ສຳລັບບາງຄົນ, ການປ່ອຍຍານອະວະກາດຂຶ້ນສູ່ອະວະກາດ ເພື່ອຕື່ມສະບຽງໃຫ້ສະ
ຖານີອະວະກາດສາກົນ ແມ່ນພາລະກິດທີ່ຖືກປະຕິບັດເປັນປະຈຳ. ແຕ່ສຳລັບນັກສຶກ
ສາກຸ່ມນຶ່ງທີ່ໄດ້ເຮັດວຽກກັບຫໍພິພິທະພັນ Adler Planetarium ໃນນະຄອນ ຊິຄາໂກ
ນັ້ນ, ມັນແມ່ນຊ່ວງເວລາຄັ້ງປະຫວັດສາດ ທີ່ເປັນຂີດໝາຍຄວາມສຳເລັດໃນຊົ່ວຊີວິດ.
ນັກຂ່າວວີໂອເອ ເຄນ ຟາຣາໂບ ມີລາຍງານເພີ່ມເຕີມຈາກນະຄອນ ຊິຄາໂກ, ເຊິ່ງ
ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ນັກສຶກສາມະຫາວິທະຍາໄລ ອາຍຸ 19 ປີ ນາງ ຟາທີມາ ກູເອຣາ ຈະເປັນຜູ້ທຳອິດທີ່ຈະ
ຍອມຮັບວ່າ, ລາວກຳລັງຫຼົງໄຫຼກັບສິ່ງທີ່ເປັນການໃຊ້ສະຕິປັນຍາສູງແທ້ໆ.
ນາງຟາຕິມາ ກູເອຣາ ເວົ້າວ່າ “ຄືວ່າ, ໃຊ້ສະຕິປັນຍາຢູ່ເທິງພຸ້ນ.”
ຢູ່ສູງໆພຸ້ນເລີຍຄົນສະຫຼາດ, ແທ້ຈິງແລ້ວ ຂຶ້ນໄປໃນອະວະກາດເລີຍ.
ນາງ ກູເອຣາ ແມ່ນນັກດາລາສາດຝຶກງານ, ທີ່ໄດ້ມີສ່ວນຮ່ວມນັບຕັ້ງແຕ່ໂຮງຮຽນມັດ
ທະຍົມ, ພ້ອມກັບໂຄງການນ້ອຍຢູ່ຫໍພິພິດທະພັນ Adler Planetarium ດ້ວຍເປົ້າ
ໝາຍທີ່ໃຫຍ່.
ນາງ ຟາຕິມາ ກູເອຣາ, ນັກສຶກສາຜູ້ນັ້ນ ກ່າວວ່າ, “ເປົ້າໝາຍຫຼັກຂອງພວກເຮົາແມ່ນ
ເພື່ອເບິ່ງວ່າ ຊັ້ນບັນຍາກາດ ກຳລັງບາງລົງຫຼືບໍ່ ແລະ ບາງຊ່ຳໃດ, ແລະ ວ່າມັນມີພາກ
ສ່ວນອື່ນຂອງພື້ນຜິວໂລກ ທີ່ບາງລົງ ຍ້ອນມົນລະພິດ ແລະ ແກັສເຮືອນຂຽວຫຼືບໍ່.”
ເຄື່ອງມືໄຟຟ້າຂະໜາດນ້ອຍ ເອີ້ນວ່າ “ThinSat” ໄດ້ທ້ອນໂຮມຂໍ້ມູນ ເພື່ອຫາຄຳຕອບ
ສຳລັບຄຳຖາມພວກນີ້. ມັນຖືກອອກແບບມາໃຫ້ໂຄຈອນອ້ອມໂລກ, ອຸປະກອນດັ່ງ
ກ່າວ ບໍ່ໄດ້ຖືກພັດທະນາຂຶ້ນ ໂດຍນັກວິສະວະກອນທີ່ມີຄ່າຈ້າງສູງ, ແຕ່ແມ່ນໂດຍນັກ
ສຶກສາໃນຂົງເຂດນະຄອນ ຊິຄາໂກ ຄືນາງ ກູເອຣາ.
ນາງ ຟາຕິມາ ກູເອຣາ ກ່າວວ່າ “ພວກເຮົາໄດ້ເພັ່ງເລັງໃສ່ການເຈາະລະຫັດພາກສ່ວນ
ທີ່ແຕກຕ່າງກັນຂອງເຊັນເຊີ ທີ່ອຸປະກອນ ThinSat ໄດ້ຖືກເຮັດຂຶ້ນມາ, ສະນັ້ນ ພວກ
ເຮົາຈຶ່ງໄດ້ເຈາະລະຫັດ ສະນັ້ນມັນຈຶ່ງສາມາດວັດແທກຄວາມໜາຂອງແສງ, ຄວາມດັນ
ໄດ້.”
ທ່ານ ເຮຊຸສ ກາເຊຍ, ນັກວິສະວະກອນ ກ່ຽວກັບ ລະບົບ ແລະ ຄູສອນ ຈາກໂຄງການ
Far Horizon ກ່າວວ່າ “ວຽກນີ້ມັນໃຊ້ສະຕິປັນຍາສູງຫຼາຍ.”
ທ່ານ ເຮຊຸສ ກາເຊຍ ແມ່ນນັກວິສະວະກອນ ກ່ຽວກັບ ລະບົບສຳລັບໂຄງການ Far
Horizon ຂອງຫໍພິພິດທະພັນ Adler Planetarium ແລະ ເປັນຜູ້ຄວບຄຸມວຽກງານ
ຂອງພວກນັກສຶກສາທີ່ກຳລັງພັດທະນາອຸປະກອນ ThinSat.
ທ່ານ ເຮຊຸສ ກ່າວວ່າ “ນັກສຶກສາຫຼາຍຄົນ ຜູ້ທີ່ໄດ້ຮັບໂອກາດນີ້ ແມ່ນບໍ່ໄດ້ມາຈາກ
ພວກນັກສຶກສາ ໃນຄອບຄົວທີ່ມີລາຍໄດ້ຕ່ຳ ຫຼື ຄົນກຸ່ມນ້ອຍ ໂດຍສະເພາະເຈາະຈົງ.
ແຕ່ແທ້ຈິງແລ້ວ, ຢູ່ທີ່ຫໍພິພິດທະພັນ ແອດເລີ ນີ້ ພວກເຮົາມີນັກສຶກສາທີ່ແມ່ນຄົນກຸ່ມ
ນ້ອຍ, ຜູ້ທີ່ໄດ້ປະເຊີນກັບສິ່ງທ້າທາຍຕ່າງໆ ກ່ຽວກັບການບໍ່ມີໂອກາດມອບໃຫ້ເຂົາເຈົ້າ
ແລະ ຢູ່ທີ່ນີ້ພວກເຮົາໄດ້ສະເໜີພາລະກິດ ເຊິ່ງເຂົາເຈົ້າໄດ້ປະສານງານກັບພວກເຮົາ
ທີ່ເປັນນັກວິທະຍາສາດ ແລະ ນັກວິສະວະກອນ ໃນການປະຕິບັດການຄັ້ງທຳອິດຂອງ
ພວກເຮົາ ທີ່ມັນຈະຂຶ້ນໄປເທິງອະວະກາດ.
ເມື່ອຈະຫຼວດ Antares ຂອງອົງການ NASA, ສ້າງຂຶ້ນໂດຍບໍລິສັດ Northrop
Grumman, ຖືກສົ່ງຂຶ້ນຈາກຊາຍຝັ່ງຂອງລັດເວີຈິເນຍ ໃນວັນທີ 17 ເມສາທີ່ຜ່ານມາ
ນັ້ນ, ມັນບໍ່ພຽງແຕ່ຈະປະຕິບັດພາລະກິດຕື່ມສະບຽງໃຫ້ສະຖານີອະວະກາດສາກົນ
ເທົ່ານັ້ນ.
ຢູ່ເທິງຈະຫຼວດດັ່ງກ່າວແມ່ນອຸປະກອນ ThinSat, ແມ່ນສຸດຍອດຂອງວຽກງານໂດຍ
ຫຼາຍຄົນຢູ່ຫໍພິພິດທະພັນ ແອດເລີ ລວມທັງນາງ ຟາຕິມາ ກູເອຣາ, ຜູ້ທີ່ໄດ້ເຂົ້າຮ່ວມ
ທີມ Far Horizons ຕາມການຮຽກຮ້ອງຂອງໂຮງຮຽນມັດທະຍົມ ທີ່ໄດ້ກາຍເປັນສິ່ງ
ທີ່ຫຼາຍໄປກວ່ານັ້ນ.
ນາງ ຟາຕິມາ ກູເອຣາ ໄດ້ກ່າວວ່າ “ການຮຽກຮ້ອງນຶ່ງສາມາດກາຍເປັນໂອກາດທີ່ປ່ຽນ
ຊີວິດໄດ້ ແລະ ເຈົ້າກໍບໍ່ຮູ້ດ້ວຍຊ້ຳ.” ມັນເປັນຕາຕື່ນເຕັ້ນຫຼາຍ ທີ່ຈະເຫັນ ຫຼື ຮູ້ ໂດຍສະ
ເພາະວຽກງານ ຂອງຂ້າພະເຈົ້າ ທີ່ຈະຂຶ້ນໄປເທິງອະວະກາດ ແລະ ຊ່ວຍເຫຼືອ ໃນໂລກ
ວິທະຍາສາດ.”
ມັນຍັງເປັນສິ່ງທີ່ໜ້າຕື່ນເຕັ້ນສຳລັບພໍ່ແມ່ຂອງລາວ, ເຊິ່ງແມ່ນຜູ້ຍົກຍ້າຍຖິ່ນຖານຈາກ
ປະເທດ ກົວເຕມາລາ, ຜູ້ທີ່ສາມາດເວົ້າໄດ້ຢ່າງພາກພູມໃຈວ່າ ລູກສາວຂອງເຂົາເຈົ້າ
ໄດ້ຊ່ວຍສ້າງດາວທຽມໂຄຈອນອ້ອມໂລກ.
ນາງ ຟາຕິມາ ກູເອຣາ ກ່າວວ່າ “ຂ້າພະເຈົ້າໄດ້ບອກເພິ່ນວ່າມັນອາດກາຍເປັນຂ່າວຊະ
ນິດທີ່ແຜ່ກະຈາຍອອກໄປທົ່ວໂລກ, ແລະ ຂ້າພະເຈົ້າກໍຈະເປັນສ່ວນນຶ່ງຂອງມັນ ແລະ
ເພິ່ນກໍພາກພູມໃຈຫຼາຍ.”
ຫຼັງຈາກວຽກງານຂອງອຸປະກອນ ThinSat ໄດ້ສຳເລັດດົນໄປແລ້ວ, ນາງ ກູເອຣາ ກໍຈະ
ຍັງຄົງເປັນທີ່ຮູ້ຈັກວ່າເປັນສະມາຊິກຂອງທີມທີ່ໄດ້ເອົາດາວທຽມໜ່ວຍທຳອິດ ທີ່ຖືກພັດ
ທະນາໂດຍຫໍເບິ່ງດາວເອກະຊົນຂຶ້ນໄປເທິງອະວະກາດ.
ນາງເວົ້າວ່າ ໝູ່ຂອງລາວບໍ່ໄດ້ຄິດວ່າມັນເປັນເລື່ອງທີ່ໃຊ້ສະຕິປັນຍາຫຼາຍເກີນໄປເລີຍ.