ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ຈີນ ແລະ​ລາວ​ ຄຸ້ມ​ຄອງ​ການສ້າງ​ເຂື່ອນຫຼາຍ​ຂຶ້ນ ເພື່ອ​ຫລຸດ​ຜ່ອນ​ຜົນ​ກະ​ທົບ ດ້ານ​ສິ່ງ​ແວດ​ລ້ອມ


ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 4 ຂອງ​ກຳ​ມາ​ທິ​ການ​ແມ່​ນ້ຳ​ຂອງ ຫລື MRC ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 2-5 ເມ​ສາ, 2023 ທີ່​ນະ​ຄອນ​ຫລວງວຽງ​ຈັນ
ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 4 ຂອງ​ກຳ​ມາ​ທິ​ການ​ແມ່​ນ້ຳ​ຂອງ ຫລື MRC ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 2-5 ເມ​ສາ, 2023 ທີ່​ນະ​ຄອນ​ຫລວງວຽງ​ຈັນ

ກອງ​ປະ​ຊຸມ​ສຸດຍອດ​ຂອງ​ກຳ​ມາ​ທິ​ການ​ແມ່​ນ້ຳຂອງ ຫລື MRC ຄັ້ງ​ທີ 4 ທີ່​ຈັດ​ຂຶ້ນ​ເມື່ອມໍ່ໆ​ມານີ້ ກໍ​ຄື​ໃນ​ຄັ້ງ​ທີ່​ຜ່ານ​ມາແມ່ນເພື່ອ​ທ​ວນ​ຄືນ​ເບິ່ງ​ສັນ​ຍາ​ປີ 1995 ທີ່​ເຊັນ​ໂດຍ​ສີ່​ປະ​ເທດໃນເຂດ​ລຸ່ມ​ແມ່​ນ້ຳ​ ​ແລະເປັນ​ໂອ​ກາດທີ່ໃຫ້​ປະ​ເທດ​ຕ່າງ​ໆໄດ້ມາ​ພົບ​ປະກັນ ແລະ ​ກວດ​ກາ​ເບິ່ງ​ການ​ປະ​ຕິ​ບັດ​ຂໍ້​ຜູ​ກ​ພັນ​ໃນ​ສັນ​ຍາ ຊຶ່ງ​ເປັນ​ການ​ດີ ແຕ່​ວ່າ​ໃນ​ຕົວ​ຈິງ​ແລ້ວ ​ລາວ​ທີ່ເປັນ​ປະ​ເທດ​ມີ​ການ​ສ້າງ​ເຂື່ອນ​ໄຟ​ຟ້າ​ທັງຢູ່​ສາ​ຂາ​ແມ່​ນ້ຳ​ຂອງ​ ແລະ​ໃນແມ່​ນ້ຳ​ຂອງ​ຫລາຍກວ່າ​ໝູ່ນັ້ນ ບໍ່​ມີ​ລ​ະ​ບົບ​ບໍ​ລິ​ຫານທີ່​ມີ​ປະ​ສິດ​ທິ​ພາບເພື່ອກວດ​ກາມາດ​ຕະ​ຖານ​ການ​ສ້າງເຂື່ອນປາ​ນ​ໃດ. ສະ​ນັ້ນ​ຄ້າຍ​ຄື​ກັນ​ກັບ​ຈີນ, ລາວຖືກ​ຕຳ​ໜິ​ຈາກຫວຽດ​ນາມ ຢູ່​ໃນກອງ​ປະ​ຊຸມ​ສຸດຍອດດັ່ງ​ກ່າວ ອີງ​ຕາມທ່ານໄບ​ຣ​ແອນ (Brian Eyler) ອາຍ​ເລີ, ນັກ​ຄົ້ນ​ຄວ້າອະ​ວຸ​ໂສ ແລະ​ຫົວ​ໜ້າໂຄງ​ການພະ​ລັງ​ງານ, ນ້ຳ ແລະ​ຄວາມ​ຍືນ​ຍົງ ຂອງ​ການ​ພັດ​ທະ​ນາໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຈາກ​ສູນ​ກາງສ​ຕິມສັນ ທີ່ກ່າວ​ຕໍ່​ວີ​ໂອ​ເອວ່າ:

"ຂ້າພະເຈົ້າຄິດວ່າ ມັນຈໍາເປັນຕ້ອງມີການປະຕິບັດ ຫຼາຍກວ່ານັ້ນ. ແລະ ຕ້ອງ ຮັບຜິດຊອບໃນຕົວຈິງ ເພາະວ່າບາງຂົງເຂດທີ່ລັດຖະບານລາວ ໂດຍ ສະເພາະ ແມ່ນບໍ່ໄດ້ປະຕິບັດຕາມກົດລະບຽບຂອງສັນຍາແມ່ນໍ້າຂອງເລີຍ. ​ແລະ ​ແມ່ນ​ຄຳ​ປາ​ໄສ​ຂອງ​ນາຍົກລັດຖະມົນຕີຫວຽດນາມທີ່​ເວົ້າ​ຖືກ​ຈຸດທີ່​ສຸດ​ເລີຍ. ເຈົ້າຮູ້ບໍ່, ທ່ານເປັນຜູ້ດຽວເທົ່າ​ນັ້ນທີ່ຕຳ​ນີ ປະ​ເທດທີ່​ດຳ​ເນີນ​ການ​ຢູ່ສ່ວນ​ເທີງ​ຂອງ​ນ້ຳ ເຊັ່ນ ລາວ ແລະ ຈີນ, ເຊິ່ງວ່າ​ມັນຖືກຕ້ອງແລ້ວ. ຫວຽດນາມ ຕ້ອງໃຫ້ ບັນດາ​ປະ​ເທດ​ຢູ່ຕົ້ນ​ນ້ຳເຫລົ່າ​ນີ້ ມີ​ຮັບຜິດຊອບ.”

ທ່ານອະ​ທິ​ບາຍ​ອີກວ່າ ທີ່​ຈິງ​ແລ້ວລັດ​ຖະ​ບານ​ລາວກໍມີ​ກົດ​ລະ​ບຽບທີ່​ຫ້າມ​ບໍ​ລິ​ສັດ​ສ້າງ​ເຂື່ອນ​ຈາກ​ປະ​ເທດ​ຕ່າງໆ ບໍ່​ໃຫ້​ປ່ອຍ​ນ້ຳ​ອອກ​ຈາກ​ເຂື່ອນ​ໃນ​ລະ​ດູ​ຝົນ​ເພາະ​ມັນ​ຈະ​ໄປ​ຖ້ວມ​ປະ​ຊາ​ຊົນ​ທີ່​ຢູ່​ໃກ້​ກັບ​ເຂື່ອນ ແລະ​ຖ້າ​ປ່ອຍ​ກໍ​ຕ້ອງແຈ້ງ​ໃຫ້​ຊຸມ​ຊົນ​ຢູ່​ແຄມ​ແມ່​ນ້ຳ​ຕອນ​ລຸ່ມຮູ້ລ່ວງ​ໜ້າ ແຕ່​ວ່າ​ ລັດ​ຖະ​ບານ​ລາວ ບໍ່ມີ​ຄວາມ​ສາ​ມາດ​ບັງ​ຄັບ​ໃຫ້​ເຂົາ​ເຈົ້າ​ປະ​ຕິ​ບັດ​ຕາມ​ລະ​ບຽບ​ການໄດ້ ຊຶ່ງ​ຍັງເປັນ​ບັນຫາຍາກ​ຢູ່.

XS
SM
MD
LG