ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການເນໂຕ້ ເຫັນພ້ອມ ທີ່ຈະສົ່ງ ກຳລັງ ໄປຕື່ມ ຢູ່ ອັຟການິສຖານ


ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Jim Mattis ຊ້າຍ ໂອ້ລົມກັບ ເລຂາທິການໃຫຍ່ ຂອງອົງການ NATO ທ່ານ Jens Stoltenberg ລະຫວ່າງການປະຊຸມ.
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Jim Mattis ຊ້າຍ ໂອ້ລົມກັບ ເລຂາທິການໃຫຍ່ ຂອງອົງການ NATO ທ່ານ Jens Stoltenberg ລະຫວ່າງການປະຊຸມ.

ກຸ່ມພັນທະ​ມິດ NATO ​ໄດ້​ເຫັນ​ພ້ອມນຳ​ກັນ ​ທີ່​ຈະ​ສົ່ງ​ກຳລັງ​ເພີ່​ມຕື່ມ​ໄປ​ອັ​ຟກາ​ນິສຖານ
​ແລະ​ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Mattis ກ່າວ​ວ່າ ກຸ່ມພັນທະ​ມິດ​ໄດ້
​ເພີ່​ມ​ກຳລັງເກືອບ​ສາມສ່ວນ​ສີ່​ ທີ່​ເປັນຊ່ອງ​ຫວ່າງຂອງ​ກຳລັງ​ທີ່​ຕ້ອງການສຳລັບ​ການ​ປະ
​ຕິ​ບັດ​ງານຂອງເຂົາ​ເຈົ້າ ​ຢູ່​ໃນ​ປະ​ເທດທີ່ປະສົບ​ກັບ​ໄພ​ສົງຄາມດັ່ງກ່າວ.

​ເລຂາ​ທິ​ການ​ໃຫຍ່​ຂອງອົງການ NATO ທ່ານ Jens Stoltenberg ກ່າວ​ວ່າ 15 ປະ​
ເທດ ​ໄດ້​ໃຫ້​ຄຳ​ໝັ້ນສັນຍາໄປ​ແລ້ວ ທີ່​ຈະ​ສົ່ງ​ກຳລັງໄປ​ເພີ່ມ ​ໃນ​ການ​ປະຕິບັດ​ງານສະ
ໜັບສະໜູນ​ຂອງ​ອົງກາ​ນ NATO ​ໃນອັຟກາ​ນິສຖານ ​ແລະ​ຄາດ​ວ່າ ຈະ​ມີການ​ປະ
ກາດ​ຈາກບັນດາ​ປະ​ເທດ​ອື່ນໆອີກ.

ທ່ານ Stoltenberg ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ທີ່​ນະ​ຄອນ Brussels ​ໃນ​ວັນ​ພະຫັດ​
ວານ​ນີ້​ວ່າ ​ໄດ້​ມີ​ການ​ຮ້ອງ​ຂໍ ​ໃຫ້​ສົ່ງກຳລັງ​ທະຫານ​ຫຼາຍ​ພັນ​ຄົນ ​ໄປ​ຊ່ວຍ​ເຝິກ​ແອບ ​
ແລະ​ສະໜັບສະໜູນ​ກຳ​ລັງ​ຮັກສາ​ຄວາມ​ປອດ​ໄພ​ອັຟກາ​ນິສຖານ ​ແຕ່​ທ່ານ​ບໍ່​ໄດ້​ກ່າວ​
ວ່າ ມີ​ຫລາຍ​ປານ​ໃດ​ຈະ​ຖືກສົ່ງ​ໄປ.

ຕໍ່​ມາໃນ​ມື້ດຽວ​ກັນ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດສະຫະລັດທ່ານ Mattis
ກ່າວວ່າ ບັນດາ​ປະ​ເທດ​ຕ່າງໆ​ໄດ້​ພາກັນ​ເອົາ​ບາດກ້າວ​ໃນ​ການ​ສົ່ງ​ກຳລັງ​ໄປ​ເພີ່ມ ​
ເພື່ອ​ອັດ​ຊ່ອງ​ຫວ່າງທີ່​ຈຳ​ເປັນ ​ໃນ​ການປະຕິບັດ​ງານຂອງ​ສາກົນ​ເພື່ອສ້າງ​ຄວາມ
ທຸ່ນ​ທ່ຽງ​ໃຫ້​ແກ່​ອັ​ຟການິສຖານ​.

ທ່ານ Mattis ກ່າວ​ວ່າ “ພວກ​ເຮົາ​ໄດ້ອັດຊ່ອງ​ຫວ່າງ 70 ​ເປີ​ເຊັນ​ໃນ​ປັດ​ຈຸ​ບັນ​ນີ້ ໄປ​
ແລ້ວ ແລະ​ຂ້າພະ​ເຈົ້າ​ກໍ​ມີຄວາ​ມຫວັງ ​ໄປໃນແງ່​ດີ​ທີ່ວ່າ ອີງ​ຕາມສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​
ຍິນ​ຢູ່​ທີ່​ນີ້ ເຂົາ​ເຈົ້າຈະ​ອັດ​ຊ່ອງ​ຫວ່າງ​ທີ່​ຍັງ​ເຫຼືອຢູ່​ນັ້ນ​ໃຫ້​ເຕັມ.”

ທ່ານ​ກ່າວ​ວ່າ ທ່ານ​ກຳລັງ​ສະຫລຸບ​ຂໍ້ສ​ະເໜີຍຸດ​ທະ​ສາດ​ຂອງ​ທ່ານ​ເພື່ອ​ນຳ​ໄປ​ໃຫ້​ ປະທານາທິບໍດີ ດໍ​ໂນ​ລ ທຣໍາ ອີງ​ຕາມ​ໃນ​ອັນ​ທີ່​ກຸ່ມ​ພັນທະ​ມິດ NATO ​ໄດ້​ສະ​ເໜີ​
ຢູ່​ທີ່ນະ​ຄອນ Brussels ​ແລະອັນ​ທີ່​ນາຍ​ພົນ Joseph Dunford ຜູ້​ບັນຊາ ການ​ກຳລັງສະຫະລັດ ​ໄດ້ສະ​ເ​ໜີ​ໃນ​ເວ​ລາ​ທີ່​ທ່ານ​ກັບ​ມາ​ຈາກ​ອັຟກາ​ນິສຖານ.

ທ່ານ Mattis ກ່າວ​ວ່າ “ກາ​ນຕັດສິນ​ໃຈ​ດັ່ງກ່າວ​ ​ໃນ​ທີ່​ສຸດຈະ​ເຮັດ​ໂດຍ​ປະທານາ
ທິບໍດີຂອງ​ພວກ​ເຮົາ. ຈະ​ມີ​ການແຈ້ງ​ໃຫ້​ຊາບ​ໃນ​ອັນ​ທີ່​ຂ້າ​ພະ​ເຈົ້າ​ໄດ້ຮຽນ​ຮູ້​ຢູ່​
ທີ່​ນີ້ ​ໂດຍພັນ​ທະ​ມິດ​ຂອງ​ພວກ​ເຮົາ ຕໍ່ບັນດາ​ຜູ້​ບັນຊາ​ການ​ຢູ່​ໃນ​ສະໜາມ​ລົບ.”

ທ່ານ Mattis ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ກຳລັງ​ປະສົມນາໆ​ຊາດ​ຢູ່​ໃນ​ອັຟກາ​ນິສ
ຖານ “ອາດຖອນ​ກຳລັງ​ຂອງ​ພວກ​ເຮົາ​ອອກໄວ​ໂພດ.”

ອະດີດ​ປະທານາທິບໍດີ Barack Obama ​ໄດ້​ຫລຸດ​ກຳລັງ​ທະຫານ​ອາເມຣິກັນ​
ຢູ່​ໃນ​ອັຟກາ​ນິສຖານຈາກ​ປະມານ 100,000 ຄົນໃນ​ເດືອນພຶດສະພາ ປີ 2011
ລົງ​ມາເຫຼືອຢູ່ບໍ່​ຮອດ 10,000 ຄົນ ພາຍ​ໃນ​ໄລຍະສີ່​ປີ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG