ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະເມີນ ສະພາບອາກາດໃໝ່ ຂອງໂລກ ມີ​ຈຸດ​ປະ​ສົງ ເພື່ອວັດແທກຄວາມກ້າວໜ້າໃນການດໍາເນີນງານ


ແຟ້ມຮູບ-ທີ່ພວກເຮົາເຫັນຢູ່ນີ້ ແມ່ນບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມກ່ຽວກັບການປ່ຽນແປງຂອງສະພາບອາກາດ (COP26), ຢູ່ນະຄອນກລາສໂກວ, ສະກັອດແລນ, ວັນທີ 12 ພະຈິກ 2021.
ແຟ້ມຮູບ-ທີ່ພວກເຮົາເຫັນຢູ່ນີ້ ແມ່ນບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມກ່ຽວກັບການປ່ຽນແປງຂອງສະພາບອາກາດ (COP26), ຢູ່ນະຄອນກລາສໂກວ, ສະກັອດແລນ, ວັນທີ 12 ພະຈິກ 2021.

ບັນດາຜູ້ນໍາຈາກທົ່ວໂລກ ພາກັນໂຕ້ແຍ້ງໃນ​ກອງ​ປະ​ຊຸມ​ໂລກ​ຮ້ອນ ເຊິ່ງ​ຈັດ​ຂຶ້ນ​ທີ່​ນະ​ຄອນບອນ (Bonn) ຂອງເຢຍຣະມັນ, ໃນວັນຈັນວານນີ້ ສໍາລັບເລີ້ມຕົ້ນຂັ້ນຕອນສຸດທ້າຍຂອງການປະເມີນຄວາມກ້າວໜ້າເປັນເວລາຍາວສອງປີ ເພື່ອຈໍາກັດການເພີ້ມສູງຂຶ້ນຂອງອຸນຫະພູມ.

ກອງປະຊຸມ Bonn ປະຈໍາປີກ່ຽວກັບການປ່ຽນແປງຂອງສະພາບອາກາດ ເປັນສ່ວນນຶ່ງຂອງ “ການມີສ່ວນຮ່ວມລະດັບໂລກ,” ເຊິ່ງເປັນຂັ້ນຕອນທີ່ປະເທດຕ່າງໆຢູ່ໃນທົ່ວໂລກບັນລຸຄວາມກ້າວໜ້າໃນການປະຕິບັດຕາມຂໍ້ຕົກລົງປາຣີ ປີ 2015 ໄດ້ເທົ່າໃດ, ເຊິ່ງເປັນຄວາມພະຍາຍາມເພື່ອປ້ອງກັນລະດັບອຸນຫະພູມຂອງໂລກ​ບໍ່​ໃຫ້ເກີນ 1.5 ອົງສາເ​ຊ​ລ​ຊຽ​ສ, ເກີນກວ່າຄ່າສະເລ່ຍຂອງຍຸກກ່ອນອຸດສາຫະກໍາ.

“ການມີສ່ວນຮ່ວມລະດັບໂລກ ແມ່ນການຝຶກຊ້ອມຄວາມທະເຍີທະຍານ. ແມ່ນການຝຶກຊ້ອມຄວາມຮັບຜິດຊອບ, ແລະເປັນການຝຶກຊ້ອມກ່ຽວກັບການເລັ່ງຄວາມໄວຂຶ້ນ,” ອີງຕາມການກ່າວຢູ່ໃນຖະແຫຼງການຂອງຜູ້ບໍລິຫານໃຫຍ່ກ່ຽວກັບການປ່ຽນແປງຂອງສະພາບອາກາດ ຂອງອົງການສະຫະປະຊາຊາດ ທ່ານໄຊມອນ ສຕີລ (Simon Stiell). “ມັນເປັນການຝຶກຊ້ອມທີ່ມີຈຸດມຸ້ງໝາຍ ເພື່ອໃຫ້ໝັ້ນໃຈວ່າ ທຸກໆຝ່າຍ ກໍາລັງຢູ່ໃນຂັ້ນສຸດທ້າຍສໍາລັບການຕໍ່ລອງຂອງພວກເຂົາເຈົ້າ, ໂດຍຮູ້ວ່າ ພວກເຂົາເຈົ້າຈະດໍາເນີນການໄປແນວໃດໃນຂັ້ນຕໍ່ໄປແລະ ໄວປານໃດທີ່ພວກເຂົາເຈົ້າຈໍາເປັນຕ້ອງປະຕິບັດ ເພື່ອບັນລຸເປົ້າໝາຍຂອງຂໍ້ຕົກ ລົງປາຣີ.”

ແນວໃດກໍຕາມ, ທ່ານສຕີລ ໄດ້ເຕືອນວ່າ ການຄົ້ນພົບຈຸດປະສົງດັ່ງກ່າວຈະມີຄວາມໝາຍຫຼາຍ ຖ້າພວກເຂົາເຈົ້າຫາກປະຕິບັດໄປຕາມການກະທໍາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG