ໃນບໍ່ເທົ່າໃນໃດປີຜ່ານມານີ້ ປະເທດເນປາລໄດ້ເສີມສ້າງ
ຄວາມສໍາພັນທີ່ເຂັ້ມແຂງຢູ່ແລ້ວກັບປະເທດຈີນ ເພື່ອນບ້ານ
ທາງກໍ້າຕາເວັນອອກສຽງເໜືອ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ຊຶ່ງ
ບາງຄົນເວົ້າວ່າ ແມ່ນເພື່ອຕ້ານຢັນການເພິ່ງພາອິນເດຍ ສໍາລັບການຊ່ວຍເຫຼືອແລະການລົງທຶນນັ້ນ. ຜູ້ສື່ຂ່າວວີໂອ
ເອ Aru Pande ມີລາຍງານກ່ຽວກັບຄວາມສໍາພັນຂອງ
ຈີນກັບເນປາລ ຊຶ່ງທອງປານຈະນໍາມາສະເໜີ ທ່ານໃນອັນ
ດັບຕໍ່ໄປ
ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:
ຢູ່ໃນໂຮງໝໍ 132 ຕຽງແຫ່ງນຶ່ງ ໃນເມືອງຫຼວງຂອງເນປາລ ພວກຄົນເຈັບໄດ້ຮັບການປິ່ນ
ປົວທຸກໆພະຍາດ ຈາກຕັ້ງແຕ່ພະຍາດເລືອດຜິດປົກກະຕິໄປຈົນເຖິງໂຣກຫົວໃຈ ຊຶ່ງເປັນ
ການບໍລິການປິ່ນປົວທີ່ສໍາຄັນຕໍ່ຊີວິດ ຢູ່ໃນປະເທດທີ່ສະຫະປະຊາຊາດ ຈັດໃຫ້ຢູ່ໃນອັນດັບ
157 ໃນໂລກ ໃນດ້ານການພັດທະນາມະນຸດ.
ໂຮງໝໍແຫ່ງນີ້ ທີ່ຊື່ວ່າ Civil Service Hospital ຫລື ໂຮງໝໍບໍລິການພົນລະເຮືອນ ຊຶ່ງ
ຮັບປິ່ນປົວພວກຄົນງານລັດຖະບານເນປາລ 86,000 ຄົນ ພ້ອມທັງສາທາລະນະຊົນ
ທົ່ວໄປນໍານັ້ນ ແມ່ນເປີດບໍລິການໃນປີ 2009 ໂດຍມີລັດຖະບານ ຈີນເປັນຜູ້ສ້າງໃຫ້.
ທ່ານ Bimal Kumar Thapa ຜູ້ອໍານວຍການໂຮງໝໍນີ້ ເວົ້າວ່າການຊ່ວຍເຫຼືອຂອງຈີນ
ບໍ່ໄດ້ຢຸດຢູ່ແຕ່ການກໍ່ສ້າງຕຶກໂຮງໝໍເທົ່ານັ້ນ.
“ຈີນຍັງຈະໃຫ້ການເຝິກອົບລົມພວກພະນັກງານ ນາຍແພດ ແລະນາຍຊ່າງ
ຂອງພວກເຮົາອີກ. ແລະພວກເຂົາເຈົ້າຈະໂອນຄວາມຊໍານິຊໍານານ ແລະ
ເທັກໂນໂລຈີ ເຂົ້າມາ ຜ່ານໂຮງໝໍແຫ່ງນີ້ໃນເນປາລ ແລະພວກເຮົາກໍຈະ
ສາມາດສະໜອງການ ບໍລິການ ໃຫ້ດີຂຶ້ນໄປເລື້ອຍໆ.”
ມູນຄ່າການລົງທຶນໂດຍກົງຂອງຈີນໃນເນປາລ ເພີ້ມຂຶ້ນເກືອບສອງເທົ່າຕົວລະຫວ່າງ
ປີ 2007 ຫາ ປີ 2011 ໂດຍທີ່ປະເທດຍັກໃຫຍ່ແຫ່ງເອເຊຍຕາເວັນອອກ ກໍຄືຈີນ ເປັນຜູ້
ກໍ່ສ້າງທຸກໆຢ່າງໃຫ້ ນັບຕັ້ງແຕ່ຖະໜົນຫົນທາງໃໝ່ ໄປຈົນເຖິງໂຄງການເຂື່ອນໄຟຟ້າ ພະລັງນໍ້າ.
ທ່ານ Kunda Dixit ບັນນາທິການໜັງສືພິມ Nepali Times ເວົ້າວ່າ ມັນຈະເປັນເລື້ອງ
ທີ່ຕະລົກໜ້າຫົວ ຖ້າຫາກວ່າປະເທດເພື່ອນບ້ານໃກ້ຄຽງຂອງຈີນ ຄືເນປາລນັ້ນ ຈະເຫັນ
ການລົງທຶນຂອງຈີນຫຼຸດຕໍ່າລົງ ໃນຊ່ວງເວລາທີ່ການລົງທຶນຂອງຈີນ ກໍາລັງເຕີບໃຫຍ່
ຂະຫຍາຍຕົວຂຶ້ນໄປນັບມື້ ໃນທຸກຫົນແຫ່ງໃນທົ່ວໂລກ. ທ່ານຄຸນດາ ເວົ້າຕື່ມວ່າ ນອກນີ້
ແລ້ວ ເນປາລກໍຍັງຢາກຈະກ້າວອອກມາຈາກຮົ່ມເງົາຂອງອິນເດຍ ຊຶ່ງເປັນພາຄີການ
ຄ້າລາຍໃຫຍ່ທີ່ສຸດຂອງຕົນ. ທ່ານ Dixit ເວົ້າວ່າ:
“ເວົ້າທາງພູມິສາດການເມືອງແລ້ວ ລັດຖະບານເນປາລ ຫຼາຍໆຊຸດ ທີ່ເຂົ້າຮັບ
ອໍານາດຕິດຕໍ່ກັນມານັ້ນ ຜ່ານມາ ກໍແມ່ນໄດ້ພະຍາຍາມຢ່າງທີ່ສຸດທີ່ ຈະອ່ຽງ
ໄປໃກ້ກັບຈີນ ເພື່ອຊົດເຊີຍການເພິ່ງພາອາໄສອິນເດຍ ທາງເສດຖະກິດແລະ
ການເມືອງ ຢ່າງຖ້ວມລົ້ນຂອງພວກເຮົານັ້ນ.”
ຫຼັກຖານຄວາມສໍາພັນຂອງຈີນແລະເນປາລນັ້ນ ຍັງເຫັນໄດ້ແມ່ນແຕ່ຢູ່ໃນລະບົບການ
ສຶກສາຂອງເນປາລ ຊຶ່ງມີໂຮງຮຽນຫຼາຍກວ່າ 60 ແຫ່ງໃນທົ່ວເນປາລ ທີ່ສະເໜີຫຼັກສູດ
ການສອນພາສາຈີນ ໃຫ້ແກ່ເດັກນັກຮຽນ ອາຍຸຕັ້ງແຕ່ເຈັດປີຂຶ້ນໄປ.
ໂຮງຮຽນມັດທະຍົມປາຍ Valley View ໃນນະຄອນຫລວງ Kathmandu ກໍໄດ້ສະ
ເໜີວິຊາຮຽນພາສາຈີນ ໃຫ້ນັກຮຽນມາໄດ້ ຫ້າປີຜ່ານມາແລ້ວ.
Dev Raj Paneru ຄູໃຫຍ່ໂຮງຮຽນດັ່ງກ່າວ ເວົ້າວ່າ ການສອນວິຊາຮຽນພາສາຈີນ
ແມ່ນສໍາຄັນ ຍ້ອນວ່າມີນັກຮຽນຊາວເນປາລ ແລະນັກທ່ອງທ່ຽວຊາວຈີນ ຂ້າມຊາຍ
ແດນໄປມາຢູ່ເລື້ອຍໆ.
ທ່ານ Paneru ເວົ້າວ່າ: “ພວກນັກຮຽນເນປາລ ມັກໄປຢ້ຽມຢາມຈີນເພື່ອສຶກສາ
ຕໍ່ໃນດ້ານວິຊາຊີບຕ່າງໆ ແລະນອກຈາກນີ້ແລ້ວ ພວກເຮົາກໍຮູ້ສຶກວ່າ ອິດທິພົນ
ໃນ ດ້ານການຕະຫຼາດຂອງຈີນ ແມ່ນໄດ້ເພີ່ມຂຶ້ນໄປຫຼາຍ.”
ນາຍຄູ Wan Hai Lu ຍ້າຍມາ Kathmandu ຈາກເຂດນອກປັກກິ່ງເມື່ອສອງປີຜ່ານ
ມາ ເພື່ອມາສອນຢູ່ທີ່ນີ້ ອັນເປັນພາກສ່ວນນຶ່ງຂອງໂຄງການທີ່ຕັ້ງຂຶ້ນມາໂດຍສະຖານ
ທູດຈີນ.
ຄູ ຫລູ ເວົ້າວ່າ: “ເບິ່ງຈາກການພັດທະນາຂອງຈີນແລ້ວ ຂ້າພະເຈົ້າຄິດວ່າ
ຊາວເນປາລຫຼາຍຄົນຢາກຮຽນພາສາຈີນ. ຂ້າພະເຈົ້າຈຶ່ງມາສອນຢູ່ເນປາລ
ແລະ ຂ້າພະເຈົ້າ ກໍຄິດວ່າ ມັນເປັນສິ່ງທີ່ໄດ້ປະໂຫຍດ ນໍາກັນທັງສອງຝ່າຍ.”
ສໍາລັບຫຼາຍໆຄົນຢູ່ໃນປະເທດທີ່ຍາກຈົນແຫ່ງນີ້ ທີ່ຕັ້ງຢູ່ໃນເຂດພູຫິມະໄລແລະມີປະຊາ
ກອນ 30 ລ້ານຄົນນັ້ນ ຄວາມຫວັງກໍຄືວ່າ ການເປັນປະເທດທີ່ບໍ່ມີທາງອອກສູ່ທະເລ
ແລະຕັ້ງຢູ່ລະຫວ່າງກາງສອງປະເທດເພື່ອນບ້ານ ຈີນແລະອິນເດຍ ທີ່ກໍາລັງໂຜ່ໂຕຂຶ້ນ
ມາເປັນມະຫາອໍານາດນັ້ນ ຈະພາໃຫ້ເນປາລໄດ້ຮັບຜົນປະໂຫຍດເພີ່ມຂຶ້ນໃນອະນາຄົດ.
ເບິ່ງວີດີໂອລາຍງານນີ້ເປັນພາສາອັງກິດ: