ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະຍາດກະເພາະທີ່ເປັນປິດສະໜາ ໄດ້ລະບາດຢູ່ໃນແຂວງນຶ່ງຂອງເກົາຫຼີເໜືອ

ເຈົ້າໜ້າທີ່ທາງການແພດ ກໍາລັງຂ້າເຊື້ອຢູ່ພື້ນຂອງສະຖານທີ່ເຮັດວຽກແຫ່ງນຶ່ງໃນໂຮງງານເຄື່ອງສໍາອາງພຽງຢາງ ຢູ່ນະຄອນຫຼວງພຽງຢາງ, ເມື່ອວັນທີ 16 ມິຖຸນາ 2022. ມີຫຼາຍຮ້ອຍຄອບຄົວທີ່ກໍາລັງທຸກທໍລະມານຈາກຄວາມເຈັບປວດຂອງພະຍາດລໍາໄສ້ທີ່ບໍ່ສາມາດລະບຸໄດ້, ສື່ທາງການເກົາຫຼີເໜືອ ລາຍງານໃນມື້ວັນສຸກນີ້.

ເກົາຫຼີເໜືອ ກໍາລັງເລັ່ງດໍາເນີນການຄວບຄຸມ ການແຜ່ລະບາດຂອງພະຍາດລໍາໄສ້ທີ່ “ຮ້າຍແຮງ,” ອີງຕາມການລາຍງານ ໃນອາທິດນີ້ຂອງສື່ທາງການເກົາຫຼີເໜືອ, ເຊິ່ງເປັນເວລານຶ່ງເດືອນ ລຸນຫຼັງທີ່ປະເທດດັ່ງກ່າວ ຍອມຮັບວ່າ ຕົນກໍາລັງປະເຊີນກັບການລະບາດຂອງພະຍາດໂຄວິດ-19.

ສື່ທາງການຂອງເກົາຫຼີເໜືອ ຍັງບໍ່ທັນເປີດເຜີຍຊື່ກ່ຽວກັບພະຍາດລໍາໄສ້, ແຕ່ ຜູ້ນໍາຂອງເຂົາຫຼີເໜືອ ທ່ານກິມ ຈົງ ອຶນ ໄດ້ສົ່ງຢາຕ່່າງໆ ໄປໃນແຂວງທາງທິດຕາເວັນຕົກຂອງເຂດ ຫວັງເຮ ໃຕ້ (Hwanghae) ເພື່ອຕໍ່ສູ້ກັບ “ການລະບາດຢ່າງກະທັນຫັນຂອງພະຍາດລໍາໄສ້.”

ພະຍາດລໍາໄສ້ ແມ່ນມັກເກີດຂຶ້ນຈາກອາຫານ ຫຼື ນໍ້າ ທີ່ປົນເປື້ອນ, ແຕ່ ສາມາດແຜ່ລະບາດຈາກບຸກຄົນຫາບຸກຄົນໄດ້. ພະຍາດດັ່ງກ່າວສົ່ງຜົນໃຫ້ເກີດອາການຕ່າງໆເຊັ່ນວ່າ ຖອກທ້ອງ, ຄີງຮ້ອນ ຫຼື ເຈັບປວດຕາມຕົນໂຕ ແລະສາມາດເຮັດໃຫ້ເສຍຊີວິດໄດ້ ຖ້າບໍ່ໄດ້ຮັບການຮັກສາ.

ລັດຖະບານເກົາຫຼີໃຕ້ສົງໄສວ່າ ພະຍາດດັ່ງກ່າວອາດຈະແມ່ນ ອະຫິວາ ຫຼື ໄຂ້ທໍລະພິດ, ອີງຕາມລາຍງານຈາກສື່ທ້ອງຖິ່ນ ກ່ຽວກັບການອ້າງອີງຂອງຖະແຫຼງການສະຫຼຸບຂັ້ນພື້ນຖານ ຈາກກະຊວງທ້ອນໂຮມຊາດ. ເກົາຫຼີເໜືອ ເປັນປະເທດທີ່ທຸກຍາກ ແລະດ້ອຍພັດທະນາໃນຫຼາຍໆດ້ານ ໄດ້ພົບວ່າ ມີການລະຍາດຂອງພະຍາດດັ່ງກ່າວມາໄດ້ໄລຍະນຶ່ງແລ້ວ.

ເຈົ້າໜ້າທີ່ທາງການແພດຂອງໂຮງງານຜະລິດຕະພັນເຄື່ອງກິລາພຽງຢາງ ກໍາລັງດໍາເນີນການຂ້າເຊື້ອ ຢູ່ພື້ນຂອງສະຖານທີ່ເຮັດວຽກໃນພຽງຢາງ, ເກົາຫຼີເໜືອ, ເມື່ອວັນທີ 14 ມິຖຸນາ 2022. ຢູ່ໃນປ້າຍສີແດງຂຽນວ່າ 'ເສດຖະກິດໝາຍເຖິງ ເພີ້ມພູນການຜະລິດ ແລະຄວາມຮັກຊາດ.'

ເກົາຫຼີໃຕ້ ໄດ້ສະເໜີທີ່ຈະຈັດການກັບການລະບາດຂອງພະຍາດດັ່ງກ່າວ, ແຕ່ ເກົາຫຼີເໜືອຍັງບໍ່ໄດ້ທໍາການຕອບຮັບຕໍ່ຂໍ້ສະເໜີນັ້ນແຕ່ຢ່າງໃດ, ອີງຕາມການກ່າວຂອງເຈົ້າໜ້າທີ່ ຢູ່ທີ່ການຖະແຫຼງຂ່າວ.

ສະຖານະການດັ່ງກ່າວ ອາດກາຍເປັນຄວາມທ້າທາຍອັນຍິ່ງໃຫຍ່ສໍາລັບລັດຖະບານເກົາຫຼີເໜືອ, ເຊິ່ງອາດຈະບໍ່ມີຊັບພະຍາກອນພຽງພໍເພື່ອຈັດການກັບການລະບາດຂອງໂຣກລະບາດໃຫຍ່ທັງສອງຢ່າງໃນເວລາດຽວກັນ.

ຂອບເຂດການລະບາດຂອງພະຍາດລໍາໄສ້ດັ່ງກ່າວ ຍັງບໍ່ເປັນທີ່ແຈ່ມແຈ້ງ, ເຊິ່ງ ສື່ທາງການຂອງເກົາຫຼີເໜືອໄດ້ລາຍງານໃນມື້ວັນພະຫັດວານນີ້ວ່າ ເຈົ້າໜ້າທີ່ທາງການໄດ້ມີຄໍາສັ່ງໃຫ້ກັກໂຕຜູ້ທີ່ສົງໄສວ່າຕິດເຊື້ອດັ່ງກ່າວນັ້ນທຸກໆກໍລະນີ. ໃນວັນສຸກມື້ນີ້, ບັນດາເຈົ້າໜ້າທີ່ກ່າວວ່າ ສະຖານທີ່ຕ່າງໆສໍາລັບກັກໂຕນັ້ນ ແມ່ນກໍາລັງຈັດກຽມໄວ້ຢູ່ໃນທົ່ວປະເທດ.

ເຈົ້າໜ້າທີ່ທາງການ ໄດ້ຈັດສົ່ງຢາພຽງພໍ “ສໍາລັບ 800 ຄອບຄົວທີ່ກໍາລັງທຸກທໍລະມານຈາກການລະບາດກະທັນຫັນນີ້ຂອງພະຍາດດັ່ງກ່າວນີ້” ຢູ່ໃນຂົງເຂດ ຫວັງເຮໃຕ້, ອີງຕາມລາຍງານຈາກສື່ສານມວນຊົນທີ່ດໍາເນີນງານໂດຍລັດຖະບານ ອົງການສູນກາງຂ່າວເກົາຫຼີ ຫຼື KCNA.

ການດໍາເນີນງານຂະຫຍາຍຂໍ້ມູນໂຄສະນາຊວນເຊື່ອຂອງປະເທດ ໄດ້ພະຍາຍາມຖ່າຍທອດຄວາມຮູ້ສຶກແບບສຸກເສີນ ແລະເປັນຫວ່ງໃນນາມຂອງ ທ່ານ ກິມ ແລະຄອບຄົວ, ເຊິ່ງພວກເຂົາເຈົ້າກ່າວວ່າ ໄດ້ມີການກະກຽມຢາເປັນການສ່ວນຕົວເພື່ອຊ່ວຍເຫຼືອ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG