຕ່ເສັງເອົາ ເຫັນໄດ້ຍິນແຕ່ລະຄົນ ກະມີແຕ່ຊອກຫາເອົາ
”.

ສະຫລຸບແລ້ວ ນັກສຶກສາທີ່ຮຽນຈົບໃໝ່ທີ່ຄອບຄົວ ແລະຍາດຕິພີ່ນ້ອງຂາດເງື່ອນໄຂອັນ
ຈໍາເປັນໃນການຊ່ວຍໃຫ້ຖືກບັນຈຸເຂົ້າເປັນພະນັກງານລັດຖະກອນ ຊຶ່ງຕາມປົກກະຕິ ກໍ
ປະເຊີນກັບບັນຫາຫຍຸ້ງຍາກໃນການຊອກຫາວຽກເຮັດງານທໍາຢູ່ແລ້ວ ແຕ່ໃນປີນີ້ ທ້າມ
ກາງການລະບາດຢ່າງໜັກຂອງພະຍາດ ໂຄວິດ-19 ກໍຍິ່ງປະສົບກັບບັນຫາຫຍຸ້ງຍາກ
ຂຶ້ນໄປອີກ.

XS
SM
MD
LG