ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນ ສັນລະເສີນ ​ຄວາມ​ເປັນ​ເອກ​ກະ​ພາບ​​ແລະຄວາມໝັ້ນໝາຍຂອງ​ເນ​ໂຕ້ ໃນຂະນະທີ່ການຂັດແຍ້ງໃນຢູເຄຣນ ​ຮ້າຍ​ແຮງລົງ


ປະທານາທິບໍດີປະເທດຢູເຄຣນ ທ່ານໂວໂລດີເມຍ ເຊເລນສ໌ກີ ແລະປະທານາທິບໍດີໂຈ ໄໍບເດັນ ຈັບມືກັນ ລະຫວ່າງການພົບປະທີ່ກອງປະຊຸມສຸດຍອດອົງການເນໂຕ ທີ່ນະຄອນວິລນຽສ ປເະເທດລີທົວເນຍ ວັນທີ 12 ກໍລະກົດ 2023
ປະທານາທິບໍດີປະເທດຢູເຄຣນ ທ່ານໂວໂລດີເມຍ ເຊເລນສ໌ກີ ແລະປະທານາທິບໍດີໂຈ ໄໍບເດັນ ຈັບມືກັນ ລະຫວ່າງການພົບປະທີ່ກອງປະຊຸມສຸດຍອດອົງການເນໂຕ ທີ່ນະຄອນວິລນຽສ ປເະເທດລີທົວເນຍ ວັນທີ 12 ກໍລະກົດ 2023

ປະທານາທິບໍດີໂຈ ໄບເດັນ ​ສະ​ຫຼຸບ​ໃນອັນທີ່ທ່ານໄດ້ບັນລະຍາຍວ່າ ເປັນກອງປະຊຸມສຸດຍອດອົງການເນໂຕຄັ້ງປະຫວັດສາດ​ ໂດຍ​ມີ​ການ​ແກ້​ໄຂ​ໄປໃນທາງ​ທີ່ ດີ​ສຳ​ລັບຢູເຄຣນແລະເປັນການເຕືອນທີ່ແຂງຂັນຕໍ່ມົສກູ. ກອງປະຊຸມເປັນເວລາສອງວັນຢູ່ນະຄອນຫລວງລີທົວເນຍ ໄດ້ເຫັນການສະໜັບສະໜູນຄືນໃໝ່ແກ່ຢູເຄຣນ ເພື່ອໃຫ້ເຂົ້າຮ່ວມ​ກຸ່ມພັນທະມິດ ແຕ່ກໍ​ບໍ່​ໄດ້​ກ່າວ​ເຖິງກຳນົດເວລາ ທີ່​ສະ​ເພາະ​ເຈາະ​ຈົງ ​ທີ່ຢູເຄຣນໄດ້ສະແຫວງຫາ.

“ພວກເຮົາຈະບໍ່ລັງ​ເລ​ໃຈ” ທ່ານໄບເດັນໄດ້ກ່າວຊໍ້າສອງຄັ້ງ ໃນຂະນະທີ່ທ່ານກ່າວຕໍ່ຝູງຊົນທີ່ໜາແໜ້ນຫລາຍພັນຄົນ ເຕົ້າໂຮມກັນຢູ່ມະຫາວິທະຍາໄລວິລ ນຽສ ທີ່ເປັນສະຖາບັນເກົ່າແກ່ 4 ສັດຕະວັດ ທີ່ໄດ້ຜ່ານ​ຜ່າ​ການ​ຢຶດ​ຄອງ​ຂອງ​ຫຼາຍ​ປະ​ເທດ​ ໃນ​ເຂດທະ​ເລບາ​ລຕິກ ໂດຍກຳ​ລັງ​ໂປແລນ ຣັດເຊຍ ໂຊຫວຽດ ແລະເຢຍຣະມັນ.

“ຄວາມໝັ້ນໝາຍຂອງພວກເຮົາຕໍ່ຢູເຄຣນຈະບໍ່ປ່ຽນ​ແປງ” ທ່ານໄບເດັນໄດ້ກ່າວ. “ພວກເຮົາຈະຢືນຢູ່​ເພື່ອເສ​ລີພາບ ແລະອິດ​ສະ​ຫຼະ​ພາບ ໃນມື້ນີ້ ມືຶ້ອື່ນ ແລະນານເທົ່າທີ່ຈະນານໄດ້.”

ທ່ານຍັງໄດ້ກ່າວເຕືອນຢ່າງແຂງຂັນຕໍ່ ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ.

“ບໍ່ເປັນຈັ່ງໂຊກ ຣັດເຊຍໄດ້ສະແດງເທົ່າທີ່ຜ່ານມາ ບໍ່ມີຄວາມສົນໃຈ​ຕໍ່ຜົນອອກມາ​ທາງດ້ານການທູດ. ທ່ານປູຕິນ ເຊື່ອຢ່າງຜິດພາດວ່າ ທ່ານສາມາດເອົາຊະ ນະຢູເຄຣນໄດ້. ທ່ານບໍ່​ໄດ້ເຊື່ອວ່າ​ມັນເປັນດິນແດນຂອງເຂົາເຈົ້າ ປະເທດເຂົາ ເຈົ້າ ອະນາຄົດເຂົາເຈົ້າ. ແລະແມ່ນແຕ່ຫລັງຈາກເວລາທັງໝົດນີ້ ທ່ານປູຕິນຍັງສົງໄສອຳນາດທີ່ພວກເຮົາມີຢູ່. ທ່ານຍັງເຮັດຄວາມຜິດພາດນັ້ນຢູ່” ທ່ານໄບເດັນໄດ້ກ່າວ.

ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລນສ໌ກີ ໃນວັນພຸດວານນີິ້ ໄດ້​ກ່າວປ້ອງກັນການຕັດສິນໃຈຂອງວໍຊິງຕັນ ທີ່ຈະສະໜອງກິຢິບດ້ວຍ​ກະ​ສຸນລູກຫວ່ານ ​ຊຶ່ງ​ເປັນອາວຸດທີ່ຖືກຫ້າມໂດຍຫລາຍກວ່າ 120 ປະເທດ ໃນ​ຄວາມ​ສາ​ມາດ​ເພື່ອ​ຈະສັງຫານຢ່າງບໍ່ເລືອກໜ້າ ​ໂດຍກ່າວວ່າ ມັນຈະຊ່ວຍຢູເຄຣນປ້ອງກັນຕົນເອງ ຈາກການຮຸກຮານຂອງຣັດເຊຍ.

“ມັນພຽງສິ່ງງ່າຍໆທີ່ຈະຕຳນິກະ​ສຸນລູກຫວ່ານ” ທ່ານເຊເລນສ໌ກີ ໄດ້ກ່າວຕໍ່ບັນ ດານັກຂ່າວ ລະຫວ່າງການພົບປະກັບປະທານາທິບໍດີໄບເດັນ. ການຕັດສິນໃຈດັ່ງກ່າວນີ້ ຈະຊ່ວຍພວກເຮົາ ປົກ​ປ້ອງຮັກສາພວກເຮົາ.

ການຕັດສິນໃຈຂອງວໍຊິງຕັນ ໄດ້ສ້າງຄວາມບໍ່ສະບາຍໃຈ​ໃຫ້​ແກ່ພັນທະມິດ​ບາງ​ປະ​ເທດ​ຂອງອົງການເນໂຕ ຫລາຍໆປະເທດທີ່ໄດ້​ເປັນ​ພາ​ຄີ​ຂອງ​ສົນ​ທິ​ສັນ​ຍາ​ ຫ້າມໃຊ້ອາວຸດດັ່ງ​ກ່າວ.

President Joe Biden capped what he described as a historic NATO summit with optimistic resolve for Ukraine and a stern warning to Moscow. The two-day meeting in Lithuania’s capital saw renewed support for Ukraine to join the alliance but stopped short of a specific timeline that Ukraine sought.

“We will not waver,” Biden repeated twice as he spoke to a crowd of thousands gathered at Vilnius University, a 4-century-old institution that has weathered the Baltic nation’s occupation by Polish, Russian, Soviet and German forces.

“Our commitment to Ukraine will not weaken,” Biden said. “We will stand for liberty and freedom today, tomorrow and for as long as it takes.”

He also delivered a stern warning to Russian President Vladimir Putin.

“Unfortunately, Russia has shown thus far no interest in a diplomatic outcome. Putin still wrongly believes he can outlast Ukraine. He can’t believe it’s their land, their country, their future. And even after all this time, Putin still doubts our stຈກaying power. He’s still making a bad bet,” Biden said.

Cluster munitions

Ukrainian President Volodymyr Zelenskyy on Wednesday defended Washington’s decision to provide Kyiv with cluster munitions, weapons banned by more than 120 countries for their indiscriminate killing capability, saying it will help Ukraine defend itself from Russian aggression.

“It’s very simple to criticize cluster munitions,” Zelenskyy said to reporters during his meeting with Biden. “This decision will help us save us.”

Washington’s decision has created discomfort among some NATO allies, many of whom are signatories of the convention that bans the weapons

XS
SM
MD
LG