ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເນທັນຢາຮູ ໄດ້ອອກຈາກໂຮງໝໍແລ້ວ ໂດຍມີອຸປະກອນຕິດຕາມຫົວໃຈ ຝັງຢູ່ໃນຮ່າງກາຍ


ເຈົ້າໜ້າທີ່ຕຳຫຼວດອິສຣາແອລ ກຳລັງລົມສາຍ ຢູ່ນອກປະຕູທາງເຂົ້າ ເຂດສຸກເສີນ ທີ່ສູນກາງດ້ານການແພດ ຊີບາ (Sheba) ໃນເມືອງ ຣາມັຕ ການ (Ramat Gan) ເມື່ອວັນທີ 15 ກໍລະກົດ 2023, ຫຼັງຈາກທີ່ ນາຍົກລັດຖະມົນຕີ ເບັນຈາມິນ ເນທັນຢາຮູ ໄດ້ຖືກສົ່ງເຂົ້າໂຮງໝໍ.
ເຈົ້າໜ້າທີ່ຕຳຫຼວດອິສຣາແອລ ກຳລັງລົມສາຍ ຢູ່ນອກປະຕູທາງເຂົ້າ ເຂດສຸກເສີນ ທີ່ສູນກາງດ້ານການແພດ ຊີບາ (Sheba) ໃນເມືອງ ຣາມັຕ ການ (Ramat Gan) ເມື່ອວັນທີ 15 ກໍລະກົດ 2023, ຫຼັງຈາກທີ່ ນາຍົກລັດຖະມົນຕີ ເບັນຈາມິນ ເນທັນຢາຮູ ໄດ້ຖືກສົ່ງເຂົ້າໂຮງໝໍ.

ນາຍົກລັດຖະມົນຕີອິສຣາແອລ ເບັນຈາມິນ ເນທັນຢາຮູ ໄດ້ອອກຈາກໂຮງໝໍໃນວັນອາທິດວານນີ້ ຫຼັງຈາກທີ່ໄດ້ຮັບການຜ່າຕັດເອົາອຸປະກອນຕິດຕາມຫົວໃຈ ຝັງໃສ່ໃນຮ່າງກາຍ.

ຖະແຫລງການຂອງໂຮງໝໍ ໄດ້ກ່າວວ່າ ຜົນການກວດສອບທັງໝົດຂອງທ່ານນາຍົກລັດຖະມົນຕີ ແມ່ນປົກກະຕິ ລວມທັງການກວດສອບຫົວໃຈຂອງທ່ານ. ອຸປະກອນຕິດຕາມດັ່ງກ່າວ ໄດ້ຖືກຕິດຕັ້ງແລ້ວ ໂຮງໝໍໄດ້ກ່າວ ເພື່ອອຳນວຍໃຫ້ທີມດ້ານການແພດຂອງທ່ານເນທັນຢາຮູ “ສືບຕໍ່ຕິດຕາມເບິ່ງຢ່າງສະໝ່ຳສະ ເໝີ.”

ນັກການເມືອງໄວ 73 ປີທ່ານນີ້ ໄດ້ຖືກນຳເຂົ້າຮັກສາຢູ່ທີ່ສູນກາງດ້ານການແພດ ຊີບາ (Sheba) ໃນເມືອງ ຣາມັຕ ການ (Ramat Gan) ເມື່ອວັນເສົາຜ່ານມານີ້ ຍ້ອນອາການຂາດນ້ຳໃນຮ່າງກາຍ.

ໃນຕອນແລງວັນເສົາຜ່ານມາ ທ່ານນາຍົກລັດຖະມົນຕີ ໄດ້ອອກຖະແຫລງການຜ່ານທາງວີດີໂອ ຈາກໂຮງໝໍ ໂດຍກ່າວວ່າ “ຂ້າພະເຈົ້າຮູ້ສຶກສະບາຍດີແທ້ໆ.”

ທ່ານໄດ້ຮຽກຮ້ອງໃຫ້ປະຊາຊົນ “ໃຊ້ເວລາຕາກແດດໜ້ອຍລົງ” ແລະ “ດື່ມນ້ຳຫຼາຍຂຶ້ນ.”

ທ່ານເນທັນຢາຮູ ໄດ້ໄປພັກຜ່ອນຢູ່ທີ່ ທະເລ ກາລີລີ (Galilee) ບ່ອນທີ່ອຸນຫະພູມສູງເຖິງ 38 ອົງສາແຊລຊຽສ ຫຼື 100.4 ອົງສາຟາເຣັນໄຮຕ໌.

ມີລາຍງານວ່າ ທ່ານນາຍົກລັດຖະມົນຕີ ມີອາການວິນຫົວຫຼັງຈາກທີ່ໄດ້ຕາກແດດເປັນເວລາຫຼາຍຊົ່ວໂມງ.

ກອງປະຊຸມປະຈຳອາທິດຂອງຄະນະລັດຖະບານອິສຣາແອລ ໃນວັນອາທິດວານນີ້ ໄດ້ຖືກເລື່ອນກຳນົດໄປໃສ່ວັນຈັນມື້ນີ້.

Israeli Prime Minister Benjamin Netanyahu was released from the hospital Sunday, after having a heart monitoring device implanted.

A hospital statement said all of the prime minister’s medical test results were normal, including the tests on his heart. The monitoring device was installed, the hospital said, to allow Netanyahu’s medical team “to continue regular monitoring.”

The 73-year-old politician was admitted to Sheba Medical Center in Ramat Gan on Saturday for apparent dehydration.

Later Saturday, the prime minister issued a video statement from the hospital, saying, “I feel really well.”

He urged people to “spend less time in the sun” and “drink more water.”

Netanyahu was on a vacation at the Sea of Galilee where the temperature reached 38 Celsius or 100.4 Fahrenheit.

The prime minister was reported to have experienced dizziness after several hours in the sun.

Israel’s weekly Sunday cabinet meeting has been rescheduled for Monday.

Some information in this report came from Reuters.

XS
SM
MD
LG