ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເນໂຕ ເພີ້ມການປ້ອງກັນ ຈາກການໂຈມຕີ ທາງຄອມພິວເຕີ


As US-Russia Interference Controversy Simmers, NATO Tries To Boost Cyber Defenses
please wait

No media source currently available

0:00 0:02:40 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ໃນຂະນະທີ່ແສງໄຟປະກາຍແວັບວັບ ແລະ ສັນຍານເຕືອນໄດ້ດັງຂຶ້ນນັ້ນ, ກຸ່ມຂອງບັນ
ດາຜູ້ຊ່ຽວຊານປ້ອງກັນຄວາມປອດໄພທາງຄອມພິວເຕີທັງຫຼາຍ ກໍໄດ້ພາກັນຮີບເຮັດ
ວຽກໃນເມື່ອເຄືອຂ່າຍພະລັງງານແລະ ໂຮງງານນໍ້າປະປາໄດ້ຖືກໂຈມຕີ. ເຂົາເຈົ້າແມ່ນ
ຄົນທີ່ເກັ່ງທີ່ສຸດໃນຂະແໜງວິຊາຂອງເຂົາເຈົ້າ, ແລະໃນການເຝິກຫັດນີ້ ເຂົາເຈົ້າແມ່ນ
ກຳລັງແຂ່ງກັນເອງ.

ການເຝິກຊ້ອມ ປະຕິບັດການປ້ອງກັນການຖືກລັອກ, ເຊິ່ງຖືກເອີ້ນວ່າເຝິກຊ້ອມໂຈມຕີ
ແທ້ທາງຄອມພິວເຕີ, ທີ່ໄດ້ຈັດຂຶ້ນໃນແຕ່ລະປີ ໂດຍສູນການຮ່ວມມືປ້ອງກັນຄວາມ
ປອດໄພທາງຄອມພິວເຕີ ທີ່ດີເລີດຂອງອົງການ ເນໂຕ (NATO) ຫຼື CCDCOE ໃນ
ປະເທດ ແອັສໂທເນຍ ນັ້ນ, ແມ່ນໄດ້ເພັງເລັງໃສ່ການທົດສອບຄວາມສາມາດ ຂອງບັນ
ດາສະ ມາຊິກ ແລະ ພັນທະມິດທັງຫຼາຍ ເພື່ອເອົາຊະນະການລັກເຈາະຂໍ້ມູນຄັ້ງຫຼ້າສຸດ,
ໄວຣັສໃນຄອມພິວເຕີ ແລະ ການລັກເຈາະຂໍ້ມູນຄອມພິວເຕີ.

ທ່ານ ຊີອິມ ອາລາຕາລູ ນັກຄົ້ນຄວ້າອາວຸໂສ ທີ່ສູນດັ່ງກ່າວເວົ້າວ່າ “ມັນ ກ່ຽວກັບ ການ
ແຂ່ງຂັນທີ່ເປັນມິດ. ແຕ່ສິ່ງທີ່ໄດ້ເຮັດໃຫ້ມັນເປັນການເຝິກຊ້ອມທີ່ໃຫຍ່ທີ່ສຸດໃນໂລກ
ນັ້ນ ກ່ອນອື່ນໝົດກໍແມ່ນຈຳນວນປະເທດຜູ້ທີ່ໄດ້ປະກອບສ່ວນເຂົ້າຮ່ວມ. ຫຼັງຈາກນັ້ນ
ພວກເຮົາກໍນຳເອົາການເຝິກສອນຂອງທຸກປະເທດມາເຂົ້າກັນ ເພື່ອແຂ່ງຂັນກັນ ແລະ
ກໍເພື່ອຮຽນຮູ້ທີ່ຈະຮ່ວມມືລະຫວ່າງກັນ ແລະ ກັນ.”

ປະເທດ ແອັສໂທເນຍ ແມ່ນນຶ່ງໃນບັນດາປະເທດທີ່ໄດ້ປະສົບກັບການໂຈມຕີທາງ
ຄອມພິວເຕີ ຢ່າງກວ້າງຂວາງ ຢ້ອນກັບຄືນໄປໃນປີ 2007 ແລະ ບັນດາຜູ້ຊ່ຽວຊານ
ສ່ວນໃຫຍ່ເວົ້າວ່າ ຣັດເຊຍ ແມ່ນຜູ້ຮ້າຍ. ປະເທດທີ່ຕັ້ງຢູ່ເຂດທະເລ ບາລຕິກ ຕອນນີ້
ແມ່ນຢູ່ໃນແຖວໜ້າຂອງການປະຕິບັດພາລະກິດ ຮັກສາຄວາມປອດໄພທາງຄອມພິວ
ເຕີຂອງອົງການ NATO. ໃນສັນຍານຂອງຊື່ສຽງທີ່ເພີ່ມຂຶ້ນຂອງເຂົາເຈົ້າໃນທົ່ວໂລກ
ນັ້ນ, ຍີ່ປຸ່ນ ແມ່ນຫາກໍໄດ້ເຂົ້າຮ່ວມສູນ CCDCOE, ດ້ວຍຄວາມຫວັງ ທີ່ຈະຮວບຮວມ
ເອົາທັກສະ ທີ່ມີຄຸນຄ່າ ແລະ ຂໍ້ມູນເພື່ອຊ່ວຍເຫຼືອໃນການປ້ອງກັນການໂຈມຕີທາງ
ຄອມພິວເຕີ ໃນກິລາໂອລິມປິກປີ 2020 ທີ່ໃກ້ຈະມາເຖິງນີ້.

ໃນຂະນະທີ່ການເຝິກຊ້ອມປະຕິບັດການປ້ອງກັນການຖືກລັອກ ແມ່ນຂະບວນການ
ທົດສອບນັ້ນ, ໄພຂົ່ມຂູ່ສິ່ງທີ່ເປັນຈິງຫຼາຍ, ອີງຕາມການກ່າວຂອງທ່ານ ອາລາຕາລູ.
ທ່ານໄດ້ກ່າວວ່າ “ທຸກຢ່າງແມ່ນຕ້ອງອາ ໄສເທັກໂນໂລຈີ. ແລະ ສະນັ້ນ ທຸກຢ່າງກໍ
ອາດຖືກລັກເຈາະເອົາຂໍ້ມູນໄດ້.”

ໃນລະດູໜາວຂອງປີ 2015-2016, ປະເທດ ຢູເຄຣນ ໄດ້ປະສົບກັບການໂຈມຕີລັກ
ເຈາະຂໍ້ມູນຢູ່ເຄືອຂ່າຍພະລັງງານຂອງເຂົາເຈົ້າ, ລະບົບຂອງມັນ ໄດ້ຖືກປິດລົງເປັນ
ຫຼາຍຊົ່ວໂມງ. ລັດຖະບານ ກີຢິບ ໄດ້ຖິ້ມໂທດໃສ່ ຣັດເຊຍ, ເຊິ່ງເປັນຂໍ້ກ່າວຫາທີ່ລັດ
ຖະບານ ມົສກູ ໄດ້ປະຕິ ເສດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG