ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົງການ NATO ຖິ້ມໂທດໃສ່ ຜູ້ນຳ ອັຟການິສຖານ ສຳລັບການພັງລົງ ຂອງ ກອງທັບ ອັຟການິສຖານ


ເລຂາທິການໃຫຍ່ອົງການ NATO ທ່ານ ເຈັນສ໌ ສໂຕລເທັນເບີກ ກ່າວຄຳປາໄສໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວຢູ່ກອງປະຊຸດສຸດຍອດອົງການ NATO ຢູ່ນະຄອນຫຼວງ ບຣັສໂຊລສ໌ ປະເທດ ແບລຈຽມ. 14 ມິຖຸນາ, 2021.
ເລຂາທິການໃຫຍ່ອົງການ NATO ທ່ານ ເຈັນສ໌ ສໂຕລເທັນເບີກ ກ່າວຄຳປາໄສໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວຢູ່ກອງປະຊຸດສຸດຍອດອົງການ NATO ຢູ່ນະຄອນຫຼວງ ບຣັສໂຊລສ໌ ປະເທດ ແບລຈຽມ. 14 ມິຖຸນາ, 2021.

ເລຂາທິການໃຫຍ່ອົງການ NATO ທ່ານ ເຈັນສ໌ ສໂຕລເທັນເບີກ (Jens Stoltenberg) ໄດ້ກ່າວວ່າການນຳຂອງ ອັຟການິສຖານ ແມ່ນມີຄວາມຮັບຜິດຊອບສຳລັບການພັງລົງຢ່າງວ່ອງໄວຂອງກອງທັບ ອັຟການິສຖານ ແຕ່ໄດ້ກ່າວຢໍ້າວ່າກຸ່ມພັນທະມິດດັ່ງກ່າວຄວນຈື່ໄວ້ເປັນບົດຮຽນ ກ່ຽວກັບ ວິທີທີ່ເຂົາເຈົ້າດຳເນີນການຝຶກແອບທາງທະຫານ.

ທ່ານ ສໂຕລເທັນເບີກ ໄດ້ກ່າວຫຼັງຈາກ NATO ໄດ້ຈັດການປະຊຸມເພື່ອປຶກຫາລື ກ່ຽວກັບ ຜົນກະ ທົບດ້ານຄວາມປອດໄພຈາກການຍຶດອຳນາດຂອງກຸ່ມຕາລີບານ ໃນ ອັຟການິສຖານ ວ່າ “ຄວາມລົ້ມແຫຼວນີ້ຂອງການນຳ ອັຟການິສຖານ ໄດ້ນຳໄປສູ່ໄພຫາຍະນະທີ່ພວກເຮົາໄດ້ເປັນສັກຂີພິຍານໃນມື້ນີ້.”

ທ່ານ ສໂຕລເທັນເບີກ ໄດ້ກ່າວວ່າຄວາມໄວທີ່ກອງກຳລັງ ອັຟການິສຖານ ໄດ້ອ່ອນແອລົງໃນລະ ຫວ່າງການບຸກໂຈມຕີຂອງກຸ່ມຕາລີບານ ແມ່ນໜ້າຕົກໃຈ, ທ່ານຍັງໄດ້ຍອມຮັບວ່າ “ມັນມີບົດຮຽກທີ່ຕ້ອງໄດ້ຖືກຮຽນຮູ້” ຢູ່ອົງການ NATO.

ໃນປະຕິກິລິຍາຂອງເຂົາເຈົ້າຕໍ່ໄຊຊະນະຂອງກຸ່ມຕາລີບານນັ້ນ, ຣັດເຊຍ, ເຊິ່ງໄດ້ປະກາດວ່າກຸ່ມຕາລີບານເປັນກຸ່ມກໍ່ການຮ້າຍໃນປີ 2003, ໄດ້ກ່າວວ່າເຂົາເຈົ້າຈະບໍ່ຮັບຮູ້ລັດຖະບານໃໝ່ນັ້ນໃນທັນທີ.

ລັດຖະມົນຕີການຕ່າງປະເທດ ທ່ານ ເຊີເກ ລາວຣອຟ (Sergei Lavrov) ໄດ້ກ່າວວ່າ ມົສກູ “ບໍ່ໄດ້ຟ້າວທີ່ຈະຮັບຮູ້“ ລັດຖະບານ ຕາລີບານ ແລະ ໄດ້ຮຽກຮ້ອງ “ໃຫ້ເປີດປະຊຸມແຫ່ງຊາດທີ່ກວມລວມ ດ້ວຍການມີສ່ວນຮ່ວມຂອງທຸກພັກຝ່າຍການເມືອງ ແລະ ກອງກຳລັງຕ່າງໆໃນ ອັຟການິສຖານ.”

ສຳລັບພາກສ່ວນຂອງເຂົາເຈົ້າ, ເທີກີ ແມ່ນກຳລັງເຈລະຈາກັບກຸ່ມຕາລີບານ ແລະ ທຸກພັກຝ່າຍອື່ນໆໃນ ອັຟການິສຖານ ແລະ ມີທັດສະນະຄະຕິໃຫ້ການສະໜັບສະໜູນ ກ່ຽວກັບ ຂໍ້ຄວາມຂອງກຸ່ມຕາລີບານທີ່ໄດ້ສະແດງໃຫ້ເຫັນນັບຕັ້ງແຕ່ການເຂົ້າຄວບຄຸມ, ອີງຕາມການກ່າວຂອງລັດຖະມົນຕີການຕ່າງປະເທດ ທ່ານ ເມວລຸດ ຊາວູຊໍກລູ (Mevlud Cavusoglu) ໃນວັນອັງຄານວານນີ້.

ທ່ານ ຊາວູຊໍກລູ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວຢູ່ປະເທດ ຈໍແດນ ວ່າ “ພວກເຮົາຈະດຳເນີນການສົນທະນາກັບທຸກຝ່າຍຕໍ່ໄປ, ລວມທັງກຸ່ມຕາລິບານ. ພວກເຮົາມີທັດສະນະຄະຕິທີ່ເປັນແງ່ບວກ ກ່ຽວກັບ ຂໍ້ຄວາມທີ່ກຸ່ມຕາລີບານ ໄດ້ກ່າວອອກມາໃນປັດຈຸບັນນີ້, ບໍ່ວ່າຈະຕໍ່ຄົນຕ່າງປະ ເທດ, ຕໍ່ບຸກຄົນການທູດ ຫຼື ຄົນຂອງເຂົາເຈົ້າເອງ. ພວກເຮົາຫວັງວ່າຈະເຫັນສິ່ງດັ່ງກ່າວນີ້ຖືກດຳ ເນີນການເຊັ່ນກັນ.”

ຈີນ ໄດ້ສະໜັບສະໜູນກຸ່ມຕາລີບານໃນວັນອັງຄານວານນີ້ໃຫ້ດຳເນີນນະໂຍບາຍສາສະໜາ “ທີ່ປານກາງ ແລະ ໝັ້ນຄົງ” ແລະ ເພື່ອສ້າງໂຄງຮ່າງການເມືອງ “ທີ່ເປີດ ແລະ ກວມລວມ” ທີ່ປະກອບດ້ວຍທຸກພັກຝ່າຍໃນປະເທດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG