ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຕຳຫຼວດ ປາບປາມ ພວກສະໜັບສະໜູນ ທ່ານນາວາ​ລນີ ກ່ອນການປະທ້ວງ


ນັກ​ການ​ເມືອງ​ຝ່າຍ​ຄ້ານ ທ່ານ​ອາ​ເລັກເຊ ນາວາ​ລນີ ກ່າວຄຳປາໄສ ຢູ່ບ່ອນໂຮມຂຸມນຸມ ຕໍ່ຕ້ານພວກເຈົ້າໜ້າທີ່ ທີ່ກີດກັ້ນພາກສ່ວນທາງອິນເຕີແນັດ ໃນຣັດເຊຍ ວັນທີ 30 ເມສາ 2018.
ນັກ​ການ​ເມືອງ​ຝ່າຍ​ຄ້ານ ທ່ານ​ອາ​ເລັກເຊ ນາວາ​ລນີ ກ່າວຄຳປາໄສ ຢູ່ບ່ອນໂຮມຂຸມນຸມ ຕໍ່ຕ້ານພວກເຈົ້າໜ້າທີ່ ທີ່ກີດກັ້ນພາກສ່ວນທາງອິນເຕີແນັດ ໃນຣັດເຊຍ ວັນທີ 30 ເມສາ 2018.

ຕຳ​ຫຼວດຣັດ​ເຊຍ​ໄດ້​ກັກ​ຂັງ​ພວກ​ສະໜັບ​ສະ​ໜູນນັກ​ການ​ເມືອງ​ຝ່າຍ​ຄ້ານ ທ່ານ​ອາ​ເລັກ
ເຊ ນາວາ​ລນີ ໂດຍບຸກ​ເຂົ້າໄປກວດຄົ້ນ​ເຮືອນ​ເຂົາ​ເຈົ້າ ​ແລະ​ຈັບ​ກຸມ​ເຂົາ​ເຈົ້າ​ຢູ່​ຕາມ​ຖະ
ໜົນ​ໃນ​ຫຼາຍ​ຫົວ​ເມືອງຂອງຣັດ​ເຊຍ ກ່ອນໜ້າການ​ປະ​ທ້ວງ​ໃນ​ວັນ​ເສົາ​ມື້​ນີ້ ເພື່ອຕໍ່ຕ້ານ
ປະທານາທິບໍດີ ວລາ​ເດີ​ເມຍ ປູ​ຕິນ ຊຶ່ງສະ​ໄໝ​ໃນການດຳ ລົງຕຳແໜ່ງເທື່ອໃໝ່ຂອງ​
ທ່ານ​ ຈະ​ເລີ້​ມ​ໃນວັນ​ຈັນ​ອາທິດ​ໜ້າ​ນີ້.

ຖະແຫຼງການ ຂອງມູນ​ນິທິ​ເປີດກວ້າງຣັດ​ເຊ​ຍ ຊຶ່ງລາຍ​ງານ​ໂດຍອົງການຂ່າວ ​ອີ​ນ​ເຕີ
​ແຟັກສ໌ ກ່າວວ່າ “ນັກ​ເຄື່ອນ​ໄຫວ ອີລຢາ ກັນ​ວາຣຈ໌ ​ໄດ້​ຖືກ​ກັກ​ຂັງ ​ຢູ່​ນະຄອນ​ເຊນປີ
​ເຕີ​ສ​ເບີຣກ໌ ໃນມື້​ຄືນ​ນີ້. ທ່ານ​ອິລຢາ​ແມ່ນ​ນັກ​ເຄື່ອນ​ໄຫວ ທີ່​ເຂົ້າ​ຮ່ວມ​ໃນ​ການ​ປະຕິບັດ
​ງານ ຈັດ​ຂຶ້ນ​ໂດຍ​ພະນັກງານ ​ຂອງ​ທ່ານ​ອາ​ເລັກ​ເຊ ນາ ວາ​ລນີ.”

​ນອກນັ້ນ ເອກ​ກະສາ​ນ​ຂອງມູນນິທິເປີດກວ້າງຣັດ​ເຊຍ ຍັງ​ກ່າວ​ວ່າ ​ນຶ່ງ​ໃນ​ສະ ມາຊິກ
​ຂອງ​ຕົນ ທ່ານ​ວິກ​ເຕີ ຈີຣິກັອຟ ​ໄດ້​ຖືກ​ກັກ​ຂັງຢູ່​ເມືອງ​ກຣາສ​ໂນ​ດາ​ແລະ​ພັກ​ນັກ​ງານ​
ຂອງ​ທ່ານ​ນາວາລນີ ​ໄດ້​ຖືກ​ກັກ​ຂັງ ​ຢູ່​ຫຼັງ​ບ້ານຂອງນາງຢູ່ກຣາສ​ໂນ​ຢາຣສກ໌.

ມູນນິທິດັ່ງກ່າວຍັງເວົ້າ​ວ່າ “ນາງ​ໄດ້​ຖືກ​ນຳພາ​ໂຕ​ໄປ​ສານໃນ​ທັ​ນທີ ຈາກເຮືອນ ຂອງ
ນາງທີ່​ອາດຖືກກ່າວ​ຫາວ່າ ​ພົວພັນ​ກັບ​ການ​ເຄື່ອນໄຫວ ໃນວັນ​ທີ 5 ພຶດ ສະພາ.”

ບັນດາ​ຜູ້​ສະໜັບສະໜູນ​ທ່ານ​ນາວາ​ລນີ ​ໄດ້​ວາງ​ແຜນປະ​ທ້ວງ​ທ່ານ​ປູ​ຕິນ ຢູ່ປະມານ
90 ​ແຫ່ງ ໃນ​ທົ່ວ​ປະ​ເທດ ​ໃນ​ວັນ​ທີ 5 ພຶດສະພາ​ມື້​ນີ້ ຊຶ່ງ​ຈຳນວນ​ນຶ່ງຍັງບໍ່ໄດ້ຮັບການ
ອະນຸມັດເທື່ອ.

ປະທານາທິບໍດີຣັດເຊຍ ທ່ານວລາເດເມຍ ປູຕິນ ມາເຖິງໜ່ວຍປ່ອນບັດ ລະຫວ່າງການເລື້ອນຕັ້ງ ປະທານາທິບໍດີ ຢູ່ຣັດເຊຍ ທີ 18 ມີນາ 2018.
ປະທານາທິບໍດີຣັດເຊຍ ທ່ານວລາເດເມຍ ປູຕິນ ມາເຖິງໜ່ວຍປ່ອນບັດ ລະຫວ່າງການເລື້ອນຕັ້ງ ປະທານາທິບໍດີ ຢູ່ຣັດເຊຍ ທີ 18 ມີນາ 2018.

ໃນການ​ໃຫ້ສຳພາດ​ຫວ່າງ​ມໍ່ໆ​ມານີ້​ກັບວີ​ໂອ​ເອ ພະ​ແນ​ກພາສາຣັດ​ເຊຍ ທ່ານ​ເລ​ໂອ​ນິດ
​ວົກ​ກັອຟ ຫົວໜ້າ​ທີ່ປຶກສາ​ຂອງ​ທ່ານ​ນາວາ​ລນີ ​ໄດ້​ເຕືອນ​ວ່າ ອາດຈະມີ ການ​ທັບ​ມ້າງ
​ ເກີດ​ຂຶ້ນ​ໄດ້ທຸກຍາມ.

ທ່ານ​ກ່າວ​ວ່າ “ພວກ​ເຈົ້າ​ໜ້າທີ່​ເຄີຍ ແລະ​ກໍຍັງສືບຕໍ່​ມີ​ຄວາມ​ຢ້ານ​ກົວ​ຕໍ່​ການ​ປະ​ທ້ວງ.
​ເຂົາ​ເຈົ້າ​ພະຍາຍາມ​ທຸກ​ວິ​ທີທາງ​ທີ່​ເຂົາ​ເຈົ້າ​ສາມາດ ເພື່ອຈະຂົ່ມຂູ່ ​ເຕືອນ ​ໃຫ້​ຄຳ​ໝັ້ນ
ສັນຍາກັບພວກ​ຝ່າ​ຍຄ້ານ ຊຶ່ງເປັນເລື້ອງຄືກັນກັບທີ່ຜ່ານມາ.”

ທະຫານຣັດເຊຍ ລ່ຽນແຖວເພື່ອເອົາບັດເລືກຕັ້ງ ປະທານາທິບໍດີຣັດເຊຍ ທີ 18 ມີນາ 2018.
ທະຫານຣັດເຊຍ ລ່ຽນແຖວເພື່ອເອົາບັດເລືກຕັ້ງ ປະທານາທິບໍດີຣັດເຊຍ ທີ 18 ມີນາ 2018.

​ໃນ​ຂະນະ​ຢ່າງ​ໝ້ອຍ ກຸ່ມປະ​ທ້ວງ​ທີ່​ນ້ອຍໆກຸ່ມນຶ່ງ​ ໄດ້​ຮັບການສະໜັບສະໜູນ ທ່ານ​ວົກກັອຟກ່າວ​ວ່າ ​ມັນໄດ້ຮັບການອະນຸມັດ ​ສ່ວນ​ໃຫຍ່ແລ້ວ ແມ່ນສຳລັບໂຄງການ ທີ່
ປາກົດວ່າ ເປັນປະຊາທິປະໄຕໂດຍກົງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG