ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເນຕັນຢາຮູ ກ່າວວ່າ ອິສຣາແອລ ເປີດໃຫ້ມີ ການຢຸດຊົ່ວຄາວ ແບບມີກົນລະຍຸດ ສຳລັບການຈັດສົ່ງ ຄວາມຊ່ວຍເຫຼືອ ແລະ ການປ່ອຍຕົວປະກັນ


ຊາວປາແລັສໄຕນ໌ ຫາມຜູ້ເຊຍຊີວິດ ຢູ່ທີ່ບໍລິເວນທີ່ອິສຣາແອລ ໂຈມຕີ ໃນອາຄານພັກອາໄສ ທ່າມກາງຄວາມຂັດແຂ່ງທີ່ກຳລັງດຳເນີນຢູ່ ລະຫວ່າງອິສຣາແອລ ກັບກຸ່ມຮາມາສ ຂອງກຸ່ມອິສລາມ ປາແລັດໄຕນ໌ ໃນເມືອງ ຄານ ຢູນິສ ທາງພາກໃຕ້ຂອງເຂດກາຊາ ໃນວັນທີ 7 ພະຈິກ 2023.
ຊາວປາແລັສໄຕນ໌ ຫາມຜູ້ເຊຍຊີວິດ ຢູ່ທີ່ບໍລິເວນທີ່ອິສຣາແອລ ໂຈມຕີ ໃນອາຄານພັກອາໄສ ທ່າມກາງຄວາມຂັດແຂ່ງທີ່ກຳລັງດຳເນີນຢູ່ ລະຫວ່າງອິສຣາແອລ ກັບກຸ່ມຮາມາສ ຂອງກຸ່ມອິສລາມ ປາແລັດໄຕນ໌ ໃນເມືອງ ຄານ ຢູນິສ ທາງພາກໃຕ້ຂອງເຂດກາຊາ ໃນວັນທີ 7 ພະຈິກ 2023.

ນາ​ຍົກ​ລັດ​ຖະ​ມົນ​ຕີ ເບັນຈາມິນ ເນຕັນຢາຮູ ກ່າວ​ວ່າ ອິສຣາແອລ ຈະ​ພິ​ຈາ​ລະ​ນາ​ຢຸດ ​ການ​ປະຕິບັດການ​ທາງ​ການ​ທະ​ຫານ​ ຊົ່ວຄາວເປັນໄລ​ຍະເວລາ​ສັ້ນໆ ເພື່ອ​ອະ​ນຸ​ຍາດ​ໃຫ້​ເຄື່ອງ​ຊ່ວຍ​ເຫຼືອດ້ານ​ມະ​ນຸດ​ສະ​ທຳ ​ໄປ​ເຖິງ​ເຂດ ກາຊາ ຫຼື​ເພື່ອ​ໃຫ້ຕົວ​ປະກັນ ​ທີ່ກຸ່ມຫົວຮຸນແຮງຮາມາສຈັບໄວ້​ນັ້ນ ອອກໄປ, ແຕ່​ທ່ານ​ໄດ້​ປະ​ຕິ​ເສດ​ການ​ຢຸດ​ຍິງ​ທົ່ວ​ໄປ​ໃນ​ສົງ​ຄາມ​ທີ່​ແກ່​ຍາວ​ເປັນ​ເດືອນ​ຂອງ ອິສຣາແອລ ກັບກຸ່ມຮາມາສ.

ໃນການໃຫ້ສຳພາດ​ຕໍ່ ABC News, ທ່ານ ເນຕັນຢາຮູ ກ່າວ​ວ່າ ທ່ານ​ຄາດ​ຄະ​ເນ​ວ່າ ອິ​ສ​ຣາ​ແອລ ຈະ “ມີ​ຄວາມ​ຮັບ​ຜິດ​ຊອບ​ດ້ານ​ຄວາມ​ປອດ​ໄພ ​ທັງໝົດ” ໃນ​ເຂດ ກາຊາ ໂດຍບໍ່​ມີ​ກຳ​ນົດ ຫຼັງ​ຈາກ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ຕົນ​ໃນ​ການ​ຄົ້ນຫາ ກຸ່ມຮາມາສ.

“ເມື່ອ​ພວກ​ເຮົາ​ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ​ດ້ານ​ຄວາມປອດໄພ​ນັ້ນ, ສິ່ງ​ທີ່​ພວກ​ເຮົາ​ມີ ແມ່ນ​ການ​ລະ​ເບີດຂື້ນ​ຂອງ​ພວກ​ກໍ່​ການ​ຮ້າຍ ຮາມາສ ໃນ​ລະດັບ​ທີ່​ພວກ​ເຮົາ​ຄິດ​ບໍ່​ເຖິງ, ” ທ່ານ ເນຕັນຢາຮູ ກ່າວ.

ທຳນຽບຂາວກ່າວໃນວັນຈັນວານນີ້ວ່າ ປະທານາທິບໍດີ ໂຈ ໄບເດັນ ແລະ ທ່ານເນຕັນຢາຮູ ໄດ້ສົນທະນາທາງໂທລະສັບ ກ່ຽວກັບຄວາມເປັນໄປໄດ້ ໃນການຢຸດຊົ່ວຄາວແບບມີກົນລະຍຸດ ເພື່ອໃຫ້ພົນລະເຮືອນຢູ່ໃນເຂດ ກາຊາ ອອກຈາກພື້ນທີ່ ທີ່ມີການສູ້ລົບຢ່າງຕໍ່ເນື່ອງ ໄດ້ຢ່າງປອດໄພ, ເພື່ອຮັບປະກັນວ່າ ການການຊ່ວຍເຫຼືອຈະເຂົ້າເຖິງພົນລະເຮືອນທີ່ຂາດເຂີນ, ແລະເຮັດແນວໃດໃຫ້ເປັນໄປໄດ້ທີ່ຈະໃຫ້ມີການປ່ອຍໂຕປະກັນ.

ທ່ານ ໄບເດັນ ​ໄດ້​ກ່າວ​ຢ້ຳຄືນ ເຖິງ​ການ​ສະໜັບສະໜຸນ​ຢ່າງ​ໝັ້ນຄົງ ​ຕໍ່​ອິສຣາ​ແອ​ລ ​ໃນ​ການ​ຕໍ່ສູ້​ຕ້ານ​ກັບ​ກຸ່ມ ຮາມາສ ​ໃນ​ຂະນະດຽວກັນ ກໍ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ໃນ​ການ​ປົກ​ປ້ອງ​ພົນລະ​ເຮືອນ ປາແລັສໄຕນ໌ ​ແລະ​ຫລຸດຜ່ອນ​ຄວາມ​ເສຍ​ຫາຍ​ຕໍ່​ພົນລະ​ເຮືອນ​ ໃນ​ລະຫວ່າງ​ການ​ປະຕິບັດ​ການ​ທາງ​ທະຫານ. ທ່ານ​ຍັງ​ໄດ້​ກ່າວ​ເຖິງ​ສະຖານະ​ການ​ຢູ່ໃນເຂດ West Bank ​ແລະ​ຄວາມ​ຈຳ​ເປັນ​ທີ່ຈະຕ້ອງ​ໃຫ້​ຜູ້​ຕັ້ງ​ຖິ່ນ​ຖານ​ຫົວ​ຮຸນ​ແຮງ ​ຮັບຜິດຊອບ​ຕໍ່ບັນດາ​ການ​ກະທຳ​ທີ່​ຮຸນ​ແຮງຕ່າງໆ.

ຫ້ອງການ​ມະນຸດສະທຳ​ຂອງ​ສະຫະ​ປະຊາ​ຊາດ ໄດ້ກ່າວ​ວ່າ ລົດ​ບັນທຸກ 93 ຄັນ ທີ່​ບັນທຸກ​ອາຫານ, ຢາ​ປົວ​ພະຍາດ, ອຸປະກອນດ້ານ​ສຸຂະພາບ ​ແລະ ນ້ຳ ​ໄດ້​ຂ້າມ​ຈາກ​ອີ​ຈິບ ​ເຂົ້າໄປ​ທີ່​ເຂດ​ກາຊາ ​ໃນ​ວັນ​ຈັນ​ວານ​ນີ້. ງານງານໄດ້ກ່າວ​ວ່າ ​ນັບ​ຕັ້ງ​ແຕ່​ການ​ຈັດ​ສົ່ງ​ໄດ້​ເລີ່ມ​ຕົ້ນ​ໃນ​ວັນ​ທີ 21 ຕຸ​ລາ​, ຈຳນວນລົດບັນທຸກທັງໝົດທີ່ໄດ້ເຂົ້າໄປໃນເຂດກາຊາ ແມ່ນ 593 ຄັນ​, ​ທຽບ​ໃສ່ ສະເລ່ຍ 500 ຄັນ ຕໍ່ມື້ ຂອງຈຳນວນລົດບັນທຸກ ທີ່ເຂົ້າໄປໃນເຂດດັ່ງກ່າວ ກ່ອນທີ່ສົ່ງຄາມເລີ້ມຕົ້ນ​.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG