ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູຸ້ນຳ ພັກຝ່າຍຄ້ານ ຣັດເຊຍ ນຳເອົາເລື່ອງ ທ່ານປູຕິນ ຂຶ້ນສານ ສິດທິມະນຸດ ຂອງຢູໂຣບ


ນັກເຄື່ອນໄຫວຝ່າຍຄ້ານຂອງຣັດເຊຍ ທ່ານ ອາເລັກເຊ ນາວາລນີ (Alexei Navalny) ແມ່ນເຫັນຢູ່ໃນພາບ ກ່ອນໜ້າການຮັບຟັງຄະດີ ຢູ່ທີ່ສານສິດທິມະນຸດ ຂອງຢູໂຣບ ໃນເມືອງສຕຣາສບວກ ຂອງຝຣັ່ງ, ວັນທີ 24 ມັງກອນ 2018.
ນັກເຄື່ອນໄຫວຝ່າຍຄ້ານຂອງຣັດເຊຍ ທ່ານ ອາເລັກເຊ ນາວາລນີ (Alexei Navalny) ແມ່ນເຫັນຢູ່ໃນພາບ ກ່ອນໜ້າການຮັບຟັງຄະດີ ຢູ່ທີ່ສານສິດທິມະນຸດ ຂອງຢູໂຣບ ໃນເມືອງສຕຣາສບວກ ຂອງຝຣັ່ງ, ວັນທີ 24 ມັງກອນ 2018.

ຜູ້ນຳພັກຝ່າຍຄ້ານຂອງຣັດເຊຍ ທ່ານອາເລັກເຊ ນາວາລນີ (Alexei Naval-ny) ໄດ້
ນຳເອົາການຜິດຖຽງຂອງທ່ານ ກັບປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ ໄປ
ຍັງສານສູງສຸດຂອງຢູໂຣບ.

ທ່ານນາວາລນີ ໄດ້ໄປປາກົດຕົວ ຕໍ່ໜ້າສານສິດທິມະນຸດຂອງຢູໂຣບ ໃນວັນພຸດວານນີ້
ເພື່ອຮ້ອງທຸກ ກ່ຽວກັບການຈັບກຸມທ່ານຊ້ຳແລ້ວຊ້ຳອີກ ໂດຍເຈົ້າໜ້າທີ່ຣັດເຊຍນັ້ນ ແມ່ນ
ມີຈຸດປະສົງທາງການເມືອງ ແລະເປັນການລະເມີດ ຕໍ່ສິດທິພື້ນຖານ.

ທ່ານນາວາລນີ ກ່າວຕໍ່ສານສູງສຸດຂອງຢູໂຣບ ທີ່ມີສຳນັກງານຕັ້ງຢູ່ເມືອງສຕຣາສບວກ
ປະເທດຝຣັ່ງວ່າ“ໃນຊຸມປີຜ່ານມານີ້ ຂ້າພະເຈົ້າໄດ້ຖືກຈັບເຂົ້າຄຸກ ຢ່າງໜ້ອຍ 7 ເທື່ອ.
ໃນປີກາຍນີ້ ຂ້າພະເຈົ້າໄດ້ໃຊ້ເວລາ 2 ເດືອນ ຢູ່ໃນຄຸກ ຍ້ອນຊົມໃຊ້ສິດເສລີພາບ
ໃນການໂຮມຊຸມນຸມຂອງພວກເຮົາ. ຄວາມເປັນໄປໄດ້ໃນສິ່ງດັ່ງກ່າວ ເກີດຂຶ້ນ
ໂດຍບໍ່ມີການປະສານງານກັນ ທາງດ້ານການເມືອງນັ້ນ ແມ່ນຢູ່ຫ່າງໄກຫຼາຍ ຄືກັນ
ກັບໂອກາດທີ່ຈະພົບ ໄດໂນເສົາ ຢູ່ໃນສານນີ້.”

ທ່ານນາວາລນີ ໄດ້ໂຄສະນາຫາສຽງ ໃນການເລືອກຕັ້ງປະທານາທິບໍດີ ຣັດເຊຍ ໃນວັນ
ທີ 18​ ມີນາ ຈະມາເຖິງນີ້ ແຕ່ທ່ານໄດ້ຖືກຫ້າມ ໂດຍຄະນະກຳມາທິການເລືອກຕັ້ງ ທີ່
ກ່າວວ່າ ການມີຄວາມຜິດທາງອາຍາ ເຮັດໃຫ້ທ່ານໝົດສິດ ທີ່ຈະມີຊື່ ສຳລັບການປ່ອນ
ບັດໄດ້.

ທ່ານນາວາລນີ ກ່າວອ້າງວ່າ ການຕັດສິນໂທດ ຖານຍັກຍອກເງິນ ໃນປີ 2013 ແມ່ນມີ
ວັງເຄຣັມລິນ ເປັນຜູ້ຢູ່ເບື້ອງຫຼັງ ເພື່ອຂັດຂວາງບໍ່ໃຫ້ທ່ານ ເຂົ້າຮັບຕຳແໜ່ງໃນລັດຖະບານ
ໄດ້.

ທ່ານນາວາລນີ ກ່າວຕໍ່ພວກນັກຂ່າວວ່າ ການພິສູດວ່າ ເຈົ້າໜ້າທີ່ຣັດເຊຍມີຈຸດປະສົງ
ທາງການເມືອງ ໃນການຈັບກຸມທ່ານ ແລະ ບໍ່ອະນຸຍາດໃຫ້ທ່ານໂຮມຊຸມນຸມ ແມ່ນເປັນ
ເລື່ອງທີ່ສຳຄັນ ສຳລັບພວກນັກເຄື່ອນໄຫວ ຢູ່ໃນປະເທດຣັດເຊຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG