ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄພທຳມະຊາດ ເຮັດໃຫ້ ພື້ນທີ່ເຂົ້ານາປີ ໃນແຂວງ ສະຫວັນນະເຂດ ເສຍຫາຍ ກວ້າງກວ່າ 18,300 ເຮັກຕາ


ຝົນຕົກໜັກ ຈາກພາຍຸເຂດຮ້ອນ ໄດ້ສົ່ງຜົນໃຫ້ເກີດນ້ຳຖ້ວມ ຕະຫຼາດ ໃນແຂວງຈຳປາສັກ ເມື່ອເດືອນກໍລະກົດ ແລະສິງຫາ ຜ່ານມານີ້
ຝົນຕົກໜັກ ຈາກພາຍຸເຂດຮ້ອນ ໄດ້ສົ່ງຜົນໃຫ້ເກີດນ້ຳຖ້ວມ ຕະຫຼາດ ໃນແຂວງຈຳປາສັກ ເມື່ອເດືອນກໍລະກົດ ແລະສິງຫາ ຜ່ານມານີ້

ໄພທຳມະຊາດ ເຮັດໃຫ້ເຂົ້ານາປີ ໃນແຂວງສະຫວັນນະເຂດ ເສຍຫາຍໄປກວ້າງກວ່າ
18,300 ເຮັກຕາ ທັງຍັງໄດ້ສົ່ງຜົນກະທົບຕໍ່ການຜະລິດດ້ານກະສິກຳ ແລະສະບຽງ
ອາຫານໂດຍລວມຂອງລາວ ອີກດ້ວຍ.

ທ່ານຄຳລຸຍ ຍາດຕິວົງ ຫົວໜ້າພະແນກກະສິກຳ ແລະປ່າໄມ້ ແຂວງສະຫວັນນະເຂດ
ຢືນຢັນວ່າ ພາຍຸ 2 ໜ່ວຍ ທີ່ພັດເຂົ້າມາໃນລາວ ໃນເດືອນກໍລະກົດ ແລະສິງຫາ ທີ່
ຜ່ານມາ ໄດ້ສົ່ງຜົນກະທົບເຮັດໃຫ້ເຂົ້ານາປີ ໃນແຂວງສະຫວັນນະເຂດ ເສຍຫາຍໄປ
ຢ່າງສິ້ນເຊິງ ຄິດເປັນເນື້ອທີ່ລວມກວ້າງກວ່າ 18,300 ເຮັກຕາ ຈຶ່ງເຮັດໃຫ້ຜົນຜະລິດ
ເຂົ້ານາປີ ໃນປີ 2017 ສາມາດຈັດຕັ້ງປະຕິບັດໄດ້ຕ່ຳກວ່າເປົ້າໝາຍທີ່ວາງໄວ້ ເກືອບ
10 ເປີເຊັນ ເພາະວ່າ ມີເນື້ອທີ່ນາທີ່ສາມາດເກັບກ່ຽວໄດ້ໃນຕົວຈິງ 192,000 ກວ່າ
ເຮັກຕາ ຈາກທີ່ວາງເອົາໄວ້ທັງໝົດບໍ່ຕ່ຳກວ່າ 210,500 ເຮັກຕາ ໃນທົ່ວແຂວງດັ່ງທີ່
ທ່ານຄຳລຸຍ ໄດ້ໃຫ້ການຢືນຢັນວ່າ:

“ເບິ່ງສະພາບລວມແລ້ວໜິ ສະມັດຖະພາບປີນີ້ ຈະຫລຸດນ້ອຍນຶ່ງ ຍ້ອນວ່າປີນີ້
ມັນຖືກເລື່ອງຜົນກະທົບໂດຍສະເພາະແມ່ນ ລະດູຝົນນີ້ແກ່ຍາວ ໂດຍສະເພາະ
ຫລະແມ່ນ ພວກເຮົາຖືກຜົນກະທົບຈາກພາຍຸເຊິ່ນກາ ກັບດອກສຸລີ ຫັ້ນ ຖືວ່າ
ພວກເຮົາມີເນື້ອທີ່ ທີ່ວ່າຖືກກະທົບຫັ້ນ 18,314 ເຮັກຕາ ເນື້ອທີ່ເກັບກ່ຽວ ຂອງ
ພວກເຮົາຕົວຈິງແທ້ ກະຊິໄດ້ພຽງແຕ່ 192,000 ກວ່າເຮັກຕາ.”

ພາຍຸເຂດຮ້ອນ ເຊິ່ນກາ ທີ່ນຳເອົາຝົນຕົກລົງມາຢ່າງຫລວງຫຼາຍ ໄດ້ກໍ່ໃຫ້ເກີດນ້ຳຖ້ວມ ນ້ຳໄຫລຊຸແຮງ ແລະດິນເຈື່ອນ ໃນຫຼາຍພື້ນທີ່ ທາງພາກໃຕ້ຂອງລາວ ຊຶ່ງໃນພາບນີ້ ສະແດງໃຫ້ເຫັນ ນ້ຳຖ້ວມໃນພື້ນທີ່ແຫ່ງນຶ່ງ ຢູ່ແຂວງອັດຕະປືນ
ພາຍຸເຂດຮ້ອນ ເຊິ່ນກາ ທີ່ນຳເອົາຝົນຕົກລົງມາຢ່າງຫລວງຫຼາຍ ໄດ້ກໍ່ໃຫ້ເກີດນ້ຳຖ້ວມ ນ້ຳໄຫລຊຸແຮງ ແລະດິນເຈື່ອນ ໃນຫຼາຍພື້ນທີ່ ທາງພາກໃຕ້ຂອງລາວ ຊຶ່ງໃນພາບນີ້ ສະແດງໃຫ້ເຫັນ ນ້ຳຖ້ວມໃນພື້ນທີ່ແຫ່ງນຶ່ງ ຢູ່ແຂວງອັດຕະປືນ

ທັງນີ້ ໂດຍສະເພາະແມ່ນພາຍຸເຊິ່ນກາ (Son Ca) ທີ່ເກີດຝົນຕົກໜັກຕິດຕໍ່ກັນ
ຫຼາຍວັນ ຈົນເຮັດໃຫ້ເກີດນ້ຳຖ້ວມ ນ້ຳໄຫລຊຸແຮງ ແລະດິນເຈື່ອນໃນຫຼາຍພື້ນທີ່ນັ້ນ
ໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວ ຫຼາຍກວ່າ 254,900 ຄົນ ໃນ 860 ບ້ານໃນເຂດ
53 ເມືອງ ທີ່ຂຶ້ນກັບ 14 ແຂວງ ກໍຄື ຜົ້ງສາລີ ຫົວພັນ ຫລວງນ້ຳທາ ຊຽງຂວາງ ອຸດົມໄຊ
ໄຊຍະບູລີ ວຽງຈັນ ບໍລິຄຳໄຊ ຄຳມ່ວນ ສະຫວັນນະເຂດ ຈຳປາສັກ ສາລະວັນ ເຊກອງ
ແລະອັດຕະປື.

ທັງນີ້ ລັດຖະບານລາວ ໄດ້ໃຫ້ການຊ່ວຍເຫຼືອເບື້ອງຕົ້ນ ແກ່ປະຊາຊົນລາວ ທີ່ໄດ້ຮັບ
ຜົນກະທົບ ຈາກໄພທຳມະຊາດດັ່ງກ່າວນີ້ແລ້ວ ຄິດເປັນມູນຄ່າລວມຫລາຍກວ່າ 976
ລ້ານກີບ ເພື່ອເປັນການບັນເທົາທຸກ ແລະແກ້ໄຂສະພາບການສຸກເສີນເທົ່ານັ້ນ ເພາະວ່າ
ຜົນກະທົບ ຍັງໄດ້ເກີດຂຶ້ນກັບພື້ນຖານໂຄງຮ່າງ ຢ່າງກວ້າງຂວາງ ທັງເສັ້ນທາງ ຄົມມະ
ນາຄົມ-ຂົນສົ່ງ ລະບົບໄຟຟ້າ ນ້ຳປະປາ ສຸກສາລາ ໂຮງຮຽນ ວັດ ທີ່ຢູ່ອາໄສ ແລະອື່ນໆ
ທີ່ລວມເຖິງພື້ນທີ່ການກະເສດ ແລະລະບົບຄອງຊົນລະປະທານດ້ວຍ ຊຶ່ງໄດ້ສົ່ງຜົນ
ກະທົບ ຕໍ່ການຜະລິດດ້ານກະສິກຳ ແລະສະບຽງອາຫານໃນລາວ ຢ່າງຫລີກລ່ຽງບໍ່ໄດ້
ເຊັ່ນກັນ.

ພາຍຸເຊິ່ນກາ ສ້າງຄວາມເສຍຫາຍ ແກ່ລະບົບຄົມມະນາຄົມ ແລະຂົນສົ່ງ ເຊັ່ນຂົວ ແລະ ທາງ ຢູ່ໃນພື້ນທີ່ທາງພາກໃຕ້ຂອງລາວ
ພາຍຸເຊິ່ນກາ ສ້າງຄວາມເສຍຫາຍ ແກ່ລະບົບຄົມມະນາຄົມ ແລະຂົນສົ່ງ ເຊັ່ນຂົວ ແລະ ທາງ ຢູ່ໃນພື້ນທີ່ທາງພາກໃຕ້ຂອງລາວ

ທັງນີ້ ອົງການອາຫານ ແລະການກະເສດ ແຫ່ງສະຫະປະຊາຊາດ (FAO) ລະບຸວ່າ
ພາຍຸເຊິ່ນກາເຮັດໃຫ້ທີ່ນາຂອງກະເສດຕະກອນລາວ ເສຍຫາຍໄປຫລາຍກວ່າ 37,800
ເຮັກຕາ ສັດລ້ຽງປະເພດງົວ ຄວາຍ ໝູ ແບ້ ແລະສັດປີກອີກກວ່າ 23,500 ໂຕ ສູນຫາຍ
ໄປກັບກະແສນ້ຳ ແລະອື່ນໆ ທີ່ຄິດເປັນຄວາມເສຍຫາຍຫລາຍກວ່າ 55.5 ຕື້ກີບ ທັງກໍ
ຍັງຈະສົ່ງຜົນກະທົບຕໍ່ເປົ້າໝາຍການຜະລິດ ແລະການສົ່ງອອກຜົນຜະລິດ ກະສິກຳ
ຂອງລາວ ໄປຕ່າງປະເທດອີກດ້ວຍ.

ໂດຍໃນປີ 2016 ກະເສດຕະກອນລາວ ມີຜົນຜະລິດເຂົ້າໃນປະລິມານລວມ 4 ລ້ານ
ກວ່າໂຕນ ຊຶ່ງໄດ້ຈາກເນື້ອທີ່ປັກດຳເຂົ້ານາປີ ແລະນາແຊງ ລວມກັນ 975,215 ເຮັກຕາ
ຫາກແຕ່ວ່າ ລາວກໍສາມາດສົ່ງຜົນຜະລິດເຂົ້າໄປຕ່າງປະເທດໄດ້ພຽງ 21,000 ໂຕນ
ເທົ່ານັ້ນ ອັນເປັນຜົນຈາກສະພາວະໂລກຮ້ອນ ທີ່ເຮັດໃຫ້ສະພາບດິນຟ້າອາກາດ
ບໍ່ແນ່ນອນ ເຊັ່ນ ຝົນຕົກຫລ້າຊ້າ ແລະສະພາວະແຫ້ງແລ້ງ ທີ່ແກ່ຍາວ ຈຶ່ງເຮັດໃຫ້ ການຜະລິດເຂົ້າ ບໍ່ໄດ້ຕາມເປົ້າໝາຍ ຈຶ່ງຄາດວ່າ ລາວຈະສົ່ງເຂົ້າໄປຕ່າງປະເທດ
ໄດ້ພຽງ 20,000 ໂຕນ ໃນປີ 2017 ນີ້.

ນອກຈາກນັ້ນ ການປູກເຂົ້າຢູ່ນອກເຂດຊົນລະປະທານ ຍັງມີຄວາມສ່ຽງສູງ ຕໍ່ການປ່ຽນ
ແປງຂອງສະພາບດິນຟ້າອາກາດ ທັງໄພແລ້ງ ແລະນ້ຳຖ້ວມອີກດ້ວຍ ດັ່ງຈະເຫັນໄດ້
ຈາກລະດູແລ້ງຂອງປີ 2017 ທີ່ກະເສດຕະກອນລາວ ປູກເຂົ້ານາແຊງໄດ້ພຽງ 94,700
ເຮັກຕາ ຄິດເປັນ 75 ເປີເຊັນ ຂອງແຜນການ ແລະໃນຫລາຍເຂດ ກໍສາມາດປະຕິບັດ
ໄດ້ພຽງ 35 ເປີເຊັນ ຂອງແຜນການດ້ວຍນັ້ນ ຈຶ່ງເຮັດໃຫ້ ກະເສດຕະກອນລາວ ພາກັນ
ຫັນປ່ຽນຈາກການປູກເຂົ້າ ໄປປູກພືດເສດຖະກິດອື່ນໆ ທີ່ມີລາຄາສູງກວ່າ ລາຄາເຂົ້າ
ອີກດ້ວຍ.

XS
SM
MD
LG