ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປິດເມືອງຮອບໃໝ່ ຍ້ອນໂຄວິດ-19 ໃນອັງກິດ ແລະມີໄວຣັສສາຍພັນໃໝ່ ໃນນະຄອນນິວຢອກ


ຜູ້ຊາຍຄົນນຶ່ງຂີ່ລົດຖີບຜ່ານປ້າຍຂຽນຢູ່ໃນກະດານທີ່ປິດໜ້າປ່ອງຢ້ຽມຂອງຍ່ານການຄ້າທີ່ມີການລະບາດຂອງໄວຣັສໂຄໂຣນາ ໃນເມືອງ Manchester ຂອງອັງກິດ, ວັນທີ 4 ມັງກອນ, 2021
ຜູ້ຊາຍຄົນນຶ່ງຂີ່ລົດຖີບຜ່ານປ້າຍຂຽນຢູ່ໃນກະດານທີ່ປິດໜ້າປ່ອງຢ້ຽມຂອງຍ່ານການຄ້າທີ່ມີການລະບາດຂອງໄວຣັສໂຄໂຣນາ ໃນເມືອງ Manchester ຂອງອັງກິດ, ວັນທີ 4 ມັງກອນ, 2021

ນາຍົກລັດຖະມົນຕີອັງກິດໄດ້ປະກາດການປິດເມືອງຮອບໃໝ່ ໃນວັນຈັນວານນີ້, ໂດຍໄດ້ປິດໂຮງຮຽນ ແລະຮ້ານຄ້າທີ່ບໍ່ຈຳເປັນໃນຂະນະທີ່ປະເທດດັ່ງກ່າວເລີ່ມສັກຢາວັກຊີນໃຫ້ພະນັກງານການແພດ ແລະພວກຜູ້ເຖົ້າ.

ນາຍົກລັດຖະມົນຕີບໍຣີສ ຈອນສັນ (Boris Johnson) ກ່າວວ່າ ປະຊາຊົນຕ້ອງຢູ່ເຮືອນຢ່າງໜ້ອຍກໍຈົນຮອດກາງເດືອນກຸມພາ, ໂດຍກ່າວວ່າດຽວນີ້ໂຮງໝໍອັງກິດຢູ່ໃນສະພາບທີ່ໜັກໜ່ວງຫຼາຍກວ່າເວລາໃດໝົດເທົ່າທີ່ເຄີຍເປັນຜ່ານມາຢູ່ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດຢູ່ນີ້.

“ຖ້າການນຳໃຊ້ໂຄງການສັກຢາວັກຊີນສືບຕໍ່ປະສົບຜົນສຳເລັດ. ຖ້າການເສຍຊີວິດເລີ່ມຫຼຸດລົງ ໃນຂະນະທີ່ຢາວັກຊີນໃຊ້ໄດ້ຜົນຢູ່ນີ້. ແລະທີ່ສໍາຄັນທີ່ສຸດ, ຖ້າທຸກຄົນປະຕິບັດໃນສ່ວນຂອງພວກເຂົາເຈົ້າ ໃນການປະຕິບັດຕາມກົດລະບຽບ ແລ້ວ ຂ້າພະເຈົ້າກໍຫວັງວ່າ ພວກເຮົາຈະສາມາດຍ້າຍອອກຈາກການປິດລ້ອມຢ່າງສະໝໍ່າສະເໝີໄປເລີຍ,” ນັ້ນຄືຄໍາເວົ້າຂອງທ່ານຈອນສັນ ທີ່ກ່າວໃນຄໍາປາ ໄສຂອງທ່ານ ຜ່ານທາງໂທລະພາບໃນວັນຈັນວານນີ້.

ການປະກາດດັ່ງກ່າວມີຂຶ້ນຫຼາຍມື້ ຫລັງຈາກເຈົ້າໜ້າທີ່ສາທາລະນະສຸກຂອງອັງກິດໄດ້ຢືນຢັນວ່າ ມີສາຍພັນໃໝ່ຂອງເຊື້ອໄວຣັສໂຄໂຣນາທີ່ບັນດາທ່ານໝໍ ກ່າວວ່າ ສາມາດແຜ່ລາມຫຼາຍກວ່າສາຍພັນເດີມນັ້ນຫລາຍ.

ຜູ້ປົກຄອງລັດນິວຢອກ, ທ່ານແອນດຣູ ໂຄວໂມ (Andrew Cuomo) ກ່າວໃນວັນຈັນວານນີ້ວ່າ ມີກໍລະນີຄົນປ່ວຍ ທີ່ຕິດເຊື້ອໄວຣັສສາຍພັນໃໝ່ອັນດຽວກັນນີ້ໄດ້ຮັບ ການຢືນຢັນຄົນນຶ່ງທີ່ເປັນຜູ້ອາຍຸສູງທີ່ຢູ່ໃນລັດນິວຢອກ ທີ່ບໍ່ໄດ້ເດີນທາງໄປໃສ ໃນເວລາມໍ່ໆມານີ້.

ສາຍພັນ B117 ຂອງເຊື້ອໄວຣັສໂຄໂຣນາໄດ້ຖືກກວດພົບແລ້ວຢູ່ໃນລັດຄາລິ ຟໍເນຍ, ໂຄໂລຣາໂດ ແລະຟລໍຣິດາ, ພ້ອມກັບລັດອື່ນອີກຫຼາຍກວ່າ 30 ລັດ.

ພ້ອມກັນນັ້ນ ໃນວັນຈັນວານນີ້, ອັງກິດກໍ່ເລີ່ມປະຕິບັດການສັກຢາວັກຊີນປ້ອງກັນໄວຣັສໂຄໂຣນາຄັ້ງທຳອິດຂອງບໍລິສັດ ແອສຕຣາເຊນເນກາ (AstraZeneca). ຄົນປ່ວຍທີ່ມີການຟອກເລືອດອາຍຸ 82 ປີຄົນນຶ່ງຢູ່ໂຮງໝໍເຈີສຈີລ (Churchill) ຂອງອອກສ໌ຝອດ (Oxford) ແມ່ນເປັນຜູ້ທຳອິດທີ່ໄດ້ຮັບການສັກຢານີ້.

ບັນດາເຈົ້າໜ້າທີ່ອັງກິດກ່າວວ່າ ຢາວັກຊີນຈຳນວນເຄິ່ງລ້ານໂດສ ແມ່ນມີກຽມ ພ້ອມໄວໃຫ້ສັກແລ້ວ.

ວັກຊີນຂອງບໍລິສັດ ແອສຕຣາເຊນເນກາ (AstraZeneca) ແມ່ນມີລາຄາຖືກແລະຖືກຂົນສົ່ງງ່າຍກ່ວາວັກຊີນຂອງໄຟເຊີ-ໄບໂອເອັນເທັກ (Pfizer-BioNTech) ເພາະວ່າມັນບໍ່ຈຳເປັນຕ້ອງຮັກສາໄວ້ໃນອຸນຫະພູມທີ່ເຢັນທີ່ສຸດ. ມີການສັກຢາວັກຊີນຂອງໄຟເຊີ (Pfizer) ໃຫ້ແກ່ຜູ້ຊ່ຽວຊານດ້ານການແພດຫຼາຍຄົນແລ້ວ ໃນອັງກິດແລະສະຫະລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG