ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າ​ອົງ​ການ NATO ກ່າວ​ວ່າ ມື້​ໃດ​ມື້​ນຶ່ງ ຢູ​ເຄ​ຣນ ຈະ​ໄດ້​ເຂົ້າ​ຮ່ວມ ​ພັ​ນ​ທະ​ມິດກອງ​ທັບຕາ​ເວັນ​ຕົກ


ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ NATO ເຂົ້າ​ຮ່ວມກອງ​ປະ​ຊຸມ​ຖ​ະ​ແຫຼງ​ຂ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອົງ​ການ NATO, ນະ​ຄອນຫຼວງ ບູ​ຄາ​ເຣັ​ສ, ປະ​ເທດ ໂຣ​ມາ​ເນຍ, 29 ພະ​ຈິກ 2022.
ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ NATO ເຂົ້າ​ຮ່ວມກອງ​ປະ​ຊຸມ​ຖ​ະ​ແຫຼງ​ຂ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອົງ​ການ NATO, ນະ​ຄອນຫຼວງ ບູ​ຄາ​ເຣັ​ສ, ປະ​ເທດ ໂຣ​ມາ​ເນຍ, 29 ພະ​ຈິກ 2022.

ຫົວ​ໜ້າ​ອົງ​ການ NATO ທ່ານ ເຈັນ​ສ໌ ສ​ໂຕ​ລ​ເທັນ​ເບີກ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ຢູ​ເຄ​ຣນ, ເຊິ່ງ​ຕອນນີ້​ກຳ​ລັງ​ຕໍ່​ສູ້​ຕໍ່​ຕ້ານ​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ ນັ້ນ, ໃນ​ມື້​ນຶ່ງ​ຈະ​ໄດ້​ເຂົ້າ​ຮ່ວມ​ພັນ​ທະ​ມິດ​ກອ​ງ​ທັບ​ຕາ​ເວັນ​ຕົກ ໃນ​ການ​ຄັດ​ຄ້ານ​ໂດຍ​ກົງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ.

ທ່ານ ສ​ໂຕ​ລ​ເທັນ​ເບີກ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດອົງ​ການ NATO ໃນ​ນະ​ຄອນຫຼວງ ບູ​ຄາ​ເຣັ​ສ, ປະ​ເທດ ໂຣ​ມາ​ເນຍ ວ່າ, ​ປະ​ຕູ​ຂອງ​ອົງ​ການ NATO ແມ່ນ​ເປີດກວ້າງ, ໃນການ​ຮື້​ຟື້ນ​ຄຳ​ໝັ້ນ​ສັນ​ຍາ​ໃໝ່​ ສຳ​ລັບ​ການ​ເປັນ​ສະ​ມາ​ຊິກ​ຂອງ ຢູ​ເຄ​ຣນ ທີ່​ໄດ້​ເຮັດ​ຂຶ້ນ​ທຳ​ອິດ​ໃນ​ປີ 2008 ແຕ່​ໄດ້​ຢຸດ​ຊະ​ງັກ​ນັບ​ຕັ້ງ​ແຕ່​ນັ້ນ​ມາ. ທ່ານ​ໄດ້​ກ່າວ​ຢ້ຳ​ວ່າ​ປະ​ເທດ ມາ​ເຊ​ໂດ​ເນຍ​ເໜືອ ແລະ ມອນ​ເຕ​ເນ​ໂກ​ຣ ເມື່ອບໍ່​ດົນ​ມານີ້​ໄດ້​ເຂົ້າ​ຮ່ວມ​ກັບ​ຫົວ​ໜ້າ​ພັ​ນ​ທະ​ມິດກອງ​ທັບ​ຫຼັງ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ​ຂອງ​ປະ​ເທດຕາ​ເວັນ​ຕົກ, ແລະ ວ່າ​ປະ​ເທດ ສວີ​ເດັນ ແລະ ຟິນ​ແລນ ກໍ​ຈະ​ເຂົ້າ​ຮ່ວມ​ຄື​ກັນ​ໃນ​ໄວໆ​ນີ້.

ທ່ານ ສ​ໂຕ​ລ​ເທັນ​ເບີກ ໄດ້​ກ່າວ​ວ່າ “ຣັດ​ເຊຍ ບໍ່​ໄດ້​ມີ​ສຽງ​ຄັດ​ຄ້ານ​” ຕໍ່​ການ​ເຂົ້າ​ຮ່ວມ​ຂອງ​ປະ​ເທດ​ຕ່າງໆ. ພວກ​ເຮົາກໍຈະ​ຄົງຢືນ​ຢັດຢູ່ກັບ​ມັນ​ເຊັ່ນ​ກັນ, ກ່ຽວ​ກັບ ​ການ​ເປັນ​ສະ​ມາ​ຊິກ​ຂອງ ຢູ​ເຄ​ຣນ.”

ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປະ​ເທດ ນໍ​ເວ ໄດ້​ກ່າວ​ວ່າ “ປະ​ທາ​ນາ​ທິ​ບໍ​ດີ ປູ​ຕິນ ບໍ່​ສາ​ມາດ​ປະ​ຕິ​ເສດ​ປະ​ເທດ​ທີ່​ມີ​ອຳ​ນາດ​ອະ​ທິ​ປະ​ໄຕ​ເພື່​ອ​ທຳ​ການ​ຕັດ​ສິນ​ໃຈ​ທີ່​ມີ​ອະ​ທິ​ປະ​ໄຕ​ຂອງ​ເຂົາ​ເຈົ້າ​ເອງ​ທີ່ບໍ່​ເປັນ​ໄປ​ຂົ່ມ​ຂູ່​ຕໍ່ ຣັດ​ເຊຍ. ຂ້າ​ພະ​ເຈົ້າ​ຄິດ​ວ່າ​ສິ່ງ​ທີ່​ລາວ​ຢ້ານ​ແມ່ນ​ປະ​ຊາ​ທິ​ປະ​ໄຕ ແລະ ເສ​ລີ​ພາບ, ແລະ ນັ້ນ​ແມ່ນ​ສິ່ງ​ທ້າ​ທາຍ​ຫຼັກ​ສຳ​ລັບ​ລາວ.”

ແຕ່ ຢູ​ເຄ​ຣນ ຈະ​ບໍ່​ໄດ້​ເຂົ້າ​ຮ່ວມ​ອົງ​ການ NATO ໃນ​ໄວໆ​ນີ້, ເຊິ່ງ​ຢູ່​ພາຍ​ໃຕ້​ກົດ​ບັດ​ຂອງ​ພັນ​ທະ​ມິດ​ດັ່ງ​ກ່າວ, ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ຈະ​ຜັກ​ດັນ​ກອງ​ກຳ​ລັງ​ຕິດ​ອາ​ວຸດ​ຂອງ​ສະ​ມາ​ຊິກ 30 ປະ​ເທດ​ເຂົ້າ​ສູ່​ສະ​ໜາມ​ລົບ​ໂດຍ​ກົງ​ເພື່ອ​ຕໍ່​ສູ້​ກັບ​ກອງ​ທະ​ຫານ ຣັດ​ເຊຍ. ມັນ​ຈະ​ເປັນ​ຄຳ​ໝັ້ນ​ສັນ​ຍ​າ​ທີ່​ຫຼາ​ຍກວ່າ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ ແລະ ມະ​ນຸດ​ສະ​ທຳ​ມູນຫຼາຍ​ພັນ​ລ້ານ​ໂດ​ລາທີ່ ສະ​ຫະ​ລັດ ແລະ ພັນ​ທະ​ມິດ​ຂອງ​ເຂົາ​ເຈົ້າ​ໄດ້​ສົ່ງ​ໃຫ້​ລັດ​ຖະ​ບານ ກີ​ຢິບ ແລ້ວ​ເພື່ອ​ຊ່ວຍ​ນັກ​ລົບ ຢູ​ເຄ​ຣນ ປ້ອງ​ກັນ​ປະ​ເທດ​ຂອງ​ເຂົາ​ເຈົ້າ.

ຫຼາຍ​ປະ​ເທດ​ອົງ​ການ NATO ເຊື່ອ​ວ່າ​ຈຸດ​ເພັ່ງ​ເລັງ​ຄວນ​ເປັນ​ການ​ສະ​ໜັບ​ສະ​ໜູນ​ທາງ​ທະ​ຫານ​ຕໍ່ ຢູ​ເຄ​ຣນ, ແທນ​ທີ່​ຈະ​ເປັນ​ການ​ຕໍ່​ສູ້​ທາງ​ການ​ເມືອງ​ທີ່​ແຕກ​ແຍກ​ໃນ​ກຸ່ມ​ຂອງ​ເຂົາ​ເຈົ້າ​ເອງ ກ່ຽວ​ກັບ ການ​ເປັນ​ສະ​ມາ​ຊິ​ກ​ຂອງ ກີ​ຢິບ. ນັກ​ວິ​ເຄາະ​ບາງ​ຄົນ ກ່ຽວ​ກັບ ສົງ​ຄາມ​ໃນ ຢູ​ເຄ​ຣນ ໄດ້​ແນະ​ນຳ​ວ່າ​ມັນ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ການ​ເປັນ​ສະ​ມາ​ຊິກ​ອົງ​ການ NATO ແມ່ນ​ປັດ​ໄຈ​ນຶ່ງ​ ໃນ​ກາ​ນ​ຕັດ​ສິນ​ໃຈ​ບຸກ​ລຸກ​ຂອງທ່ານ ປູ​ຕິນ.

ທ່ານ ສ​ໂຕ​ລ​ເທັ​ນ​ເບີກ ໄດ້​ກ່າວ​ວ່າ, “ພວກ​ເຮົາ​ແມ່ນ​ຢູ່​ທ່າມ​ກາງ​ສົງ​ຄາມ ແລະ ສະ​ນັ້ນ​ພວກ​ເຮົາ​ບໍ່​ຄວນ​ເຮັດ​ຫຍັງ​ທີ່​ສາ​ມາດ​ທຳ​ລາຍ​ຄວາມ​ສາ​ມັກ​ຄີ​ຂອງ​ພັນ​ທະ​ມິດ​ເພື່ອ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ, ມະ​ນຸດ​ສະ​ທຳ, ການ​ເງິນ​ໃຫ້ ຢູ​ເຄ​ຣນ, ເພາະ​ວ່າ​ພວກ​ເຮົາ​ຕ້ອງ​ປ້ອງ​ກັນ​ບໍ່​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ປູ​ຕິນ ໄດ້​ຊະ​ນະ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG