ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ສົ່ງ ອະດີດຄົນຍາມ ຂອງນາຊີ ທີ່ອາໄສຢູ່ໃນ ສຫລ ກັບຄືນໄປ ເຢຍຣະມັນ


ພວກສະໜັບສະໜຸນ ຂະບວນການສັງຄົມນິຍົມ ແຫ່ງຊາດ ທີ່ເປັນກຸ່ມການເມືອງ ຂອງພວກຄົນຜິວຂາວຊາດນິຍົມ, ພາກັນຕະເບະ ແບບພວກນາຊີ ໃນຂະນະທີ່ ເຂົ້າຮ່ວມ ໃນການເຜົາ ສັນຍາລັກ ຂອງກຸ່ມນາຊີ ເຢຍຣະມັນ ທີ່ເອີ້ນວ່າ ສະວັດສະຕິກາ ທີ່ຈັດຂຶ້ນໃນສະຖານທີ່ ບໍ່ແຈ້ງໃຫ້ຊາບ ໃນລັດ ໂຈຣເຈຍ ຂອງສະຫະລັດ.
ພວກສະໜັບສະໜຸນ ຂະບວນການສັງຄົມນິຍົມ ແຫ່ງຊາດ ທີ່ເປັນກຸ່ມການເມືອງ ຂອງພວກຄົນຜິວຂາວຊາດນິຍົມ, ພາກັນຕະເບະ ແບບພວກນາຊີ ໃນຂະນະທີ່ ເຂົ້າຮ່ວມ ໃນການເຜົາ ສັນຍາລັກ ຂອງກຸ່ມນາຊີ ເຢຍຣະມັນ ທີ່ເອີ້ນວ່າ ສະວັດສະຕິກາ ທີ່ຈັດຂຶ້ນໃນສະຖານທີ່ ບໍ່ແຈ້ງໃຫ້ຊາບ ໃນລັດ ໂຈຣເຈຍ ຂອງສະຫະລັດ.

ສະຫະລັດ ໄດ້ເນລະເທດ ຜູ້ຮ່ວມມື ກັບກຸ່ມນາຊີ ຄົນສຸດທ້າຍທີ່ຮູ້ຈັກວ່າ ຍັງມີ ຊີວິດຢູ່ໃນ
ປະເທດນີ້ ກັບຄືນໄປຍັງເຢຍຣະມັນ ຫຼັງຈາກໄດ້ຮັບການກົດດັນທາງ ດ້ານກົດໝາຍ
ການທູດ ແລະການເມືອງ ມາເປັນເວລາຫຼາຍປີແລ້ວນັ້ນ.

ທ້າວ ຈາຄິວ ປາລລິຈ໌ ໄດ້ອາໄສຢູ່ ໃນເມືອງຄວິນສ໌ ເຂດນະຄອນ ນິວຢອກ ມາໄດ້ຫຼາຍ
ທົດສະວັດ ຫຼັງຈາກທີ່ໄດ້ເຂົ້າມາຢູ່ ສະຫະລັດ ໃນປີ 1949.

ທຳນຽບຂາວ ໄດ້ກ່າວໃນຖະແຫລງການສະບັບນຶ່ງ ວ່າ ບັນດາເຈົ້າໜ້າທີ່ກວດຄົນເຂົ້າ
ເມືອງ ໄດ້ປະຕິບັດຕາມຄຳສັ່ງ ເນລະເທດ ເມື່ອຕອນເຊົ້າວັນອັງຄານ ມື້ນີ້.

ຍັງບໍ່ເປັນທີ່ຈະແຈ້ງວ່າ ທ້າວ ປາລລິຈ໌ ອາຍຸ 95 ປີ ຈະປະເຊີນ ກັບການດຳ ເນີນການ
ທາງກົດໝາຍ ແນວໃດແດ່ ຖ້າຫາກວ່າມີ ຢູ່ທີ່ເຢຍຣະມັນ.

ທຳນຽບຂາວ ໄດ້ກ່າວວ່າ “ການສົ່ງ ທ້າວ ປາລລິຈ໌ ອອກຈາກປະເທດ ຈະສົ່ງສັນຍານ
ທີ່ໜັກແໜ້ນ ວ່າ ສະຫະລັດ ຈະບໍ່ຍອມຮັບເອົາ ຄົນຈຳພວກ ທີ່ສົ່ງເສີມອາຊະຍາກຳ
ຂອງກຸ່ມນາຊີ ແລະ ພວກຄົນອື່ນໆ ທີ່ລະເມີດ ສິດທິມະນຸດ ແລະ ພວກເຂົາເຈົ້າ ຈະບໍ່
ສາມາດຊອກຫາບ່ອນທີ່ປອດໄພໄດ້ ຢູ່ໃນດິນແດນຂອງອາເມຣິກາ.”

ທ້າວ ປາລລິຈ໌ ໄດ້ຮັບສັນຊາດ ສະຫະລັດ ໃນປີ 1975 ແຕ່ໃນປີ 2001 ລາວໄດ້ຍອມຮັບ
ຕໍ່ບັນດາເຈົ້າໜ້າທີ່ສືບສວນຂອງ ກະຊວງຍຸຕິທຳ ວ່າ ລາວໄດ້ມີບົດບາດໃນກຸ່ມນາຊີ ໃນ
ຖານະເປັນ ຄົນຍາມຄ້າຍອອກແຮງງານ ໃນເຂດປົກຄອງຂອງເຢຍຣະມັນ ຢູ່ທີ່ປະເທດ
ໂປແລນ. ສັນຊາດສະຫະລັດ ຂອງຜູ້ກ່ຽວໄດ້ຖືກຖອດຖອນ ບົນພື້ນຖານທີ່ວ່າ ລາວໄດ້
ສັນຊາດ ດ້ວຍການຫລອກລວງ ແລະ ໃນປີ 2004 ຜູ້ພິພາກສາ ພະແນກຄົນເຂົ້າເມືອງ
ໄດ້ສັ່ງໃຫ້ເນລະເທດ ທ້າວ ປາລລິຈ໌.

ໃນລະຫວ່າງ ສົງຄາມໂລກຄັ້ງທີສອງ ທ້າວ ປາລລິຈ໌ ໄດ້ຮັບການຝຶກແອບ ແລະເຮັດວຽກ
ຢູ່ທີ່ຄ້າຍບັງຄັບໃຫ້ອອກແຮງງານ ຊື່ວ່າ ທຣໍນິກີ (Trawniki). ຢູ່ສະຖານທີ່ແຫ່ງນີ້ ໃນ
ເດືອນພະຈິກ ປີ 1943 ກອງກຳລັງແອັສແອັສ ຂອງນາຊີ ໄດ້ສັງຫານພວກນັກໂທດ
ຊາວຢິວ ຫຼາຍກວ່າ 6,000 ຄົນ ພາຍໃນມື້ດຽວ.

ກະຊວງຍຸຕິທຳ ສະຫະລັດ ໄດ້ກ່າວວ່າ “ໃນການຊ່ອຍເຫຼືອ ບໍ່ໃຫ້ພວກນັກໂທດດັ່ງກ່າວ
ຫລົບໜີອອກຈາກຄ້າຍ ໃນລະຫວ່າງ ທີ່ລາວໄດ້ປະຕິບັດໜ້າທີ່ ຢູ່ທີ່ຄ້າຍທຣໍນິກີ ນັ້ນ
ທ້າວ ປາລລິຈ໌ ໄດ້ມີບົດບາດທີ່ຈຳເປັນ ໃນການຮັບປະກັນວ່າ ພວກນັກໂທດທັງຫຼາຍ
ຈະໄດ້ພົບກັບໂສກນາດຕະກຳ ດ້ວຍນ້ຳມືຂອງພວກນາຊີ.”

ສະຫະລັດ ທີ່ຜ່ານມາ ໄດ້ຂໍຮ້ອງໃຫ້ເຢຍຣະມັນ ແລະປະເທດອື່ນໆ ຮັບເອົາ ທ້າວ
ປາລລິຈ໌ ແຕ່ການຮ້ອງຂໍເຫຼົ່ານັ້ນ ໄດ້ຖືກປະຕິເສດ ຊ້ຳແລ້ວຊ້ຳອີກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG