ເກີດເຫດແຜ່ນດິນໄຫວຄວາມແຮງ 6.1 ໃນນະຄອນຫຼວງ ກັດມານດູ ຂອງປະເທດ ເນປານ ໃນວັນສຸກມື້ນີ້, ອີງຕາມສູນກາງຕິດຕາມ ແລະ ຄົ້ນຄວ້າແຜ່ນດິນໄຫວແຫ່ງຊາດ, ດັ່ງທີ່ອົງການຂ່າວ ຣອຍເຕີສ໌ ລາຍງານ.
ແຜ່ນດິນໄຫວນັ້ນ ໄດ້ເກີດຂຶ້ນຢູ່ໃກ້ກັບຄຸ້ມບ້ານ ໄບຣາບ ຄັນດາ ໃນເມືອງ ຊິນດູປາລຈົກ ໃນ ເນປານ, ໃກ້ກັບເຂດພູຫິມາໄລທີ່ຕັ້ງຢູ່ຕາມຊາຍແດນຕິດກັບ ຕິເບດ.
ສູນກາງການຄົ້ນຄວ້າທໍລະນີສາດຂອງ ເຢຍຣະມັນ ໄດ້ລະບຸຄວາມແຮງຂອງແຜ່ນດິນໄຫວຢູ່ທີ່ 5.6 ແລະ ຄວາມເລິກ 10 ກິໂລແມັດ, ໃນຂະນະທີ່ສຳຫຼວດທໍລະນີວິທະຍາຂອງ ສະຫະລັດ ໄດ້ປະເມີນໄວ້ທີ່ 5.5.
ບໍ່ມີລາຍງານໃນທັນທີ ກ່ຽວກັບ ຄວາມເສຍຫາຍ ຫຼື ຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດຈາກເຫດແຜ່ນດິນໄຫວດັ່ງກ່າວ.
ທ່ານ ປາຊາງ ເນີປູ ເຊີປາ, ປະທານເຂດເທດສະບານເມືອງ, ບ່ອນທີ່ເປັນຈຸດສູນກາງຂອງແຜ່ນດິນໄຫວຢູ່ນັ້ນ ໄດ້ກ່າວຕໍ່ອົງການຂ່າວ ຣອຍເຕີສ໌ ວ່າ “ຂ້າພະເຈົ້າບໍ່ມີຂໍ້ມູນ ກ່ຽວກັບຄວາມເສຍຫາຍໃດໆໃນເວລານີ້. ແຜ່ນດິນໄຫວນັ້ນ ໄດ້ກໍ່ໃຫ້ເກີດດິນເຈື່ອນຢູ່ເມືອງ ດູກູນາກາດີ ຂ້າມແມ່ນ້ຳໄປ. ມັນບໍ່ມີເຮືອນຕັ້ງຢູ່ໃກ້ກັບບ່ອນເກີດດິນເຈື່ອນ.”
ທ່ານ ຄີຣານ ທາປາ ເຈົ້າເມືອງ ຊິນດູປາລຈົກ ກ່າວວ່າ “ມືຂອງນັກໂທດຄົນນຶ່ງຢູ່ທີ່ຄຸກຂອງເມືອງ ໄດ້ຫັກ ໃນຂະນະທີ່ພະຍາຍາມຈະແລ່ນ ຫຼັງຈາກເກີດແຜ່ນດິນໄຫວ ແລະ ຕອນນີ້ລາວກຳລັງຮັບການປິ່ນປົວຢູ່ໂຮງໝໍ. ຕຳຫຼວດຄົນນຶ່ງ ໄດ້ເອົາຮູບຖ່າຍກ່ຽວກັບຕຶກມີຮອຍແຕກໜ້ອຍນຶ່ງໃນເມືອງ ໂຄດາຣີ ລົງໃນສື່ສັງຄົມ.”
ທ່ານ ກາເນສ໌ ເນປາລີ, ເຈົ້າໜ້າທີ່ອາວຸໂສຂອງເມືອງ ຊິນດູປາລຈົກ ກ່າວຕໍ່ອົງການຂ່າວ ຣອຍເຕີສ໌ ວ່າ “ພວກເຮົາຟ້າວພາກັນອອກມາຈາກບ້ານ. ແຕ່ຕອນນີ້ຄົນໄດ້ກັບເຂົ້າໄປໃນເຮືອນຄືນແລ້ວ. ພວກເຮົາບໍ່ໄດ້ຮັບລາຍງານ ກ່ຽວກັບ ຄວາມເສຍຫາຍ ຫຼື ບາດເຈັບໃດໆໃນປັດຈຸບັນນີ້.
ອ່ານຂ່າວນີ້ເປັນພາສາອັງກິດ
A magnitude 6.1 earthquake struck north of Nepal's Kathmandu on Friday, according to the National Earthquake Monitoring and Research Centre.
The earthquake struck around Bhairab Kunda in the Sindhupalchok District in Nepal, close to the Himalayan mountain range that runs along the border with Tibet.
The German Research Center for Geosciences placed the magnitude of the earthquake at 5.6, and the depth at 10 kilometers while the U.S. Geological Survey pegged it at magnitude 5.5.
There were no immediate reports of damage or casualties from the earthquake.
Pasang Nurpu Sherpa, chairman of the Bhote Koshi rural municipality, where the epicenter is located, told Reuters, "I have no information of any damage so far. The earthquake has triggered a landslide at Dugunagadi Bhir across the river. There are no houses around the site of the landslide."
Kiran Thapa, district governor of Sindhupalchok, said, "One inmate of the district jail broke his hand while trying to run after the quake and he is now undergoing treatment at a hospital. One police post building developed minor cracks at Kodari."
"It shook us from our sleep strongly," Ganesh Nepali, a senior official of Sindhupalchok district, told Reuters. "We rushed out of our home. People have now returned home. We have not received any report of damage or injuries so far."
ຟໍຣັມສະແດງຄວາມຄິດເຫັນ