ບັນດານັກວິທະຍາສາດສະຫະລັດ ກ່າວໃນວັນພະຫັດວານນີ້
ວ່າ ດາວພະເຄາະ ດວງນຶ່ງ ທີ່ເຊື່ອວ່າຄ້າຍຄືກັນກັບໂລກມະ
ນຸດເຮົາທີ່ສຸດ ໄດ້ຖືກຄົ້ນພົບ ໂຄຈອນອ້ອມດາວທີ່ມີລັກສະນະ
ຄືກັນກັບພະອາທິດໜ່ວຍນຶ່ງ ທີ່ຢູ່ຫ່າງໄກ.
ທ່ານ Jon Jenkin ທີ່ສູນກາງຄົ້ນຄວ້າ Ames ຂອງອົງການ
NASA ໃນລັດ California ກ່າວວ່າ “ມັນເປັນສິ່ງ ໃກ້ຄຽງທີ່
ສຸດທີ່ພວກເຮົາມີຢູ່ບ່ອນໃນອື່ນທີ່ຜູ້ໃດຜູ້ນຶ່ງອາດຮ້ອງວ່າເປັນ
ບ້ານເຮືອນຂອງພວກເຂົາເຈົ້ານັ້ນ.”
ການຄົ້ນພົບ ໃນອັນທີ່ອົງການອາວະກາດຂອງສະຫະລັດກ່າວ
ວ່າ ເປັນສິ່ງທີ່ໃກ້ຄຽງທີ່ສຸດກັບ “ໂລກມະນຸດ 2.0” ແມ່ນອີງຕາມການສັງເກດການ ຂອງ
ກ້ອງໂທລະທັດອະວະກາດKepler ທີ່ໄດ້ຕິດຕາມເບິ່ງບໍລິເວນທາງຊ້າງເຜືອກ ຫາບັນດາ
ດາວພະເຄາະທີ່ຄ້າຍຄືກັນກັບ ໂລກມະນຸດເຮົາ ຕັ້ງແຕ່ປີ 2009 ເປັນຕົ້ນ ມາ.
ດາວພະເຄາະ ທີ່ມີເສັ້ນຜ່າສູນກາງ ໃຫຍ່ກວ່າໂລກເຮົາ 1 ເທົ່າເຄິ່ງນີ້ ໂຄຈອນອ້ອມດາວໃນໄລຍະ 385 ມື້. ດາວດັ່ງກ່າວ ແມ່ນສີ່ເປີເຊັນໃຫຍ່ກວ່່າພະອາທິດ ແລະ 10 ເປີເຊັນ
ແຈ້ງກວ່າ.
ດາວພະເຄາະ ທີ່ໂຄຈອນອ້ອມດາວໜ່ວຍນີ້ ແມ່ນຢູ່ໃນລະຍະທີ່ເໝາະສົມທີ່ສຸດ ທີ່ນຳ້ເປັນ
ຂອງແຫຼວສາມາດສ້າງຕັ້ງໃນອັນທີ່ຮ້ອງວ່າ “ເຂດທີ່ມີຊີວິດ” ໄດ້.
ແຕ່ວ່າ ການເດີນທາງໄປເຖິງທີ່ນັ້ນ ຍັງຈະໃຊ້ເວລາຢູ່ອີກ. ລະບົບດາວໜ່ວຍນີ້ ແມ່ນຈັກ
ກະວານທີ່ຢູ່ໄກ 1,400 ປີແສງຫ່າງຈາກພວກເຮົາ ທີ່ຕັ້ງຢູ່ໃນບັນດາກຸ່ມໝູ່ດາວ Cygnus ຫລືຫ່ານ.