ພວກນຳພາປີນພູ ເຜົ່າ Sherpa ທີ່ມີຊື່ສຽງຂອງເນປານ
ພິຈາລະນາ ຈະທຳການນັດຢຸດງານປະທ້ວງ ພາຍຫຼັງທີ່ໄດ້
ເກີດຫິມະເຈື່ອນທີ່ຮ້າຍແຮງ ຢູ່ເທິງພູເຂົາເອເວີແຣັສ ເຮັດ
ໃຫ້ເພື່ອນນຳພາປີນພູ 13 ຄົນ ເສຍຊີວິດ ໃນອາທິດແລ້ວນີ້.
ພວກເຂົາເຈົ້າຮຽກຮ້ອງເອົາ ຄ່າຈ້າງສູງຂຶ້ນ ແລະສະຫວັດດີ
ການອີກຫລາຍໆຢ່າງ.
ພວກພາປິ່ນພູ 3 ຄົນ ຖືກສົ່ງໄປຮັກສາຕົວຢູ່ໂຮງພະຍາບານ
ຫຼັງເກີດເຫດຫິມະເຈື່ອນ ໃນວັນສຸກຜ່ານມາ ແລະອີກ 3 ຄົນ
ທີ່ຍັງຫາຍສາບສູນນັ້ນ ສັນນິຖານວ່າ ເສຍຊີວິດແລ້ວ.
ນັກປີນພູຄົນນີ້ ທ້າວ Chhring Sherpa ເວົ້າວ່າ:
"ເອີ... ພວກ Sherpa ບາງຄົນ ຄິດວ່າ ພວກເຮົາຄວນກັບຄືນໄປເຮັດວຽກ. ສ່ວນຄົນອື່ນໆນັ້ນ ເຖິງແມານບໍ່ໄດ້ເວົ້າອອກມາຢ່າງຈະແຈ້ງ ແຕ່ກໍຮູ້ສຶກວ່າ ຈຳເປັນຕ້ອງໄດ້ຄືນໄປເຮັດວຽກ ຊຶ່ງເຫດຜົນຫລັກກໍແມ່ນເງິນ ເພາະວ່າເຂົາ
ເຈົ້າບໍ່ ມີວຽກອື່ນເຮັດ. ເຂົາເຈົ້າກໍເລີຍຄິດວ່າ ຈະກັບຄືນໄປເຮັດວຽກ. ໃນ
ຄວາມເຫັນສ່ວນໂຕ ຂອງຂ້ອຍແລ້ວ ຂ້ອຍຄິດວ່າ ໃນເມື່ອມັນເກີດອຸບັດ ເຫດຮ້າຍແຮງແບບນີ້ ມັນຈະດີກ່ວາ ຖ້າຫາກວ່າ ເຮົາລົບລ້າງການປີນພູ ໝົດຕະຫລອດລະດູນີ້.”
ໃນເວລາທີ່ເກີດຫິມະເຈື່ອນນັ້ນ ພວກ Sherpa ຈຳນວນນຶ່ງ ກຳລັງພາກັນເນັ່ງເຊືອກ
ແລະທັບຫິມະກັບນ້ຳແຂງ ເພື່ອແປງທາງຂຶ້ນໄປ ສຳລັບພວກນັກປີນເຂົາຊາວຕ່າງ
ຊາດທັງຫຼາຍ ທີ່ລໍຖ້າຢູ່ຄ້າຍຂ້າງລຸ່ມ. ອຸບັດຕິເຫດທີ່ເກີດຂຶ້ນນີ້ ໄດ້ດຶງຄວາມສົນໃຈ
ໄປໃສ່ ວຽກງານທີ່ອັນຕະລາຍຂອງພວກພາປີນພູ ຊາວ Sherpa ທັງຫຼາຍ.
ເນປານໄດ້ປະກາດ ຈະຈ່າຍຄ່າຊົດເຊີຍ ປະມານ 400 ໂດລາ ໃຫ້ແກ່ຄອບຄົວຂອງ
ພວກທີ່ເສຍຊີວິດ. ພວກ Sherpa ຢາກໄດ້ຄ່າຊົດເຊີຍ ຫລາຍກວ່ານັ້ນ ສຳລັບຄອບ
ຄົວຂອງພວກເຄາະຮ້າຍ.
ພວກພາປີນພູ ທີ່ເອີ້ນວ່າ Sherpa ຕາມຊື່ເຜົ່າຂອງເຂົາເຈົ້ານັ້ນ ມີລາຍໄດ້ ປະມານ
5,000 ໂດລາ ຕໍ່ລະດູການນຶ່ງ ສຳລັບວຽກງານທີ່ລຳບາກ ທີ່ເຂົາເຈົ້າສະໜອງໃຫ້
ພວກລູກຄ້າທີ່ວ່າຈ້າງເຂົາເຈົ້າໃຫ້ພາປີນພູ ຊຶ່ງເປັນພວກທີ່ມີຄວາມສາມາດໃຊ້ຈ່າຍ
ເງິນ ຫຼາຍສິບພັນໂດລາ ໃນການກະກຽມ ເພື່ອປີນຂຶ້ນພູເຂົາເອເວີເເຣັສນັ້ນ.
ພວກເຈົ້າໜ້າທີ່ເນປານ ກ່າວວ່າ ການຢຸດງານຂອງພວກ Sherpa ຈະສົ່ງຜົນກະທົບ
ຢ່າງແຮງ ຕໍ່ຊ່ວງທີ່ມີຄົນປີນພູຫລາຍທີ່ສຸດ ຂອງລະດູການປີນພູ ຊຶ່ງຈະເລີ້ມຂຶ້ນ ໃນ
ເດືອນພຶດສະພານີ້.