ໃນຂະນະທີ່ກອງປະຊຸມສຸດຍອດ NATO ໃນວໍຊິງຕັນໄດ້ເລີ້ມຂຶ້ນໃນວັນອັງຄານງານນີ້ ເພື່ອສະເຫຼີມສະຫຼອງຄົບຮອບ 75 ປີຂອງການເປັນພັນທະມິດທາງ ທະຫານ, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດທ່ານ ແອນໂທນີ ບລິງເຄັນ ໄດ້ປະກາດໃນວັນອັງຄານວ່າ ກຸ່ມດັ່ງກ່າວຈະສະຫນອງອຸປະກອນ ປ້ອງກັນສ່ວນບຸກຄົນ, ເຄື່ອງແບບແລະ ເກີບມູນຄ່າຫຼາຍກວ່າ 7 ລ້ານໂດລາ ສໍາລັບທະຫານຍິງຂອງຢູເຄຣນ ໂດຍສະເພາະ
ອະນາຄົດຂອງ ຢູເຄຣນ ຄາດວ່າຈະເປັນບັນຫາບຸລິມະສິດທີ່ຄອບງຳກອງປະຊຸມສຸດຍອດ.
ທ່ານ ແອນໂທນີ ບລິງເຄັນ, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ກ່າວວ່າ
“ພວກເຮົາຂໍຊົມເຊີຍພັນທະມິດທຸກໆປະເທດທີ່ອອກມາໃຫ້ການຊ່ວຍເຫຼືອໃນການລິເລີ່ມນີ້. ມັນເປັນພຽງແຕ່ສ່ວນຫນຶ່ງຂອງຄວາມພະຍາຍາມຂອງພວກເຮົາ ເພື່ອຮັບປະກັນວ່າ ຢູເຄຣນ ບໍ່ພຽງແຕ່ສາມາດປ້ອງກັນຕົນເອງໃນມື້ນີ້ເທົ່ານັ້ນ, ແຕ່ຍັງໄປເຖິງທີ່ເຂົາເຈົ້າສາມາດຢືນຢ່າງແຂງແຮງດ້ວຍຕີນຂອງຕົນເອງ, ທາງທະຫານ, ເສດຖະກິດ ແລະ ປະຊາທິປະໄຕ. ນັ້ນແມ່ນຂີດໝາຍແຫ່ງຄວາມສຳເລັດຂອງຢູເຄຣນ. ນັ້ນຈະເປັນການຕຳໜິຢ່າງແຮງທີ່ສຸດຕໍ່ທ່ານ ວລາດິເມຍ ປູຕິນ.”
ປະທານາທິບໍດີຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ກ່າວວ່າ ຄະນະຜູ້ແທນຂອງ ກີຢິບ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດແມ່ນຈະຊຸກຍູ້ການສະໜັບ ສະໜູນທາງທະຫານຕື່ມອີກ.
ທ່ານ ໂວໂລດີເມຍ ເຊເລັນສກີ, ປະທານາທິບໍດີຢູເຄຣນ ກ່າວວ່າ
“ພວກເຮົາກຳລັງຕໍ່ສູ້ເພື່ອໃຫ້ມີເຮືອບິນເພີ່ມເຕີມ, ເຮືອບິນ F-16, ພວກເຮົາກຳລັງຕໍ່ສູ້ເພື່ອມັນ, ພວກເຮົາກຳລັງຕໍ່ສູ້ເພື່ອຮັບປະກັນຄວາມປອດໄພເພີ່ມເຕີມໃຫ້ແກ່ຢູເຄຣນ - ແລະ ສິ່ງເຫຼົ່ານີ້ແມ່ນອາວຸດ ແລະ ການເງິນ, ການສະໜັບສະໜູນທາງການເມືອງ. ພວກເຮົາກຳລັງຕໍ່ສູ້ເພື່ອການດຳເນີນການອັນເດັດຂາດທີ່ຈຳເປັນຂອງ ອາເມຣິກາ ແລະ ຢູໂຣບ. ສິ່ງທີ່ຈະເສີມສ້າງຄວາມແຂງແກ່ນໃຫ້ທະຫານຂອງພວກເຮົາ."
ໃນຂະນະດຽວກັນ, ຢູ່ອົງການສະຫະປະຊາຊາດ, ສະພາຄວາມໝັ້ນຄົງໄດ້ພົບປະຊຸມກັນໃນກອງປະຊຸມສຸກເສີນໃນວັນອັງຄານວານນີ້ ເພື່ອປຶກສາຫາລືກ່ຽວກັບການໂຈມຕີໂຮງໝໍເດັກ ອົກມັດດິດ ໃນນະຄອນຫຼວງ ກີຢິບ.
ທ່ານນາງ ຈອຍສ໌ ເອັມຊູຢາ, ຮັກສາການຮອງເລຂານຸການດ້ານມະນຸດສະທໍາກ່າວວ່າ
“ການເຈດຕະນາໂຈມຕີໂດຍກົງຕໍ່ໂຮງໝໍທີ່ຖືກປົກປ້ອງແມ່ນອາຊະຍາກຳ ສົງຄາມແລະ ຜູ້ກະທຳຜິດຕ້ອງຖືກນຳມາຮັບຜິດຊອບ. ທ່ານປະທານ, ເຫດການເຫຼົ່ານີ້ເປັນສ່ວນໜຶ່ງ ຂອງການໂຈມຕີເປັນລະບົບທີ່ເປັນອັນຕະລາຍ ຢ່າງເລິກເຊິ່ງຕໍ່ການດູແລສຸຂະພາບແລະພື້ນຖານໂຄງລ່າງຂອງພົນລະເຮືອນອື່ນໆໃນທົ່ວຢູເຄຣນ."
ຣັດເຊຍໄດ້ປະຕິເສດການແນເປົ້າໝາຍໃສ່ບັນດາສະຖານທີ່ພົນລະເຮືອນ ແລະອ້າງໂດຍບໍ່ມີຫຼັກຖານວ່າ ຮູບພາບຈາກ ກີຢິບ ຊີ້ໃຫ້ເຫັນວ່າ ຄວາມເສຍຫາຍແມ່ນເກີດຈາກລູກສອນໄຟປ້ອງກັນອາກາດຂອງຢູເຄຣນ.
ເອກອັກຄະລັດຖະທູດຣັດເຊຍຂອງສະຫະປະຊາຊາດໄດ້ສະແດງໃຫ້ເຫັນ, ແລະກ່າວວ່າສະພາໄດ້ຖືກດຶງດູດເຂົ້າໄປໃນ "ການໂຄສະນາຊວນເຊື່ອທີ່ເປິເປື້ອນ" ຂອງ ຢູເຄຣນ ແລະ ການສະຫນັບສະຫນູນຂອງຕົນໃນມື້ກ່ອນກອງປະຊຸມສຸດຍອດ NATO ໃນວໍຊິງຕັນ.
"ການໂຈມຕີມື້ວານນີ້ເຮັດໃຫ້ມີຄວາມຊັດເຈນຫຼາຍວ່າ: ທ່ານ ປູຕິນ ບໍ່ສົນໃຈຕໍ່ ສັນຕິພາບ. ລາວມຸ່ງຫມັ້ນທີ່ຈະກໍ່ໃຫ້ເກີດການເສຍຊີວິດແລະການທໍາລາຍໃນ ການຕິດຕາມສົງຄາມການຮຸກຮານຂອງລາວ,” ທູດພິເສດປະຈຳອົງການສະຫະປະຊາຊາດຂອງສະຫະລັດທ່ານ ລິນດາ ທອມມັສ ກຣີນຟີລ ໄດ້ກ່າວ.
ອ່ານລາຍງານນີ້ເປັນພາສາອັງກິດ
As the NATO Summit in Washington begins Tuesday to mark the 75th anniversary of the military alliance, U.S. Secretary of State Antony Blinken announced Tuesday the group would provide more than $7 million in personal protective gear, uniforms and boots specifically for female Ukrainian soldiers.
The future of Ukraine is expected to be a priority issue dominating the summit.
“We applaud every ally that's come forward to help in this initiative. It's just one small part of our effort to ensure that Ukraine can not only defend itself today, but also get to the place where it can stand strongly on its own feet, militarily, economically, democratically. That is the mark of success for Ukraine. That will be the strongest possible rebuke to Vladimir Putin."
Ukrainian President Volodymyr Zelenskyy said Kyiv's delegation attending the summit is pushing for further military support.
"We are fighting for more planes. F-16s. We're fighting for them. We are fighting for additional security guarantees for Ukraine - and these are weapons and finances, political support. We are fighting for the necessary decisive actions of America and Europe - something that will strengthen our soldiers."
Meanwhile, at the United Nations, the Security Council met in an emergency meeting Tuesday to discuss the attack on the Okhmatdyt children’s hospital in Kyiv.
"Intentionally directing attacks against a protected hospital is a war crime and perpetrators must be held to account. Mr. President, these incidents are part of a deeply concerning pattern of systemic attacks harming healthcare and other civilian infrastructure across Ukraine."
Russia has denied targeting any civilian facilities and claimed without evidence that pictures from Kyiv indicated the damage was caused by a Ukrainian air defense missile.
Russia’s U.N. ambassador echoed that and said the council was being drawn into a “dirty propaganda campaign” of Ukraine and its supporters on the eve of the NATO summit in Washington.
“Yesterday’s attack makes abundantly clear: Putin is not interested in peace. He is committed to wreaking death and destruction in pursuit of his war of aggression,” said U.S. envoy Linda Thomas-Greenfield.
ຟໍຣັມສະແດງຄວາມຄິດເຫັນ