ບັນດາຜູ້ນຳກຸ່ມເນໂຕ້ ທີ່ໄດ້ປະຊຸມກັນຢູໃນປະເທດອັງກິດ ໄດ້
ອະນຸມັດການຈັດຕັ້ງກອງກຳລັງນຶ່ງຂຶ້ນທີ່ຈະມີໜ້າຢູ່ພາກຢູໂຣບ
ຕາເວັນອອກ ເພື່ອຂັດຂວາງ ແລະຖ້າຈຳເປັນຈະທຳການຕອບ
ໂຕ້ຕໍ່ການໂຈມຕີໃດໆ ຂອງຣັດເຊຍ. ສິງ ຈະນຳເອົາລາຍງານ
ກ່ຽວກັບເລື້ອງນີ້ຈາກຜູ້ສື່ຂ່າວວີໂອເອ ທີ່ລາຍງານມາຈາກເມືອງ
Newport ແຄ້ວນ Wales ຂອງ ອັງກິດ ມາສະເໜີທ່ານຕໍ່ໄປ..
ບັນດາຜູ້ນຳກຸ່ມເນໂຕ້ ໄດ້ພາກັນເບິ່ງການສະແດງກຳລັງທີ່ເຂົາເຈົ້າເປັນຜູ້ບັນຊາການແລະຫຼັງຈາກນັ້ນໄດ້ເຄື່ອນໄຫວໄປສູ່ການຈັດຕັ້ງກອງກຳລັງເຄື່ອນໄຫວຢ່າງໄວ ເພື່ອຕອບໂຕ້ຕໍ່ການຂົ່ມຂູ່ໃໝ່ໆທີ່ພວກເຂົາເຈົ້າມອງເຫັນວ່າມາຈາກຣັດເຊຍ ແລະໃຫ້ສັນຍາ ທີ່ເພີ້ມການໃຊ້ຈ່າຍໃນດ້ານປ້ອງກັນປະເທດເພື່ອສະໜັບສະໜັບໃນການຕັ້ງກຳລັງດັ່ງ ກ່າວແລະຄວາມພະຍາຕາມອື່ນໆທີ່ຈະເຮັດໃຫ້ພັນທະມິດດັ່ງກ່າວເຂັ້ມແຂງຂຶ້ນ.
ປະທານາທິບໍດີບາຣັກ ໂອບາມາ ແຫ່ງສະຫະລັດກ່າວວ່າ ກອງປະຊຸມ ສຸດຍອດໄດ້ປະເຊີນກັບການທ້າທາຍໃໝ່ຕ່າງໆ ທີ່ເກີດຈາກຣັດເຊຍ ແລະຈາກພວກຫົວຮຸນແຮງລັດອິສລາມ ໃນອີຣັກນັ້ນ.
ທ່ານໂອບາມາກ່າວວ່າ “ທີ່ກອງປະຊຸມສຸດຍອດຄັ້ງນີ້ ພັນທະມິດຂອງພວກເຮົາໄດ້ຮວບຮວມຄວາມຕັ້ງໃຈ ແຫຼ່ງຊັບພະຍາກອນ ແລະສະມັດ ຖະພາບເພື່ອຮັບມືກັບສິ່ງທ້າທາຍເຫຼົ່ານີ້.”
ບັນດາຜູ້ນຳເຫຼົ່ານີ້ ດຳເນີນການດັ່ງກ່າວ ຊຶ່ງສ່ວນໃຫຍ່ແມ່ນການຈັດຕັ້ງໜ່ວຍກຳລັງໃໝ່ຂຶ້ນຊຶ່ງຈະປະກອບດ້ວຍທະຫານຫຼາຍພັນຄົນ ແລະສ້າງສະຖານທີ່ຕ່າງໆທີ່ຖາວອນຂຶ້ນໃນພາກຕາເວັນອອກຂອງຢູໂຣບ ເພື່ອຂັດຂວາງ ແລະຕອບໂຕ້ ຕໍ່ການຮຸກຮານໃດໆຂອງຣັດເຊັຍ.
ທ່ານ Anders Fogh Rasmussen ເລທາທິການໃຫຍ່ ກຸ່ມເນໂຕ້ ກ່າວວ່າ ໜ່ວຍກຳລັງໃໝ່ນີ້ ມີວັດຖຸປະສົງເພື່ອຮັບປະກັນວ່າ ຣັດເຊຍ ຈະບໍ່ພະຍາຍາມທຳການເຄື່ອນໄຫວທາງທະຫານໃດໆ ເຊັ່ນຣັດເຊຍໄດ້ເຮັດມາໃນຢູເຄຣນ ຕໍ່ພວກປະເທດບໍລິວານ ໃນອະດີດສະຫະພາບໂຊວຽດ ຊຶ່ງເວລານີ້ເຂົ້າຢູ່ໃນພາກສ່ວນພັນທະມິດ ຂອງຝ່າຍຕາເວັນຕົກແລ້ວນັ້ນ ຊຶ່ງທ່ານ Rasmussen ກ່າວວ່າ.
ທ່ານ Rasmussen ກ່າວວ່າ “ຍ້ອນເຫດຜົນຂອງການຕຽມພ້ອມຂອງແຜນການປະຕິບັດນີ້ ພວກເຮົາຈະເຫັນການມີໜ້າຂອງກຸ່ມເນໂຕ້ຫຼາຍຂຶ້ນໃນພາກຕາເວັນອອກ. ຂ້າພະເຈົ້າຄຶດວ່າ ການກະທຳເຊັ່ນນີ້ ຈະສົ່ງສັນຍານອັນຈະແຈ້ງ ໄປຍັງມົສກູ.”
ການສູ້ລົບກັນຍັງດຳເນີນຢູ່ຕໍ່ມາໃນຢູເຄຣນໃນວັນສຸກຜ່ານມານີ້ ຊຶ່ງພວກກຳລັງຂອງຢູເຄຣນ ກຳລັງປ້ອງກັນເມືອງຍຸດທະສາດ Mariupol ຕໍ່ຕ້ານການຄືບໜ້າຂອງພວກຫົວ
ແບ່ງແຍກ ທີ່ໄດ້ຮັບການສະໜັບສະໜຸນຈາກພວກທະຫານຣັດເຊຍນັ້ນ. ພວກນັກເຈລະ
ຈາທີ່ພວມພົບປະ ກັນທີ່ປະເທດ Belarus ໄດ້ບັນລຸຂໍ້ຕົກລົງຢຸດຍິງກັນ ຊຶ່ງບັນດາເຈົ້າ
ໜ້າທີ່ກຸ່ມເນໂຕ້ ໄດ້ສະແດງຄວາມຍິນດີນຳ. ແຕ່ທ່ານ Rasmussen ເລຂາທິການໃຫຍ່ກຸ່ມເນໂຕ້ ສະແດງຄວາມສົງໄສ ບາງຢ່າງອອກມາ ກ່ຽວກັບວ່າຂໍ້ຕົກລົງດັ່ງກ່າວ ຈະໝັ້ນ
ຍືນຫຼືບໍ່ນັ້ນ ຊຶ່ງທ່ານ Rasmussen ກ່າວດັ່ງນີ້:
ທ່ານ Rasmussen ກ່າວວ່າ “ແນ່ນອນ ສິ່ງນຶ່ງແມ່ນການປະກາດການຢຸດຍິງ. ແນ່ນອນບາດກ້າວຕໍ່ໄປແມ່ນສິ່ງສຳຄັນທີ່ສຸດ ກໍແມ່ນການຈັດຕັ້ງປະຕິບັດສັນຍາຢຸດຍິງ ດ້ວຍຄວາມຈິງໃຈ ແລະເລື້ອງນີ້ ຈະຕ້ອງລໍຖ້າເບິ່ງກັນໄປ ແຕ່ມາຮອດປັດຈຸບັນນີ້ ແມ່ນດີຫຼາຍ.”
ທ່ານ Rasmussen ເອີ້ນການເຄື່ອນໄຫວຂອງຣັດເຊຍໃນຢູເຄຣນວ່າ “ເປັນການຮຽກຮ້ອງໃຫ້ຕື່ນໂຕອັນນຶ່ງ” ສຳລັບກຸ່ມເນໂຕ້ ແລະກ່າວວ່າ ພວກປະເທດພັນທະມິດ
ໃຫ້ຄຳໝັ້ນສັນຍາທີ່ຈະເພີ້ມຄ່າໃຊ້ຈ່າຍໃນການ ປ້ອງກັນປະເທດຂຶ້ນອີກ ເພື່ອທຳການ
ໂຕ້ຕອບ.
ບັນດາຜູ້ນຳເນໂຕ້ ມີເວລາສ່ວນນຶ່ງສຳລັບໂອ້ລົມກັນໃນລະຫວ່າງກອງປະຊຸມສຸດຍອດນີ້ ແຕ່ໄດ້ອຸທິດເວລາໃນການພົບປະກັນຢ່າງດົນນານຫຼາຍຄັ້ງ ຕໍ່ບັນຫາດ້ານຄວາມປອດໄພຢ່າງຮີບດ່ວນ ຮວມທັງເລື້ອງຣັດເຊຍ ການຂົ່ມຂູ່ຈາກກຸ່ມລັດອິສລາມ ການຍຸດຕິພາລະກິດການສູ້ລົບຂອງກຸ່ມເນໂຕ້ໃນອັຟການິສຖານໃນເດືອນທັນວາປີນີ້ ແລະຄວາມຕ້ອງ ການເພື່ອປັບປຸງການປ້ອງກັນທາງດ້ານຄອມພີວເຕີນັ້ນ.
NATO leaders meeting in Britain have approved the creation of a force that will maintain a presence in Eastern Europe to deter and, if necessary, respond to any Russian attack.
NATO leaders began the day watching a show of the force they command and then moved on to create a rapid reaction unit to respond to the new threat they see from Russia...and to pledge to increase defense spending to fund that and other efforts to strengthen the alliance.
U.S. President Barack Obama said the summit rose to the new challenges posed by Russia and by the Islamic State militants in Iraq.
"Here at this summit, our alliance has summoned the will, the resources and the capabilities to meet all of these challenges."
The leaders did that mainly by creating a new force of several thousand troops and permanent facilities in Eastern Europe to discourage and respond to any Russian aggression.
Secretary General Anders Fogh Rasmussen said the new force is designed to ensure Russia does not try any military moves like it has made in Ukraine against any of the former Soviet satellite states that are now part of the western alliance.
"As a result of this readiness action plan, you will see more visible NATO presence in the East. I think that sends a very clear message to Moscow."
Fighting continued in Ukraine Friday, with Ukrainian forces defending the strategic city of Mariupol ((pron: Ma-Ree-OO-Pole)) against an advance by Russian-backed separatists supported by Russian troops. Negotiators meeting in Belarus reached a ceasefire agreement, which NATO officials welcomed. But Secretary General Rasmussen indicated some skepticism about whether it will hold.
"One thing of course is to declare a ceasefire. The next and crucial step, of course, is to implement it in good faith, and that remains to be seen. But so far, so good."
Rasmussen called Russia's actions in Ukraine "a wake-up call" to NATO, and said allied countries pledged to increase their defense spending in response..
The NATO leaders had some time to socialize during this summit but devoted several long meetings to pressing security issues, including Russia, the threat from the Islamic State group, the end of the alliance combat mission in Afghanistan in December, and the need to improve their cyber defenses. ((Signed))