ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານ​ເນ​ຕັນ​ຢາ​ຮູ ກ່າວ​ວ່າ ຂໍ້​ຕົກ​ລົງ ນິວ​ເຄ​ລຍ ອີ​ຣ່ານ ເຮັດ​ໃຫ້ ສົງ​ຄາມ ເກືອບ​ເກີດ​ຂຶ້ນ


ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ ທ່ານ​ເບັນ​ຈະ​ມິນ ເນ​ຕັນ​ຢາ​ຮູ ກ່າວ​ຄຳ​ປາ​ໄສ ຕໍ່​ກອງ​ປະ​ຊຸມ ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ ທ່ານ​ເບັນ​ຈະ​ມິນ ເນ​ຕັນ​ຢາ​ຮູ ກ່າວ​ຄຳ​ປາ​ໄສ ຕໍ່​ກອງ​ປະ​ຊຸມ ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ ທ່ານ​ເບັນ​ຈະ​ມິນ ເນ​ຕັນ​ຢາ​ຮູ ກ່າວ​ວ່າ ຂໍ້​ຕົກ​ລົງນິວ
​ເຄ​ລຍ​ກັບ​ອີ​ຣ່ານ “ເຮັດ​ໃຫ້​ສົງ​ຄາມ​ໃກ້​ຈະ” ເກີດ​ຂຶ້ນ ຢູ່ໃນ​ພາກ​ຕາ​ເວັນ​ອອກ​ກາງ.

ໃນ​ການ​ຖະ​ແຫຼງ ​ຕໍ່​ລາຍ​ການ​ຂອງ​ທ່ານ​ນາງເກຣັດຕາ ແວນ ຊັດເຕີເຣນ ທີ່​ເຮັດ​ວຽກ
​ໃຫ້​ວີ​ໂອ​ເອ ໃນ​ວັນ​ສຸກວານນີ້ ທ່ານ​ເນ​ຕັນ​ຢາ​ຮູ ​ເວົ້າ​ວ່າ ອີ​ຣ່ານ ​ໄດ້​ຮັບ​ເງິນ​ຫຼາຍ​ພັນ
ລ້ານໂດ​ລາຍ້ອນ​ການ​ຍົກ​ເລີກ​ການ​ລົງ​ໂທດ ອັນ​ເປັນ​ພາກ​ສ່ວນ​ນຶ່ງ​ຂອງຂໍ້​ຕົກ​ລົງ​ນິວ​
ເຄ​ລຍ ປີ 2015 ກັບ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ຂອງ​ໂລກ ແຕ່​ບໍ່ໄດ້​ໃຊ້​ເງິນ​ເຫຼົ່າ​ນີ້
ເພື່ອ​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ອີ​ຣ່ານ​ດີ​ຂຶ້ນ.

ທ່ານ​ເນ​ຕັນ​ຢາ​ຮູ​ກ່າ​ວ່າ “ເຂົາ​ເຈົ້າ​ໄດ້​ເອົາ​ເງິນ 15 ພັນ​ລ້ານ​ໂດ​ລາ​ແລະ​ໃຊ້​ສຳ​ລັບຂ​ະ​
ຫຍາຍ​ມະ​ຫາ​ອາ​ນາ​ຈັກ ຊຶ່ງ​ພວກ​ເຂົາ​ພະ​ຍາ​ຍາມ ​ທີ່​ຈະ​ຮຸກ​ຮານ​ພາກ​ຕາ​ເວັນ​ອອກ​
ກາງ ສັງ​ຫານ​ຜູ້​ຄົນ​ທີ່​ບໍ່​ເຫັນ​ພ້ອມ​ກັບ​ພວກ​ເຂົາແລະ​ປຸກ​ລະ​ດົມ​ເພື່ອ​ທຳ​ລາຍອິ​ສ​ຣາ​
ແອ​ລ.”

ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ​ເນ​ຕັນ​ຢາ​ຮູ ມີ​ຂຶ້ນ​ນຶ່ງມື້ ຫລັງ​ຈາກ​ທ່ານ​ໄດ້​ກ່າວ​ຄຳປາ
​ໄສ​ຕໍ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດໂດຍ​ກ່າວ​ຫາ​ອີ​ຣ່ານ​ວ່າ​ຍັງສືບ​ຕໍ່​
ຮັກ​ສາ​ສາງ​ເກັບ​ອາ​ວຸດ​ນິວ​ເຄ​ລຍ​ລັບ ຢູ່​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ. ໂທ​ລະພາບ​ຂອງ​
ອີ​ຣ່ານ​ເອີ້ນ​ການ​ກ່າວ​ຫານີ້​ວ່າ “ເປັນ​ຕາ​ຢາກ​ຫົວ.”

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ອິ​ສ​ຣາ​ແອ​ລ​ ໄດ້​ແຈ້ງ​ໃຫ້​ອົງ​ການ
​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ຊາບ ກ່ຽວ​ກັບ​ສະ​ຖານ​ທີ່​ດັ່ງ​ກ່າວ ເມື່ອ 6 ອາທິດ​ກ່ອນ
ແຕ່​ກໍ​ເວົ້າ​ວ່າ ມາ​ຮອດ​ດຽວ​ນີ້ກໍ​ຍັງ​ບໍ່​ມີ​ການ​ສະ​ໜອງ​ຕອບ​ແນວ​ໃດ​ເທື່ອ.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG