ບັນດານັກກູ້ໄພໃນປະເທດ ເນປານ ໄດ້ຕັດໂອກາດທີ່ຈະຄົ້ນພົບຜູ້ລອດຊີວິດຈາກເຫດດິນເຈື່ອນໃນອາທິດທີ່ຜ່ານມາ ທີ່ໄດ້ພັດລົດເມຜູ້ໂດຍສານສອງຄັນ ທີ່ຄົນສົ່ງປະຊາຊົນ 65 ຄົນລົງໄປໃນແມ່ນ້ຳທີ່ຂຶ້ນສູງຍ້ອນຝົນຕົກໜັກ, ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່ໃນວັນຈັນມື້ນີ້.
ເຈົ້າໜ້າທີ່ຮັກສາຄວາມປອດໄພຫຼາຍຮ້ອຍຄົນ ໄດ້ສືບຕໍ່ປະຕິບັດການຄົ້ນຫາໃນຕອນເຊົ້າມື້ນີ້ ເພື່ອຊອກຫາລົດເມ ແລະ ຜູ້ໂດຍສານ 55 ຄົນ ຜູ້ທີ່ຍັງຄົງຫາຍສາບສູນຢູ່, ດົນກວ່າ 72 ຊົ່ວໂມງຫຼັງຈາກອຸບັດຕິເຫດ.
ບັນດານັກຄົ້ນຫາໄດ້ພາກັນກວດຄົ້ນສະຖານທີ່ເກີດອຸບັດຕິເຫດໃນວັນສຸກທີ່ຜ່ານມາໃນເມືອງ ຈິດວານ, ປະມານ 86 ກິໂລແມັດທາງພາກຕາເວັນຕົກຂອງນະຄອນຫຼວງ ກັດມານດູ, ປະຈຸບັນນີ້ໄດ້ພົບເຫັນຜູ້ເສຍຊີວິດ 7 ສົບ, ລວມທັງສອງຄົນໃນວັນຈັນມື້ນີ້.
ເຈົ້າໜ້າທີ່ຕຳຫຼວດອາວຸໂສໃນເມືອງ ຈິດວານ ທ່ານ ເບສ ຣາຈ ຣິຈາລ (Bhesh Raj Rijal) ໄດ້ກ່າວວ່າ “ມັນບໍ່ມີໂອກາດທີ່ຈະຊອກເຫັນຜູ້ລອດຊີວິດ. ຈຸດເພັ່ງເລັງຂອງພວກເຮົາແມ່ນການກອບກູ້ສົບຜູ້ເສຍຊີວິດ.”
ເຈົ້າໜ້າທີ່ຄົນນຶ່ງໄດ້ກ່າວວ່າບັນດາສະມາຊິກຄອບຄົວ, ຜູ້ທີ່ໄດ້ເຕົ້າໂຮມກັນຢູ່ສະຖານທີ່ຄົ້ນຫາ, ໄດ້ໝົດຄວາມຫວັງ ກ່ຽວກັບ ການຊອກຫາຄົນຮັກຂອງເຂົາເຈົ້າທີ່ຍັງມີຊີວິດຢູ່.
ເຈົ້າໜ້າທີ່ລັດຖະບານຢູ່ເມືອງນັ້ນໄດ້ກ່າວວ່າ “ເຂົາເຈົ້າໄດ້ຂໍໃຫ້ພວກເຮົາຊອກຫາຢ່າງໜ້ອຍສົບຜູ້ເສຍຊີວິດ. ເຫດການຢູ່ທີ່ນີ້ແມ່ນເປັນຕາຢ້ານ.”
ດິນເຈື່ອນ ແລະ ນ້ຳຖ້ວມທີ່ເກີດມາຈາກຝົນຕົກມໍລະສຸມ ໄດ້ສັງຫານປະຊາຊົນຫຼາຍກວ່າ 100 ຄົນໃນປະເທດ ເນປານ ນັບຕັ້ງແຕ່ກາງເດືອນມິຖຸນາເປັນຕົ້ນມາ.
ລຸນຫຼັງເຫດດິນເຈື່ອນ, ລັດຖະບານໄດ້ປະກາດແຜນການທີ່ຈະຫ້າມລົດເມທັງຫຼາຍຈາກການເດີນທາງໃນຍາມກາງຄືນ ໃນສະຖານທີ່ໆມີການພະຍາກອນອາກາດບໍ່ດີ.
ອ່ານຂ່າວນີ້ເປັນພາສາອັງກິດ
Rescuers in Nepal ruled out chances of finding survivors in last week's landslide that swept two passenger buses carrying 65 people into a river swollen by heavy rain, authorities said on Monday.
Hundreds of security personnel resumed search operations early on Monday to locate the buses and 55 passengers who remained missing, over 72 hours after the accident.
Searchers scouring Friday's accident site in Chitwan district, about 86 km (53 miles) west of the capital Kathmandu, have so far found seven dead bodies, including two on Monday.
"There are no chances of finding survivors. Our focus is on recovering bodies," Bhesh Raj Rijal, a senior police official in Chitwan district said.
Family members, who gathered at the search site, have given up hope on finding their loved ones alive, an official said.
"They are requesting us to at least find the dead bodies. The scene here is grim," said Khimananda Bhusal, a government official in the district.
Landslides and floods triggered by torrential monsoon rains have killed over 100 people in Nepal since mid-June.
Following the landslide, the government announced plans to ban buses from travelling at night in places with adverse weather forecast.
ຟໍຣັມສະແດງຄວາມຄິດເຫັນ