ການແຂ່ງຂັນເລືອກຕັ້ງປະທານາທິບໍດີໄດ້ຍ້າຍໄປຫາອີກລັດນຶ່ງ, ລັດເນວາດາທີ່ແຫ້ງແລ້ງ ແລະມີປະຊາຊົນຢູ່ແບບກະແຈກກະຈາຍໄດ້ຈັດໃຫ້ມີກອງ ປະຊຸມເລືອກຕັ້ງຜູ້ຕາງໜ້າພັກ ໃນວັນເສົາຈະມານີ້ ແລະກໍມີຫລາຍພັນຄົນແລ້ວ ທີ່ໄດ້ໄປປ່ອນບັດ ທີ່ຈັດຂຶ້ນກ່ອນການເລືອກນີ້. ຜູ້ລົງສະໝັກກຳລັງແຂ່ງຂັນກັນເພື່ອໃຫ້ໄດ້ຮັບຄະແນນສຽງ ຈາກສະມາຊິກສະຫະພັນກຳມະບານ 200,000 ຄົນ. ດັ່ງ ທີ່ Carolyn Presutti, ນັກຂ່າວວີໂອເອລາຍງານມາຈາກນະຄອນ ລັສ ເວກັສ (Las Vegas) ເພື່ອຢາກຮັບປະກັນວ່າຕົນໄດ້ຮັບການສະໜັບສະໜຸນຈາກສະຫະພັນກຳມະບານ ແມ່ນມີຄວາມທ້າທາຍສູງກວ່າການເລືອກຕັ້ງຢູ່ໃນຊຸມປີກ່ອນໆ ຜ່ານມານັ້ນ ຊຶ່ງບົວສະຫວັນຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ສະຫະພັນກຳມະບານຂອງສະຫະລັດມີປະຫວັດສາດໃນການມີບົດບາດທີ່ມີອິດທິພົນສູງຢູ່ໃນວົງການການເມືອງ. ໃນຈຸດສູງສຸດຂອງເຂົາເຈົ້ານັ້ນ ມີກຳມະກອນ 21 ລ້ານຄົນທີ່ເຂົ້າຢູ່ໃນການຈັດຕັ້ງສະຫະພັນແຮງງານຢູ່ໃນທົ່ວປະເທດ. ໃນຫລາຍທົດສະວັດກ່ອນ ການຮັບຮອງຢ່າງເປັນທາງການຈາກຜູ້ອອກແຮງງານ ທີ່ຢູ່ໃນການຈັດຕັ້ງ ອາດຈະເປັນການຮັບປະກັນເອົາໄຊຊະນະມາໃຫ້ແກ່ຜູ້ສະໝັກເລືອກຕັ້ງຄົນນຶ່ງ ຢູ່ໃນຫລາຍໆ ລັດໄດ້.
ສະພາບອັນນັ້ນ ກໍຍັງເປັນຄືເກົ່າຢູ່ ຢູ່ໃນລັດເນວາດາແຫ່ງນີ້ ທີ່ເປັນບ່ອນຕັ້ງ ຂອງໂຮງຫລິ້ນການພະນັນ ຫລື ກາຊີໂນທັງຫລາຍ ແລະສະຫະພັນຂອງຂະແໜງການເຮັດອາຫານທີ່ມີສະມາຊິກ 60 ພັນຄົນ ຢູ່ທົ່ວປະເທດນັ້ນ ແມ່ນຍັງມີອິດທິພົນສູງຢູ່. ສະຫະພັນດັ່ງກ່າວໄດ້ໃຫ້ການຮັບຮອງຢ່າງເປັນທາງການແກ່ຜູ້ສະໝັກເລືອກຕັ້ງຫລາຍຄົນຢູ່ໃນໄລຍະ 84 ປີ ທີ່ໄດ້ສ້າງຕັ້ງຂຶ້ນມາ. ແຕ່ວ່າ ດຽວນີ້ແມ່ນບໍ່ເປັນເຊັ່ນນັ້ນ. ກົງກັນຂ້າມ ການເລືອກສົ່ງເສີມບູລິມະສິດ ແລະເປົ້າໝາຍຂອງຜູ້ອອກແຮງງານ ແທນໃຫ້ການເຕົ້າໂຮມກັນໃຫ້ການຮັບຮອງຢ່າງເປັນທາງການແກ່ຜູ້ສະໝັກເລືອກຕັ້ງຄົນດຽວຢູ່ໃນຂັ້ນຕອນການເລືອກຕັ້ງຂັ້ນຕົ້ນ.
ທ້າວ ເກໂອຄອນດາ ອາແກວໂລ-ຄລາຍນ໌ (Geoconda Argüello-Kline), ສະມາຊິກຂອງສະຫະພັນຂອງຂະແໜງການເຮັດອາຫານ ຄົນນຶ່ງກ່າວວ່າ:
“ພວກເຮົາຈະໃຫ້ການຮັບຮອງຢ່າງເປັນທາງການແກ່ເລື້ອງທີ່ໃຫ້ຜົນປະໂຫຍດແກ່ພວກເຮົາ ແກ່ສິ່ງທີ່ພວກເຮົາເຮັດຢູ່- ນັ້ນຄືສິ່ງທີ່ພວກເຮົາຈະໃຫ້ການຮັບຮອງຢ່າງເປັນທາງການ.”
“ແມ່ນແທ້ຫວາ? ຂ້ອຍຮູ້ສຶກແປກໃຈທີ່ໄດ້ຍິນແນວນັ້ນ.”
ນາງ ໄດເດຣີ ແຟລກາ (Deirdre Felgar) ໄດ້ເຮັດວຽກມາທີ່ຢູ່ໃນການຄຸ້ມຄອງຂອງສະຫະພັນມາໄດ້ຫລາຍປີແລ້ວ. ນາງປາດຖະໜາຢາກໃຫ້ທຸກຄົນພາກັນໃຫ້ການສະໜັບສະໜຸນ ແກ່ຜູ້ສະໝັກສັງກັດພັກເດໂມແຄຣັດຄົນນຶ່ງ ເພື່ອເອົາຊະນະປະທານາທິບໍດີ ດໍໂນລ ທຣຳໃຫ້ໄດ້ໃນເດືອນພະຈິກນີ້.
ນາງ ແຟລກາ (Felgar), ຜູ້ປ່ອນບັດຄົນນຶ່ງເວົ້າວ່າ:
"ຫລາຍສຽງ ແມ່ນດັງກວ່າສຽງດຽວ."
ໃຜທີ່ໄດ້ກິນອາຫານຢູ່ໃນໂຮງແຮມ ແລະກາຊີໂນ ຟຣີມັນທ໌ (Fremont) ອາດຈະໄດ້ເຫັນທ້າວເຈສັນ ມີແຣນດາ (Jason Miranda), ສະມາຊິກສະຫະພັນ ຂະແໜງການເຮັດອາຫານຄົນນຶ່ງ ທີ່ເຮັດວຽກໃນການສະໜອງເຄື່ອງຢູ່ໃນເຮືອນ ຄົວ. ລາວເວົ້າວ່າ ລາວບໍ່ໄດ້ລໍຖ້າການຮັບຮອງຢ່າງເປັນທາງການຂອງສະຫະພັນຂອງລາວ ກ່ອນຈະປ່ອນບັດຢູ່ໃນກອງປະຊຸມເລືອກຕັ້ງຜູ້ຕາງໜ້າພັກນີ້.
ທ້າວ ມີແຣນດາເວົ້າດັ່ງນີ້:
"ບັນຫາຕົ້ນຕໍບໍ່? ອາດຈະແມ່ນການປິ່ນປົວສຸຂະພາບ. ຮັກສາການປິ່ນປົວສຸຂະພາບຂອງພວກເຮົາໄວ້."
ເຖິງແມ່ນວ່າ ສະຫະພັນຂອງຂະແໜງການເຮັດອາຫານບໍ່ໄດ້ໃຫ້ການຮັບຮອງ ໃຜຢ່າງເປັນທາງການກໍຕາມ ແຕ່ວ່າ ສະຫະພັນດັ່ງກ່າວກໍໄດ້ເຕືອນສະມາຊິກຂອງຕົນວ່າ ແຜນການ “ການປະກັນໄພສຸຂະພາບສຳລັບທຸກຄົນ” ຫລື "Medicare for All" ທີ່ໄດ້ຮັບທຶນຈາກລັດຖະບານຂອງທ່ານເບີນີ ແຊນເດີສ໌ ນັ້ນ ຈະເຮັດໃຫ້ແຜນປະກັນໄພສຸຂະພາບຂອງເອກະຊົນທີ່ໄດ້ມີການເຈລະຈາຂອງສະຫະພັນແລ້ວນັ້ນ ສິ້ນສຸດລົງ.
ທ້າວ ມີແຣນດາ (Miranda) ບໍ່ໄດ້ສະທ້ານຢ້ານກົວເລີຍ. ລາວເວົ້າວ່າ:
"ຂ້ອຍຄິດວ່າ ທ່ານ ເບີນີ ແຊນເດີສ໌ (Bernie Sanders) ເປັນຄົນດີ."
ທ້າວ ແກຣີ ໂບແມນ (Gary Bauman) ໄດ້ເປັນສະມາຊີກຂອງສະຫະພັນລົດແທັກຊີມາໄດ້ນານກວ່າ 40 ປີ. ລາວໄປປ່ອນບັດກ່ອນການເລືອກຕັ້ງ ເພື່ອເອົາຜູ້ສະໝັກທີ່ລາວເຊື່ອວ່າລາວຄືຈະເອົາຊະນະທ່ານທຣຳໄດ້. ລາວເວົ້າວ່າ:
"ຂ້ອຍມີຄວາມຮູ້ສຶກແບບສອງຈິດ ສອງໃຈ ທີ່ຈະເລືອກເອົາລະຫວ່າງ (ອະດີດປະທານາທິບໍດີ) ໂຈ ໄບເດັນ (Joe Biden) ແລະທ່ານນາງ ເອມມີ ໂຄລບູຈາ (Amy Klobuchar) (ສະມາຊິກສະສູງຈາກລັດເມນິໂຊຕາ)."
ທ້າວ ໂບແມນ (Bauman) ຊື້ເຮືອນໂດຍໄດ້ເງິນມາຈາກການຂັບລົດແທັກຊີຂອງລາວ ແຕ່ກໍເວົ້າວ່າ ໃນທຸກມື້ນີ້ຄົງຈະເປັນໄປບໍ່ໄດ້ຍ້ອນຄວາມເຂັ້ມແຂງຂອງຜູ້ອອກແຮງງານທີ່ມີການຈັດຕັ້ງນັ້ນໄດ້ເສື່ອມລົງ. ລາວຄາດຄິດໄວ້ວ່າ ການໃຊ້ເຄື່ອງຈັກອັດຕະໂນມັດຢູ່ບ່ອນເຮັດວຽກ ຈະເຮັດໃຫ້ສະຫະພັນໝົດໄປ.
ທ້າວ ໂບແມນ (Bauman) ກ່າວເພີ້ມອີກວ່າ:
"ມັນຈະມີຄົນເສີບເຫລົ້າຢູ່ໃນບາທີ່ເປັນເຄື່ອງຈັກ ແລະອັນອື່ນໆ ຫລາຍຢ່າງກໍຈະເປັນຄືກັນ ສະນັ້ນຈະມີການສູ້ຢັນກັນຢ່າງໃຫຍ່ຢູ່ໃນນີ້.”
ພວກນັກວິໄຈເວົ້າວ່າ ຜູ້ສະໝັກເລືອກຕັ້ງທີ່ຂ້ອນຂ້າງວ່າຈະໄດ້ຮັບຜົນກະທົບຈາກການບໍ່ມີການຮັບຮອງຢ່າງເປັນທາງການຈາກສະຫະພັນກຳມະບານ ກໍຄື ອະດີດຮອງປະທານາທິບໍດີ ໂຈ ໄບເດັນ (Joe Biden). ທ່ານ ໄບເດັນ ໂດຍມີສາຍສຳພັນກັບສະຫະພັນມາເປັນເວລາດົນນານນັ້ນ ແມ່ນຕ້ອງການໃຫ້ໄດ້ຮັບໄຊຊະນະພາຍຫລັງທີ່ໄດ້ສະແດງໃຫ້ເຫັນເຖິງຈຸດອ່ອນຢູ່ໃນລັດໄອໂອວາ ແລະລັດນິວ ແຮມເຊີ ຜ່ານມາແລ້ວ.
ເຊີນເບິ່ງວີດິໂອເປັນພາສາອັງກິດກ່ຽວກັບລາຍງານນີ້
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ຂ້າງລຸ່ມນີ້
The U.S. presidential contest has moved to another state. Arid, sparsely-populated Nevada holds its nominating caucuses Saturday, and already thousands have cast their ballots in early voting. Candidates are competing for the votes of 200,000 union members. As VOA's Carolyn Presutti reports from Las Vegas, securing union backing is more challenging than in previous election years.
U.S. labor unions historically have played a powerful role in politics. At their peak, 21 million workers were unionized nationwide. Decades ago, getting organized labor's endorsement could almost guarantee a candidate's victory in many states.
That's still true here in Nevada home to casinos and the still-powerful culinary union with 60 thousand members. The union has endorsed numerous candidates in its 84 years. But not now. Instead, choosing to promote labor's priorities and goals instead of rallying behind a single candidate early in the primary process.
Geoconda Argüello-Kline, Culinary Workers Union:
"We're going to endorse our cause, what we're doing — that's what we're going to endorse."
"Really? I'm surprised to hear that."
Deirdre Felgar worked for years in a union job. She wishes that everyone would join forces to support one Democrat to defeat President Donald Trump in November.
Deirdre Felgar, Voter:
"Many voices speak louder than one."
Anyone who eats at the Fremont Hotel and Casino might see longtime Culinary Union member Jason Miranda, who works in kitchen supplies. He says he didn't wait for his union's endorsement to vote in the caucuses.
Jason Miranda, Culinary Union Member:
"Main issues? Probably health care. Protect our health care."
While the culinary union didn't endorse, it did warn members that Vermont Senator Bernie Sanders' government-funded "Medicare for All" plan would end union-negotiated private health insurance.
Again, Miranda is unfazed.
Jason Miranda, Culinary Union Member:
"I think Bernie Sanders is a decent man."
Gary Bauman has been a member of the taxi union for more than 40 years. He voted early for the candidate he believes most likely to defeat Trump.
"I was pretty split between [[former Vice President]] Joe Biden and [[Minnesota Senator]] Amy Klobuchar."
Bauman bought a house from his taxi earnings but says that would be impossible today as organized labor's clout has waned. He predicts workplace automation will consume unions.
Gary Bauman, Taxi union member:
"They're going to have bartenders that are machines and a lot of other things so there's going to be a big fight here."
Analysts say the candidate most likely to be hurt by no union endorsement is former Vice President Joe Biden. Biden, with his longtime ties to unions, is in need of a win after weak showings in Iowa and New Hampshire.