ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງ​ການ NATO ເລີ້ມ​ຊ້ອ​ມ​ລົບ​ດ້ານນິວ​ເຄ​ລຍ ທ່າມ​ກາງ​ຄວາມ​ເຄັ່ງ​ຕຶງ ຂອງສົງ​ຄາມ​ຣັດ​ເຊຍ


ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ NATO ທ່ານ​ເຈັນ​ ສະ​ໂຕວ​ລ​ເ​ຕັນ​ເບີກ (ຊ້າຍ) ກ່າ​ວ​ຕໍ່ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ທີ່​ຫ້ອງ​ການ​ໃຫຍ່​ອົງ​ການ NATO ຢູ່ປະ​ເທດ​ແບ​ລຈ້ຽມ ວັນ​ທີ 13 ຕຸ​ລາ 2022
ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ NATO ທ່ານ​ເຈັນ​ ສະ​ໂຕວ​ລ​ເ​ຕັນ​ເບີກ (ຊ້າຍ) ກ່າ​ວ​ຕໍ່ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ທີ່​ຫ້ອງ​ການ​ໃຫຍ່​ອົງ​ການ NATO ຢູ່ປະ​ເທດ​ແບ​ລຈ້ຽມ ວັນ​ທີ 13 ຕຸ​ລາ 2022

ອົງ​ການ NATO ໃນ​ວັນ​ຈັນ​ວານ​ນີ້ ໄດ້​ເລີ້ມ​ແຜນ​ການຊ້ອ​ມ​ລົບ​ນິ​ວເຄ​ລຍປະຈຳ​ປີ ທີ່​ໄດ້​ມີ​ການ​ກະ​ກຽມ​ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວນັ້ນ ຢູ່​ທາງ​ພ​າກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຢູ​ໂຣບ ໃນ​ຂະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງຍັງ​ມີ​ຢູ່​ຕໍ່​ໄປ​ກ່ຽວ​ກັບສົງ​ຄາມ​ໃນ​ຢູ​ເຄ​ຣນ ແລະການ​ຂົ່ມ​ຂູ່​ຂອງປະ​ທາ​ນາ​ທິ​ບໍ​ດີວ​ລາ​ດີ​ເມຍ ປູ​ຕິນ ທີ່​ຈະໃຊ້​ທຸກວິ​ທີ​ທາງ​ເພື່ອ​ປ້ອງ​ກັນ​ດິນ​ແດນ​ຂອງ​ຣັດ​ເຊຍ ອີ​ງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ​.

ສິບ​ສີ່ປະ​ເທດຂອງ​ຈຳ​ນວນທັງ​ໝົດ 30 ປະ​ເທດສະ​ມ​າ​ຊິກ​ຂອງອົງ​ການ NATO ມີ​ກຳ​ນົດ​ເຂົ້າ​ຮ່ວມ​ໃນ​ການ​ຊ້ອມ​ລົບ ຊຶ່ງກຸ່ມພັນ​ທະ​ມິດທາງທະ​ຫານ​ກ່າວ​ວ່າ ຈະ​ພົວ​ພັນກັບເຮືອ​ບິນ​ປະ​ມາ​ນ 60 ລຳ ​ຮວມ​ທັງ​ເຮືອ​ບິນ​ລົບ ແລະ​ເຮືອບິນ​ສັງ​ເກດ​ການ ແລະ​ເຮືອ​ບິນ​ເຕີມ​ນ້ຳ​ມັນ.

ການ​ຊ້ອມ​ລົບ​ສ່ວນ​ໃຫຍ່ ​ຈະ​ມີ​ຂຶ້ນຢູ່​ຢ່າງ​ໜ້ອຍ 1,000 ກິ​ໂລ​ແມັດ ຫ່າງຈາກ​ຊາຍ​ແດນ​ຂອງ​ຣັດ​ເຊ​ຍ.

​ເຮືອ​ບິນຖີ້ມ​ລະ​ເບີດໄລ​ຍະ​ໄກ B-52 ​ຂອງ​ສະ​ຫະ​ລັດ ​ກໍ​ຈະ​ເຂົ້າ​ຮ່ວມການ​ຊ້ອ​ມ​ລົບ ທີ່ມີ​ຊື່​ວ່າ Steadfast Noon ຊຶ່ງ​ຈະ​ເລີ້ມ​ໄປ ​ຈົນ​ຮອດ ວັນ​ທີ 30 ຕຸ​ລາ. ອົງ​ການ NATO ບໍ່​ອະ​ນຸ​ຍາດ​ໃຫ້​ສື່​ມວນ​ຊົນ​ໃດໆ​ເຂົ້າ​ລ​າຍງ​ານຂ່າວ.

​ອົງ​ການ NATO ກ່າວ​ວ່າ ການ​ຊ້ອມ​ລົບ​ທາງ​ອາ​ກາດ​ ຈະ​ມີ​ຂຶ້ນ​ຢູ່​ເໜືອປະ​ເທດ​ແບ​ລ​ຈ້ຽມ ທີ່​ເປັນ​ເຈົ້າ​ພາບ Steadfast Noon ​ໃນປີ​ນີ້ ພ້ອມ​ທັງ​ຢູ່​ທະ​ເລ​ເໜືອແລະ​ຣາດ​ຊະ​ອາ​ນາ​ຈັກ​ອັງ​ກິດ. ​ການ​ຊ້ອມ​ລົບ​ພົວ​ພັນ​ກັບ​ຄວາມ​ສາ​ມາດ​ຂອງ​ເຮືອ​ບິນ​ລົບ ທີ່ບັນ​ທຸກ​ຫົວລະ​ເບີດນິວ​ເຄ​ລຍ ແຕ່​ບໍ່​ໄດ້​ພົວ​ພັນ​ກັບ​ລະ​ເບີດແທ້ໃດໆ.

​ການ​ຊ້ອມ​ລົບ​ໄດ້​ວາງ​ແຜນ​ໄວ້ລ່ວງ​ໜ້າ ກ່ອນທີ່ຄຳ​ສັ່ງ​ຂອງປູ​ຕິນໃຫ້​ທະ​ຫານ​ຣັ​ດ ເຊຍ​ບຸກ​ເຂົ້າ​ໄປ​ໃນຢູ​ເຄ​ຣນ ​ເມື່ອເດືອນ​ກຸມ​ພາ. ​ຣັດ​ເຊຍ​ມັກ​ຈະ​ຈັດ​ການ​ຊ້ອມ​ລົບ​ປະ​ຈຳ​ປີ​ຂອງ​ຕົນ ​ໃນ​ໄລ​ຍະ​ເວ​ລາ​ດຽວ​ກັນແລະ​ອົງ​ການ NATO ຄາດ​ວ່າ ມົ​ສ​ກູ ​ຈະ​ຊ້ອມ​ລົບກຳ​ລັງ​ນິວ​ເຄ​ລຍຂ​ອງ​ຕົນ ພາຍ​ໃນ​ເດືອນ​ນີ້.

NATO on Monday began its long-planned annual nuclear exercises in northwestern Europe as tensions simmer over the war in Ukraine and President Vladimir Putin's threat to use any means to defend Russian territory.

Fourteen of NATO's 30 member countries were due to take part in the exercises, which the military alliance said would involve around 60 aircraft including fighter jets and surveillance and refueling planes.

The bulk of the war games will be held at least 1,000 kilometers (625 miles) from Russia's borders.

U.S. long-range B-52 bombers will also take part in the maneuvers, dubbed Steadfast Noon, which will run until Oct. 30. NATO is not permitting any media access.

NATO said that training flights will take place over Belgium, which is hosting Steadfast Noon this year, as well as over the North Sea and the United Kingdom. The exercises involve fighter jets capable of carrying nuclear warheads, but do not involve any live bombs.

The exercises were planned before Putin ordered Russian troops into Ukraine in February. Russia usually holds its own annual maneuvers around the same time, and NATO is expecting Moscow to exercise its nuclear forces sometime this month.

XS
SM
MD
LG