ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໖ ພຶດສະພາ ໒໐໒໔

ເນ​ເທີ​ແລນ ຈະ​ປະ​ກາດ​ ກ່ຽວ​ກັບ ການ​ຄວບ​ຄຸມ​ການ​ສົ່ງ​ອອກເທັກ​ໂນ​ໂລ​ຈີ​ຂໍ້​ມູນ​ໄປ ຈີນ ໃນ​ໄວໆ​ນີ້


ທ່ານ​ນາງ ມິກ​ກີ ເອ​ເດ​ຣຍ​ແອນ​ເຊັນ​ສ4, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ້າ ແລະ ສະ​ພາບ​ອາ​ກາດຂອງ ເນ​ເທີ​ແລນ, ຟັງ​ຄຳ​ຖາມ​ຈາກ​ນັກ​ຂ່າວ​ຢູ່​ສະ​ຖານ​ທູດ ເນ​ເທີ​ແລນ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຄັນ, 8 ມິ​ຖຸ​ນາ 2023.
ທ່ານ​ນາງ ມິກ​ກີ ເອ​ເດ​ຣຍ​ແອນ​ເຊັນ​ສ4, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ້າ ແລະ ສະ​ພາບ​ອາ​ກາດຂອງ ເນ​ເທີ​ແລນ, ຟັງ​ຄຳ​ຖາມ​ຈາກ​ນັກ​ຂ່າວ​ຢູ່​ສະ​ຖານ​ທູດ ເນ​ເທີ​ແລນ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຄັນ, 8 ມິ​ຖຸ​ນາ 2023.

ລັດ​ຖະ​ບານ ເນ​ເທີ​ແລນ ໃນ​ໄວໆ​ນີ້​ຈະ​ເຂົ້າ​ຮ່ວມ​ກັບ ສະ​ຫະ​ລັດ ແລະ ຍີ່​ປຸ່ນ ໃນ​ການ​ອອກ​ມາດ​ຕະ​ການ​ຄວບ​ຄຸມ​ການ​ສົ່ງ​ອອກ ເຊ​ມີ​ຄອນ​ດັກ​ເຕີ ໃໝ່ທີ່​ແນ​ເປົ້າ​ໃສ່​ການ​ຮັກ​ເທັກ​ໂນ​ໂລ​ຈີ​ທີ່​ລະ​ອຽດ​ອ່ອນ​ໃຫ້​ຫ່າງ​ຈາກ ຈີນ ຍ້ອນ​ບັນ​ຫາ​ສຳ​ລັບ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ນຳ​ໃນ​ທາງ​ທີ່​ຜິດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຂອງ​ປະ​ເທດ​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ ວໍ​ຊິງ​ຕັນ.

ມາດ​ຕະ​ການ​ທັງຫຼາຍ​ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ຫ້າມ​ການ​ຂາຍ​ໃຫ້ ຈີນ ຕໍ່​ໄປ​ໂດຍ​ບໍ​ລິ​ສັດ ASML ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ ເນ​ເທີ​ແລນ, ທີ່​ແມ່ນ​ຜູ້​ຜະ​ລິດ​ເຄື່ອງ​ຈັກ​ພິມ​ໄມ​ໂຄ​ຣ​ຊິບ​ທີ່​ມີ​ຄວາມ​ກ້າວ​ໜ້າ​ທີ່​ສຸ​ດ​ຂອງ​ໂລກ, ເຊິ່ງ​ເມື່ອ​ປີ​ກາຍນີ້​ໄດ້​ເປີດ​ເຜີຍ​ “ຂໍ້​ມູນ​ການ​ນຳ​ໃຊ້​ທີ່ບໍ່​ໄດ້​ຮັບ​ອະ​ນຸ​ຍາດ” ໂດຍ​ອະ​ດີດ​ພະ​ນັກ​ງານ​ໃນ ຈີນ.

ສະ​ຫະ​ລັດ ໃນ​ເດືອນຕຸ​ລາ 2022 ໄດ້​ປະ​ກາດ​ມາດ​ຕະ​ການ​ຄວບ​ຄຸມ​ການ​ສົ່ງ​ອອກ​ຂອງ​ເຂົາ​ເຈົ້າ​ເອງ ທີ່​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ວົງ​ຈອນການຄຳ​ນວນ​ໄຟ​ຟ້າ ແລະ ວັດ​ຖຸຜ​ະ​ລິດ​ເຊ​ມີ​ຄອນ​ດັກ​ເຕີ​ບາງ​ອັນ.

ສະ​ຫະ​ລັດ ໄດ້​ກ່າວ​ວ່າມາ​ດ​ຕະ​ການ​ຕ່າງໆ​ໄດ້​ແນ​ເປົ້າ​ໃສ່​ວັດ​ຖຸ​ທີ່ “ອາດ​ສະ​ໜອງ​ການ​ປະ​ກອບ​ສວນ​ໂດຍ​ກົງ​ໃຫ້​ການ​ຕັດ​ສິນ​ໃຈ​ທາງ​ທະ​ຫານ​ທີ່​ມີ​ຄວາມ​ທັນ​ສະ​ໄໝ” ເຊັ່ນ “ການ​ອອກ​ແບບ​ ແລະ ທົດ​ລອງ​ອາ​ວຸດ​ທຳ​ລາຍ​ລ້າງ, ຜະ​ລິດ​ເຊ​ມີ​ຄອນ​ດັກ​ເຕີ​ເພື່ອ​ໃຊ້​ໃນ​ລະ​ບົບ​ທາງ​ທະ​ຫານ​ທີ່​ທັນ​ສະ​ໄໝ ແລະ ພັດ​ທະ​ນາ​ລະ​ບົບ​ສອດ​ແນມ​ທີ່​ທັນ​ສະ​ໄໝ​ທີ່​ສາ​ມາດ​ຖືກ​ໃຊ້​ສຳ​ລັບ​ການ​ຄົ້ນ​ຄວ້າ​ທາງ​ທະ​ຫານ ແລະ ການ​ລະ​ເມີດ​ສິດ​ທິ​ມະ​ນຸດ.”

ສະ​ຫະ​ລັດ ໄດ້​ຂໍ​ບັນ​ດາ​ພັນ​ທ​ະ​ມິດ​ໃນ​ເວ​ລາ​ຕໍ່​ມາ​ລວມ​ມີ ຍີ່​ປຸ່ນ ແລະ ເນ​ເທີ​ແລນ, ເຊິ່ງ​ມີ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ຕ່ອງ​ໂສ​ການ​ສະ​ໜອງ​ເຊ​ມີ​ຄອນ​ດັກ​ເຕີ, ໃຫ້​ນຳ​ສະ​ເໜີ​ມາດ​ຕະ​ການ​ທີ່​ຄ້າ​ຍ​ຄື​ກັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG