ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫົວໜ້າອົງການເນໂຕ້ ກ່າວວ່າ ພັນທະມິດ ຈະສ້າງສູນກາງອະວະກາດ ຢູ່ຖານທັບອາກາດແຣມສະຕາຍນ໌ ໃນປະເທດເຢຍຣະມັນ


ເລຂາທິການໃຫຍ່ອົງການເນໂຕ້ ຫຼື NATO ທ່ານເຈັນສ໌ ສະໂຕລເຕັນເບີກໃ
ເລຂາທິການໃຫຍ່ອົງການເນໂຕ້ ຫຼື NATO ທ່ານເຈັນສ໌ ສະໂຕລເຕັນເບີກໃ

ເລຂາທິການໃຫຍ່ອົງການເນໂຕ້ ຫຼື NATO ທ່ານເຈັນສ໌ ສະໂຕລເຕັນເບີກ ໃນວັນພະຫັດ
ວານນີ້ ໄດ້ໃຫ້ການຢືນຢັນວ່າ ກຸ່ມພັນທະມິດທາງທະຫານດັ່ງ ກ່າວ ຈະສ້າງຕັ້ງສູນກາງ
ອະວະກາດ ຢູ່ທີ່ກອງບັນຊາການທະຫານອາກາດ ພັນທະມິດ NATO ທີ່ຖານທັບອອາ
ກາດແຣມສະຕາຍນ໌ (Ramstein) ໃນປະເທດເຢຍຣະມັນ.

ໃນການຖະແຫຼງທີ່ນະຄອນບຣັສເຊີລສ໌ ຫຼັງຈາກກອງປະຊຸມຜ່ານທາງອິນເຕີ ແນັດ ຂອງ
ບັນດາລັດຖະມົນຕີຕ່າງປະເທດເນໂຕ້ (NATO) ແລ້ວ ທ່ານສະ ໂຕລເຕັນເບີກ ໄດ້ໃຫ້
ການຢືນຢັນກ່ຽວກັບລາຍງານຂ່າວການສ້າງຕັ້ງສູນກາງ ອະວະກາດ ໃນຕົ້ນອາທິດນີ້
ໂດຍບັນດາອົງການຂ່າວຕ່າງໆຂອງຢູໂຣບ.

ທ່ານກ່າວວ່າ “ອົງການ NATO ໄດ້ຕັດສິນໃຈທີ່ຈະຮັກສາຄວາມກ້າວໜ້າທັນສະໄໝທີ່
ສຸດຢູ່ໃນທຸກຂະແໜງການ” ຮວມທັງ “ພາກພື້ນດິນ ທະເລ ອາກາດ ອິນເຕີແນັດ ແລະ
ອະວະກາດ.”

ໃນລະຫວ່າງການປະຊຸມເມື່ອເດືອນທັນວາທີ່ຜ່ານມາ ທ່ານສະໂຕລເລັນເບີກ ໄດ້ປະກາດວ່າ “ອະວະກາດຈະເປັນການປະຕິບັດງານອີກດ້ານນຶ່ງ ຂອງອົງ ການ NATO. ແລະມື້ນີ້
ພວກເຮົາໄດ້ເອົາບາດກ້າວທີ່ສຳຄັນຕື່ມອີກ.”

ຢູ່ໃນຖະແຫຼງການຂອງທ່ານ ຫົວໜ້າອົງການ NATO ກ່າວວ່າ ສູນກາງອະວະກາດອົງການ
ເນໂຕ້ຈະຊ່ວຍປະສານງານກິດຈະການອະວະກາດຂອງພັນທະມິດ ແລະໃຫ້ການສະໜັບ
ສະໜູນແກ່ການປະຕິບັດງານຂອງອົງການ NATO ແລະ ການປະຕິບັດງານຈາກອະວະ
ກາດ ໂດຍການນຳໃຊ້ດາວທຽມສື່ສານ ແລະ ຮູບ ພາບ. ທ່ານສະໂຕລເລັນເບີກ ກ່າວວ່າ
ເຂົາເຈົ້າຍັງຈະຊ່ວຍປ້ອງກັນ ລະບົບອະ ວະກາດຂອງພັນທະມິດອົງການ NATO ໂດຍ
ແບ່ງປັນຂໍ້ມູນກ່ຽວກັບໄພຂົ່ມຂູ່ທີ່ອາດມີຂຶ້ນ.

ທ່ານສະໂຕລເລັນເບີກໄດ້ກ່າວຊໍ້າແລ້ວຊໍ້າອີກວ່າ ອົງການ NATO ບໍ່ມີຄວາມສົນໃຈ ທີ່
ຈະນໍາໃຊ້ອະວະກາດ “ເພື່ອການທະຫານ”. ແຕ່ໃນວັນພະຫັດວານນີ້ ທ່ານກ່າວວ່າ ການ
ຂົ່ມຂູ່ຕໍ່ບັນດາດາວທຽມພັນທະມິດ ຂອງອົງການ NATO ແລະລະບົບອະວະກາດ ແມ່ນ
ເປັນເລື້ອງທີ່ແທ້ຈິງ.

ທ່ານກ່າວວ່າ “ດັ່ງໂຕຢ່າງ ຣັດເຊຍແລະຈີນ ເວລານີ້ກຳລັງພັດທະນາສະມັດຕະພາບ ທີ່
ສາມາດອຳພາງ ທຳລາຍ ເຊັ່ນວ່າ ບັນດາດາວທຽມ ຊຶ່ງຈະມີຜົນ ກະທົບຢ່າງຮ້າຍແຮງຕໍ່
ກິດຈະການທະຫານ ແລະພົນລະເຮືອນຢູ່ທາງພາກພື້ນ ດິນ.”

NATO Secretary General Jens Stoltenberg Thursday confirmed that the military alliance will establish a space center at the Allied Air Command base in Ramstein, Germany.

Speaking in Brussels after a virtual conference of NATO foreign ministers, Stoltenberg confirmed reports regarding the space center made earlier this week by European news agencies.

"NATO is determined to keep our cutting edge in all domains," he said, including “Land, sea, air, cyber, and space."

During a meeting last December, Stoltenberg declared "space as an operational domain for NATO. And today we took another important step.”

In his comments, the NATO chief said the Allied Air Command space center would help to coordinate Allied space activities and provide support for NATO missions and operations from space using satellite communications and imagery. Stoltenberg said they also would help protect NATO allied space systems by sharing information about potential threats.

Stoltenberg has said repeatedly NATO has no interest in “the militarization” of space. But Thursday, he said threats against NATO allied satellites and space systems are real.

“For instance," he said, "Russia and China are now developing capabilities that can blind, destroy, for instance, satellites, which will have a severe impact on both military and civilian activities on the ground.”

XS
SM
MD
LG