ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າອົງການເນໂຕ້ ຫາທາງຈັດກອງປະຊຸມສະພາ ເນໂຕ້ ກັບ ຣັດເຊຍ ໃນເດືອນມັງກອນ ຈະມາເຖິງນີ້


ເລຂາທິການໃຫຍ່ ອົງການເນໂຕ້ ທ່ານເຈັນສ໌ ສໂຕເຕັນເບີກ ກ່າວໃນກອງປະຊຸມຖະແຫລງຂ່າວ ຢູ່ທີ່ສຳນັກງາຍໃຫຍ່ ພັນທະມິດ ໃນນະຄອນຫຼວງບຣັສໂຊລສ໌ ຂອງແບລຈຽມ, ວັນທີ 20 ຕຸລາ 2021.
ເລຂາທິການໃຫຍ່ ອົງການເນໂຕ້ ທ່ານເຈັນສ໌ ສໂຕເຕັນເບີກ ກ່າວໃນກອງປະຊຸມຖະແຫລງຂ່າວ ຢູ່ທີ່ສຳນັກງາຍໃຫຍ່ ພັນທະມິດ ໃນນະຄອນຫຼວງບຣັສໂຊລສ໌ ຂອງແບລຈຽມ, ວັນທີ 20 ຕຸລາ 2021.

ຕາມລາຍຂອງອົງການຂ່າວເອແອັຟພີແລ້ວ ຫົວໜ້າອົງການເນໂຕ້ ທ່ານເຈັນ ສໂຕເຕັນເບີກ ໄດ້ຫາທາງຈັດຕັ້ງກອງປະຊຸມສະພາເນໂຕ້ແລະຣັດເຊຍ ໃນເດືອນໜ້ານີ້ ແລະໄດ້ຕິດຕໍ່ຫາມົສກູ ເພື່ອກຳນົດການເຂົ້າຮ່ວມກອງປະຊຸມຂອງຝ່າຍຣັດເຊຍ ອີງຕາມໂຄສົກຂອງອົງການທີ່ໄດ້ກ່າວໃນວັນອາທິດວານນີ້.

ໃນຫຼາຍໆໂອກາດບໍ່ເທົ່າໃດເດືອນຜ່ານມານີ້ ທ່ານ ສໂຕເຕັນເບີກ ໄດ້ສະເໜີໃຫ້ເລີ້ມການເຈລະຈາກັບມົສກູຄືນໃໝ່ ໂດຍຜ່ານອົງການດັ່ງກ່າວນີ້ ຊຶ່ງການປະຊຸມໄດ້ຈັດຂຶ້ນໃນປີ 2002 ແຕ່ບໍ່ມີການເຄື່ອນໄຫວໃນປັດຈຸບັນນີ້ ຍ້ອນບັນຫາຂັດແຍ້ງຢູ່ໃນຢູເຄຣນ.

ແຕ່ທາງການຂອງຣັດເຊຍ ກໍບໍ່ໄດ້ຕອບຕໍ່ຄຳສະເໜີໃນແງ່ດີເລີຍ.

“ພວກເຮົາໄດ້ຕິດຕໍ່ກັບຣັດເຊຍ” ກ່ຽວກັບກອງປະຊຸມໃນວັນທີ 12 ມັງກອນ ໂຄສົກຂອງອົງການເນໂຕ້ ໄດ້ກ່າວໄປຜູ້ທີ່ຂໍບໍ່ໃຫ້ອອກຊື່.

ອົງການເນໂຕ້ ໄດ້ກ່າວປະນາມການຍຶດເອົາແຫຼມ ຄຣາຍເມຍ ຈາກຢູເຄຣນໃນປີ 2014 ຂອງຣັດເຊຍ ຢ່າງຕໍ່ເນື່ອງ ແລະໄດ້ຮຽກຮ້ອງໃຫ້ມົສກູ ເຄົາລົບອະທິປະໄຕຜືນແຜ່ນດິນຂອງປະເທດເພື່ອນບ້ານ.

ສ່ວນບັນດາປະເທດຕາເວັນຕົກ ໄດ້ກ່າວຫາວັງເຄຣມລິນ ມາຍາວນານ ກ່ຽວກັບ ການໃຫ້ການສະໜັບສະໜຸນທາງດ້ານທະຫານໂດຍກົງແກ່ພວກແບ່ງແຍກດິນແດນທີ່ສະໜັບສະໜູນຣັດເຊຍ ຢູ່ໃນເຂດພາກຕາເວັນອອກຂອງຢູເຄຣນ ຜູ້ທີ່ໄດ້ເຂົ້າຍຶດເອົາສອງຂົງເຂດດັ່ງກ່າວ ບໍ່ດົນຫຼັງຈາກທີ່ມົສກູ ໄດ້ເຂົ້າຍຶດເອົາແຫຼມຄຣາຍເມຍ ໃນປີ 2014.

ຣັດເຊຍ ປະຕິເສດການກ່າວອ້າງທັງຫຼາຍ ແລະທ່ານ ປູຕິນ ໄດ້ສະເໜີແນະວ່າ ບັນຫາຂັດແຍ້ງນີ້ ຊຶ່ງໄດ້ເອົາຊີວິດຫຼາຍກວ່າ 13,000 ຄົນແລ້ວນັ້ນ ແມ່ນເປັນການຂ້າລ້າງເຜົ່າພັນ.

ວັງເຄຣັມລິນ ໄດ້ຢືນຢັດຍິ່ງຂຶ້ນກວ່າເກົ່າວ່າ ປະເທດຕາເວັນຕົກແລະອົງການເນໂຕ້ ກຳລັງລ່ວງລ້ຳເຂົ້າມາໃກ້ເຂດແດນຂອງຣັດເຊຍຢ່າງອັນຕະລາຍ.

ເມື່ອຕົ້ນເດືອນນີ້ ມົສກູ ໄດ້ນຳສະເໜີຂໍ້ຮຽກຮ້ອງດ້ານຄວາມປອດໄພຢ່າງກວ້າງຂວາງແກ່ປະເທດຕາເວັນຕົກ ໂດຍກ່າວວ່າ ອົງການເນໂຕ້ ຕ້ອງບໍ່ຍອມຮັບເອົາສະມາຊິກໃໝ່ໃດໆ ແລະຫາທາງທີ່ຈະຫ້າມສະຫະລັດ ບໍ່ໃຫ້ຕັ້ງຖານທັບໃໝ່ໃດໆຢູ່ໃນອະດີດສາທາລະນະລັດ ໂຊຫວຽດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG