ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ ແອັຟບີໄອ ເລີ້ມສືບສວນ ສອບສວນ ທ່ານ ຄາແວນໍ ຮອບໃໝ່


ຜູ້ພິພາກສາ ແບຣັດ ຄາແວນໍ ໃຫ້ປາກຄຳ ໃນລະຫວ່າງ ການພິຈາລະນາ ຮັບຟັງຄຳໃຫ້ການ ໂດຍຄະນະກຳມະການຕຸລາການ ຂອງສະພາສູງ ໃນເລື້ອງການ ແຕ່ງຕັ້ງ ທ່ານ ຄາແວນໍ ໃຫ້ເປັນຜູ້ພິພາກສາ ສານສູງສຸດ ສະຫະລັດ, ຢູ່ທີ່ ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 27 ກັນຍາ 2018.
ຜູ້ພິພາກສາ ແບຣັດ ຄາແວນໍ ໃຫ້ປາກຄຳ ໃນລະຫວ່າງ ການພິຈາລະນາ ຮັບຟັງຄຳໃຫ້ການ ໂດຍຄະນະກຳມະການຕຸລາການ ຂອງສະພາສູງ ໃນເລື້ອງການ ແຕ່ງຕັ້ງ ທ່ານ ຄາແວນໍ ໃຫ້ເປັນຜູ້ພິພາກສາ ສານສູງສຸດ ສະຫະລັດ, ຢູ່ທີ່ ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 27 ກັນຍາ 2018.

ອົງການສັນຕິບານກາງ ສະຫະລັດ ຫຼື FBI ໄດ້ເລີ້ມການສືບສວນສອບສວນ ຮອບໃໝ່
ທ່ານ ແບຣັດ ຄາແວນໍ ຜູ້ຖືກສະເໜີ ໃຫ້ເປັນຜູ້ພິພາກສາ ສານສູງສຸດ ສະຫະລັດ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ສັ່ງໃຫ້ດຳເນີນການສືບສວນ ຕາມການຮ້ອງຂໍ ໂດຍ
ຄະນະກຳມະການຕຸລາການຂອງສະພາສູງ.

ທ່ານ ທຣຳ ໄດ້ຂຽນລົງທວີດເຕີ້ ໃນຕອນຄ່ຳ ວັນສຸກວານນີ້ ວ່າ “ຫາກໍໄດ້ເລີ້ມຂຶ້ນ ໃນ
ຄ່ຳຄືນນີ້ ການສືບສວນສອບສວນ ຄັ້ງທີ 7 ຂອງຜູ້ພິພາກສາ ແບຣັດ ຄາແວນໍ. ໃນມື້
ໃດມື້ນຶ່ງ ທ່ານຈະໄດ້ຖືກຮັບຮູ້ວ່າ ແທ້ຈິງແລ້ວ ເພິ່ນເປັນຜູ້ພິພາກສາທີ່ດີທີ່ສຸດຄົນນຶ່ງ
ຂອງສານສູງສຸດ ສະຫະລັດ!”

ທ່ານ ທຣຳ ໄດ້ກ່າວໃນຖະແຫລງການ ກ່ຽວກັບຄວາມຄືບໜ້າຂອງການສືບສວນ ຫຼັງ
ຈາກມີການກ່າວຫາເລື້ອງການລວນລາມທາງເພດວ່າ “ຕ້ອງໃຫ້ມີ ຂອບເຂດທີ່ຈຳກັດ”
ແລະ “ໃຫ້ແລ້ວເສັດບໍ່ເກີນນຶ່ງສັບປະດາ.”

ການຕັດສິນໃຈດັ່ງກ່າວ ເປັນການພິກຜັນ ສຳລັບລັດຖະບານຂອງທ່ານທຣຳ ຊຶ່ງໄດ້ຖົກ
ຖຽງວ່າ ທ່ານຄາແວນໍ ໄດ້ຖືກກວດສອບຜ່ານມາແລ້ວ.

ເມື່ອຕອນເຊົ້າວັນສຸກວານນີ້ ຄະນະກຳມະການຕຸລາການຂອງສະພາສູງ ໄດ້ລົງຄະແນນ
ສຽງ ເພື່ອສົ່ງເລື້ອງການແຕ່ງຕັ້ງ ທ່ານຄາແວນໍ ໃຫ້ເປັນຜູ້ພິພາກ ສາສານສູງສຸດ ໄປຍັງ
ສະພາສູງຄົບຄະນະ ຫຼັງຈາກ ໄດ້ຮັບການລົງຄະແນນ ສຽງເຫັນດີ ໃນການແຕ່ງຕັ້ງທ່ານ
ຄາແວນໍ ຈາກທ່ານ ແຈັຟ ເຟລກ ສະມາຊິິກສະພາສູງ ສັງກັດພັກຣີພັບບລີກັນ ຜູ້ທີີ່ໄດ້
ຮ້ອງຂໍ ໃຫ້ເລື່ອນເວລາໄ​ປກ່ອນ ແລະ ທຳການສືບສວນສອບສວນ.

​ຄະ​ນະ​ກຳ​ມະ​ການ ທີ່​ປະ​ກອບ​ດ້ວຍສະ​ມາ​ຊິກ ​ພັກ​ຣີ​ພັບ​ບ​ລີ​ກັນ 11 ຄົນ ແລະ​ ພັກ
ເດ​ໂມແຄ​ຣັດ 10 ຄົນ​ນັ້ນ ໄດ້ລົງຄະແນນສຽງ ຕາມສາຍຂອງພັກ ເພື່ອໃຫ້ສົ່ງເລື້ອງ
ການແຕ່ງຕັ້ງ ໄປໃຫ້​ສະ​ພາ​ສູງ​ຄົບ​ຄະ​ນະ.

ທ່ານ ເຟລກ ໄດ້ກ່າວວ່າ “ປະເທດນີ້ ກຳລັງແຕກແຍກກັນໃນຂະນະນີ້ ແລະ ພວກເຮົາ
ຈະຕ້ອງເຮັດໃຫ້ເຊື່ອໝັ້ນວ່າ ພວກເຮົາເຮັດວຽກບ້ານການເມືອງ ໃຫ້ດີທີ່ສຸດ.”

ທ່ານນາງ ລີຊາ ເມີຣຄັອບສກີ ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນອີກ ທ່ານນຶ່ງ
ໄດ້ກ່າວໃນວັນສຸກວານນີ້ ວ່າ ທ່ານນາງ ເຫັນດີກັບ ທ່ານ ເຟລກ ໃນ ການໃຫ້ອົງການ
FBI ສືບສວນສອບສວນກ່ອນ ເພາະວ່າພັກຣີພັບບລີກັນ ມີຄະແນນສຽງ ລື່ນ​ພັກ
​ເດ​ໂມ​ແຄ​ຣັດ ພຽງ 51 ຕໍ່ 49 ສຽງ ເທົ່ານັ້ນ ຢູ່ໃນສະພາສູງ ເຊິ່ງ ພວກເພິ່ນມີທາງເລືອກ
ໜ້ອຍດຽວ ໃນເວລານີ້ ພຽງແຕ່ວ່າ ໃຫ້ຂັ້ນຕອນການຮັບຮອງເອົາ ທ່ານ ຄາແວນໍ ນັ້ນ
ຊ້າລົງໜ້ອຍ​ນຶ່ງ.

ບັນດາຜູ້ນຳພັກຣີພັບບລີກັນ ໄດ້ກ່າວໃນວັນສຸກວານນີ້ວ່າ ພວກເພິ່ນ ຍັງມີແຜນການ
ທີ່ຈະດຳ​ເນີນ​ການ​ຕໍ່​ໄປ ​ກ່ຽວ​ກັບ​ຂັ້ນ​ຕອນການລົງຄະແນນສຽງຕາມລະບຽບການ ໃນ
ການແຕ່ງຕັ້ງ ທ່ານ ຄາແວນໍ ໃນວັນເສົາມື້ນີ້.

Kavanaugh Moves Step Closer to Confirmation, But With a Hitch
please wait

No media source currently available

0:00 0:03:42 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG