ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​ເນ​ໂຕ້​ຢ້ານ​​ວ່າ ຄວາມ​ລົ້ມ​ແຫຼວ​ຂອງ​ຣັດ​ເຊຍ ຢູ່ໃນ​ຢ​ູ​ເຄ​ຣນ ຈະ​ເຮັດ​ໃຫ້​ປູ​ຕິນ ເປັນ​ອັນ​ຕະ​ລາຍ​ຫຼາຍ​ຂຶ້ນ


​ກຳ​ລັງ​ທະ​ຫານ​ຢູ​ເຄ​ຣນ ຍາມ​ດ່ານກວດ​ ຢູ່​ທີ່​ໝັ້ນ​ແຫ່ງ​ນຶ່ງ ໃກ້ໆ​ເມືອງ​ຄາ​ກິບ ເມື່ອ​ວັນ​ທີ 23 ມີ​ນາ 2022.
​ກຳ​ລັງ​ທະ​ຫານ​ຢູ​ເຄ​ຣນ ຍາມ​ດ່ານກວດ​ ຢູ່​ທີ່​ໝັ້ນ​ແຫ່ງ​ນຶ່ງ ໃກ້ໆ​ເມືອງ​ຄາ​ກິບ ເມື່ອ​ວັນ​ທີ 23 ມີ​ນາ 2022.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ ມີ​ຄວາມ​ເປັນ​ຫ່ວງ​ເພີ້ມ​ຂຶ້ນ​ວ່າ ການ​ສູນ​ເສຍ​ຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນ ຈະ​ເຮັດ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ວ​ລາ​ດີ​ເມຍ ປູ​ຕິນເປັນ​ອັນ​ຕະ​ລາຍ​ຫຼາຍ​ຂຶ້ນ ຊຶ່ງ​ບາງ​ຄົນ​ເຖິງ​ຂັ້ນ​ກັບ​ປຽບ​ທຽບ​ທ່ານ​ໃສ່​ສັດ​ທີ່​ຖືກ​ຂັງຢູ່​ໃນ​ກົງທີ່ພ້ອມ​ແລ້ວ​ຈະ​ທຳ​ຮ້າຍ​ຜູ້​ຄົນ.

ການ​ເຕືອນ​ຈາກວໍ​ຊິງ​ຕັນ​ແລະ​ບ​ຣັ​ສ​ເຊີ​ລ​ສ໌ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ໄດ້​ຮັບ​ຂໍ້​ມູນ​ຂ່າວກອງໃໝ່ ທີ່​ສະ​ເໜີ​ແນະ​ວ່າ ມີ​ກຳ​ລັງ​ທະ​ຫານ​ຣັດ​ເຊຍ​ທີ່​ຖືກ​ສົ່ງ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ​ເຖິງ 20 ເປີ​ເຊັນ ​ໄດ້​ຖືກຂ້າ​ຕາຍ ບາດ​ເຈັບ​ຫຼື​ບໍ່​ກໍ​ຖືກ​ຈັບ ໃນ​ຂະ​ນະ​ທີ່​ການ​ສູ້​ລົບ​ຂອງຢູ​ເຄ​ຣນ​ຕ້ານ​ມົ​ສ​ກູ ແມ່ນ​ຕົກ​ຢູ່​ໃນ​ສະ​ພາບ​ເກືອບ​ບໍ່​ໄປ​ບໍ່​ມາ.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ທ່ານ​ນຶ່ງ​ຂອງ​ອົງ​ການ​ເນ​ໂຕ້ ທີ່​ຂໍ​ສະ​ຫງວນ​ຊື່ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ ໃນ​ວັນ​ພຸດ​ວານນີ້ ໃນ​ການ​ເປີດ​ເຜີຍ​ຂໍ້​ມູນ​ລັບ​ສູ່​ຟັງ ໂດຍ​ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ ພວກ​ເຮົາ​ຈະ​ສາ​ມາດ​ເວົ້າ​ໄດ້​ວ່າ ຢູ່​ໃນ​ຂັ້ນ​ບໍ່​ໄປ​ບໍ່​ມາ ແຕ່​ມັນ​ເປັນ​ທີ່​ຈະ​ແຈ້ງວ່າ ຫຼັງ​ຈາກ​ນຶ່ງ​ເດືອນ​ແລ້ວ ຣັດ​ເຊຍເກືອບ​ວ່າ ​ບໍ່​ສາ​ມາດ​ບັນ​ລຸ​ຫຍັງ​ເລີຍໃນ​ເປົ້າ​ໝາຍ​ທາງ​ດ້ານ​ຍຸດ​ທະ​ສາດ​ຂອງ​ຕົນ.”

ເຈົ້າ​ໜ້າ​ທີ່​ທ່ານນີ້ ກ່າວ​ຕື່ມ​ວ່າ “ພວກ​ເຂົາ​ໄດ້​ຢຸດ​ຊະ​ງັກ​ໃນ​ເຂດ​ກີ​ຢິບ. ພວກ​ເຂົາໄດ້​ຢຸດ​ຊະ​ງັກ​ໃນ​ເຂດ​ຄາ​ກິບ. ພວກ​ເຂົາ​ໄດ້​ຢຸດ​ຊະ​ງັກ​ໃນ​ເຂດ​ເຊີ​ນິ​ຮິບ.”

ແລະ​ໃນ​ການ​ສະ​ແດງ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ອອກ​ໄປ​ຈາກ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດ​ ຜູ້​ຊຶ່ງ​ບໍ່​ຍອມ​ເປີດ​ເຜີຍ ​ກ່ຽວ​ກັບ​ການ​ບາດ​ເຈັບ​ລົ້ມ​ຕາຍ​ຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນ ຍ້ອນ​ວ່າ “ມີ​ຄວາມ​ເຊື່ອ​ໝັ້ນ​ໃນ​ລະ​ດັບບໍ່​ສູງ​ປານ​ໃດ” ກ່ຽວກັບ​ການຄາດ​ຄະ​ເນ ທີ່​ທາງ​ອົງ​ການ​ເນ​ໂຕ້​ເວົ້າ​ວ່າ ຄວາມ​ເສຍ​ຫາຍ​ໃນ​ສະ​ໜາມລົ​ບ​ແມ່ນ​ສູງ.”

ພວກ​ຄົນ​ງານ ເອົາ​ຊາຍ​ມາ​ປົກ​ຮູບ​ປັ້ນ​ຂອງນັກ​ກະ​ວີ​ ແລະ​ນັກ​ປ​ຣັດ​ຊະ​ຍາ ຊາ​ວ​ອີ​ຕາ​ລີ ທ່ານດັງ​ເດ ອາ​ລີ​ກີ​ເອ​ຣີ (Dante Alighieri) ເພື່ອ​ບໍ່​ໃຫ້​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ ຈາກ​ການ​ຍິງ​ໂຈມ​ຕີ​ຂອງ​ຣັດ​ເຊຍ ທີ່​ນະ​ຄອນ​ຫຼວງ​ກີ​ຢິບ ໃນ​ວັນ​ທີ 23 ມີ​ນາ 2022.
ພວກ​ຄົນ​ງານ ເອົາ​ຊາຍ​ມາ​ປົກ​ຮູບ​ປັ້ນ​ຂອງນັກ​ກະ​ວີ​ ແລະ​ນັກ​ປ​ຣັດ​ຊະ​ຍາ ຊາ​ວ​ອີ​ຕາ​ລີ ທ່ານດັງ​ເດ ອາ​ລີ​ກີ​ເອ​ຣີ (Dante Alighieri) ເພື່ອ​ບໍ່​ໃຫ້​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ ຈາກ​ການ​ຍິງ​ໂຈມ​ຕີ​ຂອງ​ຣັດ​ເຊຍ ທີ່​ນະ​ຄອນ​ຫຼວງ​ກີ​ຢິບ ໃນ​ວັນ​ທີ 23 ມີ​ນາ 2022.

ໃນ​ວັນ​ພຸດ​ວານນີ້ ອົງ​ການ​ເນ​ໂຕ້ ກະ​ປະ​ມານ​ວ່າ ມີ​ທະ​ຫານ​ຣັດ​ເຊຍ ລະ​ຫວ່າງ 7,000 ຫາ 15,000 ຄົນ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ສະ​ໜາມ​ລົບ ອີງ​ຕາມ​ການ​ຊັ່ງ​ຊາ​ຕີລາ​ຄາ​ຂອງ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ຈາກ​ຢູ​ເຄ​ຣນ ແລະ​ການ​ສັງ​ເກດ​ການ​ຂອງ​ເນ​ໂຕ້ ທີ່ຮວມ​ທັງ​ຂໍ້​ມູນ​ທີ່​ມົ​ສ​ກູ​ເປີດ​ເຜີຍ​ໂດຍ​ຄວາມ​ບັງ​ເອີນ.

ເມື່ອ​ມີ​ການ​ຄິດ​ໄລ່​ຄຳ​ນວນ​ທະ​ຫານ​ທີ່​ບາດ​ເຈັບ ຖືກ​ຈັບ ​ແລະ​ຫ​າຍ​ສາບ​ສູນ​ແລ້ວ ທະ​ຫາ​ນ​ຣັດ​ເຊຍ​ທີ່​ບໍ່​ສາ​ມາດ​ເຂົ້າ​ຮ່ວມ​ໃນ​ສະ​ໜາມ​ລົບ ກຸ່ມ​ພັນ​ທະ​ມິດ​ເນ​ໂຕ້​ເວົ້າ​ວ່າ ແມ່ນ​ມີ​ໃນ​ລະ​ຫວ່າງ 30,000 ຫາ 40,000 ຄົນ.

ແຕ່​ແນວ​ໃດ​ກໍ​ຕາມ ພວກ​ເຈົ້າ​ໜ້າ​ທີ່​ປະ​ເທດ​ຕາ​ເວັນ​ຕົກ​ເຕືອນ​ວ່າແທນ​ທີ່​ຈະ​ຖອນກຳ​ລັງຄືນ ປູ​ຕິນ​ໄດ້​ຕັດ​ສິນ​ໃຈ ​ທີ່​ຈະ​ຕ​ອບ​ໂຕ້​ຕໍ່​ການ​ສູນ​ເສຍ ​ດ້ວຍ​ຄວາມ​ໂຫດ​ຮ້າຍ​ແລະ​ກົນ​ລະ​ຍຸດ​ທີ່ໜັກ​ຂຶ້ນກວ່າ​ເກົ່າ ຄ້າຍ​ຄື​ກັບ​ຍຸ​ກ​ສະ​ໄໝ​ກ່ອນໆ.

ເຈົ້າ​ໜ້າ​ທີ່​ອົງ​ການ​ເນ​ໂຕ້​ກ່າວ​ຫາ​ມົ​ສ​ກູ​ວ່າ ພະ​ຍາ​ຍາມ​ທີ່​ຈະ​ຖີ້ມ​ລະ​ເບີດ​ປູ​ພົມ​ໃສ່​ເມືອງ​ມາ​ຣີ​ອູ​ໂປ​ລ ຂອງ​ຢູ​ເຄ​ຣນ ເພື່ອ​ໃຫ້​ຍອມ​ຈຳ​ນົນ ໂດຍ​ເວົ້າ​ວ່າ “ພວກ​ເຂົາໄດ້​ຮັບ​ຜົນ​ຫຼາຍກວ່າ​ຢູ່​ໃນ​ເຂດ​ພາກ​ໃຕ້ ແຕ່​ຄວາມ​ເສຍ​ຫາຍ​ແມ່ນ​ເປັນ​ຕາ​ຢ້ານ​ທີ່ສຸດ​ເລີຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG