ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການ​ເສຍ​ຊີ​ວິດ ຂອງຊາວ​ວີ​ເກີ້ ​ທີ່​ຖືກ​ຂັງ​ຄົນ​ທີ​ 2 ​ຢູ່​​ໄທ ພາ​ໃຫ້ມີ​ການ​ຮຽກ​ຮ້ອງ ​ໃຫ້​ປ່ອຍ​ກຸ່ມ​ດັ່ງ​ກ່າວ ໄປ​ຕັ້ງ​ຖິ່ນ​ຖານ​ໃໝ່

ທ້າວ​ມາ​ດໂທ​ຕີ ມັດ​ເທີ​ຊຸນ (Mattohti Mattursun) ອາ​ຍຸ 40 ປີ ເສຍ​ຊີ​ວິດ​ເມື່ອ​ວັນ​ທີ 21 ເມ​ສາ 2023 ຫຼັງ​ຈາກ​ລາວ​ໄດ້​ຖືກ​ສົ່ງ​ຈາກ​ສູນ​ກັກ​ຂັງ​ຄົນ​ເຂົ້າ​ເມືອງ​ສວນ​ພ​ລູ ຢູ່​ບາງກອກ ໄປ​ຍັງ​ໂຮງ​ໝໍ​ທ້ອງ​ຖິ່ນ.

ຜູ້​ຊາຍ​ຊາວ​ວີ​ເກີ້​ຄົນ​ທີ​ສອງ ​ໄດ້​ເສຍ​ຊີ​ວິດ​ໃນ​ປີນີ້ ຈາກ​ຊາວ​ວີ​ເກີ້​ທັງ​ໝົດ​ປະ​ມານ 50 ຄົນ​ທີ່​ຖືກ​ຂັງ​ລືມ ນັບ​ແຕ່​ປີ 2014 ເປັນ​ຕົ້ນ​ມາ ຊຶ່ງ​ເຮັດ​ໃຫ້​ມີ​ການ​ຮຽກ​ຮ້ອງ​ເພີ້ມ​ຕື່ມ​ຈາກ​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ ໃຫ້​ປ່ອຍ​ພວກ​ເຂົາ​ເຈົ້າແລະ​ສົ່ງ​ໄປ​ຕັ້ງ​ຖິ່ນ​ຖານ​ໃໝ່.

ກຸ່ມ​ສະ​ພ​າ​ໂລກ​ຊາວ​ວີ​ເກີ້ ໄດ້​ປະ​ກາດ​ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ຂອງ​ທ້າວ​ມາ​ດໂທ​ຕີ ມັດ​ເທີ​ຊຸນ ເມື່ອ​ວັນ​ທີ 24 ເມ​ສາ​ຜ່ານ​ມາ ຊຶ່ງ​ກ່າວ​ວ່າ ຊາຍ​ທີ່​ມີ​ອາ​ຍຸ 40 ປີ​ຄົນ​ດັ່ງ​ກ່າວ ໄດ້​ຖືກ​ຍ້າຍ​ຈາກ​ສູນ​ຄຸມ​ຂັງ​ຄົນ​ເຂົ້າ​ເມືອງ​ສວນ​ພ​ລູ ຢູ່​ບາງກອກ ໄປ​ຍັງ​ໂຮງ​ໝໍ​ໃນ​ເຂດ​ທ້ອງ​ຖິ່ນ ເມື່ອ​ວັນ​ທີ 21 ເມ​ສາ ແຕ່​ໄດ້​ເສຍ​ຊີ​ວິດ​ໃນ​ມື້ດຽວ​ກັນ.

ແຟ້ມ - ພວກ​ທີ່​ຖືກ​ຄຸມ​ຂັງ ຢູ່​ສູນກວດ​ຄົນ​ເຂົ້າ​ເມືອງ​ສວນ​ພ​ລູ ໃນ​ບາງກອກ ປະ​ເທດ​ໄທ ເມື່ອ​ວັນ​ທີ 21 ມັງ​ກອນ 2019 ຍື່ນ​ມາ​ອອກ​ມາ ເຮັດ​ເປັນ​ຮູບ​ໂຕວີ. ອີງ​ຕາມ​ລູກ​ຊາຍ​ຂອງ​ອະ​ດີດ​ຜູ້​ທີ່​ຖືກ​ຄຸມ​ຂັງ​ຢູ່​ທີ່ນັ້ນ ມີ​ພວກ​ຜູ້​ຊາວ​ວີ​ເກີ້ ຫຼາຍກວ່າ 50 ຄົນ ຍັງ​ຖືກ​ຂັງ​ຢູ່​ສະ​ຖານ​ທີ່​ດັ່ງ​ກ່າວ.

ຜູ້​ຊາຍຊາວ​ວີ​ເກີ້​ອີກ​ຄົນ​ນຶ່ງ ທີ່​ຖືກ​ຄຸມ​ຂັງ​ຢູ່​ບ່ອນ​ດຽວ​ກັນ​ນີ້ ຄື​ທ້າວ​ອາ​ຊິ​ສ ອັບ​ດູ​ລ​ລາ ອາ​ຍຸ 49 ປີ ກໍ​ໄດ້​ເສຍ​ຊີ​ວິດ​ເມື່ອ​ວັນ​ທີ 11 ກຸມ​ພາ​ຜ່ານ​ມາ.

ບຸກ​ຄົນ​ທັງ​ສອງ​ແມ່ນ​ຢູ່​ໃນ​ຈຳ​ນວນ​ຊາວ​ວີ​ເກີ້​ປະ​ມານ 50 ຄົນ​ທີ່​ຍັງ​ຖືກ​ຄຸມ​ຂັງ​ຢູ່​ໃນ​ເທດ​ໄທ ຈາກ​ຈຳ​ນວນ​ຫຼາຍ​ຮ້ອ​ຍ​ຄົນ​ທີ່​ລັກ​ລອບ​ເຂົ້າ​ປະ​ເທດ​ໃນ​ປີ 2014 ​ລຸນ ຫຼັງ​ທີ່​ໄດ້​ຫຼົບ​ໜີຈາກ​ຈີນ ຊຶ່ງ​ສະ​ຫະ​ລັດ​ແລະ​ປະ​ເທດ​ອື່ນໆ​ໄດ້​ກ່າວ​ຫາ​ວ່າ ມີ​ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ​ໃນ​ການ​ປະ​ຕິ​ບັດ​ຕໍ່​ພວກ​ຊົນ​ກຸ່ມ​ນ້ອຍ​ຊຶ່ງ​ສ່ວນ​ໃຫຍ່​ເປັນ​ຊາວ​ມຸ​ສ​ລິມ ຊຶ່ງ​ເປັນ​ການ​ກ່າວ​ອ້າງ​ທີ່​ປັກ​ກິ່ງ​ໄດ້​ປະ​ຕິ​ເສດ. ສ່ວນ​ຫຼາຍ​ໄດ້​ຖືກ​ບັງ​ຄັບ​ໃຫ້​ກັບ​ຄືນ​ໄປ​ຈີນ ຫຼື​ບໍ່​ກໍ​ຖືກ​ເນ​ລະ​ເທດ​ໄປ​ເທີ​ກີ ບ່ອນ​ທີ່​ຊາວ​ວີ​ເກີ້​ກ່າວ​ອ້າງວ່າ ມີ​ຄວາມ​ສຳ​ພັນ​ທາງ​ສາຍ​ເລືອດ​ກັບ​ຊົນ​ເຜົ່າ​ເທີ​ກີ​ທີ່​ເປັນ​ຊົນ​ກຸ່ມ​ໃຫຍ່​ທີ່ນັ້ນ.

ເຈົ້າ​ໜ້າ​ທີ່​ໄທ​ຍັງ​ບໍ່​ທັນ​ໄດ້​ໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ຂອງ​ທ້າວ​ມາດ​ໂທ​ຕີ​ເທື່ອ ແລະ​ໂຄ​ສົກ​ຂອງ​ຕຳ​ຫຼວດ​ແຫ່ງ​ຊາດ ຊຶ່ງ​ເປັນ​ຜູ້​ຄວບ​ຄຸມ​ສູນ​ຄົນ​ເຂົ້າ​ເມືອງ​ແຫ່ງ​ຕ່າງໆ​ຂອງ​ໄທ​ນັ້ນ ບໍ່​ໄດ້​ເອົາ​ຫົວ​ຊາ​ຕໍ່​ການ​ຂໍ​ຄວາມ​ເຫັນຂອງວີ​ໂອ​ເອ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG