ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຜູ້​ນຳ​ຄົນ​ໃໝ່ ຂອງອອ​ສ​ເຕ​ຣ​ເລຍ ເຂົ້າ​ຂ້າງ​ວໍ​ຊິງ​ຕັນ ໂດຍ​ປະ​ຕິ​ເສດ​ຕໍ່​ປັກ​ກິ່ງ


ປະ​ທາ​ນາ​ທິ​ບໍ​ດີ​ໂຈ​ ໄບ​ເດັນ ຈັບ​ມື​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີອອ​ສ​ເຕ​ຣ​ເລຍ ທ່ານ​ແອນ​ໂທ​ນີ ອາ​ລ​ບາ​ນີ​ສ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ກຸ່ມ​ຄວດ ທີ່​ທຳ​ນຽບ​ການ​ເຕ (Kantei Palace) ເມື່ອ​ວັນ​ທີ 24 ພຶດ​ສະ​ພາ 2022 ຢູ່​ນະ​ຄອນ​ຫຼວງ​ໂຕ​ກຽວ.
ປະ​ທາ​ນາ​ທິ​ບໍ​ດີ​ໂຈ​ ໄບ​ເດັນ ຈັບ​ມື​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີອອ​ສ​ເຕ​ຣ​ເລຍ ທ່ານ​ແອນ​ໂທ​ນີ ອາ​ລ​ບາ​ນີ​ສ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ກຸ່ມ​ຄວດ ທີ່​ທຳ​ນຽບ​ການ​ເຕ (Kantei Palace) ເມື່ອ​ວັນ​ທີ 24 ພຶດ​ສະ​ພາ 2022 ຢູ່​ນະ​ຄອນ​ຫຼວງ​ໂຕ​ກຽວ.

ຜູ້​ນຳ​ຄົນ​ໃໝ່​ຂອງອອ​ສ​ເຕ​ຣ​ເລຍ ໃຫ້​ສັນ​ຍານ​ໃນ​ວັນ​ອັງ​ຄານມື້ນີ້​ວ່າ ທ່ານ​ຈະ​ຕ້ານ​ຢັນ​ການ​ມີ​ອິດ​ທິ​ພົນ​ເພີ້ມ​ຂຶ້ນ​ຂອງ​ຈີນ​ຢູ່​ໃນ​ເຂດ​ອິນ​ໂດ-ປາ​ຊີ​ຟິກ ເບິ່ງ​ຄື​ວ່າ​ຈະ​ບໍ່​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການໃຫ້​ຄວາມ​ເຫັນ​ຂອງ​ປັກ​ກິ່ງ​ແບບ​ມີ​ຄວາມ​ຫວັງ​ກ່ຽວ​ກັບ​ການ​ທີ່​ທ່ານ​ໄດ້​ຖືກ​ຮັບ​ເລືອກ ແລະການ​ເຕືອນ​ຕໍ່​ການ​ມີ​ຄວາມ​ໃກ້​ຊິດ​ຫຼາຍ​ຂຶ້ນ​ລະ​ຫວ່າງ​ສະ​ຫະ​ລັດ ​ກັບ​ອອ​ສ​ເຕ​ຣ​ເລຍ.

“ພວກ​ເຮົາ​ຈະ​ຕັດ​ສິນ​ໃຈ​ ກ່ຽວ​ກັບ​ຫຼັກ​ຄຸນ​ຄ່າ​ ຂອງ​ພວກ​ເຮົາ​ເອງ​” ນັ້ນ​ຄື​ຄຳ​ເວົ້າຂອງ​ທ່ານແອນ​ໂທ​ນີ ອາ​ລ​ບາ​ນີ​ສ ນາ​ຍົກ​ລັດ​ຖະ​ມົນ​ຕີຄົນໃໝ່​ຂອງອອ​ສ​ເຕ​ຣ​ເລຍ ​ທີ່​ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້ຢູ່​ຂ້າງນອກ​ກອງ​ປ​ະ​ຊຸມ​ຜູ້​ນຳ​ກຸ່ມ​ຄວດ ຊຶ່ງ​ເປັນກຸ່ມ​ພັນ​ທະ​ມິດ​ແບບ​ບໍ່​ເປັນ​ທາງ​ການ​ລະ​ຫວ່າງ​ສະ​ຫະ​ລັດ ຍີ່​ປຸ່ນ ອິນ​ເດຍ​ແລະ​ອອ​ສ​ເຕ​ຣ​ເລຍ. ທ່ານ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຈະ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ທິດ​ທາງ​ໃນ​ອະ​ນາ​ຄົດ​ຂອງອອ​ສ​ເຕ​ຣ​ເລຍ. ມັນ​ແມ່ນ​ຈີນ​ທີ່​ເປັນ​ຜູ້​ປ່ຽນ​ແປງ ບໍ່​ແມ່ນອອ​ສ​ເຕ​ຣ​ເລຍ.”

ທ່ານ​ກ່າວ​ຕື່ມ​ວ່າ ທ່ານ​ໄດ້​ຮັບ​ສານ​ສະ​ແດງ​ຄວາມ​ດີ​ໃຈ​ຢ່າງ​ເປັນ​ທາງ​ການ​ຈາກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທ່ານ​ຫຼີ​ເກີ້​ຈຽງ ແຕ່​ຍັງ​ບໍ່​ທັນ​ໄດ້​ເວົ້າ​ຫຍັງ​ເທື່ອ​ກັບ​ປັກ​ກິ່ງ​ນັບ​ແຕ່​ທ່ານ​ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ ເມື່ອ 3 ມື້​ກ່ອນ.

ນອກນັ້ນ ໃນ​ວັນ​ອັງ​ຄ​ານ​ວານນີ້ ທຳ​ນຽບ​ຂາວ​ຍັງ​ໄດ້​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ “ໄດ້​ໃຫ້​ການ​ຢື​ນ​ຢັນ​ອີກ​ຄັ້ງ​ນຶ່ງ​ຕໍ່​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ຢ່າງ​ແນ່ວ​ແນ່​ໃນ​ການ​ເປັນ​ພັນ​ທະ​ມິດ​ ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ອອ​ສ​ເຕ​ຣ​ເລຍແລະ​ຄວາມ​ໝັ້ນ​ໝາຍ​ໃນ​ການ​ເສີມ​ຂະ​ຫຍາຍ​ພັນ​ທະ​ມິດ​ດັ່ງ​ກ່າວ​ໃຫ້​ໝັ້ນ​ຄົງ​ຕື່ມ​ຂຶ້ນ.”

ຖະ​ແຫຼງ​ການ​ຂອງ​ທ່ານ​ໄບ​ເດັນ​ຍັງ​ເວົ້າ​ເຖິງ ​ການ​ໃຫ້​ຄວາມ​ສົນ​ໃຈ​ເພີ້ມ​ຂຶ້ນ​ຂອງ​ຈີນ​ຕໍ່​ເກາະ​ໄຕ້​ຫວັນ ຊຶ່ງ​ປັກ​ກິ່ງ​ເວົ້າ​ວ່າເປັນ​ສ່ວນ​ນຶ່ງ​ຂອງ​ຕົນ ໂດຍ​ກ່າວ​ວ່າ​ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ “ໄດ້​ກ່າວ​ຊົມ​ເຊີຍ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ຢ່າງ​ແຂງ​ຂັນ​ຂອງອອ​ສ​ເຕ​ຣ​ເລຍ​ຕໍ່​ປະ​ເທດ​ຢູ​ເຄ​ຣນ​ນັບ​ຕັ້ງ​ແຕ່​ຣັດ​ເຊຍ​ໄດ້​ບຸກ​ລຸກ​ເຂົ້າ​ໄປ​ແລະ​ພວກ​ຜູ້​ນຳ​ໄດ້​ເຫັນ​ພ້ອມ​ນຳ​ກັນ​ເຖິງ​ຄວາມ​ສຳ​ຄັນ​ໃນ​ການ​ສືບ​ຕໍ່​ຄວາມ​ສາ​ມັກ​ຄີ​ເປັ​ນ​ນ້ຳ​ນຶ່ງ​ໃຈ​ດຽວ ຮວມ​ທັງ​ການ​ຄ້ຳ​ປະ​ກັນ​ວ່າ ບໍ່​ມີ​ເຫດ​ການ​ໃນ​ທຳ​ນອງນີ້​ເກີດ​ຂຶ້ນ​ຊ້ຳ​ອີກ​ຢູ່​ໃນ​ເຂດ​ອິນ​ໂດ-ປາ​ຊີ​ຟິກ.”

ທ່ານ​ອາ​ລ​ບາ​ນີ​ສ ນັກ​ການ​ເມືອງ​ທີ່​ເປັນ​ກາງ​ອຽງ​ຊ້າຍ ​ຈາກ​ພັກ​ແຮງ​ງານ ​ຂອງອອ​ສ​ເຕ​ຣ​ເລຍ ໄດ້​ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ວ່າ​ຖ້າ​ຫາກ​ຖືກ​ເລືອກ ທ່ານ​ຈະ​ເສີມ​ຂະ​ຫຍາຍ​ຄວາມ​ສຳ​ພັນ​ກັບ​ກຸ່ມ​ຄວດ ແລະ​ສະ​ຫະ​ລັດ ​ໃຫ້​ເລິກກວ່າ​ເກົ່າ. ໃນ​ການ​ໃຫ້​ຄວາມ​ເຫັນ​ເທື່ອ​ທຳ​ອິດ​ຂອງ​ທ່ານ​ໃນ​ຖາ​ນະ​ນາ​ຍົກ​ລັດ​ຖະ​ມີນ​ຕີນັ້ນ ທ່ານ​ອາ​ລ​ບາ​ນີ​ສ​ກ່າວ​ເຖິງ​ສະ​ຫະ​ລັດ​ວ່າ “ເປັນ​ພັນ​ທະ​ມິດ​ທີ່​ສຳ​ຄັນ​ສຸດ” ຂອງອອ​ສ​ເຕ​ຣ​ເລຍ.

ທ່ານ​ອາ​ລ​ບາ​ນິ​ສ​ຍັງ​ກ່າວ​ວ່າ ບັນ​ດາ​ຜູ້​ນຳ​ທັງສີ່​ຂອງ​ກຸ່ມ​ຄວດ ໄດ້​ຫາ​ລື​ກັນ​ກ່ຽວ​ກັບ​ຄວາມ​ກ້າ​ຫານ​ທີ່​ເພີ້ມ​ທະ​ວີ​ຂຶ້ນ​ຂອງ​ຈີນ​ຢູ່​ໃນ​ເຂດ​ອິນ​ໂດ​ປາ​ຊີ​ຟິກ ຮວມ​ທັງ​ເພື່ອ “ໃຫ້​ເປັນ​ທີ່​ແນ່​ໃຈ​ວ່າ​ພວກ​ເຮົາ​ໄດ້​ຊຸກ​ຍູ້​ຫຼັກ​ຄຸນ​ຄ່າ​ຮ່ວມ​ຂອງ​ພວກ​ເຮົາ​ຢູ່​ໃນ​ຂົງ​ເຂດ ໃນ​ເວ​ລາ​ທີ່​ຈີນ​ແມ່ນ​ຈະ​ແຈ້ງ​ພວມ​ຊອກ​ຫາ​ຊ່ອງ​ທາງ​ທີ່​ຈະ​ໃຊ້​ອິດ​ທິ​ພົນ​ຂອງ​ຕົນ​ຫຼາຍ​ຂຶ້ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG