ອົງການເນໂຕ້ໄດ້ເລີ້ມທຳການຊ້ອມລົບທາງເຮືອ ເປັນເວລາເກືອບ 2 ອາທິດ ພາຍໃຕ້ການນຳພາຂອງສະຫະລັດຢູ່ທະເລບາລຕິກ ໃນວັນອາທິດວານນີ້ ໂດຍ ມີທະຫານເຮືອ, ທະຫານອາກາດ ແລະທະຫານມາຣີນ ຫຼາຍກວ່າ 7,000 ຄົນຈາກ 16 ປະເທດ, ລວມທັງສອງປະເທດທີ່ປາດຖະໜາຢາກເຂົ້າຮ່ວມພັນ ທະມິດທາງທະຫານ ຄື ຟິນແລນ ແລະສະວີເດນນັ້ນອີກດ້ວຍ ອີງຕາມອົງການຂ່າວເອພີ (AP).
ການຊ້ອມລົບປະຈຳປີຂອງກອງທັບເຮືອບາລທັອບສ໌ (BALTOPS) ທີ່ລິເລີ່ມ ຂຶ້ນໃນປີ 1972 ບໍ່ໄດ້ຈັດຂຶ້ນເພື່ອຕອບໂຕ້ຕໍ່ໄພຂົ່ມຂູ່ສະເພາະໃດໆ. ແຕ່ອົງການພັນທະມິດທາງທະຫານກ່າວວ່າ "ໂດຍທີ່ມີທັງສະວີເດັນ ແລະຟິນແລນ ເຂົ້າຮ່ວມນຳ ເນໂຕ້ກຳລັງສວຍໂອກາດໃນໂລກທີ່ບໍ່ສາມາດຄາດເດົາໄດ້ ເພີ້ມ ຄວາມໜຽວແໜ້ນ ແລະແຂງແກ່ນຂອງກອງທັບຮ່ວມກັນ" ກັບສອງປະເທດໃນເຂດພາກເໜືອຂອງທະວີບຢູໂຣບທີ່ປາດຖະຫນາຢາກເຂົ້າຮ່ວມເນໂຕ້.
ທັງຟິນແລນ ແລະສະວີເດັນເຄີຍມີປະຫວັດອັນຍາວນານຂອງການບໍ່ເຂົ້າຮ່ວມ ທາງດ້ານການທະຫານ ກ່ອນທີ່ລັດຖະບານຂອງເຂົາເຈົ້າຈະຕັດສິນໃຈສະໝັກ ເຂົ້າເປັນສະມາຊິກອົງການເນໂຕ້ໃນເດືອນພຶດສະພາຜ່ານມາ, ເຊິ່ງເປັນຜົນ ໂດຍກົງຈາກການບຸກໂຈມຕີຢູເຄຣນໃນວັນທີ 24 ກຸມພາຜ່ານມາ.
ໃນຊຸມປີມໍ່ໆມານີ້, ມົສກູໄດ້ເຕືອນແຮລຊິງກິ ແລະສຕັອກໂຮມເລື້ອຍໆ ກ່ຽວ ກັບການເຂົ້າຮ່ວມພັນທະມິດທາງທະຫານຂອງຕາເວັນຕົກ ແລະເຕືອນກ່ຽວກັບ ການເອົາມາດຕະການແກ້ແຄ້ນ ຖ້າເຂົາເຈົ້າເຂົ້າຮ່ວມ.
ກ່ອນການຊ້ອມລົບທາງທະເລທີ່ກ່ຽວຂ້ອງກັບກຳປັ່ນ 45 ລຳ ແລະເຮືອບິນ 75 ລຳ ເຈົ້າໜ້າທີ່ທະຫານຂັ້ນສູງຂອງສະຫະລັດກ່າວຢູ່ໃນປະເທດສະວີເດັນ ທີ່ເປັນເຈົ້າພາບຂອງການຊ້ອມລົບ BALTOPS 22 ວ່າ ເປັນເລື່ອງສຳຄັນພິເສດສຳລັບເນໂຕ້ ທີ່ຈະສະແດງການສະໜັບສະໜູນລັດຖະບານແຮລຊິງກິ ແລະສຕັອກໂຮມ.
"ມັນເປັນສິ່ງສຳຄັນສຳລັບພວກເຮົາ, ສະຫະລັດ, ແລະບັນດາປະເທດເນໂຕ້ ທີ່ຈະສະແດງຄວາມສາມັກຄີ ກັບທັງຟິນແລນ ແລະສະວີເດັນໃນການຊ້ອມລົບນີ້,” ນັ້ນຄືຄຳເວົ້າຂອງພົນເອກມາກ ມີລລີ (Mark Milley), ປະທານເສນາທິການຮ່ວມຂອງສະຫະລັດ ກ່າວຢູ່ໃນກອງປະຊຸມຖະແຫຼງຂ່າວໃນວັນເສົາຜ່ານມານີ້ ຢູ່ເທິງກຳປັ່ນລົບ USS Kearsarge ທີ່ສາມາດແລ່ນທັງໃນນ້ຳ ແລະເທິງບົກ ຂະຫນາດໃຫຍ່ທີ່ຈອດຢູ່ໃນໃຈກາງນະຄອນຫຼວງສຕັອກໂຮມ.
ທ່ານມີລລີ ໄດ້ໂອ້ລົມກັບນາຍົກລັດຖະມົນຕີສະວີເດັນ, ທ່ານນາງແມກດາເລນາ ແອນເດີສັນ (Magdalena Andersson), ໂດຍໄດ້ເນັ້ນໜັກວ່າ ທະເລບາລ ຕິກເປັນແຫຼ່ງນ້ຳທີ່ສຳຄັນທາງຍຸດທະສາດ - “ເປັນນຶ່ງໃນບັນດາເສັ້ນທາງ ທະເລທີ່ໃຫຍ່ທີ່ສຸດຂອງໂລກ.”