ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການຍົກຍ້າຍອອກຈາກພື້ນທີ່ໃໝ່ ໃນ ປາປົວນິວກີເນຍ ຫຼັງຈາກເກີດດິນເຈື່ອນທີ່ຮ້າຍແຮງ


ພານບໍ່ໄດ້ລະບຸວັນເວລານີ້ ຖາຍໂດຍ ໂຄງການພັດທະນາຂອງສະຫະປະຊາຊາດ (UN Development Programme) ແລະໄດ້ຖືກເປີດເຜີຍໃນວັນທີ 28 ພຶດສະພາ, 2024 ສະແດງໃຫ້ເຫັນພວກຄົນທ້ອງຖິ່ນຂຸດດິນທີ່ເຈື່ອນລົງມາຖົມຄຸ້ມບ້ານ ມູລີຕາກາ ໃນຂົງເຂດ ມາອິປ ມູລີຕາກາ, ໃນແຂວງ ເອັນກາ ຂອງ ປາປົວນິວກີເນຍ.
ພານບໍ່ໄດ້ລະບຸວັນເວລານີ້ ຖາຍໂດຍ ໂຄງການພັດທະນາຂອງສະຫະປະຊາຊາດ (UN Development Programme) ແລະໄດ້ຖືກເປີດເຜີຍໃນວັນທີ 28 ພຶດສະພາ, 2024 ສະແດງໃຫ້ເຫັນພວກຄົນທ້ອງຖິ່ນຂຸດດິນທີ່ເຈື່ອນລົງມາຖົມຄຸ້ມບ້ານ ມູລີຕາກາ ໃນຂົງເຂດ ມາອິປ ມູລີຕາກາ, ໃນແຂວງ ເອັນກາ ຂອງ ປາປົວນິວກີເນຍ.

ປະຊາຊົນຫຼາຍພັນຄົນ ໄດ້ຖືກຍົກຍ້າຍອອກຈາກພື້ນທີ່ແຫ່ງນຶ່ງຂອງປະເທດ ເກາະ ປາປົວນິວກີນີ ໃນວັນອັງຄານມື້ນີ້ ບ່ອນທີ່ລັດຖະບານກ່າວວ່າ ເກີດດິນ ເຈື່ອນຖົມປະຊາຊົນຢ່າງໜ້ອຍ 2,000 ຄົນ.

ບໍ່ເທົາໃດວັນຫຼັງຈາກເກີດດິນເຈື່ອນໃນວັນສຸກທີ່ຜ່ານມາ ພື້ນດິນໃນບໍລິເວນພູ ມັນກາໂລ ແມ່ນຍັງເຄື່ອນໄຫວຢູ່ ຈຶ່ງກໍ່ໃຫ້ເກີດມີຄວາມເປັນຫ່ວງວ່າ ໄພພິບັດນີ້ ອາດຈະຮ້າຍແຮງຂຶ້ນຕື່ມ.

ອົງການສະຫະປະຊາຊາດ ໄດ້ມີກຳນົດຈັດກອງໄປຊຸມຜ່ານທາໄກ ກັບລັດຖະ ບານຕ່າງໆ ສຳລັບການຈັດຕັ້ງແຜນການຮັບມືກັບໄພພິບັດດັ່ງກ່າວ ໃນວັນອັງ ຄານມື້ນີ້.

ບັນດາເຈົ້າໜ້າທີ່ໃນທ້ອງຖິ່ນໄດ້ກ່າວວ່າ ສົບຂອງຜູ້ເຄາະຮ້າຍບໍ່ຫຼາຍແມ່ນ​ຖືກກອບກູ້ອອກມາໄດ້. ຂົງເຂດດັ່ງກ່າວແມ່ນຢູ່ຫ່າງໄກສອກຫລີກ, ທາງຫຼາຍ ສາຍຖືກກີດຂວາງ, ແລະການສູ້ລົບກັນພາຍໃນລະຫວ່າງຊົນເຜົ່າຢູ່ໃນພື້ນທີ່ ໄດ້ເຮັດໃຫ້ຄວາມພະຍາຍາມໃນການຊ່ວຍກູ້ໄພແລະກອບກູ້ນັ້ນ ຫຍຸ້ງຍາກສັບ ສົນ. ຄົນຈຳນວນນຶ່ງໄດ້ພາກັນໃຊ້ຊ້ວນແລະໄມ້ທ່ອນ ເພື່ອຂຸດຄົ້ນຫາສົບທັງ ຫຼາຍໃນຊາກຫັກພັງທີ່ປົກຄຸມໄປດ້ວຍກ້ອນຫີນ, ຕົ້ນໄມ້ ແລະດິນ.

ສູນກາງໄພພິບັດແຫ່ງຊາດຂອງປາປົວນິວກີນີ ໄດ້ກ່າວໃນໜັງສືສະບັບນຶ່ງທີ່ສົ່ງ ໄປຫາອົງການສະຫະປະຊາດວ່າ ດິນເຈື່ອນ “ເປັນສາເຫດຄວາມເສຍຫາຍ ຢ່າງໃຫຍ່ຫຼວງຕໍ່ຕຶກອາຄານຫຼາຍຫຼັງ, ສວນຜັກເພື່ອອາຫານຫຼາຍແຫ່ງ ແລະ ໄດ້​ກໍ​ໃຫ້​ເກີດຜົນກະທົບຢ່າງໃຫຍ່ຫຼວງຕໍ່ເສັ້ນຊີວິດທາງເສດຖະກິດຂອງປະເທດ.”

ເຄື່ອງຈັກທີ່ເປັນລົດຈົກ ກຳລັງຖືກນຳເຂົ້າມາໃນພື້ນທີ່ ແລະ ປະ​ຊາ​ຊົນ​ຈາກ​ບ້ານຫຼາຍກວ່າ 250 ຫຼັງໄດ້ຖືກຍົກຍ້າຍອອກຈາກພື້ນທີ່ ອີງຕາມ ທ່ານເຊີຮານ ອາກໂຕປຣາກ (Serhan Aktoprak) ຫົວໜ້າຄະນະກຳມາທິການຮັບຜິດຊອບ ດ້ານການຍົກຍ້າຍຖິ່ນຖານຂອງອົງການສະຫະປະຊາຊາດ ປະຈຳ ປາປົວນິວກີນີ.

ທ່ານຍັງໄດ້ກ່າວອີກວ່າ ພົນລະເມືອງບາງສ່ວນ ເຊື່ອວ່າ ພວກເຄື່ອງຈັກນັ້ນ ຈະລົບກວນການໄວ້ອາໄລ.

“ຢູ່ທີ່ຈຸດນີ້ຂ້ອຍ​ຄິດ​ວ່າປະ​ຊາ​ຊົນຈະຄຶດວ່າ ໂອກາດຕ່າງໆແມ່ນມີພຽງເລັກນ້ອຍ ທີ່ວ່າຈະສາມາດດຶງເອົາຜູ້ໃດອອກມາໄດ້ໂດຍທີ່ຍັງມີຊີວິດຢູ່” ທ່ານ ອາໂຕປຣາກ ກ່າວ.

Thousands of people are being evacuated Tuesday in an area of Papua New Guinea where the government says a landslide buried at least 2,000 people.

Days after Friday’s landslide, the ground in the area of Mount Mungalo was still moving, prompting concerns that the disaster could worsen.

The U.N. scheduled a virtual meeting with different governments for Tuesday to develop a response plan.

Local authorities said few bodies have been recovered. The remoteness of the region, blocked roads and tribal fighting in the area have complicated rescue and recovery efforts. People used shovels and pieces of wood to search for bodies in the wreckage covered by boulders, trees, and earth.

Papua New Guinea’s National Disaster Center said in a letter to the United Nations that the landslide “caused major destruction to buildings, food gardens and caused major impact on the economic lifeline of the country.”

Excavation machinery is being brought into the area, and over 250 homes have been evacuated, according to Serhan Aktoprak, the chief of the U.N. migration agency's mission in Papua New Guinea.

This photo released by UNDP Papua New Guinea, shows a landslide in Yambali village, in the Highlands of Papua New Guinea, May 27, 2024. Authorities fear a second landslide and a disease outbreak are looming at the scene of Papua New Guinea's recent mass-casualty disaster.
This photo released by UNDP Papua New Guinea, shows a landslide in Yambali village, in the Highlands of Papua New Guinea, May 27, 2024. Authorities fear a second landslide and a disease outbreak are looming at the scene of Papua New Guinea's recent mass-casualty disaster.

He has also said that some residents believe the machinery will interrupt mourning.

"At this point, people I think are realizing that the chances are very slim that anyone can basically be taken out alive,” Aktoprak said.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG