ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ NASA ແລະ ບໍລິສັດ SpaceX ພ້ອມແລ້ວ ທີ່ຈະສົ່ງລູກເຮືອຈຸທຳອິດ ກັບຄືນສູ່ອະວະກາດ


ຈະຫຼວດ Falcon 9 ຂອງບໍລິສັດ SpaceX, ພ້ອມກັບລູກເຮືອຂອງຍານອະວະກາດແດຣກອນ ກຳລັງໄດ້ຮັບການກະກຽມຢູ່ທີ່ຖານປ່ອຍຍານອະວະກາດ ເລກທີ 39-A, ວັນອັງຄານ ທີ 26 ພຶດສະພາ 2020, ຢູ່ສູນກາງອະວະກາດເຄັນເນດີ ທີ່ ເຄບ ຄານາແວໂຣລ ລັດຟລໍຣີດາ.
ຈະຫຼວດ Falcon 9 ຂອງບໍລິສັດ SpaceX, ພ້ອມກັບລູກເຮືອຂອງຍານອະວະກາດແດຣກອນ ກຳລັງໄດ້ຮັບການກະກຽມຢູ່ທີ່ຖານປ່ອຍຍານອະວະກາດ ເລກທີ 39-A, ວັນອັງຄານ ທີ 26 ພຶດສະພາ 2020, ຢູ່ສູນກາງອະວະກາດເຄັນເນດີ ທີ່ ເຄບ ຄານາແວໂຣລ ລັດຟລໍຣີດາ.

ໃນວັນພຸດມື້ນີ້ອົງການອະວະກາດສະຫະລັດຫຼື NASA ແລະບໍລິສັດ SpaceX ພ້ອມແລ້ວທີ່ຈະສົ່ງນັກບິນອະວະກາດ ຂຶ້ນໄປຍັງສະຖານີອະວະກາດສາກົນ ຫຼື ISS ຈາກດິນແດນຂອງສະຫະລັດເປັນຄັ້ງທໍາອິດ ນັບຕັ້ງແຕ່ປີ 2011 ເປັນຕົ້ນມາ.

ນັກບິນອະວະກາດຂອງອົງການນາຊ້າ 2 ຄົນ ຈະເປັນລູກເຮືອຂອງຍານອະກາດທີ່ເອີ້ນວ່າ SpaceX Crew Dragon ທີ່ເປັນພາກສ່ວນນຶ່ງໃນດ້ານວຽກງານຂອງການທົດສອບຂັ້ນສຸດທ້າຍຂອງອົງການນາຊ້າຮ່ວມກັບບັນດາບໍລິສັດ ເອກະຊົນ ເພື່ອກັບຄືນສູ່ການສົ່ງນັກບິນອາເມຣິກັນ ໄປຍັງອະວະກາດອີກຄັ້ງນຶ່ງ.

ນັບຕັ້ງແຕ່ໂຄງການຍານອະວະກາດໄປກັບ ຫຼື Space Shuttle ທີ່ໄດ້ກະສຽນໄປແລ້ວນັ້ນ ອົງການນາຊ້າໄດ້ກາງຕໍ່ອົງການອະວະກາດຂອງຣັດເຊຍທີ່ເປັນຄູ່ຮ່ວມງານ ເພື່ອຈະສົ່ງພວກນັກບິນອະວະກາດຂອງສະຫະລັດ ໄປຍັງ ISS.

ປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ແລະຮອງປະທານາທິບໍດີ ໄມຄ໌ ເພັນສ໌ ຄາດວ່າ ຈະໄປສູນກາງອະວະກາດເຄັນເນດີ ໃນລັດຟລໍຣີດາ ເພື່ອຊົມການປ່ອຍຍານອະວະກາດດັ່ງກ່າວ ໃນວັນພຸດມື້ນີ້.

ມີຄວາມເປັນຫ່ວງໃນຕົ້ນສັບປະດານີ້ວ່າ ສະພາບອາກາດ ອາດຈະເຂົ້າມາລົບກວນ ແຕ່ກອງບິນທີ 45 ຮັບຜິດຊອບດ້ານດິນຟ້າອາກາດ ຂອງກອງທັບອາ ກາດສະຫະລັດໄດ້ກ່າວໃນວັນອັງຄານວານນີ້ວ່າ ພາບພົດປາກົດວ່າ ຈະດີຂຶ້ນ ແລະມີໂອກາດເຖິງ 60 ເປີເຊັນ ທີ່ສະພາບອາກາດຈະອຳນວຍໃຫ້ເປັນຢ່າງດີ.

ຖ້າການສົ່ງຍານອະກາດ ບໍ່ສາມາດດຳເນີນໄປໄດ້ ໃນວັນພຸດມື້ນີ້ ອົງການນາຊ້າ ແລະບໍລິສັດ SpaceX ຈະພະຍາຍາມອີກເທື່ອນຶ່ງ ໃນວັນເສົາຈະມາເຖິງນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG