ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄະນະປະຈໍາສະພາແຫ່ງຊາດລາວ ຢືນຢັນວ່າ ການບໍລິຫານຂອງລັດຖະບານລາວ ຈະຕ້ອງປະຕິບັດຕາມກົດໝາຍ


ຮູບພາບ-ວາລະການປະຊຸມ ສະພາແຫ່ງຊາດ.
ຮູບພາບ-ວາລະການປະຊຸມ ສະພາແຫ່ງຊາດ.

ຄະນະປະຈໍາສະພາແຫ່ງຊາດຢືນຢັນວ່າ ການບໍລິຫານຂອງລັດຖະບານລາວຈະຕ້ອງປະຕິບັດຕາມກົດໝາຍໃນທຸກດ້ານໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ແຜນພັດທະນາຊາດ ແລະການເສີມສ້າງຄວາມຍຸຕິທໍາ. ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດລາວ ຖະແຫລງວ່າຄະນະປະຈໍາສະພາແຫ່ງຊາດຈະເນັ້ນໜັກເປັນພິເສດໃນການຕິດຕາມ-ກວດກາການບໍລິຫານງານຂອງລັດຖະບານລາວ ເພື່ອໃຫ້ຢູ່ພາຍໃຕ້ ແລະເປັນໄປຕາມກົດໝາຍໃນທຸກດ້ານ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ, ແຜນການງົບປະມານລາຍຮັບ-ລາຍຈ່າຍ ແລະການເສີມສ້າງຄວາມຍຸຕິທໍາໃຫ້ເກີດຂຶ້ນຢ່າງແທ້ຈິງ ໂດຍຄະນະປະຈໍາສະພາແຫ່ງຊາດ ຈະປະສານງານຢ່າງໃກ້ຊິດກັບສະພາປະຊາຊົນຂັ້ນແຂວງ ແລະທຸກພາກສ່ວນທີ່ກ່ຽວຂ້ອງໃນທົ່ວປະເທດ ເພື່ອເຮັດໃຫ້ການຕິດຕາມ-ກວດກາດັ່ງ ກ່າວ ໄດ້ຮັບປະສິດທິພາບສູງ ແລະເປັນການດໍາເນີນງານຢ່າງສະໝໍ່າສະເໝີອີກດ້ວຍ, ດັ່ງທີ່ທ່ານຈະເລີນ ຢືນຢັນວ່າ:

“ສະພາແຫ່ງຊາດກໍຈະເພີ້ມທະວີການຕິດຕາມ-ກວດກາໃຫ້ແຂງແຮງ ເລິກເຊິ່ງລຽນຕິດ ເປັນຕົ້ນລະແມ່ນວ່າ ບັນດາອົງການລັດ, ອໍານາດຂັ້ນຕ່າງໆ. ອັນນີ້ສະພາແຫ່ງຊາດຈະສົມທົບກັບສະພາແຫ່ງຊາດທ້ອງຖິ່ນ, ສົມທົບກັບພາກສ່ວນກ່ຽວຂ້ອງ ເປັນຕົ້ນອົງການກວດກາແຫ່ງລັດເພື່ອຈະດໍາເນີນກວດກາ, ເພື່ອຈະແກ້ໄຂບັນຫາແຕ່ລະບັນຫາໄປ ນັບແຕ່ການລົງທຶນ ແລະນັບແຕ່ການປະຕິບັດລັດຖະທໍາມະນູນ ແລະກົດໝາຍໃນຂົງເຂດຕ່າງໆ ລວມທັງຂະບວນຍຸຕິທໍາ, ອັນນີ້ ກໍຈະເພີ້ມທະວີການຕິດຕາມ-ກວດກາ ໃຫ້ສູງຂຶ້ນຕື່ມ ແລະກວດກາເປັນປົກກະຕິໃນແຕ່່ລະປີ.”

ສ່ວນທ່ານທອງລຸນ ສີສຸລິດ, ປະທານປະເທດ ກໍ່ຖະແຫລງການຢືນຢັນໃນໂອກາດທີ່ລາວໄດ້ປະກາດບັງຄັບໃຊ້ລັດຖະທໍາມະນູນຄົບຮອບ 30 ປີເມື່ອບໍ່ດົນມານີ້ວ່າ ເປົ້າໝາຍສໍາຄັນ ຂອງການພັດທະນາໃນລາວ ຄືການກ້າວໄປເປັນລັດທີ່ປົກຄອງດ້ວຍກົດໝາຍ ທີ່ສາມາດຮັບປະກັນຄວາມສະເໝີພາບແລະຄວາມຍຸດ ຕິທໍາໃຫ້ກັບປະຊາຊົນລາວບັນດາເຜົ່າໃຫ້ໄດ້ຢ່າງແທ້ຈິງ ດ້ວຍການພັດທະນາປັບປຸງລະບົບກົນໄກໃນການບັງຄັບໃຊ້ກົດໝາຍ ແລະການດໍາເນີນຄະດີໃນສານທຸກຂັ້ນ ໃຫ້ມີຄວາມໂປ່ງໃສຢ່າງແທ້ຈິງ.

ຫາກແຕ່ທ່ານນາງວຽງທອງ ສີພັນດອນ, ປະທານສານປະຊາຊົນສູງສຸດຍອມ ຮັບວ່າ ປະຊາຊົນໄດ້ຕັ້ງຂໍ້ສົງໄສຕໍ່ການປະຕິບັດໜ້າທີ່ຂອງຜູ້ພິພາກສາທຸກຂັ້ນເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນຂໍ້ສົງໄສທີ່ມີຕໍ່ການພິຈາລະນາຕັດສິນຄະດີທີ່ ບໍ່ໂປ່ງໃສ ແລະບໍ່ຍຸຕິທໍານັ້ນ ກໍຄືບັນຫາທີ່ມີການຮ້ອງຮຽນຫລາຍທີ່ສຸດ, ສະ ນັ້ນ ເພື່ອເປັນການຕອບສະໜອງຕໍ່ການຮຽກຮ້ອງດັ່ງກ່າວ ຈຶ່ງໄດ້ຕັ້ງຄະນະສະ ເພາະກິດເພື່ອດໍາເນີນການກວດກາປະຕິບັດໜ້າທີ່ຂອງຜູ້ພິພາກສາທຸກຂັ້ນໃນທົ່ວປະເທດ ເພື່ອໃຫ້ປະຊາຊົນເຊື່ອໝັ້ນ ໃນລະບົບສານຍຸຕິທໍາຂອງລາວ ເປັນສໍາຄັນ, ດັ່ງທີ່ທ່ານນາງວຽງທອງ ຢືນຢັນວ່າ:

“ເພື່ອແກ້ໄຂ ບັນຫາປາກົດການຫຍໍ້ທໍ້ຢູ່ສານ ກໍໄດ້ແຕ່ງຕັ້ງຄະນະກໍາມະການ ເພື່ອຕິດຕາມກວດກາການປະຕິບັດໜ້າທີ່ຂອງຜູ້ພິພາກສາ ຄຽງຄູ່ກັນນັ້ນ ກໍໄດ້ຮັບຄໍາຮ້ອງທຸກ, ຄໍາສະເໜີ ກ່ຽວກັບການປະພຶດ ແລະການປະຕິບັດໜ້າທີ່ຂອງຜູ້ພິພາກສາຈໍານວນ 78 ສະບັບ ຜ່ານການຄົ້ນຄວ້າແລ້ວ ກໍໄດ້ມີຄວາມເຫັນ-ຊີ້ແຈງ ແລະແຈ້ງຕອບປະຊາຊົນ ແລະພາກສ່ວນທີ່ກ່ຽວຂ້ອງ, ເຮັດໃຫ້ມີຄວາມເຂົ້າໃຈກ່ຽວກັບການດໍາເນີນຄະດີ ແລະການຕັດສິນຄະດີ.”

ສ່ວນອົງການ Human Rights Watch ລາຍງານວ່າການບັງຄັບໃຊ້ກົດໝາຍທັງທີ່ຂັ້ນສູນກາງ ແລະຂັ້ນທ້ອງຖິ່ນໃນລາວ ຍັງເກີດບັນຫາຊັກຊ້າ ແລະບໍ່ມີປະສິດທິພາບ ທັງຍັງໄດ້ມີການບັງຄັບໃຊ້ກົດໝາຍເກົ່າທີ່ຖືກຍົກເລີກໄປແລ້ວອີກດ້ວຍ. ພາຍໃຕ້ສະພາບການດັ່ງກ່າວ ຍັງເຮັດໃຫ້ມີການເລືອກປະຕິບັດກົດໝາຍຕໍ່ປະຊາຊົນລາວທີ່ຂັດແຍ້ງກັບພະນັກງານຂອງລັດທີ່ກ່ຽວກັບຜົນປະໂຫຍດໃນທີ່ດິນທີ່ຖືກເວນຄືນ ຢ່າງບໍ່ຍຸຕິທໍາ ເຊິ່ງເຫັນໄດ້ ຈາກການທີ່ນາຍົກລັດຖະມົນຕີລາວໄດ້ມີຄໍາສັ່ງໃຫ້ເລັ່ງບັງຄັບຄະດີຕາມການຕັດສິນຂອງສານ ເພາະປາກົດວ່າມີຄະດີທີ່ສານທີ່ໄດ້ຕັດສິນໄປແລ້ວ 29,000 ກວ່າຄະດີນັ້ນ ຍັງບໍ່ໄດ້ມີການບັງ ຄັບຄະດີ ໃຫ້ເປັນໄປຕາມການຕັດສິນຂອງສານປະຊາຊົນລາວແຕ່ຢ່າງໃດເລີຍຈົນເຖິງປັດຈຸບັນນີ້.

ພາຍໃຕ້ສະພາບການດັ່ງກ່າວ ກໍຍັງເຮັດໃຫ້ເກີດບັນຫາກ່ຽວກັບການມີຄະດີຄົງຄ້າງຢູ່ສານປະຊາຊົນລາວທຸກຂັ້ນເພີ້ມຂຶ້ນນັບມື້ອີກດ້ວຍ ໂດຍທີ່ມີສາຍເຫດມາຈາກຄວາມບົກຜ່ອງ ໃນການປະຕິບັດໜ້າທີ່ຂອງພະນັກງານສານທີ່ບໍ່ໄດ້ອີງກັບສະພາບບັນຫາທີ່ເປັນຈິງ ຈຶ່ງເຮັດໃຫ້ຄູ່ຄວາມຂອງຄະດີບໍ່ຍອມຮັບການຕັດສິນຂອງສານ ແລະໄດ້ຟ້ອງຮ້ອງໃຫ້ເປັນຄະດີຄວາມຕໍ່ໄປອີກ, ສ່ວນຄູ່ກໍລະນີທີ່ມີສາຍພົວພັນພາຍໃນພັກ-ລັດກໍເປັນອີກສາຍເຫດນຶ່ງ ທີ່ເຮັດໃຫ້ຄູ່ຄວາມໃນຄະດີບໍ່ຍອມຮັບຜິດ ຕາມການຕັດສິນຂອງສານ ເພາະໝັ້ນໃຈວ່າ ດ້ວຍສາຍພົວພັນພາຍໃນພັກ-ລັດນັ້ນ ຈະເຮັດໃຫ້ຝ່າຍຕົນພົ້ນຈາກຄວາມຜິດ ຫລືການເປັນຝ່າຍທີ່ຊະນະໃນຄະດີຄວາມໄດ້ໃນທີ່ສຸດນັ້ນເອງ.

XS
SM
MD
LG