ກະຊວງຍຸຕິທຳ ສະຫະລັດ ໄດ້ທຳການຟ້ອງຮ້ອງຕໍ່ເຈົ້າໜ້າທີ່ທະຫານເຮືອປັດຈຸບັນ ແລະ
ອະດີດເພີ່ມເຕີມອີກ 8 ຄົນໃນແຜນການຊື້ຈ້າງຈອບອອຍ ແລະ ໃຫ້ເງິນໃຕ້ໂຕະ ນຳພາ ໂດຍພະນັກງານສັນຍາຈ້າງຜູ້ທີ່ບໍ່ຊື່ສັດ ທີ່ຮູ້ຈັກກັນໃນຊື່ “Fat Leonard.”
ຄະດີດັ່ງກ່າວ, ເຊິ່ງເຮັດໃຫ້ລັດຖະບານ ສະຫະລັດ ໄດ້ຮັບຄວາມເສຍຫາຍປະມານ 35 ລ້ານໂດລາ, ໄດ້ຖືກສືບສວນສອບສວນມາເປັນເວລາ 4 ປີແລ້ວ, ແລະ ບັນດາເຈົ້າໜ້າທີ່ ສະຫະລັດ ກ່າວວ່າ ຜູ້ຕ້ອງສົງໄສປະມານ 200 ຄົນແມ່ນມີສ່ວນຮ່ວມໃນຄະດີນີ້. ຮັກສາການໄອຍະການ ສະຫະລັດ ທ່ານນາງ Alana Robinson ໄດ້ກ່າວໃນວັນອັງຄານວານນີ້
ວ່າ “ນີ້ແມ່ນການຫຼອກລວງ ແລະ ການທໍລະຍົດຂອງກອງທັບ ສະຫະລັດ ຂະໜາດ ໃຫຍ່ຫຼາຍ.. ທີ່ເຮັດໂດຍພວກເຈົ້າໜ້າທີ່ລະດັບສູງສຸດຂອງກອງທັບເຮືອ.”
ກະຊວງຍຸຕິທຳໄດ້ກ່າວວ່າ ພົນເຮືອຕີ Bruce Loveless, ເຊິ່ງເປັນເຈົ້າໜ້າທີ່ອາວຸໂສ ສືບລັບກອງທັບເຮືອ ທີ່ປະຈຳການຢູ່ທຳນຽບ 5 ແຈ ກໍແມ່ນໜຶ່ງພວກຜູ້ຕ້ອງສົງໄສ, ພ້ອມ
ກັບພັນເອກທະຫານເຮືອ ທີ່ອອກບຳນານແລ້ວສາມຄົນ, ຍັງປະຈຳການຢູ່ຄົນໜຶ່ງ, ພັນໂທ
ທີ່ຍັງປະຈຳ ການໜຶ່ງຄົນ ແລະ ຈ່າເອກທີ່ອອກບຳນານແລ້ວຄົນໜຶ່ງ. ພວກເຂົາຖືກຟ້ອງໃນຂໍ້ຫາຊື້ຈ້າງຈອບອອຍ, ສົມຮູ້ຮ່ວມຄິດເພື່ອທຳການຊື້ຈ້າງຈອບອອຍ, ຂັດຂວາງຄວາມ
ຍຸຕິທຳ ແລະ ລາຍງານຫຼອກລວງຕໍ່ບັນດານັກສືບສວນສອບສວນລັດຖະບານກາງ.
ພວກຜູ້ຕ້ອງສົງໄສໄດ້ຖືກກ່າວຫາວ່າ ຮັບສິນບົນຈາກພະນັກງານສັນຍາຈ້າງກອງທັບ ທີ່
ມີຫ້ອງການຕັ້ງຢູ່ປະເທດ ສິງກະໂປ, ທ້າວ Leonard Francis, ຜູ້ທີ່ໄດ້ຍອມຮັບຜິດໃນ ການສໍ້ໂກງເງິນຫຼາຍສິບລ້ານໂດລາຂອງກອງທັບເຮືອ. ທ້າວ Francis, ຊຶ່ງເປັນທີ່ຮູ້ຈັກ
ໃນຊື່ “Fat Leonard ນັ້ນ,” ກ່ອນໜ້ານີ້ ເຄີຍເປັນຜູ້ບໍລິຫານໃຫຍ່ ຂອງບໍລິສັດສັນຍາ ຈ້າງກອງທັບ Glen Defense Marine Asia ຫຼື GDMA.
ພວກຜູ້ຕ້ອງສົງໄສ ທີ່ຖືກຈັບກຸມໃນວັນອັງຄານວານນີ້ ຖືກກ່າວຫາວ່າ ໄດ້ຮັບໂມງ, ຢາ
ສູບຊີກາ, ເຫຼົ້າ, ຫ້ອງພັກໂຮງແຮມໂດຍບໍ່ເສຍຄ່າໃຊ້ຈ່າຍ ແລະ ການບໍລິການໂສເພນີ, ເຊິ່ງມອບໃຫ້ໂດຍທ້າວ Francis, ຜູ້ທີ່ຖືກກ່າວຫາວ່າ ມັກຈັດງານປາຕີ້ຮ່ວມເພດລາຄາ
ແພງ ສຳລັບພັກພວກຂອງລາວ ໃນການແລກປ່ຽນກັບສັນຍາ ທີ່ມີກຳໄລງາມ ເຊິ່ງບໍລິສັດ GDMA ຂອງລາວໄດ້ຈັດການນຳສົ່ງອາຫານ, ນ້ຳດື່ມ, ນ້ຳມັນເຊື້ອໄຟ ແລະ ສິ່ງຂອງຈຳ
ເປັນອື່ນໆໃຫ້ກັບກຳປັ່ນກອງທັບເຮືອໃນມະຫາສະໝຸດປາຊີຟິກ. ບັນດາເຈົ້າໜ້າທີ່ຄາດ
ວ່າ ທ້າວ Francis ແລະ ບໍລິສັດຂອງລາວ ໄດ້ຄິດລາຄາເກີນກັບກອງທັບເຮືອປະມານ 35 ລ້ານໂດລາ.
ຜູ້ຕ້ອງສົງໄສໝົດທຸກຄົນ ທີ່ຖືກຈັບໃນວັນອັງຄານວານນີ້ ໄດ້ຖືກຂໍ້ຫາກະທຳຜິດ ໃນຂະ
ນະທີ່ພວກເຂົາເຈົ້າ ຖືກແຕ່ງຕັ້ງໃຫ້ໄປປະຈຳການຢູ່ກອງທັບເຮືອທີ 7 ທີ່ຕັ້ງຢູ່ປະເທດ ຍີ່ປຸ່ນ.